ສະພາແຫ່ງຊາຕ ເປີດປະຊຸມ ພິຈາຣະນາ ຮ່າງກົດໝາຍ, ບັນຫາອື່ນໆ
2023.10.31
ສະພາແຫ່ງຊາຕ ເປີດກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ລະຫວ່າງວັນທີ 31 ຕຸລາ ຫາ ວັນທີ 21 ພຶສຈິກາ 2023 ລວມໄລຍະ ການດຳເນີນກອງປະຊຸມ 16 ມື້ບໍ່ລວມວັນພັກຣັຖການ ເພື່ອພິຈາຣະນາຮັບຮອງເອົາ ການສ້າງ-ປັບປຸງກົດໝາຍ, ແນວທາງໃນການແກ້ໄຂບັນຫາສຳຄັນຕ່າງໆ ອີກຫຼາຍຢ່າງລວມທັງໝົດ 18 ສະບັບ.
ດັ່ງ ດຣ. ໄຊສົມພອນ ພົມວິຫານ ກັມມະການກົມການເມືອງ ສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາຕ ກ່າວເປີດກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 31 ຕຸລາ ນີ້ວ່າ.
“ໃນໂອກາດອັນສະງ່າລາສີນີ້ ໃນນາມກອງປະຊຸມຂ້າພະເຈົ້າ ຂໍປະກາດໄຂກອງປະຊຸມສໄມສາມັນ ເທື່ອທີ່ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ມື້ນີ້ເປັນຕົ້ນໄປ. ຂໍຂອບໃຈ.”
ສໍາລັບມະຕິກອງປະຊຸມ ສະພາແຫ່ງຊາຕທັງໝົດ 18 ສະບັບ ຈະປະກອບມີມະຕິຮອງຮັບເອົາ ວຽກງານຂແນງການຕ່າງໆ ເຊັ່ນມະຕິຮັບເອົາບົດຣາຍງານ ຂອງຣັຖບານ ແລະ ວາຣະແຫ່ງຊາຕ ຈຳນວນ 4 ສະບັບ, ມະຕິຮອງຮັບເອົາບົດຣາຍງານ ການປະເມີນຜົລການຈັດຕັ້ງປະຕິບັດ ກົດໝາຍຂົງເຂດປ້ອງກັນຊາຕ-ປ້ອງກັນຄວາມສງົບ ຈຳນວນ 1 ສະບັບ, ມະຕິຮອງຮັບເອົາບົດຣາຍງານ ຂອງສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ ຈຳນວນ 2 ສະບັບ, ມະຕິຮັບຮອງ ເອົາບົດຣາຍງານອົງການກວດສອບແຫ່ງຣັຖ ແລະ ອົງການກວດກາ ແຫ່ງຣັຖຈຳນວນ 2 ສະບັບ, ມະຕິຮັບຮອງເອົາບົດຣາຍງານ ຂອງສະພາແຫ່ງຊາຕ ຈຳນວນ 1 ສະບັບ ແລະ ມະຕິຮັບຮອງເອົາ ກົດໝາຍຈໍານວນ 8 ສະບັບ.
ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ຂອງລາວກໍໄດ້ຂຶ້ນກ່າວຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ວ່າໃນໄລຍະເຄິ່ງສໄມ ຜ່ານມາເສຖກິຈຂອງປະເທດລາວ ສືບຕໍ່ຂຍາຍໂຕ ຢ່າງຕໍ່ເນື່ອງ ແລະ ສຳລັບປີ 2023 ນີ້ຄາດວ່າ ຈະບັນລຸໄດ້ 4.2% ຕາມແຜນການແມ່ນ 4.5% ຍ້ອນການອ່ອນຄ່າ ຂອງເງິນກີບ. ລວມຍອດຜລິດຕະພັນ ຫຼື GDP ຕໍ່ ຫົວຄົນມີທ່າອ່ຽງຫຼຸດລົງ ຄາດວ່າໃນປີ 2023 ນີ້ຈະໄດ້ 1,824 ໂດລ້າຣ໌ສະຫະຣັຖ, ລວມຍອດລາຍໄດ້ແຫ່ງຊາຕ ຫຼື GNI ຕໍ່ຫົວຄົນໃນປີ 2023 ຄາດວ່າຈະບັນລຸໄດ້ 1,712 ໂດລ້າຣ໌ສະຫະຣັຖ. ຣັຖບານໄດ້ສືບຕໍ່ປະຕິບັດລາຍຈ່າຍງົບປະມານດ້ວຍຈິດໃຈ ປະຢັດ ແລະ ຮັບປະກັນການເບີກຈ່າຍ ທີ່ຈຳເປັນໄດ້ຕາມປົກກະຕິ ເປັນຕົ້ນເງິນເດືອນ, ເງິນນະໂຍບາຍ, ການສຳຣະໜີ້ສິນພາຍໃນ ແລະ ຕ່າງປະເທດ. ໃນນີ້ງົບປະມານປີ 2021 ແລະປີ 2022 ສາມາດປະຢັດລາຍຈ່າຍ ຈຳນວນນຶ່ງທີ່ບໍ່ຈຳເປັນເຊິ່ງໄດ້ເຮັດໃຫ້ ມູນຄ່າການຂາດດຸນງົບປະມານ ມີທ່າອ່ຽງຫຼຸດລົງ. ສິ່ງສຳຄັນຣັຖບານ ໄດ້ຕົກລົງເພີ່ມເງິນອຸດໜູນ ຄ່າຄອງຊີບໃຫ້ພະນັກງານຣັຖກອນ, ພະນັກງານບຳນານ, ພະນັກງານເສັຍອົງຄະ ທີ່ມີເງິນເດືອນຕໍ່າກ່ວາ 1,700,000 ກີບ ແລະ ນະໂຍບາຍອື່ນໆ .
ດັ່ງ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີກ່າວໃນຕອນນຶ່ງວ່າ:
“ຄວາມພະຍາຍາມຕັ້ງໜ້າຂອງຣັຖບານ ໃນການແກ້ໄຂບັນຫາ ລວມຂອງຊາຕ ຈຶ່ງເຮັດໃຫ້ເສຖກິຈ ຂອງປະເທດເຮົາສືບຕໍ່ ຂຍາຍໂຕ ແລະ ສາມາດປະຄັບປະຄອງເສຖກິຈ ບໍ່ໃຫ້ຕົກເຂົ້າສູ່ວິກິດ ຢ່າງໜັກໜ່ວງ. ຮັກສາໄດ້ ສະຖຽນຣະພາບ ດ້ານການເມືອງ ອັນໜັກແໜ້ນ ສັງຄົມມີຄວາມສງົບ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.”
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ປະເທດລາວສາມາດຫຼຸດພົ້ນ ຈາກຄວາມທຸກຍາກແລ້ວ 976,644 ຄອບຄົວ, ຄິດເປັນ 79.12%. ບ້ານພົ້ນທຸກ 5,438 ບ້ານ, ຄິດເປັນ 64.72%. ເມືອງພົ້ນທຸກ 64 ເມືອງ, ຄິດເປັນ 43.24%.
ເຖິງວ່າຣັຖບານລາວ ຈະມີຄວາມພະຍາຍາມ ຢ່າງຕໍ່ເນື່ອງ ແຕ່ບາງດ້ານຍັງບໍ່ທັນຮັບປະກັນ ທາງດ້ານປະຣິມານ ແລະ ຄຸນນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຍັງຊັກຊ້າ ເຮັດໃຫ້ມາຮອດປັດຈຸບັນທົ່ວປະເທດ ຍັງມີຄອບຄົວທຸກຍາກ 257,670 ຄອບຄົວ, ຄິດເປັນ 20.87%. ບ້ານທຸກຍາກ 2,964 ບ້ານ, ຄິດເປັນ 35.27%. ເມືອງທຸກຍາກ 84 ເມືອງ, ຄິດເປັນ 56,75% ເຊິ່ງເປັນສິ່ງທ້າທາຍ ຕໍ່ການບັນລຸຄາດໝາຍ ທີ່ສະພາແຫ່ງຊາຕຮັບຮອງ ໃນແຜນ 5 ປີ ຄັ້ງທີ 9 ແລະ ແຜນປະຈຳປີ 2023.
