ກອງປະຊຸມປິດແລ້ວ ບັນຫາເສຖິຈ-ສັງຄົມ ຍັງຄືເກົ່າ
2022.07.08
ກອງປະຊຸມສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ໄດ້ດຳເນີນການປະຊຸມ ມາຕັ້ງແຕ່ວັນທີ 13 ມິຖຸນາ 2022 ເພື່ອພິຈາຣະນາຮັບຮອງເອົາ ບັນຫາສຳຄັນພືື້ນຖານຂອງປະເທດ ແລະຮັບຟັງການຣາຍງານຕ່າງໆ ກ່ຽວກັບວຽກງານຂອງຣັຖບານໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022.
ກອງປະຊຸມສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໄດ້ດຳເນີນມາເປັນເວລາ 20 ມື້ລະຫວ່າງວັນທີ 13 ມິຖຸນາ ຫາ ວັນທີ 08 ກໍຣະກະດາ 2022. ດັ່ງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາຕ ກ່າວປິດກອງປະຊຸມຢ່າງເປັນທາງການ ໃນວັນທີ 08 ກໍຣະກະດານີ້ວ່າ:
“ໃນໂອກາດອັນສະຫງ່າລາສີນີ້ ຂ້າພຣະເຈົ້າຂໍປະກາດປິດກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ຢ່າງເປັນທາງການນັບແຕ່ ເວລານີ້ເປັນຕົ້ນໄປຂອບໃຈ.”
ສລຸບກອງຜົລຂອງກອງປະຊຸມ:
- ແມ່ນໄດ້ພິຈາຣະນາ ແລະຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງປະເທດ. ໃນນັ້ນມີວຽກງານຣັຖບານຮວມ 10 ບົດຣາຍງານເປັນຕົ້ນການຈັດຕັ້ງ ປະຕິບັດແຜນພັທນາເສຖກິຈ-ສັງຄົມ, ແຜນງົບປະ ມານແຫ່ງຣັຖ, ແຜນເງິນຕຣາ, ການແກ້ໄຂຄວາມຫຍຸ້ງຍາກທາງເສຖິກຈ-ການເງິນ, ບັນຫາຢາເສພຕິດ ແຜນການທ່ອງທ່ຽວສີຂຽວ ແລະການເປີດປະເທດເຕັມຮູບແບບ.
- ພິຈາຣະນາ, ຮັບຮອງເອກະສານ ອອກກົດໝາຍແລະປັບປຸງກົດໝາຽ ຮວມ 9 ສະບັບເປັນຕົ້ນຮ່າງກົດໝາຽວ່າດ້ວຍ ຄວາມປອດພັຍຂອງເຂື່ອນ, ກົດໝາຽວ່າດ້ວຍການຄຸ້ມຄອງເງິນຕຣາປະເທດ ແລະ ກົດໝາຽວ່າດ້ວຍຊັພສິນຂອງຣັຖ.
- ວຽກງານຂອງອັຍຍະການ ສານປະຊາຊົນສູງສຸດ 1 ບົດວ່າດ້ວຍການດຳເນີນ ຄະດີອາຍາໂດຍສະເພາະການແກ້ໄຂການ ລະເມີດກົດໝາຽໃນການພາໂຕ, ກັກໂຕ ແລະ ການກັກຂັງພາງທີ່ບໍ່ຖືກຕ້ອງຕາມກົດໝາຽ.
- ວຽກງານສະພາແຫ່ງຊາຕ 2 ບົດກ່ຽວກັບແຜນການ ແລະຕິດຕາມ ກວດກາ ການເຄື່ອນໄຫວວຽກງານຂອງກອງປະຊຸມສໄມສາມັນເທື່ອທີ 2 ຂອງສະພາແຫ່ງຊາຕຊຸດທີ 9.
- ບົດປະກອບຄຳເຫັນ ຂອງຄະນະປະຈຳສະພາແຫ່ງຊາຕ ມີຈຳນວນ 8 ບົດ ເປັນຕົ້ນການຈັດຕັ້ງປະຕິບັດແຜນພັທນາເສຖກິຈ-ສັງຄົມ, ແຜນງົບປະມານແຫ່ງຣັຖ, ແຜນເງິນຕຣາ, ຄວາມຄືບໜ້າການແກ້ໄຂຄວາມຫຍຸ້ງຍາກ ທາງເສຖກິຈ-ການເງິນແລະຄວາມ ຄືບໜ້າໃນການແກ້ໄຂບັນຫາຢາເສພຕິດ.
