ຊາວບ້ານຊ້າງ ຢູ່ຊຽງຂວາງ 6 ຄົນ ຖືກຈັບ ຍ້ອນປະທ້ວງ ທວງຄືນທີ່ດິນ
2024.01.25

ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ຍ້ອນວ່າ ພວກເຮົາເຈົ້າ ທວງເອົາທີ່ດິນຄືນຈາກບໍຣິສັດເອກະຊົນ. ຊາວບ້ານຜູ້ທີ່ຢູ່ໃນເຫດການ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ມົກກະຣາ ວ່າ:
“ການປະທ້ວງໄດ້ເກີດຂຶ້ນ ໃນຕອນເຊົ້າຂອງວັນທີ 23 ມົກກະຣາ ເພື່ອທວງເອົາທີ່ດິນ ຂອງບ້ານຄືນ. ໃນຕອນສວາຍຂອງວັນດຽວກັນ ເຈົ້າໜ້າທີ່ຕໍາຣວດ ແລະ ທະຫານ ແຂວງ ໄດ້ມາຈັບໂຕຄະນະບ້ານ 4 ຄົນ ທີ່ເປັນຜູ້ຊາຍ.”
ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ:
“ຕໍ່ມາໃນວັນທີ 24 ມົກກະຣາ ເຈົ້າໜ້າທີ່ບ້ານ ທີ່ເປັນສະຫະພັນແມ່ຍິງ ຂອງບ້ານ 2 ຄົນ ໄດ້ເຂົ້າໄປພວກພັນ ເພື່ອສົ່ງອາຫານ-ການກິນ ໃຫ້ແກ່ຜູ້ທີ່ຖືກຈັບ ແລະ ກໍຖືກເຈົ້າໜ້າທີ່ຕໍາຣວດ ແຂວງຈັບໂຕໄວ້ເລີຍ.”
ລາຊື່ຊາວບ້ານ ທີ່ຖືກຈັບ ມີດັ່ງນີ້:
- ທ້າວ ດາວັນ ດວງຜາສຸກ, ນາຍບ້ານ
- ທ້າວ ຄໍາຫຼ້າ ພົມມະວົງ, ຮອງນາຍບ້ານ
- ທ້າວ ວີໄຊ ອໍາພອນ, ຄະນະບ້ານ
- ພໍ່ເຖົ້າ ໄມສີ, ແນວໂຮມບ້ານ
- ນາງ ແສງດາວອນ ດີລາວົງ, ສະຫະພັນແມ່ຍິງບ້ານ
- ນາງ ຄໍາພູ ດີລາວົງ, ສະຫະພັນແມ່ຍິງ
ຊາວບ້ານ ທ່ານນີ້ ກ່າວວ່າ:
“ບໍຣິສັດ ແມ່ນແລ່ນເອກກະສານ ເຮັດໃບຕາດິນ ນໍາພາກສ່ວນກ່ຽວຂ້ອງ ເພື່ອເອົາດິນຂອງບ້ານ ມາເປັນກັມມະສິດຂອງຕົນເອງ ໂດຍທີີ່ອໍານາດການປົກຄອງ ບໍ່ໄດ້ເຊັນອະນຸມັດໃຫ້.”
ມີປະຊາຊົນ ປະທ້ວງ ປະມານ 20 ຄົນ ລວມທັງອໍານາດການປົກຄອງບ້ານ ໄດ້ຂຽນປ້າຍທີີ່ມີຂໍ້ຄວາມວ່າ “ອອກໄປ” ແລະ ເວົ້າໃສເຄື່ອງຂຍາຍສຽງ ໂດຍມີເນື້ອໃນ ເພື່ອທວງດິນບ້ານ ຂອງໂຕເອງຄືນຈາກບໍຣິສັດ.
ຊາວບ້ານ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມີແຕ່ຄະນະເບາະ. ເຂົາເອົາຄະນະໄປເບາະ ຫຼືວ່າແນວໄດ໋. ຄະນະບ້ານ, ຄະນະອັນນັ້ນແຫຼະ. ຈັກເຂົາເຈົ້າເອົາໄປທາງໃດບຸ. ບໍ່ຮູ້ເລີຍນະ.”
