ສິດທິມະນຸດຢູ່ລາວ ຕົກຕໍ່າ ຮ້າຍແຮງ: ພປລ​

ຈໍາປາທອງ
2020.09.29
F-Arrested ປະຊາຊົນລາວ ທີ່ໄດ້ສະແດງຄວາມຄິດເຫັນ ຂອງຕົນເອງອອກໄປ ແລະ ທາງການລາວ ເຂົ້າຈັບກຸມຄວບຄຸມຕົວ ໃນຂໍ້ຫາຕໍ່ຕ້ານ ສປປລາວ. (ລຸ່ມຊ້າຍຫາຂວາ) ທ້າວ ສຸການ ໃຈທັດ, ນາງ ຫຼອດຄຳ ທຳມະວົງ, ທ້າວ ສົມພອນ ພິມມະສອນ, (ເທິງ) ທິດສີ ຫຼື ທ່ານ ສັງຂານ ພະຈັນທະວົງ ນັກປັນຍາຊົນ ທີ່ຖືກຕຳຣວດຈັບຂັງ ຢູ່ ຄຸກບັງເຢາະ ບ່ອນດຽວກັບ ນາງ ໝວຍ ຫຼື ຮວາຍເຮືອງ ໄຊຍະບູລີ.
ນັກຂ່າວພົລເມືອງ

ອົງການພັນທະມິຕ ເພື່ອ ປະຊາທິປະໄຕໃນລາວ ຈັດກອງປະຊຸມ Side event ທາງໄກ 2 ຄັ້ງໃນວັນທີ 25 ກັນຍາ ນີ້ຄັ້ງທີ 1 ຈັດຂຶ້ນ ໃນຕອນເຊົ້າ ເພື່ອຣາຍງານບັນຫາ ການຣະເມີດ ສິດທິມະນຸສ ໃນລາວ ຊຶ່ງ ທາງການ ສປປລາວ ຕ້ອງໃຫ້ຄຳຕອບ ແກ່ສະພາສິດທິມະນຸດ ສະຫະປະຊາຊາດ ວ່າໄດ້ປະຕິບັດ ຂໍ້ສເນີທີ່ໄດ້ຮັບໄປ ນັ້ນແນວໃດ ປະຕິບັດໄດ້ຈັກຂໍ້ ຈະຮັບຂໍ້ສເນີໃໝ່ ໄປປະຕິບັດຈັກຂໍ້ ແລະປະຕິບັດ ແນວໃດ ຊຶ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການພັນທະມິດເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດ ເຢັຽຣະມັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກັນຍາ ກ່ຽວກັບ ກອງປະຊຸມ Side event ນັ້ນວ່າ:

“ການຈັດ Side event ຂຶ້ນຄັ້ງວັນທີ 25 ກັນຍາ 2020 ຜ່ານມານີິ້ເພື່ອສະຫລຸບ ຕີຣາຄາບັນຫາ ສິດທິມະນຸດໃນລາວ ວ່າໃນປັດຈຸບັນນີ້ ເປັນແນວໃດ ພວກເຮົາໄດ້ຣາຍງານ ແກ່ ສະພາສິດທິມະນຸດ ວ່າກອງປຸມ UPR. ທີ່ຈັດຂຶ້ນເດືອນມົກຣາ 2020 ຜ່ານມານີ້ ພວກເຮົາເຫັນ ວ່າທາງການ ສປປລາວ ນັ້ນບໍ່ໄດ້ມີການປະຕິບັດ ຈັກຂໍ້ເລີຍ ເທົ່າເຖິງປັດຈຸບັນ ບໍ່ເຫັນອັນໃດ ທີ່ດີຂຶ້ນ. ແຕ່ກົງກັນຂ້າມ ບັນຫາສິດທິມະນຸດ ແມ່ນ ຮ້າຍແຮງກວ່າເກົ່າ. ໂດຍສະເພາະ ແມ່ນບັນຫາໃນການປາກເວົ້າ ສະແດງຄວາມຄິດເຫັນໃນ ການອອກຂ່າວ ໃນການຊຸມນຸມຊົນ ສິດທິໃນການເປັນພົລເມືອງຖືກ ຈໍາກັດ ຢ່າງຮ້າຍແຮງ ທີ່ສຸດ.“

