ສະຫະຣັຖຊ່ອຍເຫຼືອ ລາວ ຮັບມື ພັຍພິບັດ

ໄຊຍາ
2020.02.24
F-US-Aid ການຊ່ອຍເຫຼືອຂອງ ສະຫະຣັດ ອະເມຣິກາ ໃນການຕ້ານເຊື້ອ covid-19
US Embassy Laos

ສະຫະຣັຖ ອະເມຣິກາ ໃຫ້ການຊ່ອຍເຫຼືອ ໂຄງການນຳໃຊ້ຣະບົບຕິດຕາມ ການຕອບໂຕ້ ພັຍພິບັດ DMRS ເພື່ອເພີ່ມຂີດຄວາມສາມາດ ໃນການເຕືອນພັຍລ່ວງໜ້າ ແລະ ຄຸ້ມຄອງພັຍພີບັດຢູ່ ສປປ ລາວ. ການຊ່ອຍເຫຼືອໂຄງການນີ້ ມີມູນຄ່າ 145 ພັນ ໂດລາ ສະຫະຣັຖ.

ໂຄງການນີ້ເປັນໂຄງການໄລຍະສັ້ນ ເຊິ່ງຈະເຣີ້ມຈັດຕ້ັງປະຕິບັດແຕ່ ເດືອນພຶສພາ ຫາ ເດຶອນພຶສຈິກາ 2020 ໂດຍຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ທີ່ຮັບຜິດຊອບກ່ຽວກັບ ເຣື່ອງເຕືອນພັຍ. ດັ່ງເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 20 ກຸມພາ ວ່າ:

"ຈັດຕັ້ງປະຕິບັດນີ້ກໍນັບແຕ່ມື້ລົງລາຍເຊັນ ຫັ້ນແຫຼະເນາະ ໂຄງການໄລຍະສັ້ນໆ ຈັດຕັ້ງປະມານຫົກຫາເຈັດເດືອນນີ້ແຫຼະ ເວົ້າເຣື່ອງສ້າງ ຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ທີ່ຮັບຜິດຊອບກ່ຽວກັບເຣື່ອງການເຕືອນພັຍ ຈະບໍ່ໄດ້ມີເຣື່ອງ ເປັນໂຄງສ້າງ ງົບປະມານ 145,923 ໂດລາ."

ຕໍ່ກັບການສ້າງຄວາມເຂັ້ມແຂງ ໃນໂຄງການນີ້ ເຈົ້າໜ້າທີ່ກະຊວງແຮງງການ ໄດ້ກ່າວຕື່ມວ່າ ຈະມີວິຊາການຂແນງການ ທີ່ກ່ຽວຂ້ອງເຂົ້າ ມາຝຶກອົບຮົມ ເພື່ອກຽມພ້ອມຮັບມື ແລະ ປ້ອງກັນພັຍພິບັດ ທີ່ຈະເກີດຂື້ນ.

"ຍົກໂຕຢ່າງວ່າພະຍຸ ຈະເຂົ້າບໍ່ເກີດແຜ່ນດິນໄຫວ ຢູ່ແຂວງໃດມັນຈະໂຊຢູ່ໜ້າເວັບໄຊ ແຕ່ເອົາບາງຂແນງການທີ່ກ່ຽວຂ້ອງກາມາຝຶກອົບຮົມ ແລະກາວິທີການ ເອົາຂໍ້ມູນຂ່າວ ເອົາຂໍ້ມູນເຕືອນພັຍ ແບບໃດແຕ່ນັ້ນ ຈະບໍ່ໄດ້ລົງເລິກຣາຍຣະອຽດ ເຖີງກັບຢູ່ ແຂວງໃດແຂວງນຶ່ງ."

ພິທີການມອບ-ຮັບທຶນການຊ່ອຍເຫຼືອ ໂຄງການຣະບົບຕິດຕາມ ການເຕືອນພັຍພິບັດ ໄດ້ຈັດຂຶ້ນໃນວັນທີ 18 ກຸຸມພາ ຜ່ານມາ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ຍານາງ ວິຕໍເຣັຍ ລີດ ທີ່ປຶກສາຄຸ້ມຄອງ ພັຍພິບັດແປຊີຟີກ ໄດ້ລົງນາມເຊັນສັນຍາ ຮ່ວມກັນ.

ໃນພິທີເຊັນສັນຍາ ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມໄດ້ກ່າວວ່າ: ບັນຫາພັຍພິບັດ ແລະຄວາມຊ່ຽງຈາກການປ່ຽນແປງດິນຟ້າອາກາດ ເປັນຕົ້ນພັຍນໍ້າຖ້ວມ, ແຜ່ນດິນໄຫວ, ຄື້ນສຸມນາມິ, ລົມພະຍຸ, ການຣະບາດຂອງພຍາດ ໄດ້ກາຍເປັນສີ່ງທ້າທາຍ.

ການຊ່ອຍເຫຼືອໂຄງການຈາກອົງການພັທນາ ສາກົລ ຫຼື USAID ຂອງສະຫະຣັຖອະເມຣິກາ ໂດຍຜ່ານສູນຄຸ້ມຄອງ ພັຍພິບັດປະຈຳຂົງເຂດ ແປຊີຟິກ ໃນຄ້ັງນີ້ ແມ່ນມີຄວາມສຳຄັນ ເຊິ່ງເປັນການສນັບສນູນ ຊອ່ຍເຫຼືອໃຫ້ແກ່ຣັຖບານ ສປປ ລາວ ໃນສ້າງຄວາມເຂັ້ມແຂງໃນຣະບົບ ຕິດຕາມ, ການພະຍາກອນແຈ້ງຂ່າວ ເຕືອນພັຍ ແລະ ການຄຸ້ມຕອງພັຍພິບັດ.

ພ້ອມກັນນີ້ໂຄງການດັ່ງກ່າວ ຍັງເປັນການຍົກຣະດັບ ຂີດຄວາມສາມາດໃຫ້ແກ່ ຣະບົບຕິດຕາມແລະການຄຸ້ມຄອງ ພັຍພິບັດຂອງສູນ ປະສານງານຊ່ອຍເຫຼືອ ດ້ານມະນຸສທັມ ຂອງອາຊ້ຽນ AHA Center ໃຫ້ມີຄວາມເຂັ້ມແຂງຂຶ້ນໃນການແບ່ງປັນ ແລະ ການແລກປ່ຽນ ຂໍ້ມູນຂ່າວສານ ດ້ານການເຕືອນພັຍ ແລະ ການຄຸ້ມຄອງພັຍພິບັດອາຊ້ຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.