ສາກົນຮຽກຮ້ອງໃຫ້ປ່ອຍ ທິດສີ
2020.09.01

ບັນດາອົງການສິດທິມະນຸດສາກົນ ຮຽກຮ້ອງໃຫ້ຕໍາຣວດປ້ອງກັນຄວາມສງົບ ແຂວງຈໍາປາສັກ ປ່ອຍໂຕ ທ່ານ ສັງຂານ ພະຈັນທະວົງ ຫລື ທີ່ຮູ້ຈັກກັນດີໃນນາມ ທິດສີ ອອກຈາກການ ຄວບຄຸມໂຕທັນທີ ຍ້ອນວ່າ ທ່ານ ບໍ່ມີເຈດຕະນາເວົ້າ ຫລື ສະແດງຄວາມຄິດເຫັນ ສຽດສີ ອົງການດໍາເນີນຄະດີ ຂອງ ຣະບົບຕຸລາການລາວ ແລະ ບໍ່ໄດ້ສ້າງຄວາມເຂົ້າໃຈຜິດ ແກ່ສັງຄົມ ດັ່ງທີ່ ທ່ານ ຟີລ ໂຣເບິດສັນ ຮອງ ຜູ້ອໍານວຍການ ຂອງ ອົງການສິດທິມະນຸດ Human Rights Watch ປະຈໍາຂົງເຂດ ເອເຊັຍ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຍເສຣີ, ໃນມື້ ວັນທີ 1 ກັນຍາ ນີ້ວ່າ:
”ເຂົາຄວນຈະປ່ອຍໂຕທັນທີເລີຍ ບໍ່ຄວນຈະໃຫ້ຕິດຄຸກ ມັນບໍ່ຍຸຕິທັມ ບໍ່ເໝາະສົມແລະບໍ່ຖືກຕ້ອງ. ທາງອັຍ ການບໍ່ຄວນຈະໃຊ້ກົດໝາຍ ຕອບໂຕ້ຂນາດນີ້ ກັບປະຊາຊົນຄົນນຶ່ງ ທີ່ຫວັງດີ. ອັຍການຄວນຈະຟັງຫລາຍກວ່າ ທີ່ຈະໃຊ້ກົດໝາຍແບບນີ້ ລົງໂທດຈະເຈົ້າ.”
ທ່ານກ່າວຕື່ມອີກວ່າ ປັດຈຸບັນທາງອົງການຂອງທ່ານ ກໍາລັງຕິດຕາມເຣຶ່ອງຂອງ ທິດສີ ນີ້ຢ່າງໃກ້ຊິດ ແລະມີຄວາມເປັນຫ່ວງນໍາເຣຶ່ອງນີ້ ຫຼາຍ. ການຈັບ ທິດສີ ກໍເປັນເຣຶ່ອງປົກກະຕິ ຂອງ ເຈົ້າໜ້າທີ່ລາວ ທີ່ຣະເມີດສິດທິ ຂອງການສະແດງຄວາມຄິດເຫັນ ຂອງປະຊາຊົນ; ດັ່ງນັ້ນ ຈຶ່ງມີການຕັ້ງຄໍາຖາມວ່າ ເປັນຫຍັງຈຶ່ງຍັງເຮັດ ແບບນີ້ຢູ່ ທັ້ງໆທີ່ການສະແດງ ຄວາມຄິດເຫັນ ນັ້ນກໍເປັນສິດພື້ນຖານ ຂອງ ປະຊາຊົນທຸກຄົນ.