ດຣ. ບຸນທອນ ໄດ້ຍົກຕົວຢ່າງ ການຈັບທ່ານ ສັງຂານ ພະຈັນທະວົງ ຫລື ທິດສີ, ການຈັບນາງ ຫວາຍເຮືອງ ໄຊຍະບູລີ ຫລື ໝວຍ ທີ່ ຖືກລົງໂທດຈໍາຄຸກເຖິງ 5 ປີ ແລະ ປັບໃໝອີກ, ຄົນງານລາວ 3 ຄົນ ທີ່ຮຽກຮ້ອງ ປະຊາທິປະໄຕ ຊຶ່ງກັບມາຈາກປະເທດໄທ ກໍຍັງຖືກຂັງ ຄຸກຢູ່. ພ້ອມກັນນັ້ນທາງການລາວ ຍັງເຮັດໃຫ້ຄົນ ຫາຍສາຍສຸນ ຄືທ່ານ ອ໊ອດ ໄຊຍະວົງ ແລະມີການຄາດຕະກັມ ນັກເຄື່ອນໄຫວ ເພື່ອ ປະຊາທິປະໄຕ ທີ່ຮຽກຮ້ອງ ເຣຶ່ອງທີ່ດິນທີ່ຖືກຍຶດ ແລະ ບັນຫາອື່ນໆ ທີ່ເປັນການຣະເມີດ ສິດທິມະນຸດ ຢ່າງຮ້າຍແຮງ ພ້ອມກັນນັ້ນກໍທວງ ໃຫ້ທາງການ ສປປລາວ ຕ້ອງຮັບເອົາຂໍ້ສເນີ ຂອງ ສະພາສິດທິ ມະນຸດ ສະຫະປະຊາຊາດ ໄປປະຕິບັດທຸກຂໍ້ໃຫ້ເກີດຜົລເປັນຈິງ.

ກ່ຽວກັບເຣື່ອງນີ້ ທ່ານ ມາກຸສ ວີເຊີ ຫົວໜ້າຫ້ອງການອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ປະເທດເຢັຽຣະມັນກໍໃຫ້ສໍາພາດ ຕໍ່ວິຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ຕອນນຶ່ງວ່າ:"ທ່ານກ່າວວ່າ “ບັນຫານຶ່ງກໍແມ່ນບັນຫາກ່ຽວກັບ ໂຄງການສ້າງເຂື່ອນ ແລະໂຄງການອື່ນໆ ຮວມທັງການຂຸດຄົ້ນແຮ່ທາດ ການສ້າງເຂດ ເສຖກິດ ພິເສດ ທີ່ຍຶດເອົາທີ່ດິນ ປະຊາຊົນ, ເຮັດໃຫ້ປະຊາຊົນ ເສັຍດິນຂອງ ພວກຕົນໄປ ຊຶ່ງບາງແຫ່ງ ກໍບໍ່ໃຫ້ຄ່າຊົດເຊີຍ, ບາງແຫ່ງກໍໃຫ້ ຄ່າຊົດເຊີບ ແບບບໍ່ຄຸ້ມຄ່າ, ບາງແຫ່ງ ດິນທີ່ທາງການ ໃຫ້ເປັນການຊົດເຊີຍ ປູກຫຍັງ ກໍບໍ່ເກີດ.”

ພ້ອມກັນນັ້ນທ່ານກໍກ່າວເຖິງ ການຣະເມີດ ສິດທິມະນຸດ ໃນລາວ ຊຶ່ງປະຊາຊົນ ຖືກຈໍາກັດສິດ ຕ່າງໆ ຢູ່ໃນກອງປະຊຸມ Side event. ໃນນັ້ນ ທ່ານ ໄດ້ຍົກຕົວຢ່າງ ປະຊາຊົນ ເມືອງສນາມໄຊ ທີ່ໄດ້ຮັບ ຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກນັ້ນ ບໍ່ໄດ້ຮັບການ ທົດແທນ ຄວາມເສັຍຫາຍຢ່າງຖືກຕ້ອງ ແລະ ເປັນທັມ, ບໍໍ່ໄດ້ຮັບການຊ່ອຍເຫລືອ ເທົ່າທີ່ຄວນ ແລະວ່າ ການຊ່ອຍເຫລືອ ຈາກສາກົນ ຢ່າງຫລວງຫລາຍ ນັ້ນມັນຕົກໄປຢູ່ໃສ ຫລືວ່າ ມີການສໍ້ຣາດບັງຫລວງ ໃນແຕ່ລະຂັ້ນຂອງ ທາງການ ສປປລາວ ຈຶ່ງເຮັດໃຫ້ປະຊາຊົນ ບໍ່ໄດ້ຮັບການຊ່ວຍເຫລືອ ຢ່າງພຽງພໍ.

