ກອງປະຊຸມສະພາ ປິດລົງແລ້ວ ແຕ່ບັນຫາຫຼາຍຢ່າງ ບໍ່ໄດ້ຮັບການແກ້ໄຂ

ສຸພັດຕາ
2023.07.18
ກອງປະຊຸມສະພາ ປິດລົງແລ້ວ ແຕ່ບັນຫາຫຼາຍຢ່າງ ບໍ່ໄດ້ຮັບການແກ້ໄຂ ເງິນກີບ ແລະ ສະກຸນເງິນຕ່າງປະເທດ.
ນັກຂ່າວ ພົລເມືອງ

ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ໄດ້ດໍາເນີນການປະຊຸມ ມາຕັ້ງແຕ່ວັນທີ 26 ມິຖຸນາ 2023 ເພື່ອພິຈາຣະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງປະເທດຊາຕ ແລະຮັບຟັງບົດຣາຍງານຕ່າງໆ ກ່ຽວກັບວຽກງານຂອງຣັຖບານ ໄລຍະ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023.

ຕອນນີ້ ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ເຊິ່ງດໍາເນີນມາເຖິງມື້ສຸດທ້າຍ ໂດຍມີທ່ານ ໄຊສົມພອນ ພົມວິຫານ ກັມມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາຕ ກ່າວປິດຢ່າງເປັນທາງການ ໃນມື້ວັນທີ 18 ກໍຣະກະດາ 2023 ນີ້ວ່າ:

“ສຸດທ້າຍນີ້ ຂ້າພະເຈົ້າ ຕາງໜ້າໃຫ້ກອງປະຊຸມ ສະພາແຫ່ງຊາຕ ໃນໂອກາດອັນສະຫງ່າຣາສີນີ້ ຂ້າພະເຈົ້າຂໍປະກາດ ປິດກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ. ຂໍຂອບໃຈ.”

ສໍາລັບກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ແມ່ນໄດ້ພິຈາຣະນາ ແລະຮັບຮອງເອົາບັນຫາສໍາຄັນ ພື້ນຖານຂອງປະເທດ ຣາຍລະອຽດດັ່ງນີ້:

