ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ປະນາມທາງການລາວ ທີ່ຈັບຜູ້ປະທ້ວງບ້ານຊ້າງ
2024.01.29

ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ໄດ້ອອກຖແລງການ ໃນມື້ວັນທີ 27 ມົກກະຣາ 2024 ປະນາມທາງການ ສປປ ລາວ ທີ່ໃຊ້ທັງຕໍາຣວດ ແລະທະຫານ ແຂວງຊຽງຂວາງ ປາບປາມປະຊາຊົນ ທີ່ທໍາການປະທ້ວງ ທວງເອົາດິນ ທີ່ບໍຣິສັດເພັງໄຊ ເຊົ່າເຮັດໂຮງງານປຸງແຕ່ງໄມ້ ໝົດກໍານົດນັ້ນຄືນ.
ຕາມທີ່ເຫັນຮູບພາບ ພາກສ່ວນນຶ່ງ ໃນວິດີໂອ ປະມານ 40 ຄົນ ໃນຂະນະທີ່ ຜູ້ເຂົ້າຮ່ວມການປະທ້ວງ ທີ່ບໍ່ມີໜ້າໃນວິດິໂອ ກ່ຽວກັບການປະທ້ວງ ໃນມື້ວັນທີ 23 ມົກກະຣານັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຜູ້ເຂົ້າຮ່ວມການປະທ້ວງ ທັງໝົດ ມີປະມານ 70 ຄົນ.
ທ່ານເວົ້າວ່າ ກ່ອນທີ່ຈະມີການປະທ້ວງ ຊາວບ້ານໄດ້ພາກັນ ຮຽກຮ້ອງ ແລະທວງເອົາດິນ ລວມຂອງບ້ານ ທີ່ມີເນື້ອທີ່ 7 ເຮັກຕ້າຣ໌ປາຍ ຈາກບໍຣິສັດ ເພັງໄຊ ຊຶ່ງເປັນບໍຣິສັດເອກກະຊົນ ນັ້ນຄືນ ພາຍຫລັງທີ່ໝົດກໍານົດເຊົ່າ ເປັນເວລາ 15 ປີ ນັບແຕ່ປີ 2008-2023 ແຕ່ບໍ່ຢາກສົ່ງຄືນນັ້ນ.
ອີງຕາມຂໍ້ມູນ ຈາກຊາວບ້ານ ດິນຕອນດັ່ງກ່າວ ເປັນດິນເດີ່ນຍົນເກົ່າ ແຕ່ສໄມສົງຄາມ ແລະ ຕໍ່ມາໄດ້ກາຍເປັນດິນທາງປວັດສາດ ແລະ ວັທນະທັມຂອງບ້ານ ເຊິ່ງບ້ານເປັນຜູ້ຄຸ້ມຄອງ.
ໃນການປະທ້ວງ ຂອງຊາວບ້ານໄຊ ເມືອງຄູນ ແຂວງຊຽງຂວາງ ໃນມື້ວັນທີ 23 ມົກກະຣານີ້ ທາງການລາວ ໄດ້ຈັບທັງເຈົ້າໜ້າທີ່ອໍານາດການປົກຄອງບ້ານ, ແນວໂຮມບ້ານ ແລະສະຫະພັນແມ່ຍິງບ້ານ ທີ່ທ້ວງ ທວງໃຫ້ບໍຣິສັດເພັງໄຊ ທີ່ຍຶດທີ່ດິນຕອນດັ່ງກ່າວນັ້ນຄືນ . ເບື້ອງຕົ້ນ ຕໍາຣວດ ແລະທະຫານ ໄດ້ຈັບ 4 ຄົນ ຊຶ່ງເປັນຜູ້ຊາຍ ທີ່ໄດ້ເຂົ້າຮ່ວມຂະບວນປະທ້ວງນັ້ນ ແລະໃນມື້ຕໍ່ມາ ທາງການ ໄດ້ຈັບແມ່ນຍິງຕື່ມອີກ 2 ຄົນ ໃນຂະນະທີ່ພະຍາຍາມ ເອົາອາຫານ ໄປສົ່ງໃຫ້ຜູ້ທີ່ຖືກຄຸມຂັງ ຢູ່ໃນສູນກັກຂັງ. ໝາຍຄວາມວ່າ ມີຜູ້ຖືກຈັບ ຮວມກັນທັງໝົດ 6 ຄົນຄື:
- ທ່ານ ດາວັນ ດວງຜາສຸກ, ນາຍບ້ານບ້ານຊ້າງ
- ທ່ານ ຄໍາຫລ້າ ພົມມະວົງ, ຮອງນາຍບ້ານ ບ້ານຊ້າງ
- ທ່ານ ວິໄຊ ຄໍາພອນ, ກັມມະການບ້ານ
- ພໍ່ເຖົ້າ ໄມສີ, ແນວໂຮມບ້ານ
- ນາງ ແສງດາວອນ ດີລາວົງ, ສະຫະພັນແມ່ຍິງບ້ານ
- ນາງ ຄໍາພູ ດີລາວົງ, ສະຫະພັນແມ່ຍິງບ້ານ
ຕໍ່ກໍຣະນີປາບປາມປະຊາຊົນ ດ້ວຍການຈັບກຸມທີ່ວ່ານີ້ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ໄດ້ອອກຖແລງການ ປະນາມທາງການ ສປປ ລາວ ທີ່ໃຊ້ທັງຕໍາຣວດ ແລະທະຫານ ແຂວງຊຽງຂວາງ ປາບປາມປະຊາຊົນ ຢ່າງໄຮ້ມະນຸສທັມນັ້ນ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ຜູ້ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົລ ໄດ້ໃຫ້ສັມພາດວິທຍຸເຊັຽເສຣີ ໃນມື້ວັນທີ 29 ມົກກະຣານີ້ວ່າ:
...................ສຽງ....................