ແລະ ຍານາງ ຄໍາແຜ່ນ ສຸວັນນະສານ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາ ສະຫະຣັຖ ອາເມຣິກາ ກໍໄດ້ກ່າວໃນ ກອງປະຊຸມ Side event ໃນ ມື້ວັນທີ 25 ກັນຍາ ຊຶ່ງໃນຕອນນຶ່ງ ເວົ້າເຖິງ ການຣະເມີດ ສິດທິມະນຸດ ໃນລາວ ວ່າ:

"ຍານາງກ່າວວ່າ “ສຸດທ້າຍ ຄໍາຖາມກໍຄືວ່າ ເປັນຫຍັງ ຣັຖບາລລາວ ຈຶ່ງຍຶດທີ່ດິນ ປະຊາຊົນ ແລະ ຈັບຫລາຍຄົນ ທີ່ຕໍານິສະພາບທີ່ ເກີດຂຶ້ນຢູ່ພາຍໃນລາວ ພຽງໜ້ອຍດຽວ ແລະອີກດ້ານນຶ່ງ ແມ່ນບໍ່ສາມາດ ຈັບພວກຄ້າ ຢາເສບຕິດ ແລະ ພວກຄ້າມະນຸດໄດ້.“

ແລະທ່ານ ເພັງ ສັກສະດີ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາ ປະເທດອອສເຕຣເລັຍ ທີ່ໄດ້ກ່າວໃນ ກອງປະຊຸມ Side event ນັ້ນ ກໍໄດ້ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນ ມື້ວັນທີ 27 ກັນຍາ ນີ້ ຊຶ່ງຕອນນຶ່ງ ທ່ານກ່າວວ່າ:

“ເຣື່ອງສິດທິມະນຸດຢູ່ ໃນລາວ ນີ໋ນະ ຝ່າຝືນຫລາຍສິ່ງ ຫລາຍແນວ ຊຶ່ງວ່າເຮົາຮູ້ຈາກພີ່ໆນ້ອງໆ ພໍ່ແມ່ພີ່ນ້ອງເຮົາ ປັດຈຸບັນນີ້ ຢູ່ເມືອງ ລາວນີ໋ ປາກບໍ່ໄດ້ໄອບໍ່ດັງນີ້ນ່າ ອັນນີ້ແຫລະຂ້າພະເຈົ້າ ເປັນຫ່ວງເມິດ.”  

ແລະໃນຕອນແລງຂອງມື້ດຽວກັນນີ້ ກໍໄດ້ຈັດກອງປະຊຸມ Side event ທາງໄກ ຄັ້ງທີ 2 ເພື່ອຣາຍງານ ກຽ່ວກັບການພັທນາແບບຍືນຍົງ SGD ແລະການພັທນາແບບບໍ່ຍືນຍົງ ຂອງທາງການ ສປປລາວ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນ ນິວຢອກ ສະຫະຣັຖ ອາເມຣິກາ.

ຢູ່ ສປປລາວ ມີການຕັດໄມ້ທໍາລາຍປ່າ, ມີການໃຊ້ສານພິດເຄມີ ໃນການປູກຝັງ ແລະໃນການຂຸດຄົ້ນແຮ່ທາດຕ່າງໆ ທີ່ສົ່ງຜົລກະທົບຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນລາວ, ມີການສ້າງເຂື່ອນແບບບໍ່ມີ ຂອບເຂດ ສ້າງເຂດເສຖກິດພິເສດ, ສ້າງທາງຣົດໄຟທີ່ບັງຄັບໃຫ້ ປະຊາຊົນ ໂຍກຍ້າຍຖິ່ນຖານບ້ານເກີດ ໄປຢູ່ບ່ອນທີ່ບໍ່ມີພື້ນທີ່ທໍາການຜລິດ ໄດ້ຄືເມື່ອກ່ອນ ອັນເຮັດໃຫ້ຊີວິດ ການເປັນຢູ່ຂອງພວກເຂົາເຈົ້າ ຫຍຸ້ງຍາກລໍາບາກ ກວ່າເດີມ.