  1. ວຽກງານຣັຖບານ ລວມ 11 ບົດຣາຍງານ ເປັນຕົ້ນ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ, ແຜນງົປມານແຫ່ງຣັຖ, ແຜນເງິນຕຣາ, ການແກ້ໄຂຄວາມຫຍຸ້ງຍາກ ທາງເສຖກິຈ-ການເງິນ, ບັນຫາຢາເສບຕິດ, ແຜນການ ແລະການຈັດສັນງົປມານ ໃຫ້ແກ່ໂຄງການລົງທຶນຂອງຣັຖ, ຮ່າງຍຸທສາດການພັທນາແຮ່ທາດ 10 ປີ, ຮ່າງຍຸທສາດຄຸ້ມຄອງນໍ້າ ແລະຊັພຍາກອນນໍ້າແຫ່ງຊາຕ ແລະອື່ນໆ.
  2. ພິຈາຣະນາ, ຮັບຮອງເອົາການອອກ ແລະປັບປຸງກົດໝາຍ ຮວມ 10 ສະບັບ ເປັນຕົ້ນ ຮ່າງກົດໝາຍວ່າດ້ວຍ ວຽກງານສາທາຣະນະສຸຂ, ຮ່າງກົດໝາຍວ່າດ້ວຍ ການຈັດຫາງານ, ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ, ຮ່າງກົດໝາຍດວ່າດ້ວຍ ເຍົາວະຊົນລາວ, ກົດໝາຍວ່າດ້ວຍ ທະນາຄານທຸຣະກິຈ, ກົດໝາຍວ່າດ້ວຍ ສັດນໍ້າ ແລະການປະມົງ, ກົດໝາຍວ່າດ້ວຍ ສັດປ່າ, ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະຜົລປໂຍດຂອງເດັກ ແລະກົດໝາຍວ່າດ້ວຍ ສານທະຫານ.
  3. ວຽກງານ ສານປະຊາຊົນສູງສຸດ ແລະອົງການໄອຍະການ ສານປະຊາຊົນ ສູງສຸດ 2 ບົດຄື:
    • ບົດຣາຍງານ ຂອງສານປະຊາຊົນ ສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸດຕິທັມ 2 ສະບັບ ຄື (1) ກົດໝາຍວ່າດ້ວຍ ສານປະຊາຊົນ ແລະ (2) ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ.
    • ບົດຣາຍງານຂອງໄອຍະການ ປະຊາຊົນ ສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸດຕິທັມ 2 ສບັບ ຄື (1) ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ (2) ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ.
  4. ວຽກງານສະພາແຫ່ງຊາຕ ກ່ຽວກັບການຈັດຕັ້ງ ແຜນການເຄື່ອນໄຫວ ວຽກງານ ໃນໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະທິດທາງແຜນການ 6 ເດືອນ ແຕ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຮອດກອງປະຊຸມສໄມ ສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9.
  5. ບົດປະກອບຄວາມເຫັນ ຂອງຄະນະປະຈໍາສະພາ ແຫ່ງຊາຕ ມີຈໍານວນ 8 ບົດ ເປັນຕົ້ນ ການຈັດຕັ້ງປະຕິ ແຜນພັທນາເສຖກິຈ-ສັງຄົມແຫ່ງຣັຖ, ແຜນງົບປະມານແຫ່ງຣັຖ, ແຜນເງິນຕຣາ 6 ເດືອນຕົ້ນປີ ແລະແຜນການ 6 ເດືອນທ້າຍປີ 2023, ການສເນີຂໍ້ດັດແກ້ແຜນງົບປະມານແຫ່ງຣັຖ ປີ 2023, ທິດທາງແຜນການລົງທຶນ ແລະຈັດສັນງົບປະມານ ການລົງທຶນຂອງຣັຖ ປີ 2024 ແລະຄວາມຄືບໜ້າ ການແກ້ໄຂຄວາມຫຍຸ້ງຍາກທາງເສຖກິຈ-ການເງິນ ແລະຄວາມຄືບໜ້າ ໃນການແກ້ໄຂບັນຫາຢາເສບຕິດ ແລະ
  6. ມະຕິຂອງກອງປະຊຸມ ສະພາແຫ່ງຊາຕ ລວມ 18 ສບັບ ປະກອບມີ ມະຕິຮັບຮອງເອົາບົດຣາຍງານ ຂອງຣັຖບານ 6 ສບັບ, ມະຕິຮັບຮອງເອົາບົດຣາຍງານ ຂອງສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ 1 ສະບັບ, ມະຕິຮັບຮອງເອົາບົດຣາຍງານ ຂອງສະພາແຫ່ງຊາຕ 1 ສະບັບ ແລະມະຕິຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບ.

ໃນມື້ປິດກອງປະຊຸມຄັ້ງນີ້ ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາຕ ແຂວງຈໍາປາສັກ ກໍໄດ້ປະກອບຄໍາຄິດເຫັນ ຕໍ່ກອງປະຊຸມເທື່ອນີ້ວ່າ ຢາກໃຫ້ຣັຖບານລາວ ເອົາຈິງເອົາຈັງ ໃນການແກ້ໄຂບັນຫາດ້ານເສຖກິຈ-ການເງິນ ເປັນຕົ້ນ ສະພາບເງິນເຟີ້, ເງິນກີບອ່ອນຄ່າ, ການນໍາໃຊ້ເງິນກີບ ແລະລາຄາສິນຄ້າແພງ ເນື່ອງຈາກບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ກັບປະຊາຊົນລາວຢ່າງໜັກມາຫຼາຍເດືອນແລ້ວ.

ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ຂ້າພະເຈົ້າ ຂໍມີຄວາມເຫັນ ໂດຍສະເພາະ ແມ່ນສະພາບການອ່ອນຄ່າ ຂອງເງິນກີບ ບັນຫາເງິນເຟີ້ ບັນຫາຂອງລາຄາສິນຄ້າ ເຊິ່ງຕົກຢູ່ໃນສະພາບ ທີ່ມີຄວາມຫຍຸ້ງຍາກ ພວກເຮົາຄວນວິເຄາະ ວິໄຈລະອຽດ ເພື່ອເຮັດແນວໃດ ໃຫ້ທັງບັນຫາເສຖກິຈ ຂອງພວກເຮົານີ້ ໄດ້ຖືກຈັດຕັ້ງປະຕິບັດ. ລະບຽບການກະມີ ກົດໝາຍກະມີ ນິຕິກັມ ກະມີ, ແຕ່ບໍ່ຖືກຈັດຕັ້ງປະຕິບັດ.”

ທ່ານສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ແຂວງສາຣະວັນ ກ່າວວ່າ ຢາກໃຫ້ອົງການກວດສອບ ແລະກວດກາແຫ່ງຣັຖ ກວດສອບນະໂຍບາຍ-ມາຕການແກ້ໄຂບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ເນື່ອງຈາກນະໂຍບາຍ-ມາຕການທີ່ກໍາລັງປະຕິບັດຢູ່ ໃນຕອນນີ້ ຖືກຕ້ອງເໝາະສົມ ຫຼືບໍ່ ຫາກບໍ່ຖືກຕ້ອງ ກໍຄວນໃຊ້ສິດ-ອໍານາດ ສັ່ງໃຫ້ຢຸດການປະຕິບັດ ນະໂຍບາຍ-ມາຕການດັ່ງກ່າວ ກ່ອນທີ່ຈະເຮັດໃຫ້ສະພາບ ເສຖກິຈ-ການເງິນ ຂອງປະເທດ ຕົກຕໍ່າໄປຫຼາຍກວ່ານີ້.

ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ຂ້າພະເຈົ້າກະເປັນຫ່ວງແຮ່ງວ່າ ການແກ້ໄຂບັນຫາເງິນເຟີ້ ໂດຍທີ່ເຮົາບໍ່ໄດ້ ປະຕິບັດມາຕການຢ່າງເຂັ້ມງວດ. ອັນນີ້ຢາກໃຫ້ເວົ້າຢູ່ໃນຮ່າງມະຕິ 6 ເດືອນທ້າຍປີ, ຂ້າພະເຈົ້າສເນີວ່າ ອົງການທີ່ມີສິດ ອໍານາດ ໂດຍສະເພາະ ແມ່ນອົງການກວດສອບ, ອົງການກວດກາ ໜ້າຈະເອົາວຽກຈໍານວນນີ້ ໄປກວດສອບ, ໄປກວດກາ ເບິ່ງ ຄວາມສອດຄ່ອງ ທາງດ້ານກົດໝາຍນີ້. ມັນຖືກຕ້ອງແລ້ວບໍ. ການແກ້ໄຂບັນຫາຄືແນວນີ້.”

ຂະນະທີ່ ຊາວລາວຈໍານວນນຶ່ງ ກໍເຫັນວ່າ ບໍ່ເຫັນນະໂຍບາຍ ຫຼືມາຕການໃດ ຂອງຣັຖບານລາວ ທີ່ຈະແກ້ໄຂບັນຫາເສຖກິຈ-ການເງິນໄດ້ຢ່າງເປັນຮູບປະທັມເທື່ອ ເພາະປັດຈຸບັນ ປະຊາຊົນລາວ ຍັງຕ້ອງພະເຊີນກັບຄ່າຄອງຊີບແພງ ທັງຄ່າອາຫານການກິນ, ຄ່ານໍ້າມັນ ແລະສິນຄ້າອື່ນໆ ນັບມື້ຈະແພງຂຶ້ນ ເຊິ່ງບໍ່ສອດຄ່ອງກັບລາຍຮັບ ຂອງປະຊາຊົນລາວ ຈົນສົ່ງຜົລກະທົບຕໍ່ການໃຊ້ຊີວິດ ປະຈໍາວັນຢ່າງໜັກ.

