ຊາວລາວ ຕິດຕາມ ການເລືອກຕັ້ງທົ່ວໄປ ໃນໄທຍ ຢ່າງໃກ້ຊິດ

ພູວົງສ໌
2023.05.17
ຊາວລາວ ຕິດຕາມ ການເລືອກຕັ້ງທົ່ວໄປ ໃນໄທຍ ຢ່າງໃກ້ຊິດ ຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທຍ, ເດືອນມີນາ ປີ 2022.
RFA

ສິ້ນສຸດລົງໄປແລ້ວ, ສຳລັບການເລືອກຕັ້ງທົ່ວໄປ ທີ່ປະເທດໄທຍ ແລະ ຜົລປະກົດວ່າ ພັກກ້າວໄກ ທີ່ເປັນພັກໂຕແທນ ຂອງຄົນຍຸກໃໝ່ ທີ່ມີຄວາມຄຶດກ້າວໜ້າ ພາຍໃຕ້ການຊີ້ນຳ-ນຳພາ ຂອງທ່ານ ພິທາ ລິ້ມຈະເຣີນຣັຕ ຜູ້ເປັນຫົວໜ້າພັກ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ, ເຊິ່ງໄດ້ຮັບສຽງສນັບສນູນ ຈາກປະຊາຊົນຊາວໄທຍ ຫຼາຍກວ່າໝູ່ ເຖິງ 14 ລ້ານ 2 ແສນປາຍຄົນ.

ປະຕິເສດບໍ່ໄດ້ວ່າ ຕໍ່ກັບການເລືອກຕັ້ງທົ່ວໄປ ໃນປະເທດໄທຍ ທີ່ຫາກໍສິ້ນສຸດລົງໄປ ນັ້ນ, ຖືເປັນກະແສແຮງພໍສົມຄວນ ໃນສັງຄົມລາວ, ໂດຍສະເພາະຊາວໜຸ່ມລາວ ທີ່ຕິດຕາມການເລືອກຕັ້ງໄທຍ ຢ່າງໃກ້ຊິດ.

ຊາວລາວທ່ານນຶ່ງ ທີ່ແຂວງຫຼວງພຣະບາງ ກໍໄດ້ໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ພຶສພາ 2023 ນີ້ວ່າ ການເລືອກຕັ້ງທົ່ວໄປ ໃນປະເທດໄທຍ ເທື່ອນີ້ ສັງຄົມລາວ ໃຫ້ຄວາມສົນໃຈຫຼາຍ ແລະ ທ່ານກໍຄາດຫວັງວ່າ ຖ້າຫາກການເມືອງໄທຍ ມີຄວາມທຸ່ນທ່ຽງ ແລະ ສະພາບເສຖກິຈໄທຍດີຂຶ້ນ ກໍຈະສົ່ງອານິສົງ ໃຫ້ມີນັກທ່ອງທ່ຽວໄທຍ ມາທ່ຽວລາວຫຼາຍຂຶ້ນ, ກໍຖືເປັນຜົລພອຍໄດ້ ໃຫ້ແກ່ເສຖກິຈ-ສັງຄົມລາວ ໄປໃນໂຕ.

