ເຣື້ອງທີ່ເກັບບັນທຶກໄວ້
2023-05-22
ເຈົ້າໜ້າທີ່ ຕໍາຣວດ ຂອງໄທຍ ກໍາລັງສືບສວນ-ສອບສວນ ກໍຣະນີ ທ້າວ ບຸນສວນ ກິດຕິຍາໂນ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຍິງຈົນເສັຍຊີວິດ ຢູ່ເຂດບ້ານໂນນຈິກ ເມືອງສີເມືຶອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-19
ທ້າວ ບຸນສວນ ກິດຕິຍາໂຍ ອາຍຸ 56 ປີ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ແລະເປັນຜູ້ລີ້ພັຍຢູ່ໄທຍ ທີ່ຮັບການຄຸ້ມຄອງສິດ ແລະສວັດດິພາບ ຈາກສໍານັກງານ ຂ້າຫຼວງໃຫຍ່ ຜູ້ລີ້ພັຍແຫ່ງສະຫະປະຊາຊາຕ ຖືກຄາຕກັມ ຢູ່ບໍຣິເວນບ້ານໂນນຈິກ ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-17
ປະຕິກິຣິຍາ ຂອງ ຊາວລາວທົ່ວໄປ ແລະ ຊາວໜຸ່ມລາວ ຈຳນວນຫຼາຍ ທີ່ຕິດຕາມການເລືອກຕັ້ງທົ່ວໄປ ຂອງໄທຍ ຢ່າງໃກ້ຊິດ ເຖິງວ່າຈະບໍ່ມີຜົລໂດຍຕຣົງ ຕໍ່ປະເທດລາວກໍຕາມ, ຂະນະທີ່ຫຼາຍຄົນ ເຫັນວ່າ ຖ້າການເມືອງໄທຍສງົບ ແລະ ເສຖກິຈໄທຍ ດີຂຶ້ນແທ້, ເສຖກິຈລາວ ຈະໄດ້ຮັບຜົລນັ້ນນຳດ້ວຍ.
2023-05-11
ພິທີເປີດການຊ້ອມຣົບ “ໂລ້ກໍ້າບັງມິຕພາບ” ລະຫວ່າງກອງທັບລາວ ແລະຈີນ ໄດ້ມີຂຶ້ນຢູ່ວິທຍາຄານທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 11 ພຶສພານີ້ ໂດຍມີທະຫານເຂົ້າຮ່ວມ ຫຼາຍກວ່າ 900 ຄົນ ເພື່ອການຮ່ວມມື ດ້ານກອງທັບ ຂອງ 2 ປະເທດນີ້.
2023-05-10
ມີການແຕ່ງຕັ້ງ ຄະນະຊີ້ນຳ ອົງການຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຊຶ່ງໃນນັ້ນໄດ້ມການແຕ່ງຕັ້ງ ເຈົ້າໜ້າທີ່ຕຳຣວດ ຫຼາຍຕຳແໜ່ງ ໂດຍຂຶ້ນກັບກອງບັນຊາການ ປກສ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ລວມທັງມີການແຕ່ງຕັງ ເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ.
2023-05-09
ຊາວນາ ບ້ານກະດັນ ເມືອງມູນລະປະໂມກ ແຂວງຈຳປາສັກ ປະມານ 120 ຄອບຄົວ ຕ້ອງການໃບຕາດິນ ຂອບທອງ ຫຼື ໃບຕາດິນຖາວອນ ຍ້ອນພວກເຂົາເຈົ້າກັງວົນວ່າ ທາງການຈະຍຶດດິນນາທັງໝົດ ໄປໃຫ້ນາຍທຶນສັມປະທານ ແລ້ວເຂົາເຈົ້າບໍ່ມີສິດ ໃນທີ່ດິນທຳກິນ.
2023-05-08
ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ຖືກທາງການລາວຈັບ ຫຼັງຈາກມາຢາມບ້ານ ຢູ່ແຂວງສວັນນະເຂດ ຊຶ່ງຜູ້ກ່ຽວເປັນສະມາຊິກ ຂອງກຸ່ມ ຟຣີລາວ ທີ່ທາງການລາວ ເຫັນວ່າ ເປັນກຸ່ມຕໍ່ຕ້ານ ຣັຖບານ ແລະ ມີສະມາຊິກຫຼາຍຄົນ ຖືກຈັບ.
2023-05-08
ຣັຖບານລາວ ໄດ້ມອບສັນຊາຕລາວ ໃຫ້ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ ທີ່ມີຊາຍແດນຕິດກັບວຽດນາມ ຂະນະທີ່ປະຊາຊົນລາວ ເຫັນວ່າ ຄວນຄິດໄລ່ຄັກແນ່ ຢ້ານບໍ່ມີດິນຢູ່ ເນື່ອງຈາກທຸກມື້ນີ້ ພື້ນທີ່ກໍເຫຼືອໜ້ອຍລົງ ແລະຖືກຄອບຄອງ ຈົນເກືອບໝົດແລ້ວ.