ໃນຂະນະທີ່ປະຊາຊົນລາວ ສ່ວນຫຼາຍຕ່າງສະແດງຄວາມຄິດຄວາມເຫັນ ຜ່ານສື່ສັງຄົມອອນລາຍນ໌ ເພື່ອສະທ້ອນບັນຫາ ແລະຢາກໃຫ້ຣັຖບານລາວ ເຄັ່ງຮ້ອນໃນການແກ້ໄຂບັນ ຫາຕ່າງໆ ໂດຍສະເພາະເຣື່ອງຂອງຄ່າຄອງຊີບ, ເງິນກີບອ່ອນຄ່າ, ອັດຕຣາແແລກປ່ຽນເງິນຕຣາ ຕ່າງປະເທດ ທີ່ຍັງເໜັງຕີງເຊິ່ງໄດ້ສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ຢ່າງໜັກໜ່ວງໃນໄລຍະ 1-2 ປີມານີ້.
ຊາວລາວຜູ້ນຶ່ງ ໃນເມືອງປາກລາຍແຂວງໄຊຍະບູຣີ ກ່າວວ່າເມືອງທີ່ມີຊາຍແດນຕິດກັບປະເທດໄທຍ ກໍຍັງນໍາເຂົ້າສິນຄ້າ ຈາກໄທຍເຂົ້າມາຂາຍກັນຢ່າງຫຼວງຫຼາຍ ຄືເກົ່າບໍ່ເຫັນມາຕການຫຼຸດຜ່ອນ ການນຳເຂົ້າຕາມແນວທາງແກ້ໄຂ ຂອງຣັຖບານ ເທື່ອສ່ວນສິນຄ້າທີ່ນຳເຂົ້າມາຂາຍ ໃນລາວ ກໍຕີລາຄາເປັນເງິນບາທທັງໝົດ, ບາງຂົງເຂດແຮງໜັກໜ່ວງເພາະມີການ ຊື້-ຂາຍ ສິນຄ້າກັນດ້ວຍເງິນບາທ ເລີຍສະນັ້ນຈຶ່ງຢາກໃຫ້ຣັຖບານລາວ ຈິງຈັງ ໃນການແກ້ໄຂບັນຫາ.
ດັ່ງປະຊາຊົນລາວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແກ້ໄຂຂອງຣັຖບານ ກາຄືແບບປະຕິບັດບໍ່ໄດ້ແບບຄຸມລາຄາບໍ່ໄດ້ ສ່ວນຫຼາຍຍັງເອົາເຄື່ອງໄທຍມາຂາຍຍັງຂາຍ ເປັນລາຄາໄທຍ ເລີຍນ່າ. ບໍ່ເອົາເງິນກີບລາວເລີຍນ່າ ຈະເອົາແຕ່ເງິນບາທໄທຍ ສ່ວນຫຼາຍແຖວແກ່ນທ້າວ ແຖວນັ້ນແຮງມີແຕ່ເງິນບາທເລີຍ.”
ຊາວລາວອີກຜູ້ນຶ່ງ ໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວວ່າ ຢາກໃຫ້ສະພາແຫ່ງຊາຕ ຊ່ອຍແກ້ໄຂບັນຫາ ເສຖກິຈ-ການເງິນ ພາຍໃນປະເທດໃຫ້ດີຂຶ້ນ ໂດຍໄວເພາະປັດຈຸບັນ ປະຊາຊົນລາວມີຊີວິດລຳບາກຫຼາຍ ເນື່ອງຈາກລາຄາສິນຄ້າ ອຸປະໂພກ-ບໍຣິໂພກ ແພງຂຶ້ນແຕ່ລາຍໄດ້ ຂອງປະຊາຊົນພັດຍັງຄືເກົ່າ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫາງສຽງສັງຄົມກໍເວົ້າເຣື່ອງເສຖກິຈນີ້ ກາມີຄວາມຫຍຸ້ງຍາກຫຼາຍ ຕໍ່ກັບບັນດາສິນຄ້າຕ່າງໆເນາະ. ໂຕນີ້ມັນເປັນຫຼັກໃຫ້ເຂົາ (ສະພາແຫ່ງຊາຕ) ມັນເປັນແນວໃດຫັ້ນນ່າ.”