ດັ່ງເຈົ້າໜ້າທີ່ທ້ອງຖິ່ນຜູ້ນຶ່ງ ໃນແຂວງຫົວພັນ ກ່າວວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ກໍຣະກະດາ ນີ້ວ່າ:

“ປັດຈຸບັນ ຄ່າຄອງຊີບແພງເນາະ ແລ້ວກໍ ເງິນເດືອນ ກະຍັງຄືເກົ່າ ຊີ້ນ່າ ຖືວ່າ ໃຊ້ຈ່າຍຢ່າງມີສະຕິ ລະມັດລະວັງທີ່ສຸດເນາະ ເພາະວ່າ ແມ່ນຫຍັງກໍແພງ ແລ້ວເງິນເດືອນເຮົາ ລະບໍ່ຂຶ້ນເທື່ອ ຊີ້ຫັ້ນນ່າເນາະ ກະພົບຄວາມຫຍຸ້ງຍາກຫຼາຍ ຖ້າເຮົາຊິໃຊ້ຈ່າຍຄືເມື່ອກ່ອນຫັ້ນ ກະຊິບໍ່ກຸ້ມຫັ້ນນ່າ.”

ສ່ວນຊາວລາວອີກຜູ້ນຶ່ງ ໃນແຂວງຫຼວງນໍ້າທາ ກ່າວວ່າ ການແກ້ໄຂບັນຫາດ້ານເສຖກິຈ-ການເງິນ ຂອງຣັຖບານລາວ ບໍ່ມີປະສິດທິພາບສູງປານໃດ ແລະຢາກໃຫ້ຣັຖບານ ຊ່ອຍແກ້ໄຂບັນຫາຢ່າງຈິງຈັງ ແລະເຮັດໃຫ້ເປັນຮູບປະທັມ ເພາະປັດຈຸບັນ ຊາວບ້ານລໍາບາກຫຼາຍ ຍ້ອນສິນຄ້າຕ່າງໆ ປັບລາຄາແພງຂຶ້ນ ກະທົບຕໍ່ການດໍາເນີນຊີວິດ ຢ່າງໜັກ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເປັນໄປໄດ້ ກະຢາກສເນີຫັ້ນແຫຼະ ເວົ້າເຣື່ອງຄ່າຄອງຊີບ. ເຮົາມັນກະໜັກຫັ້ນແຫຼ້ວ ຄືຢູ່ທ້ອງຖິ່ນ ບາດນີ້ ຄ່າໃຊ້ຈ່າຍ ຊື້ກິນ ຊື້ຢາກແຕ່ລະມື້ອີກ ຊຸກຍູ້ຕື່ມແດ່ໂດຍ.”

ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຍ ຫຼື ADB ປະຈໍາລາວ ກ່າວຍອມຮັບວ່າ ສະພາບເສຖກິຈມະຫາພາກ ຂອງປະເທດລາວໃນປັດຈຸບັນ ຖືວ່າຂຍາຍໂຕຊັກຊ້າຫຼາຍ ເພາະນະໂຍບາຍ ແລະມາຕການແກ້ໄຂບັນຫາ ດ້ານເສຖກິຈ-ການເງິນ ຂອງຣັຖບານລາວນັ້ນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ບວກກັບ ຣັຖບານລາວ ມີຂໍ້ຈໍາກັດເຣື່ອງໜີ້ສິນ ສາທາຣະນະສູງ, ຄັງສໍາຮອງຢູ່ໃນລະດັບຕໍ່າ ຈຶ່ງເຮັດໃຫ້ການແກ້ໄຂບັນຫາຕ່າງໆ ມີຄວາມທ້າທາຍ ແລະຫຍຸ້ງຍາກ.