2023-05-08
ທ້າວ ອານຸຊາ ຫຼວງສຸພົມ ຟື້ນຈາກການຖືກຍິງ ແຕ່ລູກປືນຍັງຄາຢູ່ປອດ ແລະ ອີກລູກນຶ່ງເຮັດ ລີ້ນຂາດ ຈຶ່ງບໍ່ສາມາດ ປາກ-ເວົ້າໄດ້ ມີພຽງແຕ່ ໃຊ້ວິທີຂຽນໜັງສື ສື່ສານແທນ ຂະນະທີ່ ທາງການລາວ ຖແລງວ່າ ສາເຫດການຍິງໃນຄັ້ງນີ້ ອາດເປັນຍ້ອນຂໍ້ຂັດແຍ່ງ ທາງທຸຣະກິຈ ຫລື ບັນຫາຊູ້ສາວ.
2023-05-05
ທ່ານ ເນັ່ງທໍ່ຢ່າງ ຊາວເຜົ່າມົ້ງ ອາຍຸປະມານ 60 ປີ ເປັນນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນຍິງ ຈົນເສັຍຊີວິດ ຢູ່ຫົນທາງໃນເຂດບ້ານນໍ້າເດື່ອ, ສ່ວນສາເຫດ ຍັງຢູ່ໃນລະຫວ່າງການ ສືບສວນ ແລະ ສອບສວນ.
2023-05-05
ອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິມະນຸດ ເຊິ່ງເປັນສະມາຊິກກຸ່ມ “Free Laos” ຖືກຈັບ ຢູ່ແຂວງສວັນນະເຂດ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ.
2023-05-04
ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ທີ່ຖືກຍິງ ກ່ອນໜ້ານີ້ ຍັງມີຊີວິດຢູ່ ແລະ ຢູ່ລະຫວ່າງການປິ່ນປົວ ຈາກການຖືກຍິງ ຈົນໄດ້ຮັບບາດເຈັບສາຫັດ ສ່ວນສາເຫດທີ່ແທ້ຈິງນັ້ນ ເຈົ້າໜ້າທີ່ ກຳລັງດຳເນີນການ ສອບສວນ ແລະ ສືບສວນຢູ່.
2023-05-04
ວັນເສຣີພາບ ສື່ມວນຊົນສາກົລ ເຊິ່ງຕົງກັບວັນທີ 3 ພຶສພາ ຂອງທຸກປີ, ທາງດ້ານອົງການຂ່າວ ບໍ່ມີພົມແດນ ຫລື Reporters without Borders ກໍໄດ້ຣາຍງານວ່າ ຣັຖບານລາວ ຍັງໃຊ້ອໍານາດຄວບຄຸມ ສື່ມວນຊົນລາວ ຢ່າງເດັດຂາດ ເຮັດໃຫ້ເສຣີພາບ ຂອງ ສື່ມວນຊົນລາວ ຖືກຈັດຢູ່ໃນອັນດັບ ທີ່ 160 ຈາກທັງໝົດ 180 ປະເທດ.
2023-05-02
ພາຍຫລັງ ປະທານ ປະເທດ ວຽດນາມ ມາຢ້ຽມຢາມ ສປປ ລາວ ບໍ່ເຖິງອາທິດ, ຮອງນາຍົກ ຣັຖມົນຕຣີ ສປປ ລາວ ກໍໄປຈີນ ເຮັດໃຫ້ມີຂ່າວວ່າ ເປັນໄປໄດ້ ທີ່ການໄປນັ້ນ ເປັນການຣາຍງານ ຜົລການຢ້ຽມຢາມ ສປປ ລາວ ຂອງຜູ້ນໍາວຽດນາມ ໃຫ້ທາງການຈີນຮູ້.
2023-05-02
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະ ເຈົ້າໜ້າທີ່ ຈາກກະຊວງປ້ອງກັນ ຄວາມສງົບ ຂອງວຽດນາມ ໄດ້ຫາລືກັນ ເພື່ອສືບຕໍ່ໂຄງການ ກໍ່ສ້າງຖານຂໍ້ມູນ ພົລເມືອງແຫ່ງຊາຕ ໃນນັ້ນລວມທັງທະບຽນ ສຳມະໂນຄົວຄົນລາວ ແລະ ອອກບັດປະຕຳໂຕ ທັນສໄມໃຫ້ແກ່ຄົນລາວ.