- ມະຕິຂອງກອງປະຊຸມ ສະພາແຫ່ງຊາຕຮວມມີ 17 ສະບັບເປັນຕົ້ນມະຕິກອງປະຊຸມ ສະພາແຫ່ງຊາຕວ່າດ້ວຍການຮັບຮອງ ເອົາບົດຣາຍງານການຈັດຕັ້ງ ແຜນພັທນາເສຖກິຈ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ທ້າຍປີ 2022 ແລະ ຮັບຮອງເອົາບົດ ຣາຍງານຂອງຣັຖບານກ່ຽວກັບທິດທາງ ການປະຕິຮູບວິສາຫະກິຈ.
ຂະນະທີ່ ຍານາງ ປີ່ງຄຳ ລາຊະສີມມາ ຫົວໜ້າກອງເລຂານຸການກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ກ່າວວ່າໄລຍະ 6 ເດືອນທ້າຍປີ 2022 ນີ້ຣັຖບານລາວຈະຕ້ອງເອົາໃຈໃສ່ສືບຕໍ່ໃນຫຼາຍບັນຫາຢ່າງເຂັ້ມງວດ ແລະມີປະສິດທິພາບສູງເພື່ອໃຫ້ ແຜນພັທນາເສຖກິຈ-ສັງຄົມ ແລະ ການເງິນບັນລຸໄດ້ຕາມຄາດໝາຽ ທີ່ສະພາແຫ່ງຊາຕ ຮັບຮອງ.
ເນື່ອງຈາກແຜນພັທນາເສຖກິຈ-ສັງຄົມ ແລະ ການເງິນ ໄລຍະ 6 ເດືອນຕົ້ນປີ 2022 ເຫັນວ່າຫຼາຍແຜນການບໍ່ສາມາດບັນລຸ ໄດ້ຕາມຄາດໝາຽຂອງສະພາແຫ່ງຊາຕ ຮັບຮອງເປັນຕົ້ນການຂາດດຸນງົບປະມານ, ຂາດດຸນເງິນຕຣາຕ່າງປະເທດ, ການເໜັງຕີງຂອງອັດຕຣາແລກປ່ຽນເງິນຕຣາ ແລະ ບັນຫາອື່ນໆ ຊຶ່ງໄດ້ສົ່ງຜົລກະທົບ ຕໍ່ປະເທດລາວ ແລະປະຊາຊົນລາວຢ່າງໜັກໜ່ວງ.
ດັ່ງຍານາງ ປີ່ງຄຳ ລາຊະສີມມາ ຫົວໜ້າກອງເລຂານຸການ ກອງປະຊຸມສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ກ່າວໃນມື້ປິດກອງປະຊຸມ ສະພາແຫ່ງຊາຕໃນວັນທີ 8 ກໍຣະກະດານີ້ວ່າ:
“ກອງປະຊຸມເຫັນວ່າ ການຈັດຕັ້ງປະຕິບັດບາງຄາດໝາຽ ຂອງມະຕິສະພາແຫ່ງຊາຕ ວ່າດ້ວຍແຜນພັທນາເສຖກິຈ-ສັງຄົມໄລຍະ 6 ເດືອນຕົ້ນປີຍັງມີຄວາມຄືບໜ້າ ໜ້ອຍບາງຄາດໝາຽກໍຍັງມີຄວາມສ່ຽງ ທີ່ຈະບໍ່ບັນລຸຕາມມະຕິ ຂອງສະພາແຫ່ງຊາຕ, ຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນ ທີ່ກຳລັງສົ່ງຜົລກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຊຶ່ງຣັຖບານ ຕ້ອງໄດ້ເອົາໃຈໃສ່ສືບຕໍ່”
ໃນວາຣະປິດກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ຢ່າງເປັນທາງການ ປະຊາຊົນລາວຈຳນວນນຶ່ງ ກໍຮຽກຮ້ອງໃຫ້ຣັຖບານລາວເອົາໃຈ ໃສ່ສືບຕໍ່ການແກ້ໄຂບັນຫາ ເສຖກິຈ-ສັງຄົມແລະການເງິນຂອງປະເທດ ໃຫ້ມີປະສິດທິພາບສູງແລະບໍ່ຊັກຊ້າ ຄືໃນປັດຈຸບັນໂດຍສະເພາະ ການແກ້ໄຂບັນຫາລາຄານໍ້າມັນ, ລາຄາສິນຄ້າທີ່ນັບມື້ອາຈແພງຂຶ້ນເລື້ອຍ ໆ ສ່ວນຣາຍໄດ້ຂອງປະຊາຊົນ ພັດຍັງຄືເກົ່າ.
