ຊາວບ້າວ 17 ຄົນ ຢູ່ໄຊສົມບູນ ຖືກຈັບຂໍ້ຫາ ລັກຂຸດຄຳ
2022.06.10

ຕໍາຣວດແຂວງໄຊສົມບູນ ໄດ້ປ່ອຍປະຊາຊົນລາວ 17 ຄົນທີ່ເຂົ້າໄປລັກຂຸດຄໍາ ຢູ່ເຂດຍອດນໍ້າເວ້, ບ້ານນໍ້າຍອນ ເມືອງອະນຸວົງ ໃນມື້ວັນທີ 2 ມິຖຸນານີ້ ພາຍຫລັງທີ່ໄດ້ຖືກຈັບມາ ໄດ້ເກືອບໜຶ່ງສັບປະດາ ເພື່ອສຶກສາອົບຮົມ.
ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແຂວງໄຊສົມບູນ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິຖຸນານີ້.
“ມີຄົນໄປລັກຂຸດຄົ້ນຢູ່ເຂດຂະເຈົ້າສໍາປະທານຫັ້ນ ຈາກນັ້ນເພິ່ນກະແຕ່ງເຈົ້າໜ້າທີ່ໄປເພື່ອກັກໂຕ ເພື່ອເອີ້ນມາສຶກສາອົບຮົມ ເປັນຄົນລາວ ຢູ່ແຂວງອ້ອມຂ້າງແໜ່ ກັບແຂວງໄຊສົມບູນ ບໍ່ແມ່ນວ່າຊິຈັບຊິອັນນັ້ນດອກ ເຂົາກະເອີ້ນມາສຶກສາອົບຮົມ.”
ທ່ານກ່າວຕື່ມວ່າ 17 ຄົນທີ່ວ່ານັ້ນ ເປັນຄົນທີ່ມາຈາກ ແຂວງຊຽງຂວາງ, ຫລວງພຣະບາງ, ບໍຣິຄໍາໄຊ ແລະແຂວງໄຊສົມບູນນີ້ເອງ.
ພວກເຂົາເຈົ້າຖືກທາງການກ່າວຫາວ່າ ສ້າງຄວາມບໍ່ສງົບ ແລະຄວາມບໍ່ເປັນລະບຽບ ຮຽບຮ້ອຍໃຫ້ແຂວງໄຊສົມບູນ, ເປັນການລະເມີດລະບຽບກົດໝາຍ ຮວມທັງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະກົດໝາຍວ່າແຮ່ທາດ.
ຊາວບ້ານຢູ່ເມືອງອະນຸວົງ ບໍ່ເຄີຍຮູ້ມາກ່ອນວ່າ ມີກຸ່ມຄົນເຂົ້າໄປລັກຂຸດຄໍາ ໃນເຂດສັມປະທານ ທີ່ທາງການໄດ້ປະກາດຫ້າມ ບໍ່ໃຫ້ຄົນເຂົ້າໄປລັກຂຸດຄໍາ ເດັດຂາດນັ້ນ.
ປັດຈຸບັນ ທາງການຍັງອະນຸຍາດໃຫ້ປະຊາຊົນ ໄປຮ່ອນຄໍາຢູ່ຕາມສາຍນໍ້າ ທີ່ຕິດກັບເຂດສັມປະທານ ຊຶ່ງຖືເປັນອາຊີບດັ້ງເດີມຂອງພວກເຂົາເຈົ້າ ແລະກໍມີປະຊາຊົນຈໍານວນນຶ່ງ ໄປຮ່ອນຄໍາຢູ່.
ດັ່ງຊາວບ້ານ ຢູ່ເມືອງອະນຸວົງຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ເຮົາກະຢູ່ໃນສແຂວງຢູ່ ແຕ່ວ່າເຫັນເຂົາເຈົ້າເອົາລົງຂ່າວຈັ່ງຮູ້ຫັ້ນນະ ຄືຜູ້ອື່ນຂະເຈົ້າມາແບບຖືກຕ້ອງຕາມກົດໝາຍ ຂະເຈົ້າມີໜັງສືຈັ່ງໄດ້ຂຸດຄົ້ນ ແຕ່ວ່າມາແບບມາ ລັກຮ່ອນມັນບໍ່ໄດ້ ແຕ່ວ່າຂະເຈົ້າຫາກະຫລາຍຢູ່ໃດ໋ ໄທບ້ານລ່ອງແຈ້ງ ເຫັນຂະເຈົ້າໄປຮ່ອນຄໍາ ຮ່ອນຫຍັງກະໄດ້ຫລາຍຢູ່.”