ບັນຫາດ້ານເສຖກິຈ-ການເງິນຕົກຕໍ່າ ຍັງສົ່ງຜົລກະທົບຕໍ່ປະຊາຊົນລາວ ທີ່ຈະຕ້ອງພະເຊີນກັບສະພາບເງິນເຟີ້, ເງິນກີບອ່ອນຄ່າ, ອັດຕຣາແລກປ່ຽນຜັນຜວນ ທັງໝົດ ມີຜົລເຮັດໃຫ້ຄ່າຄອງຊີບສູງຂຶ້ນ, ປະຊາຊົນລາວຕ້ອງຊື້ສິນຄ້າແພງຂຶ້ນ ແຕ່ລາຍຮັບຍັງເທົ່າເກົ່າ, ປະຊາຊົນຊື້ສິນຄ້າໜ້ອຍລົງ ຫຼືຊື້ສະເພາະ ຂອງໃຊ້ຈໍາເປັນເທົ່ານັ້ນ ເພື່ອປະຢັດເງິນທີ່ສຸດ, ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເສຖກິຈ ພາບລວມກະ ການຟື້ນໂຕຂອງລາວເຮົາ ກະຈະຊ້າໜ້ອຍນຶ່ງເນາະ ຍ້ອນປັດຈັຍ ຕໍ່ສະພາບຄ່ອງຂອງພາກຣັຖ ຍັງມີຂໍ້ຈໍາກັດ ການໄປການມາ ການຈັບຈ່າຍ ມັນກໍຈະຫຼຸດລົງ.”

ນອກຈາກນີ້ ຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນຄັ້ງນີ້ ຍັງມີສະມາຊິກສະພາ ແຫ່ງຊາຕ ອີກຫຼາຍທ່ານ ໄດ້ປະກອບຄວາມເຫັນ ກ່ຽວກັບວຽກງານ ຂອງແຜນການພັທນາເສຖກິຈ-ສັງຄົມ ແລະແຜນງົປມານ ແລະເງິນຕຣາ ຂອງຣັຖບານລາວ ໂດຍຂໍໃຫ້ຣັຖບານລາວຊ່ອຍເອົາໃຈໃສ່ ແລະຈັດຕັ້ງປະຕິບັດທຸກວຽກງານ ຢ່າງມີປະສິດທິພາບ ແລະປະສິດທິຜົລສູງສຸດ ເພື່ອເຮັດໃຫ້ແຜນການດັ່ງກ່າວ ບັນລຸໄປຕາມຄາດໝາຍ.

ໂດຍສະເພາະ ເຣື່ອງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສຖກິຈ-ການເງິນພາຍໃນລາວ, ບັນຫາໜີ້ສິນສາທາຣະນະ, ບັນຫາເງິນເຟີ້ທີ່ເພີ່ມສູງຂຶ້ນ, ການຄຸ້ມຄອງເງິນຕຣາ ທີ່ບໍ່ທັນຮັດກຸມ, ການຈັດສັນງົປມານຊັກຊ້າ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ຍັງບໍ່ທັນປະຕິບັດໄດ້ຕາມເປົ້າໝາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ.

ຂະນະທີ່ຣັຖບານລາວ ເຄີຍໃຫ້ຄໍາໝັ້ນສັນຍາ ວ່າ ໃນປີ 2023 ນີ້ ຈະພຍາຍາມແກ້ໄຂບັນຫາ ແລະຄວບຄຸມອັດຕຣາເງິນເຟີ້ ໃຫ້ຢູ່ໃນລະດັບບໍ່ເກີນ 9% ແຕ່ອີງຕາມຣາຍງານ ຂອງທະນາຄານແຫ່ງຊາຕລາວ ເດືອນມິຖຸນາ ປີ 2023 ນີ້ ອັດຕຣາເງິນເຟີ້ໃນລາວ ຢູ່ໃນລະດັບ 28.64%.

ນອກຈາກບັນຫາເສຖກິຈ-ການເງິນແລ້ວ ສະມາຊິກສະພາແຫ່ງຊາຕ ຫຼາຍທ່ານ ກໍຍອມຮັບວ່າ ການອະນຸຍາດ ໃຫ້ບໍຣິສັດທັງພາຍໃນ ແລະຕ່າງປະເທດ ເຂົ້າມາຂຸດຄົ້ນບໍ່ແຮ່ ເປັນຈໍານວນຫຼາຍນັ້ນ ໄດ້ສ້າງຄວາມເສັຍຫາຍ ຢ່າງໜັກ ຕໍ່ຊັພຍາກອນທັມມະຊາຕ, ສັດປ່າ, ແລະປະຊາຊົນລາວ ຂະນະດຽວກັນ ຜົລປໂຍດທີ່ໄດ້ຮັບມານັ້ນ ພັດບໍ່ກຸ້ມຄ່າ ກັບຊັພຍາກອນທີ່ເສັຍໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.