“ເອີ, ເບິ່ງແທ້. ເພາະວ່າສ່ວນຫຼາຍ ກະພວກນັກທຸຣະກິຈ ເຂົາເຈົ້ານີ້ແຫຼະ ກະເບິ່ງນຳ ເພາະວ່າ ມັນການເໜັງນີ້ແຫຼະ, ມັນຊິນິ້ງ ຫຼືບໍ່ນິ້ງຢູ່ນີ້. ສ່ວນຫຼາຍພວກຄ້າ-ພວກຂາຍ ພວກນີ້ແຫຼະ ເຂົາເຈົ້າກະເບິ່ງນຳ ເພາະວ່າບ້ານເຮົາຕອນນີ້ ອີງຕາມອັດຕຣາແລກປ່ຽນ ຂອງເຂົາເຈົ້າເດ້. ເງິນບາທ ມັນຂຶ້ນມັນລົງ ມັນເໜັງມັນຕີງ, ຊັ້ນເດ້. ມັນກະມີຄວາມສຳຄັນເພາະຫຍັງ ເພາະວ່າ ດຽວນີ້ເນາະ ຖ້າວ່າການເມືອງເຂົາເຈົ້າບໍ່ນິ້ງ ນັກທ່ອງທ່ຽວກະບໍ່ມາ, ອັນທີນຶ່ງ. ອັນທີສອງມາລະ ເງິນນີ້ກະຍັງຜັນຜວນຢູ່ນີ້ ເປັນສິນຄ້ານັ້ນນີ້ ກະຂຶ້ນລົງ ຂຶ້ນລົງ ໂດຍທີ່ວ່າ ມັນເໜັງແຮງ, ຫັ້ນນ່າ. ຄືມາທຽບໃສ່ເງິນກີບບໍ ອັນນັ້ນອັນນີ້ ມັນກະເໜັງແຮງ ບາງທີຂຶ້ນບັກຫຼາຍໆ ລົງບັກຫຼາຍໆ. ມັນກະຊິຄວາມສຳຄັນຫັ້ນແຫຼະ ເພາະວ່າ ເຮົານີ້ອີງຕາມເງິນຕຣາ ຄືເງິນໂດ່ລ້າຣ໌ ບໍ່, ເງິນບາທ, ຈັ່ງຊີ້.”

ຊາວລາວ ນາງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໃຫ້ຄວາມເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຍານາງເອງ ກໍໄດ້ຕິດຕາມ ການເລືອກຕັ້ງທົ່ວໄປ ຂອງໄທຍ ຢ່າງໃກ້ຊິດເຊັ່ນກັນ ແລະ ກໍສາມາດເຫັນໄດ້ວ່າ ໃນສື່ສັງຄົມອອນລາຍນ໌ ແລະ ຜູ້ຄົນໃນສັງຄົມລາວ ເວົ້າເຖິງເຫດການດັ່ງກ່າວ ເປັນວົງກວ້າງ, ໂດຍສະເພາະກະແສ ພັກກ້າວໄກ ທີ່ໃຜໆ ກໍໃຫ້ກຳລັງໃຈ.

“ໂດຍ, ເຫັນຕິດຕາມຫຼາຍຢູ່ໄດ໋ ເຫັນຄົນເວົ້າຫຼາຍຢູ່ໄດ໋. ເຮົາເລື່ອນກະເຫັນແຫຼະເນາະ ກະເຫັນຂໍ້ມູນຢູ່ໃນເຟສບຸກຄ໌ ສ່ວນຫຼາຍ. ຕາມທີ່ເບິ່ງເນາະ ກະເຊັຽ ພັກກ້າວໄກ ຫັ້ນແຫຼະ. ເຫັນທ່ານ ພິລາ ລະກໍຕາມເຂົາມັກເຊັຽ ລະກະເຊັຽໄປນຳ, ຫັ້ນແຫຼະ. ຄັນວ່າ ຕາມນະໂຍບາຍ ຂອງພັກຫັ້ນ ຄັນວ່າມັນເປັນແນວນັ້ນແທ້ ທຸຣະກິຈເຂົາດີຂຶ້ນ ກໍໜ້າຈະສົ່ງຜົລ. ຄຶດວ່າ ເງິນກໍຄືຊິດີ, ອັດຕຣາແລກປ່ຽນເນາະ ມັນກະຄືຊິບໍ່ສູງປານນີ້.”