ແລະຊາວບ້ານຢູ່ເມືອງອະນຸວົງ ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ມີຜູ້ຄົນຫລວງຫລາຍ ທັງຄົນລາວ, ຄົນຈີນ ແລະຄົນວຽດນາມ ເຂົ້າມາເຮັດທຸຣະກິດ ແລະເປັນກໍາມະກອນຢູ່ແຂວງໄຊສົມບູນ ຮວມທັງເປັນຄົນງານຢູ່ໃນເຂດສໍາປະທານຂຸດຄົ້ນແຮ່ທາດຕ່າງໆ. ດັ່ງນັ້ນຈຶ່ງຢາກໃຫ້ທາງການແຂວງນີ້ ຕິດຕາມ ກວດກາຜູ້ຄົນທີ່ເຂົ້າ-ອອກແຂວງຢ່າງເຂັ້ມງວດ ເພື່ອປ້ອງກັນອັນຕລາຍຕ່າງໆ ທີ່ອາຈເກີດຂຶ້ນ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິຖຸນານີ້ວ່າ:
“ເຂົາຈັບຄົນລັກເຮັດເອົາ ລັກເຮັດເອົາຄໍາ ມັນມີຫລາຍບໍຣິສັດ ຈັກຈີນ ຈັກແມ່ນຫຍັງ ເຂົາມາເຮັດຫັ້ນ ເຂົາກະເຮັດປົນເປກັນ ແລ້ວເຂົາກໍສວຍໂອກາດລັກເຮັດກະບໍ່ຮູ້ນໍາເຂົາ.”
ກ່ຽວກັບການລັກຂຸດຄໍາ ຢູ່ແຂວງນີ້ ເຈົ້າໜ້າທີ່ຫ້ອງການພະລັງງານ ແລະບໍ່ແຮ່ ເມືອງອະນຸວົງ ເວົ້າວ່າ ທີ່ຜ່ານມາ ບໍ່ຮູ້ວ່າມີຄົນລັກເຂົ້າໄປຂຸດຄໍາ ໃນເຂດສັມປະທານ ແລະໃນເທື່ອນີ້ກໍບໍ່ເຫັນເຈົ້າໜ້າທີ່ ປ້ອງກັນຄວາມສງົບແຂວງໄຊສົມບູນ ແຈ້ງໃຫ້ເຈົ້າໜ້າທີ່ພະລັງງານ ແລະບໍ່ແຮ່ ແລະຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມແຂວງຮູ້.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ ຂະເຈົ້າຫ້າມໃດ໋ ກະໄດ້ຍິນເຂົາເວົ້າຢູ່ວ່າ ເຂົາຈັບຫັ້ນນະ ແຕ່ວ່າບໍ່ຮູ້ວ່າຢູ່ຈຸດໃດຊິນະ ປກສ. ເມືອງເຮົາກະບໍ່ເຫັນແຈ້ງມາຫາ ບໍຣິສັດທີ່ຖືກແຕ່ງຕັ້ງນໍຈຶ່ງຂຸດຄົ້ນໄດ້ຊິນະ.”
ແຂວງໄຊສົມບູນ ເປັນແຂວງນຶ່ງຂອງລາວ ທີ່ມີໂຄງການຂຸດຄົ້ນແຮ່ທາດຫລາຍແຫ່ງ ໂດຍສະເພາະແຮ່ຄໍາ ຊຶ່ງຫລາຍບໍຣິສັດ ທັງພາຍໃນ ແລະຕ່າງປະເທດມາລົງທຶນຂຸດຄົ້ນ. ແຕ່ປີ 2019 ມາເຖິງປັດຈຸບັນ ແຂວງໄຊສົມບູນ ລົງນາມໃນສັນຍາ ກັບຫລາຍບໍຣິສັດເອກຊົນ ເປັນຕົ້ນກັບບໍຣິສັດຈີນ ກ່ຽວກັບການຂຸດຄົ້ນ ແລະປຸງແຕ່ງແຮ່ທາດຕ່າງໆ ຊຶ່ງໃນນັ້ນມີໂຄງການຂນາດໃຫຍ່ 4 ໂຄງການ ທີ່ກໍາລັງຈະມີການປະຕິບັດ ຄືໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຢູ່ເມືອງທ່າໂທມ ແລະເມືອງອະນຸວົງ ທີ່ບໍຣິສັດ ລາວກະລັງເດໂປ ຈໍາກັດ ຮ່ວມກັບກົມເສຖກິຈ ກະຊວງປ້ອງກັນປະເທດລາວ ໃນເນື້ອທີ່ 17,700 ປາຍເຮັກຕ້າຣ໌, ອາຍຸສັມປະທານ 20 ປີ ແລະຍັງຈະຕໍ່ສັນຍາໄດ້ອີກຄັ້ງລະ 10 ປີ; ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ບໍ່ແຮ່ໄທຊານ ມິງຈີນລາວຂອງຈີນ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ໃນເນື້ອທີ່ 10,200 ປາຍເຮັກຕ້າຣ໌;ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ໂຈ້ບຸນມີ ພັທນາແຮ່ທາດຈໍາກັດຜູ້ດຽວ ແລະກະຊວງປ້ອງກັນປະເທດລາວ ຢູ່ບ້ານນາຕີ ເມືອງລ່ອງແຈ້ງ ໃນເນື້ອທີ່ 23,400 ປາຍເຮັກຕ້າຣ໌ ແລະໂຄງການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກແຮ່ຄໍາ ແລະແຮ່ຕິດພັນອື່ນໆ ຂອງບໍຣິສັດ ລາວຢູນນານ ຫວູຖ່ານຂວາງເຢ ຢູ່ເຂດບ້ານພູກະທະ ເມືອງຮົ່ມ ໃນເນື້ອທີ່ 7,400 ປາຍເຮັກຕາ.