ເວົ້າເຖິງເຣື່ອງການພັທນາແບບຍືນຍົງຢູ່ ສປປລາວ ດຣ. ບຸນທອນ ກ່າວວ່າ:

"ຂ້າພະເຈົ້າກໍໄດ້ກ່າວ ຢູ່ໃນກອງປະຊຸມ side event ທີ່ໄດ້ຍໍ້າວ່າ ການພັທນາແບບຍືນຍົງ ທີ່ທາງການ ສປປລາວ ໄດ້ຮັບເອົາຈາກ ສະຫະ ປະຊາຊາດ ໄປນັ້ນ ບໍ່ໄດ້ມີການພັທນາ ແບບຍືນຍົງ ແຕ່ຢ່າງໃດ. ແຕ່ ກົງກັນຂ້າມ ການພັທນາ ຢູ່ ສປປລາວນັ້ນ ເປັນການທໍາຣາຍ ຄວາມຍືນຍົງ ຮ້າຍແຮງໄປອີກ. ສິ່ງທີ່ສະແດງໃຫ້ເຫັນທີ່ສຸດ ກໍແມ່ນວ່າ ຄວາມທຸກຈົນ ຂອງປະຊາຊົນ ຊຶ່ງສ່ວນໃຫຍ່ມາຈາກ ການຍຶດທີ່ດິນ ລະກະບັນຫາ ການສໍ້ໂກງ ຢູ່ໃນທຸກຂັ້ນ ອໍານາດ ການປົກຄອງຂອງພັກຣັຖ ຢູ່ໃນ ສປປລາວ ນັ້ນ.``

ດຣ. ບຸນທອນ ກ່າວຕື່ມວ່າ ໃນສັງຄົມລາວເກີດຄວາມບໍ່ກໍ້າເກິ່ງກັນ, ເຮັດໃຫ້ຄວາມທຸກຈົນຮ້າຍແຮງ ຂຶ້ນກວ່າເກົ່າ, ການຊ່ອຍເຫລືອ ຂອງສາກົນ ເປັນຈໍານວນຫລວງຫລາຍ ກໍບໍ່ໄປເຖິງ ປະຊາຊົນ, ການຍຶດທີ່ ດິນ ປະຊາຊົນຂາດບ່ອນ ທໍາມາຫາກິນ, ແລະວ່າ ວຽດນາມ ແລະຈີນ ຍັງຄວບຄຸມອໍານາດ ການປົກຄອງຂອງລາວ ເຮັດໃຫ້ປະຊາຊົນ ບໍ່ມີສິດເປັນເຈົ້າຂອງປະເທດ ເຮັດໃຫ້ການພັທນາແບບຍືນຍົງ ບໍ່ກ້າວໜ້າໄດ້.

ແລະທ່ານ ມາກຸສ ວີເຊີ ກໍກ່າວວ່າ:

ທ່ານກ່າວວ່າ “ຢູ່ໃນກອງປະຊຸມ Side event ພາກການພັທນາ ແບບຍືນຍົງ ນັ້ນ ທ່ານເວົ້າເຖິງຫລາຍບັນຫາ ສົມຄວນ ຊຶ່ງໃນນັ້ນ ຕອນນຶ່ງ ທ່ານເວົ້າກ່ຽວກັບ SDG ເລກທີ 6, 7, 11, 12, 13 ແລະ 15 ຊຶ່ງທັງໝົດນັ້ນ ກໍໄດ້ເວົ້າເຖິງເຣື່ອງ ທີ່ກ່ຽວຂ້ອງກັບບັນຫາ ການທໍາລາຍ ທໍາມະຊາດ, ການສ້າງເຂື່ອນ ບໍ່ມີຂອບເຂດ, ການຕັດໄມ້ ທໍາລາຍປ່າ, ສິ່ງແວດລ້ອມ ຖືກທໍາຣາຍ, ການຍຶດທີ່ດິນ ປະຊາຊົນ.“

ເວົ້າເຖິງການພັທນາແບບຍືນຍົງ ທ່ານ ເພັງ ສັກສະດີ ກໍກ່າວວ່າ:

“ການພັທນາແບບຍືນຍົງນີ້ນະ ຂອງສະຫະປະຊາຊາດທີ່ວ່າ 2016 ນໍ ເຂົາເຈົ້າຕັ້ງໂຕນີ້ນີ໋ນະ ແຕ່ວ່າທ່ານສົມບັດ ສົມພອນ ນີ໋ນະ ລາວ ຕັ້ງສູນປາແດັກ ນີ໋ຂຶ້ນມາຕັ້ງແຕ່ປີ 1996 ພຸ້ນເພື່ອຢາກໄປອັນນະ ສ້າງບ້ານແປງເມືອງ ແບບຍືນຍົງນີ໋ນະ ຂ້າພະເຈົ້າ ເວົ້າວ່າ ເປັນຫຍັງ ທ່ານ ສົມບັດ ສົມພອນ ຈຶ່ງຫາຍສາບສູນໄປ ຖາມ ສປປລາວ ນີ໋ ບໍ່ຮູ້ຈັກດອກ ພຸ້ນໄປຖາມວຽດນາມ ໄປຖາມຈີນແດງ ພຸ້ນເຣື່ອງ ທ່ານ ສົມບັດ ສົມພອນນີ໋ ວ່າເປັນຫຍັງຫາຍສາບສູນ.”

ອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ຈັດກອງປະຊຸມ Side event  ທາງອອນລາຍໃນວັນທີ 25 ກັນຍາ 2020 ນີ້ສອງຄັ້ງ ເພື່ອຣາຍງານຕໍ່ກອງປະຊຸມ UPR ຂອງສະພາສິດທິມະນຸດ ສະຫະປະຊາຊາດກ່ຽວກັບ ສປປລາວ ທີ່ເຈນີວາ ປະເທດສະວິດເຊີແລນ ຊຶ່ງໃນປີນີ້ ຈັດຂຶ້ນໃນມື້ວັນທີ 28 ກັນຍາ ແລະຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ກ່ຽວກັບການພັທນາ ແບບຍືນຍົງ ທີ່ ນິວຢອກ ສະຫະຣັຖອາເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 29, 2020 02:43 PM

ມາຟັງເບິ່ງ ສາກົນຕຳນິ ພັກລາວເຮົາແລ້ວ ກໍເປັນເລື້ອງທີ່ຫນ້າຄິດ ເພາະວ່າ ມາເບິ່ງໂທລະພາບແລ້ວ ມີແຕ່ເວົ້າລາວ ສປປລາວເຮົາ ມີບົດບາດສຳຄັນ ໃນເວທີສາກົນ ສປປລາວເຮົາ ຂະຫຍາຍສາຍສຳພັນ ທາງການທູດກັບສາກົນ ຢ່າງຕໍ່ເນື່ອງ. ສປປລາວເຮົາ ເຂົ້າຮ່ວມອົງການນັ້ນອົງການນີ້. ແຕ່ໃນເມື່ອມາເບິ່ງຂ່າວ ຈາກຕ່າງປະເທດພັດເອົາວ່າ ສປປລາວ ລະເມີດສິດທິມະນຸດ ຈັບກຸມຄຸມຂັງ ປະຊາຊົນ ຂອງຕົນເອງ ຍຶດເອົາດິນດອນ ຂອງປະຊາຊົນ ໃຫ້ຕ່າງຊາດ ອັນນີ້ ມັນກະແມ່ນຄວາມເຂົາເດ້ ເພາະແຕ່ກີ້ຄິດວ່າ ເຂົາໃສ່ຮ້າຍປ້າຍສີ ອັນນີ້ ມັນບໍ່ແມ່ນ ເພາະວ່າ ດິນພີ່ນ້ອງ ຂອງຂ້ອຍ ກະຖືກຍຶດໄປ. ຜູ້ທີ່ຂ້ອຍເຄີຍຕິດຕາມ ທາງເຟດບຸກ ກະຖືກຈັບ. ແຕ່ວ່າ ພວກຄ້າຢາເສບຕິດ ເຈົ້າໃຫຍ່ ພັດບໍ່ຖືກຈັບ ບັນດາ ເຈົ້າແຂວງ ຫົວໜ້າກົມ ລັດຖະມົນຕີ ໂກງເງິນປະເທດຊາດ ບໍ່ຖືກຈັບ ມີແຕ່ສັບປ່ຽນຕຳແໜ່ງ ເທົ່ານັ້ນ. ອັນນີ້ແຫລະ ເຮັດໃຫ້ປະເທດຊາດ ເປັນໜີ້ເປັນສິນ. ສ່ວນມາດຕະການປ້ອງກັນ ໂຄວິດນັ້ນ ບໍ່ໄດ້ສົ່ງຜົນກະທົບ ຕໍ່ຜູ້ນຳແລະພັກພວກ ທີ່ໂກງກິນເງິນມາແລ້ວ ເພາະພວກທ່ານມີເງິນ ໃນທະນາຄານ ທາງພາຍໃນແລະຕ່າງປະເທດ ແຕ່ມາດຕະການ ສົ່ງຜົນກະທົບ ຕໍ່ທຸລະກິດ ຂະໜາດນ້ອຍ ແລະ ຜູ້ຫາເຊົ້າກິນຄ່ຳ ແຕ່ຜູ້ນໍສາເບິ່ງບໍ່ເຫັນ ເພາະເພິ່ນບໍ່ໄດ້ເດືອດຮ້ອນຫຍັງເລີຍ.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]