ການສັມປະທານ ດິນຣັຖ ທີ່ບໍ່ມີການພັທນາ ຍັງເປັນບັນຫາໃຫຍ່
2022.06.23

ການປ່ອຍເຊົ່າ-ສັມປະທານທີ່ດິນຣັຖ ແຕ່ບໍ່ມີການພັທນາ ໄດ້ກາຍມາເປັນບັນຫາສໍາຄັນ ຂອງປະເທດ ເພາະເຮັດໃຫ້ຣັຖບານລາວ ສູນເສັຍຜົລປະໂຫຍດ ຍ້ອນບໍ່ສາມາດເກັບພາສີ-ອາກອນນໍາໄດ້ ແລະຍັງຖ່ວງເວລາ ຂອງແຜນພັທນາເສຖກິຈ-ສັງຄົມ ອີກນໍາດ້ວຍ.
ກ່ຽວກັບເຣື່ອງນີ້ ທ່ານ ບົວຄໍາ ຫຼວງອາໄພ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 10 ແຂວງວຽງຈັນ ກໍໄດ້ຍົກເອົາບັນຫານີ້ ທວງຖາມຕໍ່ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແລະສະພາແຫ່ງຊາດ ເຖິງແນວທາງແກ້ໄຂ ທີ່ເປັນຮູບປະທັມ ເປັນຕົ້ນ: ການປ່ອຍເຊົ່າ-ສັມປະທານເດີ່ນບິນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໃຫ້ກັບນັກລົງທຶນຊາວຈີນ ປັດຈຸບັນ ກໍຍັງບໍ່ພັທນາຫຍັງ.
ດັ່ງທ່ານ ບົວຄໍາ ຫຼວງອາໄພ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 10 ແຂວງວຽງຈັນ ກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ່ 9 ໃນມື້ວັນທີ່ 20 ມິຖຸນາ ນີ້ວ່າ:
“ຂ້າພະເຈົ້າ ຢາກຍົກໂຕຢ່າງ ຄື ໂຄງການ ໃຫ້ສັມປະທານທີ່ດິນ ຢູ່ເຂດເມືອງວັງວຽງ ໂດຍສະເພາະແມ່ນ ເດີ່ນບິນເນາະ ເຂົາລ້ອມຮົ້ວໄວ້ຢູ່ຫັ້ນແຫຼະ ຫຼາຍປີແລ້ວເດ້ ໂຄງການບໍ່ເກີດ ບໍ່ເງີຍ ຊິມີມາຕການ ແກ້ໄຂແນວໃດເນາະ.”
ໃນມື້ວັນທີ່ 15 ກຸມພາ 2018 ຣັຖບານລາວ ໄດ້ອະນຸຍາດ ໃຫ້ບໍຣິສັດ Lao Yinjin Group ຂອງນັກລົງທຶນຈີນ ເຂົ້າມາສັມປະທານເດີ່ນບິນເກົ່າ ຢູ່ເມືອງວັງວຽງ ໃນເນື້ອທີ່ 16.24 ເຮັກຕ້າຣ໌ ເພື່ອພັທນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໃນນັ້ນ ຈະມີໂຮງແຮມ 5 ດາວ, ໂຮງໝໍທັນສໄມ, ຮ້ານຄ້າຕ່າງໆ ແລະກາສິໂນ ມູນຄ່າການລົງທຶນ 200 ລ້ານໂດລ້າຣ໌ສະຫະຣັຖ ແລະມີກໍານົດຈະສ້າງສໍາເຣັດ ໃນປີ 2021.
ພາຍຫຼັງທີ່ຣັຖບານລາວ ໃຫ້ສັມປະທານເດີ່ນບິນໄປແລ້ວ ທາງການແຂວງວຽງຈັນ ກໍໃຫ້ຊາວບ້ານໃນພື້ນທີ່ ທີ່ເປີດຮ້ານຂາຍເຄື່ອງຍ່ອຍ ແລະຕລາດສົດ 1 ແຫ່ງ ໂຍກຍ້າຍອອກໄປຂາຍເຄື່ອງຢູ່່ບ່ອນໃໝ່ ເຊິ່ງຊາວບ້ານ ກໍພາກັນອຸກອັ່ງໃຈຫຼາຍໃນເວລານັ້ນ ເພາະບໍ່ຮູ້ວ່າ ຈະຍ້າຍໄປຂາຍເຄື່ອງຢູ່ໃສ.
ປັດຈຸບັນ ເຖິງວ່າ ໂຄງການພັທນາແຫຼ່ງທ່ອງທ່ຽວຄົບວົງຈອນ ຈະຍັງບໍ່ທັນໄດ້ຮັບການພັທນາໃດໆ ແຕ່ບໍຣິສັດຜູ້ພັທນາໂຄງການ ກໍໄດ້ເອົາສັງກະສີ ມາອ້ອມເຂດດັ່ງກ່າວໄວ້ໝົດແລ້ວ ໂດຍບໍ່ໃຫ້ຊາວບ້ານໃນພື້ນທີ່ ເຂົ້າໄປໃນເຂດສັມປະທານດັ່ງກ່າວ ເຊິ່ງສ້າງຜົລກະທົບຕໍ່ຊາວບ້ານ ແລະນັກທ່ອງທ່ຽວໜັກເຊັ່ນດຽວກັນ.