ຊາວໜຸ່ມລາວ ຜູ້ນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ພຶສພາ 2023 ນີ້ວ່າ ພວກກຸ່ມຊາວໜຸ່ມລາວ ຈຳນວນຫຼາຍ ກໍພາກັນໂສກັນຫຼາຍ ກ່ຽວກັບການເລືອກຕັ້ງທົ່ວໄປ ໃນໄທຍ ແລະ ພັກກ້າວໄກ ຖືເປັນພັກການເມືອງ ທີ່ຊາວໜຸ່ມລາວ ພາກັນເຊັຽຫຼາຍທີ່ສຸດ. ຂະນະດຽວກັນ, ກໍເຫັນວ່າ ຖ້າຫາກການເມືອງໄທຍ ດີຂຶ້ນ ເສຖກິຈໄທຍ ດີຂຶ້ນ ກໍຍິ່ງຈະເຮັດໃຫ້ມີຄົນລາວ ສົນໃຈໄປຊອກເຮັດວຽກໃນໄທຍ ຫຼາຍຂຶ້ນຕື່ມ.

“ເອີ, ກະຕິດຕາມຢູ່. ເປັນກະແສຢູ່, ແຕ່ມັນເປັນແບບ ມີແຕ່ເຂົາກະເວົ້າກັນຊື່ໆຫັ້ນແຫຼະ, ແຊຣ໌ອີ່ຫຍັງລົງເຟສບຸກຄ໌, ຫັ້ນນ່າ ກະມີຢູ່, ໄທບ້ານນີ້ ໝູ່ຄູ່ນຳບ້ານນີ້ແຫຼະ. ຄັນວ່າ ມີຄົນນຶ່ງເວົ້າຂຶ້ນມາ ເຂົາເຈົ້າກະເຊັຽກັນໄປ ເຊັຽກັນມາຫັ້ນແຫຼະ, ຊິເວົ້າໃນທາງດຽວກັນແດ່ ລະກະກັງວົນເຣື່ອງເງິນເຟີ້, ອິຫຍັງນີ້ແຫຼະ. ຄົນຢູ່ໂຮງງານ ກະໄປເຮັດວຽກຢູ່ໄທຍ ບັກຫຼາຍໆ. ເງິນບາທ ສູງແດ່, ລະກະຂຶ້ນກັບເງິນເດືອນຫັ້ນແຫຼະ ເງິນເດືອນຢູ່ລາວ ມັນໜ້ອຍ.”

ຜູ້ປະກອບການ-ຄ້າຂາຍ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຊາວລາວ ພາກັນຕິດຕາມ ການເລືອກຕັ້ງທົ່ວໄປ ໃນໄທຍ ຫຼາຍສົມຄວນ ໃນທຸກວົງການ, ແຕ່ໃນເຣື່ອງຜົລການເລືອກຕັ້ງ ໃນໄທຍ ນັ້ນ, ຄົງບໍ່ມີຫຍັງ ກ່ຽວຂ້ອງກັບປະເທດລາວຫຼາຍ ແລະ ທຸກຢ່າງຄົງຈະຄືເກົ່າ. ແນ່ນອນວ່າ ໃນແງ່ເສຖກິຈ ແລ້ວ, ມັນກໍອາຈຄ່ອຍໆດີຂຶ້ນ ຖ້າຫາກວ່າ ເສຖກິຈໄທຍ ດີຂຶ້ນ ກໍຈະເຮັດໃຫ້ຊາວໄທຍ ຜູ້ມີລາຍຮັບ ຫຼາຍກວ່າລາຍຈ່າຍ ຄົງຈະມີເງິນເຫຼືອ ແລ້ວມາທ່ຽວລາວ ຫຼາຍຂຶ້ນແດ່.