ດັ່ງປະຊາຊົນລາວ ໃນນະຄອນຫຼວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 8 ກໍຣະກະດານີ້ວ່າ:
“ເວົ້າແທ້ແລ້ວ ມັນໄປບໍ່ລອດເອົ້າເຈົ້າ ຊິເອົາເງິນຕຣາຈັ່ງໃດມາຊົດເຊີຍ ມາໃຊ້ເປັນໜີ້ເປັນສິນ ຕ່າງປະເທດໃນເມື່ອອັນໃດກໍຂາຍໝົດໆ ມັນກາສິ້ນເນື້ອປະດາໂຕແລ້ວເດ້ ຄວາມສາມາດ ໃນການຄຸ້ມຄອງບໍຣິຫານຫາກວ່າ ຍັງອ່ອນແອແບບນີ້ນີ້ມັນສິຕາມໆ ກັນໝົດຫັ້ນແລ້ວໝົດທັງຊາຕນີ້ແລ້ວ”
ປະຊາຊົນລາວອີກທ່ານນຶ່ງ ກ່າວວ່າດ້ວຍສະພາບເສຖກິຈ-ສັງຄົມແລະການເງິນຂອງປະເທດ ທີ່ຕົກຕໍ່າແບບນີ້ຣັຖບານລາວຄວນຈະຮີບດ່ວນ ຫາແນວທາງແກ້ໄຂທັງໃນໄລຍະສັ້ນ ແລະໄລຍະຍາວເປັນຕົ້ນການສນັບສນູນໃຫ້ ປະຊາຊົນລາວຫັນມາປູກພືດ, ລ້ຽງສັດ ເພື່ອສ້າງຣາຍໄດ້ ແລະ ຜລິດສະບຽງອາຫານ.
ປັດຈຸບັນມີປະຊາຊົນລາວ ບາງຄົນຕ້ອງໄປກູ້ຢືມເງິນເພື່ອມາລ້ຽງຊີພ ແລະຄອບຄົວນັ້ນໝາຍເຖີງການເພີ່ມພາຣະເພີ່ມຄວາມຫຍຸ້ງຍາກ ໃຫ້ກັບຄອບຄົວຂຶ້ນໄປອີກຣະດັບສະນັ້ນແລ້ວ ຣັຖບານລາວຕ້ອງຫຼຸດຜ່ອນຜົລກະທົບ ເລົ່ານີ້ເພື່ອຊ່ອຍເຫຼືອປະຊາຊົນລາວຢ່າງຈິງໃຈ.
ດັ່ງປະຊາຊົນລາວອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 8 ກໍຣະກະດານີ້ວ່າ:
“ຄັນເຮັດຫຍັງ ໄດ້ກາເຮັດແລ້ວເນາະທາງອອກ ມັນປະເທດໃດກາຢ່າຕ້ອງ ແມ່ນປູກຝັງໃຜກາຕ້ອງກິນ ຜັກກີນຫຍ້າຢູ່ຢ່າງຕໍ່າ ໃດແລ້ວບາງຄົນໜີ້ກາ ຫຼາຍລະຊິເຮັດແນວໃດລະຜູ້ໃດ ຢືມກາ ຕາຍໂລດ.”