ນອກຈາກນີ້ ບຸກຄົນທີ່ໃກ້ຊິດຊາວບ້ານ ກໍຢືນຢັນວ່າ:
“ຊາວບ້ານຈໍານວນນຶ່ງ ທີ່ປະທ້ວງ ຖືກເຈົ້າໜ້າທີ່ຕໍາຣວດຈັບ.”
ເຈົ້າໜ້າທີ່ແຂວງຊຽງຂວາງ ບໍ່ໄດ້ໃຫ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ ນອກຈາກບອກພຽງແຕ່ວ່າ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ມີການປະຊຸມກັນ ເພື່ອແກ້ໄຂບັນຫານີ້ເທົ່ານັ້ນ.
ເຈົ້າໜ້າທີ່ກວດກາຣັຖບານ ແຂວງ ຊຽງແຂວງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມົກກະຣາ ວ່າ:
“ຍັງບໍ່ທັນຮູ້ນໍາເພິ່ນ ມີແຕ່ວ່າ ຊິປະຊຸມກັນກ່ອນ. ຈັ່ງວ່າ ຄັນບໍ່ແມ່ນຕອນແລງ ກະຊິແມ່ນ ມື້ອື່ນເຊົ້ານີ້ເບາະ. ໄດຍິນເພິ່ນວ່າ ແຕ່ວ່າກະຍັງບໍ່ທັນໄດ້ຍິນລະອຽດນ່າ. ຖ້າວ່າ ມັນລະອຽດແນວໃດລະ ເຈົ້າຈຶ່ງໂທອີກເດີ.”
ອີງຕາມ ຂໍ້ມູນຈາກຊາວບ້ານ, ກ່ອນທີ່ຈະມີການປະທ້ວງ ຊາວບ້ານໄດ້ພາກັນ ທວງດິນລວມຂອງບ້ານ ເນື້ອທີ່ປະມານ 1 ເຮັກຕ້າຣ໌ປາຍ ຄືນຈາກ ບໍຣິສັດ ເອກະຊົນ ທີ່ມາເຊົ່າດິນບ້ານ ເຮັດໂຮງງານປຸງແຕ່ງໄມ້ ເປັນເວລາ 15 ປີ ນັບແຕ່ປີ 2008-2023.
ຫຼັງຈາກໝົດສັນຍາ ການເຊົ່າແລ້ວ, ຊາວບ້ານ ຕ້ອງການຈະເອົາທີ່ດິນຄືນ ແລະ ໄດ້ຂຽນໃບສເນີໄປຫາຂັ້ນເມືອງ ໃນທ້າຍປີ 2023, ແຕ່ ບໍ່ມີການແກ້ໄຂ ສະນັ້ນ ຊາວບ້ານ ຈຶ່ງຕົກລົງປະທ້ວງ ເຊິ່ງໃນເບື້ອງຕົ້ນ ຈະປະທ້ວງໃນວັນທີ 1 ມົກກະຣາ ແຕ່ເຂົາເຈົ້າບໍ່ມີຄວາມພ້ອມ ສະນັ້ນ ເຂົາເຈົ້າຈຶ່ງເລື່ອນມາປະທ້ວງວັນທີ 23 ມົກກະຣາ.
ອີງຕາມຂໍ້ມູນຈາກຊາວບ້ານ ດິນຕອນດັ່ງກ່າວ ເປັນດິນເດີ່ນຍົນເກົ່າ ແຕ່ສໄມສົງຄາມ ແລະ ຕໍ່ມາໄດ້ກາຍເປັນດິນທາງປວັດສາດ ແລະ ວັທນະທັມ ຂອງບ້ານ ເຊິ່ງບ້ານເປັນຜູ້ຄຸ້ມຄອງ.
ວິທຍຸ ເອເຊັຽເສຣີ ໄດ້ໂທຕິດຕໍ່ຫາເຈົ້າແຂວງຊຽງຂວາງ ແລະ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ເພື່ອຖາມຣາຍລະອຽດກ່ຽວກັບເຣື່ອງນີ້, ແຕ່ທັງສອງທ່ານ ບໍ່ຮັບໂທຣະສັບ.