“ເທົ່າທີ່ສັງເກດ ກະຫຼາຍຢູ່ໄດ໋ ກະເໝືອນຢ່າງທີ່ວ່າຫັ້ນລະ, ກະຖືວ່າຫຼາຍພໍສົມຄວນຢູ່, ແຕ່ກະຖືວ່າ ດີຫຼາຍໆຢ່າງຢູ່ ມັນກະຊິມີ ດີໆນຳຕາມກັນມາ. ໂດຍສ່ວນໂຕແລ້ວ, ຄິດວ່າຜົລໂຕນີ້ ມັນຈະບໍ່ກ່ຽວກັບ ຂອງບ້ານເຮົາເລີຍ, ຫັ້ນນ່າ. ເຣື່ອງຫຍັງຕ່າງໆ ທີ່ມັນຈະອັນນັ້ນຂຶ້ນ, ປົກກະຕິ ມັນກະສ່ຳນີ້ແຕ່ໃດມາ, ຫັ້ນນ່າ ຄວາມໝາຍວ່າ. ບໍ່ວ່າແຕ່ຜູ້ໃດຂຶ້ນມາ ບໍ່ວ່າແຕ່ຣຸ່ນໃດ ບໍ່ວ່າແຕ່ໃຜ ສັງເກດແຕ່ພຸ້ນແຫຼະ ຍຸກທ່ານ ທັກສິນ ມາ ອິຫຍັງປະມານນີ້ນ່າ, ມັນກະຄ້າຍໆກັນຫັ້ນແຫຼະ. ອັນນັ້ນມັນກະມີສ່ວນຢູ່ ຄັນຜູ້ຄົນມີລາຍໄດ້ ພໍພຽງກັບລາຍຈ່າຍ ມັນກະອາຈເນາະ ຖ້າວ່າມັນເປັນໄດ້ຢ່າງທີ່ເຂົາໄດ້ເວົ້າວ່າ ມັນຈະດີຂຶ້ນຫຼາຍໆຢ່າງ ກະອາຈມີສ່ວນທີ່ເພີ່ມຂຶ້ນ.”

ຄົນງານລາວ ນາງນຶ່ງ ທີ່ມາເຮັດວຽກໃນປະເທດໄທຍ ເປັນເວລາຫຼາຍກວ່າ 5 ປີ ແລ້ວ ທີ່ຂໍສງວນຊື່ ແລະ ສຽງ ກໍໄດ້ແບ່ງປັນຄວາມຄຶດເຫັນ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຍານາງເອງ ກໍຕິດຕາມການເລືອກຕັ້ງທົ່ວໄປ ໃນໄທຍ ຄັ້ງນີ້ ຕັ້ງແຕ່ເບື້ອງຕົ້ນມາແລ້ວ ເພາະເຊື່ອວ່າ ຖ້າພັກກ້າວໄກ ໄດ້ເປັນຣັຖບານແທ້ ກໍມີຄວາມຫວັງວ່າ ຈະໄດ້ຄ່າແຮງງານ ເພີ່ມຂຶ້ນ ຈາກທີ່ໄດ້ໃນປັດຈຸບັນ ພຽງແຕ່ 300 ປາຍບາທ ຕໍ່ມື້ ມາເປັນ 450 ບາທ ຕໍ່ມື້ ທັນທີ ຕາມທີ່ພັກດັ່ງກ່າວ ມີນະໂຍບາຍອອກມາ.”

ສ່ວນທ່ານປະທານ ໂຈເຊັຟ ອັກຄະຣະວົງ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິເສຣີພາບ ຊາວລາວ ທີ່ຕອນນີ້ ໄດ້ລີ້ພັຍທາງການເມືອງ ທີ່ປະເທດຝຣັ່ງເສດ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ພຶສພາ 2023 ນີ້ວ່າ ເທົ່າທີ່ທ່ານສັງເກດເຫັນ ຜ່ານການເລືອກຕັ້ງທົ່ວໄປ ຂອງໄທຍ, ຊາວໜຸ່ມລາວ ແລະ ຊາວລາວທົ່ວໄປ ທີ່ຢູ່ໃນລະດັບຊົນຊັ້ນກາງ ຈຳນວນຫຼາຍ ໃຫ້ຄວາມສົນໃຈ ການເລືອກຕັ້ງທົ່ວໄປ ໃນໄທຍ ຄັ້ງນີ້ ຫຼາຍທີ່ສຸດ ແລະ ພວກເຂົາກໍມີຈິນຕະນາການໃໝ່ ທີ່ຢາກເຫັນສັງຄົມລາວ ແລະ ການເມືອງລາວ ດີຂຶ້ນກວ່ານີ້.