ໃນຖແລງການນັ້ນ ອົງການພັນທະມິຕ ທວງໃຫ້ທາງການ ສປປ ລາວ ປະຕິບັດ 4 ຂໍ້:
...................ສຽງ....................
ນອກຈາກການຈັບກຸມ ປະຊາຊົນ 6 ຄົນທີ່ວ່ານັ້ນແລ້ວ ດຣ. ບຸນທອນ ຍັງໄດ້ເວົ້າເຖິງເຣື່ອງທາງການ ສປປ ລາວ ປາບປາມປະຊາຊົນ ໃນທີ່ຜ່ານມາວ່າ:
...................ສຽງ....................
ທີ່ດິນຂອງຊາວບ້ານຊ້າງ ຢູ່ໃນເຂດ ທີ່ມີຄວາມໝາຍທາງປະວັດສາດ ແລະວັທນະທັມ, ເປັນຖານທັບອາກາດ ໃນສໄມສົງຄາມນັ້ນ ໄດ້ຖືກທາງການ ຕົກລົງໃຫ້ບໍຣິສັດປຸງແຕ່ງໄມ້ ເພັງໄຊ ເຊົ່າໃນປີ 2008 ເປັນເວລາ 15 ປີ.
ບໍຣິສັດ ນີ້ ມີຊື່ສຽງບໍ່ດີ ເພາະໄດ້ຕັດໄມ້ທໍາລາຍປ່າ ໃນເຂດດັ່ງກ່າວ ຢ່າງຫລວງຫລາຍ. ຫລັງຈາກເວລາເຊົ່າໝົດກໍານົດແລ້ວ ຊາວບ້ານກໍພາກັນຄາດຫວັງວ່າ ທາງບໍຣິສັດ ເພັງໄຊ ຈະຕ້ອງສົ່ງດິນ ທີ່ໄດ້ເຊົ່ານັ້ນຄືນໃຫ້ຊາວບ້ານ ແຕ່ບໍຣິສັດ ບໍ່ເຮັດຄືແນວນັ້ນ, ບໍ່ສົ່ງດິນຄືນໃຫ້ຊາວບ້ານ. ໃນເມື່ອເປັນຄືແນວ ຊາວບ້ານຊ້າງ ຈຶ່ງໄດ້ພາກັນຍື່ນຄໍາຮ້ອງ ຂໍຄວາມເປັນທັມ ຕໍ່ເຈົ້າເມືອງຄູນ ແຕ່ບໍ່ໄດ້ຮັບຄໍາຕອບແນວໃດ. ບໍ່ພຽງເທົ່ານັ້ນ ທາງການເມືອງຄູນ ຍັງໄດ້ອອກໃບຕາດິນ ໃຫ້ບໍຣິສັດດັ່ງກ່າວ ໂດຍທີ່ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມ ຈາກອໍານາດການປົກຄອງບ້ານຊ້າງແຕ່ຢ່າງໃດ ຊຶ່ງຄາດວ່າ ມີການຊື້ຂ້າງໃຫ້ສິນບົນກັນ. ດັ່ງນັ້ນຈຶ່ງເຮັດໃຫ້ຊາວບ້ານ ບໍ່ພໍໃຈ ແລະໄດ້ພາກັນເດີນ ຂະບວນປະທ້ວງ ໃນມື້ວັນທີ 23 ມົກກະຣານີ້.
ຕໍ່ກໍຣະນີ ທີ່ທາງການໃຊ້ອໍານາດ ໄປໃນທາງບໍ່ຖືກຕ້ອງ ປາບປາມປະຊາຊົນ ແບບໄຮ້ມະນຸສທັມ ຄືທີ່ວ່ານັ້ນ ແລະບໍ່ມີການບົງໂທດ ຜູ້ກະທໍາຜິດເທົ່າທີ່ຄວນ ຄືທີ່ຜ່ານມາ ເຮັດໃຫ້ ພັນທະມິຕເພື່ອປະຊາທິປະໄຕໃນລາວປະນາມຢ່າງຮຸນແຮງ.
ຊາວບ້ານ ເວົ້າວ່າ ເບື້ອງຕົ້ນໄດ້ຕົກລົງກັນວ່າ ຈະປະທ້ວງໃນວັນທີ 1 ມົກກະຣາ ແຕ່ກໍເຫັນຍັງບໍ່ທັນມີຄວາມພ້ອມຮຽບຮ້ອຍ ດັ່ງນັ້ນຈຶ່ງໄດເລື່ອນມາປະທ້ວງໃນມື້ວັນທີ 23 ມົກກະຣາ ຊຶ່ງມີທັງປ້າຍ ທີີ່ມີຂໍ້ຄວາມວ່າ “ອອກໄປ” ແລະ ເວົ້າໃສເຄື່ອງຂຍາຍສຽງ ໂດຍມີເນື້ອໃນ ເພື່ອທວງດິນບ້ານຂອງພວກຕົນ ຈາກບໍຣິສັດນັ້ນຄືນ. ສະບາຍດີ.