ຂະນະທີ່ນັກວິຊາການ ດ້ານເສຖສາຕ-ສັງຄົມປະຈຳມຫາວິທຍາລັຍແຫ່ງຊາຕ ກ່າວວ່າຣັຖບານລາວມີແຜນການພັທນາ ທາງດ້ານເສຖກິຈ-ສັງຄົມແລະການເງິນຕາມທີ່ ສະພາແຫ່ງຊາຕໄດ້ຮັບຮອງເອົາແລ້ວນັ້ນ ຫຼັງຈາກນີ້ຣັຖບານລາວກໍຄວນເອົາໃຈໃສ່ ສືບຕໍ່ປະຕິບັດວຽກງານຕ່າງໆ ໃຫ້ເປັນຮູບປະທັມ ແລະສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ ເຫັນວ່າຣັຖບານລາວມີຄວາມ ພະຍາຍາມທີ່ຈະແກ້ໄຂບັນຫາຢ່າງເຕັມທີ່.
ແນວໃດກໍຕາມ ໂດຍທັດສະນະສ່ວນໂຕ ຍັງເຫັນວ່າການພັທນາເສຖກິຈ-ສັງຄົມ ແລະ ການເງິນຂອງຣັຖບານ ຈະຍັງມີຄວາມຫຍຸ້ງຍາກ ແລະທ້າທາຍຫຼາຍສົມຄວນເພາະຣັຖບານ ລາວຂາດເຂີນງົບປະມານຂະນະທີ່ວຽກງານ ແຕ່ລະດ້ານກໍຕ້ອງໃຊ້ງົບປະມານເປັນຈຳນວນຫຼາຍ.
ດັ່ງນັກວິຊາການດ້ານເສຖສາຕ-ສັງຄົມປະຈຳຢູ່ມຫາວິທຍາລັຍແຫ່ງຊາຕ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 8 ກໍຣະກະດານີ້ວ່າ:
“ໄດ້ຕາມລະດັບຄາດໝາຽ ນີ້ກາຍາກຫັ້ນແຫຼະ ບໍ່ມີໂຕກະຕຸ້ນເດ້ເວົ້າເຣື່ອງຣາຍຮັບ ບໍ່ມີການ ຜລິດເປັນສິນຄ້າແລ້ວ ກາພະຍາຍາມຄົ້ນຄ້ວາຊອກເບິ່ງ ງົບປະມານເຫັນຄວາມສຳຄັນແລ້ວ ກາເອົາໃຈໃສ່ຊ່ອຍ.”
ສຳລັບວຽກງານຂອງຣັຖບານ ທ້າຍປີ 2022 ນີ້ຈະສູ້ຊົນຈັດເກັບໃຫ້ໄດ້ 18,101 ຕື້ກີບ ແລະຄາດຄະເນ ຣາຍຮັບໝົດປີ 2022 ຈະໃຫ້ໄດ້ຕາມແຜນ ທີ່ສະພາຮັບຮອງຈຳນວນ 31,593 ຕື້ກີບ. ຈະສຳຣະໜີ້ສາທາຣະນະ ປີ 2022 ໃຫ້ໄດ້ຕາມແຜນການ ປະກອບມີແຜນການສຳຣະໜີ້ສິນ ພາຍໃນ ແລະຕ່າງປະເທດມີຈຳນວນທັງໝົດ 7,157 ຕື້ກີບ ແລະ 1,598 ລ້ານໂດລ້າຣ໌ສະຫະຣັຖ.
ນອກຈາກນີ້ຣັຖບານລາວ ຈະພະຍາຍາມປະຕິບັດ ນະໂຍບາຍຕ່າງໆ ຢ່າງເຂັ້ມງວດເປັນຕົ້ນ ການຕິດຕາມບັນດາໂຄງການ ພັທນາຕ່າງໆ ໃຫ້ມີຄວາມໂປ່ງໃສ, ການສະກັດກັ້ນ ແລະປາບປາມ ການສໍ້ຣາສບັງຫຼວງ ແລະການປະຕິຮູບ ວິສາຫະກິຈຊຶ່ງສົ່ງຜົລ ຕໍ່ການຈັດເກັບຣາຍຮັບ ຂອງປະເທດເກີດການຮົ່ວໄຫຼ, ການແກ້ໄຂ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນ, ການແກ້ໄຂບັນຫາ ຢາເສພຕິດ ແລະບັນຫາອື່ນໆ .