“ໄດ້ຕິດຕາມເນາະ ເບິ່ງການເລືອກຕັ້ງໄທຍ ໃນຄັ້ງນີ້ ຈັບເບິ່ງສັນຍານ, ກະແສ ຂອງຄົນໜຸ່ມ ຄົນສາວ ຫຼືວ່າຄົນຊົນຊັ້ນກາງ ຢູ່ໃນເມືອງລາວເຮົາ ຈະເຫັນວ່າ ທຸກຄົນສົນໃຈ ເຣື່ອງການເມືອງໄທຍ ຫຼາຍ. ເປັນຍ້ອນວ່າທຸກຄົນ ຕິດຕາມສື່ສັງຄົມອອນລາຍນ໌, ລະກະເຫັນ ການນຳສເນີນະໂຍບາຍ ຂອງພັກກ້າວໄກ, ບໍ່ວ່າຈະເປັນເຣື່ອງການເມືອງ ຫຼືວ່າເຣື່ອງເສຖກິຈ. ກະຖືວ່າເປັນພັກການເມືອງທີ່ວ່າ ໃຫ້ນະໂຍບາຍ ຫຼືວ່າໃຫ້ຄຳໝັ້ນສັນຍາ ກັບປະຊາຊົນວ່າ ຖ້າໂຕເອງໄດ້ເປັນຣັຖບານ ແລ້ວ ຈະເຮັດຫຍັງແດ່ ເພື່ອປະຊາຊົນ. ລະກະບວກກັບ ການທີ່ຄົນລາວເຮົາ ຢູ່ໃນພາວະ ທີ່ສັງຄົມລາວ ເຕັມໄປດ້ວຍບັນຫາ ບໍ່ວ່າຈະເປັນເຣື່ອງເສຖກິຈ, ເຣື່ອງສັງຄົມ, ຄວາມວຸ້ນວາຍ, ເຣື່ອງຢາເສບຕິດ ຫຼືວ່າເຣື່ອງຂີ້ລັກ, ປຸ້ນ, ຈີ້, ອີ່ຫຍັງຕ່າງໆນີ້ນ່າ. ເລີຍເຮັດໃຫ້ຄົນລາວ ເຣີ່ມຈະສົນໃຈ ລະກະເຣີ່ມຢາກຈະ ຈິນຕະນາການເຖິງ ການທີ່ເມືອງລາວເຮົານີ້, ມີພັກການເມືອງຫຼາຍພັກ ທີ່ມີການແຂ່ງຂັນກັນ ເຮັດນະໂຍບາຍ ເພື່ອຄົນລາວຫຼາຍຂຶ້ນເນາະ. ແຕ່ຖ້າເປັນຄົນໜຸ່ມ ຄົນສາວ ທົ່ວໄປ ກະຄຶດວ່າເຂົາສົນໃຈ ເຣື່ອງອະນາຄົດ ທາງດ້ານເສຖກິຈ ຫຼືແມ້ກະທັ້ງ ເສຣີພາບ. ເສຣີພາບ ໃນການສະແດງອອກ, ໃນການປາກເວົ້າ.”

ອີງຕາມການຣາຍງານຈາກ ອົງການກະຈາຍສຽງ ແລະ ແຜ່ພາບ ສາທາຣະນະ ແຫ່ງປະເທດໄທຍ ຫຼື Thai PBS ໃນມື້ວັນທີ 17 ພຶສພາ ປີ 2023 ໂດຍອ້າງອີງຂໍ້ມູນ ຈາກຄະນະກັມມະການ ການເລືອກຕັ້ງໄທຍ ຫຼື ກກຕ ແລ້ວແມ່ນວ່າ ຜົລການລົງຄະແນນ ການເລືອກຕັ້ງທົ່ວໄປ ໃນມື້ວັນທີ 14 ພຶສພາ ທີ່ຜ່ານມາ ນັ້ນ, ປະກົດວ່າ ນັບຄະແນນໄປຮຽບຮ້ອຍແລ້ວ 95%, ເຊິ່ງ 4 ພັກການເມືອງ ທີ່ໄດ້ຈຳນວນສະມາຊິກສະພາຜູ້ແທນຣາສດອນ ຫຼື (ສສ) ຈຳນວນຫຼາຍກວ່າພັກການເມືອງອື່ນໆ ມີດັ່ງນີ້:

ລຳດັບທີ 1, ພັກກ້າວໄກ ໄດ້ຈຳນວນສະມາຊິກສະພາ ຜູ້ແທນຣາສດອນ, ເຊິ່ງໄດ້ ສສ ແບບແບ່ງເຂດ ຈຳນວນ 113 ຄົນ ແລະ ສສ ແບບບັນຊີຣາຍຊື່ ຈຳນວນ 39 ຄົນ ລວມທັງໝົດ ໄດ້ ສສ ຈຳນວນ 152 ຄົນ.

ລຳດັບທີ 2, ພັກເພື່ອໄທຍ ໄດ້ຈຳນວນສະມາຊິກສະພາ ຜູ້ແທນຣາສດອນ ສສ ແບບແບ່ງເຂດ ຈຳນວນ 112 ຄົນ ແລະ ສສ ແບບບັນຊີຣາຍຊື່ ຈຳນວນ 29 ຄົນ ລວມທັງໝົດ ໄດ້ ສສ ຈຳນວນ 141 ຄົນ.

ລຳດັບທີ 3, ພັກພູມໃຈໄທຍ ໄດ້ຈຳນວນສະມາຊິກສະພາຜູ້ແທນຣາສດອນ ສສ ແບບແບ່ງເຂດ ຈຳນວນ 67 ຄົນ ແລະ ສສ ແບບບັນຊີຣາຍຊື່ ຈຳນວນ 03 ຄົນ ລວມທັງໝົດ ໄດ້ ສສ ຈຳນວນ 70 ຄົນ.

ລຳດັບທີ 4, ພັກພະລັງປະຊາຣັຖ ໄດ້ຈຳນວນສະມາຊິກສະພາຜູ້ແທນຣາສດອນ ສສ ແບບແບ່ງເຂດ ຈຳນວນ 39 ຄົນ ແລະ ສສ ແບບບັນຊີຣາຍຊື່ ຈຳນວນ 2 ຄົນ ລວມທັງໝົດ ໄດ້ ສສ ຈຳນວນ 41 ຄົນ.

ປັດຈຸບັນ, ພັກກ້າວໄກ ໃນຖານະພັກການເມືອງທີ່ໄດ້ສຽງ ສສ ເປັນລຳດັບທີ 1 ພວມຢູ່ໃນລະວ່າງ ການເຈຣະຈາ ກັບພັກການເມືອງຕ່າງໆ ເພື່ອຈັດຕັ້ງຣັຖບານໃໝ່ ແລະ ການສເນີຊື່ ໃຫ້ ສສ ຮັບຮອງ ເພື່ອດຳຣົງຕຳແໜ່ງນາຍົກຣັຖມົນຕຣີ ແລະ ຄາດວ່າ ຈະມີຂຶ້ນໃນມໍ່ໆນີ້ ຫຼືບໍ່ເກີນ 60 ມື້ ພາຍຫຼັງສິ້ນສຸດມື້ເລືອກຕັ້ງທົ່ວໄປ.

ທັງໝົດນັ້ນ, ກໍແມ່ນຫຼາກຫຼາຍຄວາມຄຶດເຫັນ ຂອງຊາວລາວ ແລະ ຊາວໜຸ່ມລາວ ທີ່ຕິດຕາມການເລືອກຕັ້ງທົ່ວໄປ ໃນໄທຍ ຢ່າງໃກ້ຊິດ ເຖິງວ່າຈະບໍ່ມີຜົລໃດໆ ໂດຍຕຣົງ ຕໍ່ປະເທດລາວເລີຍກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.