ຊາວລາວອີກຜູ້ນຶ່ງ ໃນເມືອງຄົງເຊໂດນ ແຂວງສາຣະວັນ ກ່າວວ່າ ຢາກໃຫ້ສະພາແຫ່ງຊາຕ ແກ້ໄຂບັນຫາເຣື່ອງປາກທ້ອງ ຂອງປະຊາຊົນລາວ ໃຫ້ມີຢູ່ມີກິນຢ່າງພຽງພໍ ເຊັ່ນການຈັດສັນທີ່ດິນ ໃຫ້ກັບຊາວບ້ານ ໄດ້ທຳມາຫາກິນ, ປູກພືດ, ລ້ຽງສັດ ແລະ ເຮັດການກະເສດອື່ນໆ ເນື່ອງຈາກປະຊາຊົນລາວຫຼາຍພື້ນທີ່ ໄດ້ຮັບຜົລກະທົບຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຢ່າງໜັກໃນໄລຍະຫຼາຍປີມານີ້ ເຮັດໃຫ້ຜົລຜລິດ ທາງການກະເສດ ບໍ່ພໍກຸ້ມກິນຕລອດທັງປີ.
ດັ່ງຊາວລາວຜູ້ນີ້ ກ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກາຄືເວົ້າແລ້ວ. ຄັນເວົ້າເຣື່ອງແກ້ນີ້ ກາຢາກໃຫ້ເພິ່ນຊ່ອຍເຫຼືອ ທາງດ້ານສະບຽງອາຫານນີ້ ແລ້ວເວົ້າແລ້ວອາຫານການກິນນີ້ແຫຼະ ຄືທາງບ້ານພໍ່ກາຍາກແດ່ໄດ໋ ບໍ່ໄດ້ມີເຂົ້າກິນ ບາງຄົນກາບໍ່ກຸ້ມສໍ່ານ່າ ເນື້ອທີ່ກາໜ້ອຍ ກາບໍ່ກຸ້ມສໍ່າແລ້ວ.”
ສໍາລັບກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ຄັ້ງນີ້ ຈະໄດ້ພິຈາຣະນາຮັບຮອງບັນດາເນື້ອໃນ ທີ່ສຳຄັນເປັນຕົ້ນບົດຣາຍງານ ໂດຍສັງເຂບຂອງທ່ານ ນາຍົກຣັຖມົນຕຣີ ກ່ຽວກັບສະພາບການເຄື່ອນໄຫວ ວຽກງານພົ້ນເດັ່ນກາງສໄມ ແລະ ແຜນການທ້າຍສໄມ, ການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການປະ ຈຳປີ 2024 ບົດຣາຍງານ ການຈັດຕັ້ງປະຕິບັດ ແຜນພັທນາເສຖະກິຈ-ສັງຄົມ ກາງສໄມ ແລະ ທິດທາງແຜນການທ້າຍສໄມ, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການປະຈຳປີ 2024 ຂອງ ຣັຖບານ.
ບົດຣາຍງານ ການຈັດຕັ້ງປະຕິບັດແຜນເງິນຕຣາ ປະຈໍາປີ 2023 ແລະ ແຜນການປະຈຳປີ 2024 ຂອງຣັຖບານ. ບົດສຣຸບຕີລາຄາ ການຈັດຕັ້ງປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ ໄລຍະ 3 ປີຜ່ານມາ (2021-2023).
ບົດສຣຸບຕີລາຄາ ການຈັດຕັ້ງປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ພິຈາຣະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 8 ສະບັບ; ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບຄື ຮ່າງກົດໝາຍວ່າດ້ວຍເຂດເສຖກິຈພິເສດ ແລະ ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂພາບ ຂັ້ນຕົ້ນ; ກົດໝາຍປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍລະບົບການຊຳລະ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມ ກວດກາ ຂອງສະພາແຫ່ງຊາຕ ແລະ ສະພາປະຊາຊົນ ຂັ້ນແຂວງ ແລະບົດຣາຍງານປະເມີນຜົລ ຄວາມໄວ້ວາງໃຈ ການປະຕິບັດໜ້າທີ່ ວຽກງານຂອງບຸກຄະລາກອນ ທີ່ ສະພາແຫ່ງຊາຕ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.