ດັ່ງຊາວລາວ ຄົນນຶ່ງ ທີ່ອາສັຍຢູ່ໃນເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 23 ມິຖຸນາ ນີ້ວ່າ:
“ເອີ່ ຢູ່ໃນເດີ່ນຍົນນີ້ລະ ແມ່ນອ້ອມໝົດ ເບິ່ງໄປ ຟັງໄປຈັ່ງຊັ້ນແຫຼະ ມັນບໍ່ໄດ້ມີແຕ່ເຮົາເນາະ ມັນກະເດືອດຮ້ອນໄປໝົດທີບ ພວກບ້ານພັກ ຢູ່ໃນຕີນເດີ່ນຢູ່ຝາກນັ້ນ ເຂົາກະຕັດໜ້າຮ້ານ ໜ້າເຮືອນເຂົາ ບໍ່ມີທາງເຂົ້າ ບໍ່ມີທາງທຽວ ເຂົາອັດໝົດແລ້ວ ມັນຊິສູ້ປາກ ສູ້ສຽງນໍາເຂົາໄດ້.”
ແຂວງອັດຕະປື ກໍເປັນອີກ 1 ແຂວງ ທີ່ໄລຍະຜ່ານມາ ທາງການໄດ້ປ່ອຍເຊົ່າ-ສັມປະທານທີ່ດິນຣັຖ ໃຫ້ກັບນັກລົງທຶນ ທັງພາຍໃນແລະຕ່າງປະເທດ ເປັນຈໍານວນຫຼາຍເຮັກຕ້າຣ໌ ບາງພື້ນທີ່ ກໍມີຜົລກະທົບຕໍ່ສັງຄົມຢ່າງໜັກ ເພາະເຮັດໃຫ້ຊາວບ້ານ ຕ້ອງຖືກໂຍກຍ້າຍອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ກັບໂຄງການພັທນາເຫຼົ່ານັ້ນ ເປັນຕົ້ນ: ໂຄງການລ້ຽງສັດຊະນິດຕ່າງໆ ຜ່ານໄປ 2-3 ປີ ກໍຍັງບໍ່ມີການພັທນາໃດໆ ກໍຈໍາເປັນຕ້ອງໄດ້ຍົກເລີກສັນຍາສັມປະທານ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 23 ມິຖຸນາ ນີ້ວ່າ:
“ກະມີ ມີຢູ່ ຂອງຄົນລາວ ຫວ່າງນຶ່ງນີ້ ກະໂຕເຂົາສັມປະທານ ເພື່ອລ້ຽງສັດນີ້ແຫຼະ ພວກລ້ຽງງົວ ລ້ຽງຫຍັງ ແຕ່ວ່າ ບໍ່ໄດ້ເຮັດ ໄດ້ຮັບການພັທນາອິຫຍັງ ກະຍົກເລີກຫວ່າງກີ້ ປະມານ 50 ເຮັກຕ້າຣ໌ເດ້.”
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຈໍາປາສັກ ກ່າວວ່າ ປັດຈຸບັນ ພາຍໃນແຂວງ ມີທີ່ດິນບໍ່ຕໍ່າກວ່າ 10 ພັນເຮັກຕ້າຣ໌ ຖືກເຊົ່າ-ສັມປະທານໄປແລ້ວ ໂດຍນັກລົງທຶນຊາວວຽດນາມ ແລະລາວ ທີ່ເຂົ້າມາລົງທຶນທໍາການກະເສຕ ເປັນຕົ້ນ: ປູກ ຢາງພາຣາ, ອ້ອຍ, ມັນຕົ້ນ ແລະກ້ວຍ.
ບາງໂຄງການ ດໍາເນີນທຸຣະກິຈໄປແລ້ວ ແຕ່ບໍຣິຫານຂາດທຶນ ກໍໄດ້ໂຈະໂຄງການໄປກໍມີ ຫຼືບາງໂຄງການ ສັມປະທານທີ່ດິນໄປແລ້ວ ແຕ່ບໍ່ພັທນາຫຍັງ ກໍຈະຍົກເລີກສັນຍາສັມປະທານ, ແຕ່ຢ່າງໃດກໍໍຕາມ ຍັງຕ້ອງໄດ້ຕິດຕາມກວດກາ ຢ່າງລະອຽດ.
ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 23 ມິຖຸນາ ນີ້ວ່າ:
“ກະມີ ກະມີຫຼາຍຢູ່ ສັມປະທານໄປແລ້ວ ມັນກະແບບວ່າ ມັນບໍ່ຄຸ້ມຄ່າ ຫຼືວ່າ ຂາດທຶນ ອິຫຍັງຕ່າງໆຫັ້ນນ່າ ບໍຣິສັດທີ່ເຄີຍ ສັມປະທານມາແລ້ວ ແລ້ວເຂົາບໍ່ມີການພັທນາຫັ້ນນ່າ ແມ່ນຈະຍົກເລີກສັນຍາ.”
ກ່ຽວກັບເຣື່ອງນີ້ ທ່ານຈັນທະເນດ ບົວລະພາ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກ່າວວ່າ ປັດຈຸບັນ ທົ່ວປະເທດລາວ ມີຈໍານວນໂຄງການ ເຊົ່າ-ສັມປະທານທີ່ດິນ ທັງໝົດ 2,045 ໂຄງການ ກວມເອົາເນື້ອທີ່ ປະມານ 927,457 ເຮັກຕ້າຣ໌ ແຕ່ເນື້ອທີ່ ນໍາໃຊ້ໂຄງການໂຕຈິງ ມີພຽງແຕ່ 582,320 ເຮັກຕ້າຣ໌ ນັ້ນໝາຍເຖິງວ່າ ມີເນື້ອທີ່ສັມປະທານຫຼາຍກວ່າ 345,137 ເຮັກຕ້າຣ໌ ຍັງບໍ່ໄດ້ຮັບການພັທນາໃດໆ.
ຜ່ານມາ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກໍໄດ້ມອບໝາຍໃຫ້ເຈົ້າໜ້າທີ່ຂັ້ນສູນກາງ ແລະແຂວງຕ່າງໆ ເລັ່ງດໍາເນີນການ ຕິດຕາມກວດກາ ຫາກເຫັນວ່າ ໂຄງການໃດ ເຊົ່າ-ສັມປະທານທີ່ດິນໄປແລ້ວ ແຕ່ບໍ່ພັທນາ ກໍໃຫ້ຍົກເລີກສັນຍາທັນທີ.
ດັ່ງທ່ານຈັນທະເນດ ບົວລະພາ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ່ 9 ໃນມື້ວັນທີ່ 20 ມິຖຸນາ ນີ້ວ່າ:
“ສໍາລັບການເຊົ່າສັມປະທານທີ່ດິນນີ້ເນາະ ກະມີແຕ່ແຕ່ງຕັ້ງຄະນະສະເພາະ ກະໄດ້ລິເລີ່ມກວດກາເນາະ ທີ່ຕິດພັນກັບ ບ່ອນໃດ ມີເບາະແສ ມີບັນຫາ ກ່ຽວກັບທີ່ດິນນີ້ ເພື່ອກວດເຊັກ ວ່າ ການສັມປະທານ ການລຸກລໍ້າເນື້ອທີ່ ນອກກອບທີ່ ອະນຸຍາດໃຫ້ຫັ້ນ.”
ຈາກບັນຫາ ການປ່ອຍເຊົ່າ-ສັມປະທານທີ່ດິນຣັຖ ແຕ່ບໍ່ມີການພັທນານັ້ນ ຍັງມີສ່ວນພົວພັນ ກັບເຈົ້າໜ້າທີ່ຣັຖບາງຄົນ ທີ່ເຂົ້າມຂ່າຍການສໍ້ຣາສບັງຫຼວງ ຍ້ອນພາກັນ ສວຍໃຊ້ຕໍາແໜ່ງ ແລະໜ້າທີ່ຂອງຕົນ ຈັບຈອງ ຍຶດຄອງເອົາທີ່ດິນຫຼວງ ໄປເປັນກໍາມະສິດຂອງຕົນເອງ ແລ້ວນໍາໄປປ່ອຍເຊົ່າ-ສັມປະທານ ແບບບໍ່ມີກໍານົດກົດເກນ ແລະຍັງຮັບເອົາສິນບົນ ເພື່ອເປີດໂອກາດໃຫ້ນັກລົງທຶນ ມາເຊົ່າ-ສັມປະທານທີ່ດິນຣັຖ ແບບບໍ່ຕ້ອງຈ່າຍພາສີ-ກອນ ໃຫ້ກັບຣັຖ.
ຂະນະທີ່ ທ່ານ ສອນໄຊ ສີພັນດອນ ເຄີຍກ່າວໄວ້ ໃນກອງປະຊຸມສໄມສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ເມື່ອຕົ້ນປີ 2022 ຜ່ານມາວ່າ ຣັຖບານລາວ ຈະຍັງສືບຕໍ່ ການຫັນໜີ້ເປັນທຶນ ດ້ວຍຮູບແບບ ການປ່ອຍເຊົ່າ-ສັມປະທານທີ່ດິນຣັຖ ເພື່ອທໍາການກະເສດ ໂດຍຣັຖ ຈະນໍາເອົາເງິນທີ່ໄດ້ຈາກການເຊົ່າ-ສັມປະທານທັງໝົດ ໄປຊໍາລະໜີ້ສິນສາທາຣະນະ ຂອງປະເທດ.