ພ້ອມກັນນັ້ນ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ທີ່ປະເທດເຢັຽຣະມັນ ກໍກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ກັນຍາ ນີ້ວ່າ:
“ຕໍ່ກໍຣະນີ ທີ່ ທ່ານ ທິດສີ ຖືກຈັບ ຕົນກໍມີຄວາມຮູ້ສຶກ ເປັນຫ່ວງຫລາຍ ແລະຂໍຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວ ປ່ອຍໂຕທ່ານ ທິດສີ ອອກຈາກ ການຄຸມຂັງທັນທີ ເພາະທ່ານບໍ່ໄດ້ ເຮັດຫຍັງຜິດຫລາຍ ເຮັດພຽງແຕ່ ສະແດງຄວາມຄິດເຫັນຊື່ໆ ແລະ ທີ່ຜ່ານມາກໍຖືວ່າ ທ່ານເປັນຄົນດີຜູ້ນຶ່ງ ທີ່ຊ່ອຍເຫລືອສັງຄົມ ມາໂດຍຕລອດໃນຫລາຍເຣຶ່ອງ, ດັ່ງນັ້ນຈຶ່ງບໍ່ ສົມຄວນ ຖືກຈັບໂຕ.”
ຊຶ່ງມາດຕຣາ 44 ຂອງຣັຖທໍາມະນູນ ສປປລາວ ກໍານົດເອົາໄວ້ວ່າ ພົລເມືອງລາວ ມີສິດເສຣີພາບໃນການປາກເວົ້າ, ຂີດຂຽນ...
ໃນຂນະດຽວກັນ ປະຊາຊົນລາວ ທີ່ເປັນນັກເຄື່ອນໄຫວ ເພື່ອສິດທິມະນຸດ ຊຶ່ງອາສັຍຢູ່ປະເທດໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ກໍຣະນີຈັບ ທ່ານ ທິດສີ ກໍບໍ່ແຕກຕ່າງກັບ ກໍຣະນີ ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ທີ່ຖືກທາງການລາວຈັບເມື່ອປີກາຍ ໃນຂໍ້ຫາ ໃສ່ຮ້າຍປ້າຍສີພັກ-ຣັຖ ຜ່ານສື່ສັງຄົມອອນລາຍ ແລະວ່າຕົນຟັງເຣຶ່ອງທີ່ ທິດສີ ເວົ້າກໍບໍ່ໄດ້ຮຸນແຮງ ຫຍັງຫຼາຍ ມັນເປັນການໃຊ້ສິດຂອງ ທ່ານ ໃນການສະແດງ ຄວາມຄິດເຫັນ ບໍ່ໄດ້ຜິດຫຍັງຫລາຍ ດັ່ງທີ່ທ່ານກ່າວວ່າ:
“ສໍາລັບທິດສີ ກະຖືວ່າມັນບໍ່ແຕກຕ່າງ ກັບກໍຣະນີຂອງນ້ອງ ໝວຍ. ທີດສີ ເພີ່ມກະອອກມາວິພາກວິຈານ ໂດຍປົກຕິ ເພິ່ນໃຊ້ສິດທິຂອງ ເພິ່ນເອງເນາະ. ມັນກະບໍ່ໄດ້ມີຄວາມ ຮຸນແຮງຫຍັງນະ. ຄັນວ່າຣັຖບານ ເພິ່ນພິຈາຣະນາ ຫລື ເພິ່ນໃຫ້ຄວາມເປັນທັມ ຕາມກົດໝາຍ ໂດຍທີ່ຍຶດກົດໝາຍ ເປັນຫລັກຫັ້ນ ມັນກະບໍ່ໄດ້ມີຄວາມຜິດ ຫຍັງຫລາຍດອກ.”
ທ່ານກ່າວຕື່ມວ່າກໍຣະນີຈັບ ທ່ານ ທິດສີ ສະແດງໃຫ້ເຫັນຢ່າງຄັກແນ່ວ່າ ທາງການລາວພຍາຍາມຢ່າງສຸດຂີດ ໃນການປາບປາມປະຊາຊົນ ຢູ່ພາຍໃນປະເທດ ທີ່ສະແດງຄວາມຄິດເຫັນ ແຕກແຕ່ງກັບ ພັກແລະຣັຖ ຜ່ານສື່ສັງຄົມອອນລາຍ ບໍ່ໃຫ້ປະຊາຊົນເວົ້າແນວບໍ່ດີຕໍ່ພັກແລະຣັຖ, ບໍ່ດັ່ງນັ້ນກໍຈະຖືກກ່າວຫາວ່າ ເປັນຄົນປັ່ນປ່ວນສັງຄົມ ແລະໃສ່ຮ້າຍປ້າຍສີ ພັກ-ຣັຖ ຊຶ່ງມີໂທດໜັກ.
ພ້ອມກັນນັ້ນ ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ ປະເທດຝຣັ່ງເສດ ໄດ້ກ່າວຕໍ່ວິທຍຸເອເຊັຍ ເສຣີວ່າ ການທີ່ເຈົ້າໜ້າທີ່ຕໍາຣວດ ຄວບຄຸມໂຕ ທ່ານ ທິດສີ ສະແດງໃຫ້ເຫັນວ່າ ທາງການລາວຍັງ ສືບຕໍ່ຣະເມີດສິດເສຣີພາບ ໃນການ ສະແດງຄວາມຄິດເຫັນ ຂອງປະຊາຊົນ ຊຶ່ງບໍ່ເປັນໄປຕາມຖແລງການສາກົນ ວ່າດ້ວຍສິດທິມະນຸດ ທີ່ທາງການລາວໄດ້ເຊັນຮັບຮູ້ ແລະ ມີໜ້າທີ່ປະຕິບັດ ດັ່ງ ຍານາງ ກ່າວວ່າ:
“ການກັກຕົວຂອງທິດສີ ເປັນອີກຕົວຢ່າງນຶ່ງທີ ສະແດງໃຫ້ເຫັນວ່າ ຣະບອບປົກຄອງຂອງ ສປປລາວ ຍັງສືບຕໍ່ຢ່າງບໍ່ຢຸດຢັ້ງ ໃນການ ຣະເມີດສິດເສຣີພາບ ໃນການສະແດງຄວາມ ຄິດເຫັນຂອງປະຊາຊົນລາວ ຊຶ່ງເປັນສິດທິພື້ນຖານ ທີ່ຣະບຸໄວ້ໃນຖແລງການສາກົລ ວ່າດ້ວຍສິດທິມະນຸດ ທີ່ ສປປລາວ ໄດ້ເຊັນຮັບຮູ້ ແລະ ມີໜ້າທີ່ປະຕິບັດ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວລາວທ່ານນຶ່ງ ເວົ້າວ່າ ເປັນເຣຶ່ອງຍາກທີ່ຈະເວົ້າວ່າ ທ່ານ ທິດສີ ບໍ່ມີຄວາມຜິດ ແລະ ກໍຍາກທີ່ຈະໃຫ້ຕໍາຣວດ ປ່ອຍໂຕ ຍ້ອນວ່າທ່ານໄດ້ວິຈານ ຣະບົບ ຕຸລາການ ລາວ ຜ່ານທາງສື່ສັງຄົມອອນລາຍ ແທ້. ດັ່ງນັ້ນເຈົ້າໜ້າທີ່ ຈຶ່ງມີສິດຈັບໂຕ ແລະ ຕັ້ງຂໍ້ຫາ ດັ່ງທີ່ທ່ານກ່າວວ່າ:
“ເອີ ເຣື່ອງເຈົ້າໜ້າທີ່ ທີ່ເຂົາກະຈັບແຄ່ນັ້ນແລ້ວ ເຮັດບໍ່ຖືກວິຈານບ້ານເມືອງ ວິຈານແນວທາງ ເຂົາກະບໍ່ມັກເຂົາກະສິຈັບເທົ່ານັ້ນລະຕິ.”
ແລະປະຊາຊົນລາວອີກທ່ານນຶ່ງ ກໍເວົ້າວ່າ ການສະແດງຄວາມຄິດເຫັນ ຫລື ຕໍານິການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ບໍ່ແມ່ນວ່າຈະຜ່ານ ສື່ໃດກໍໄດ້, ຖືວ່າມີຄວາມຜິດ ອັນເປັນສິ່ງທີ່ ປະຊາຊົນຫລາຍຄົນ ຫລີກລ້ຽງຢູ່ແລ້ວ ແລະວ່າ ຫາກບຸກຄົນໃດ ມີຄວາມຂັດຂ້ອງໝອງໃຈ ຕໍ່ການເຮັດວຽກຂອງ ເຈົ້າໜ້າທີ່ກໍຄວນຂຽນໃບສເນີ ຫາ ພາກສ່ວນທີ່ກ່ຽວຂ້ອງ ດັ່ງທີ່ທ່ານ ກ່າວວ່າ:
“ຄັນເຈົ້າໄປຕໍານິວິຈານ ລົງເຟສບຸກ ຖືກຈັບໝົດແຫລະ. ຢາກເວົ້າຢາກວ່າຫຍັງ ເຈົ້າສເນີເປັນລາຍລັກອັກສອນ ຂຶ້ນຫ້ອງການນີ໊ໄດ້ ບໍ່ເປັນຫຍັງ. ແຕ່ວ່າ ຖ້າຂຽນອອກເຟສ ອອກຫຍັງແນ່ ລົງໄປວິຈານຣັຖບານ ແນ່ ເຂົາຈັບໂລດແຫລະ. ດຽວນີ້ເຂົາກໍາລັງລົງທະບຽນ ໂທຣະສັບ ທຸກໆໜ່ວຍ ຣັຖຈະຄຸ້ມຄອງໝົດ.”
ເພື່ອຂໍຮູ້ເຖິງຄວາມຄືບໜ້າຂອງກໍຣະນີ ດັ່ງກ່າວ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາຄອບຄົວ ຂອງ ທ່ານ ທິດສີ ແຕ່ບໍ່ມີຜູ້ໃດຮັບ ໂທຣະສັບ. ພ້ອມກັນນັ້ນກໍໄດ້ຕິດຕໍ່ໄປຫາ ຜແນກຕໍາຣວດປ້ອງກັນຄວາມສງົບ ແຂວງຈໍາປະສັກ ແລະຫ້ອງການຕໍາຣວດປ້ອງກັນຄວາມ ສງົບ ເມືອງບາຈຽງຈະເລີນສຸກ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ສໍາພາດ, ໃຫ້ເຮັດເອກກະສານ ເຂົ້າມາພົວພັນ.
ທ່ານ ສັງຂານ ພະຈັນທະວົງ ຫລື ທິດສີ ຖືກເຈົ້າໜ້າທີ່ຕໍາຣວດ ຈັບຢູ່ເຮືອນຂອງທ່ານ ທີ່ ບ້ານຫລັກ 14 ເມືອງບາຈຽງຈະເລີນສຸກ ແຂວງຈໍາປະສັກ ໃນວັນທີ 26 ສິງຫາ ທີ່ຜ່ານມາ. ມາເຖິງປັດຈຸບັນ ທ່ານຍັງຖືກຄວບຄຸມໂຕ ເພື່ອສອບສວນຢູ່ ແລະທາງການລາວ ຍັງບໍ່ຊີ້ແຈງວ່າ ທ່ານຖືກຈັບໃນຂໍ້ຫາ ຫຍັງແທ້.
ເມື່ອບໍ່ດົນມານີ້ ສື່ສັງຄົມອອນລາຍຫລາຍສໍານັກ ໄດ້ເຜີຍແຜ່ເອກກະສານ ທີ່ເປັນໃບສເນີຂອງອົງການ ອັຍການປະຊາຊົນ ແລະ ສານ ປະຊາຊົນ ແຂວງຈໍາປາສັກ ລົງວັນທີ 19 ສິງຫາ 2020 ທີ່ສເນີໄປຍັງຫົວໜ້າ ຄະນະໂຄສະນາ ອົບຮົມ ແຂວງຈໍາປາສັກ ກ່ຽວກັບ ບຸກຄົນທີ່ລົງເຟສບຸກ ຊຶ່ງເວົ້າເຖິງອົງການດໍາເນີນຄະດີ ທີ່ເຫັນວ່າເປັນການເວົ້າຈາສຽດສີ ໃສ່ອົງການດໍາເນີນຄະດີ ຂອງຣະບົບຕຸລາການ ລາວ ແລະ ມີເຈດຕະນາສ້າງຄວາມເຂົ້າໃຈ ບໍ່ຖືກຕ້ອງແກ່ສັງຄົມ.