ຂ່າວຄືບໜ້າ ເຫດການ ທ. ບຸນສວນ ຖືກຍິງ ເສັຽຊີວິດ ຢູ່ໄທຍ

ຈຳປາທອງ
2023.05.22
ຂ່າວຄືບໜ້າ ເຫດການ ທ. ບຸນສວນ ຖືກຍິງ ເສັຽຊີວິດ ຢູ່ໄທຍ ທ້າວ ບຸນສວນ ກິດຕິຍາໂນ.
ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ຕໍາຣວດ ພູທອນສີເມືອງໃໝ່ ແຂວງອຸບົນ ປະເທດໄທຍ ກໍາລັງສືບສວນ-ສອບສວນ ເຫດການເສັຍຊີວິດ ຂອງທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ອາຍຸ 56 ປີ ທີ່ຖືກຍິງ 3 ນັດຢູ່ປ່າແຄມທາງ ໃນເຂດບ້ານໂນນຈິກ ຕາແສງວາຣິນ ເມືອງສີເມືຶອງໃໝ່ ໃນຕອນຄໍ່າຂອງມື້ວັນທີ 16 ພຶສພານີ້, ອີງຕາມຄໍາເວົ້າ ຂອງ ພັນຕໍາຣວດເອກ ສັກໄຊ ເກດໂກມົນ ຜູ້ກໍາກັບການ ຕໍາຣວດ ພູທອນສີເມືອງໃໝ່ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ພຶສພານີ້.

ທ່ານກ່າວວ່າ:

“ກໍບໍ່ມີຫຍັງ ກໍາລັງສືບສວນ-ສອບສວນຢູ່ ຊອກຫາໂຕຄົນຮ້າຍ ມັນກໍບໍ່ມີຣາຍລະອຽດຫຍັງຫຼາຍ ເທົ່າທີ່ຮູ້ວ່າມີການພົບສົບ ແລ້ວກໍໜ້າຈະຖືກຍິງອີ່ຫຍັງ ກໍກໍາລັງຊອກຫາພະຍານຫຼັກຖານ ຫາໂຕຄົນຮ້າຍ ເວົ້າງ່າຍໆ ສັນນິ ຖານບໍ່ໄດ້ ປົກກະຕິເຂົາບໍ່ໄດ້ເປັນຄົນແຖວນີ້ ໄປໆ ມາໆ ອີ່ຫຍັງແນວນີ້ ຜູ້ບັງຄັບບັນຊາກໍໜ້າຈະປະສານໄປ (ຍັງ UNHCR) (ສ່ວນໄລຍະເວລາ ໃນການຕິດຕາມຄະດີ) ຍັງບໍ່ທັນລະບຸໄດ້ເທື່ອ.”
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງ ຢູ່ໃນລະຫວ່າງລໍຖ້າໜັງສື ຈາກສໍານັກງານຂ້າຫຼວງໃຫຍ່ ຜູ້ລີ້ພັຍຂອງສະຫະປະຊາຊາຕ ຫລື UNHCR ທີ່ໄດ້ອອກບັດຜູ້ລີ້ພັຍ ຊຶ່ງມີອາຍຸ 1 ປີເຄິ່ງ ໃຫ້ທ້າວ ບຸນສວນ ກິດຕິຍາໂນ ເມື່ອວັນທີ 23 ກຸມພາ 2023 ວ່າ ຜູ້ກ່ຽວມີບົດບາດ ແນວໃດລະຫວ່າງປະເທດ ຈຶ່ງມີບັດຜູ້ລີ້ພັຍນັ້ນ. ຜູ້ກ່ຽວບໍ່ຖືກຈໍາກັດທີ່ຢູ່ອາສັຍ, ສາມາດເດີນທາງໄປໄດ້ ໃນທົ່ວປະເທດ. ທ່ານກ່າວວ່າ ກ່ອນໜ້ານີ້ ເມື່ອວັນທີ 20 ພຶສພາ ເຈົ້າໜ້າທີ່ພິສູດຫຼັກຖານ ພ້ອມກັບຕໍາຣວດພູທອນ ແຂວງອຸບົນ ໄດ້ລົງພື້ນທີ່ໄປເກັບຫຼັກຖານ ໃນປ່າຫຍ້າ ໃຕ້ບ້ານໂນນຈິກ, ພົບຫລັກຖານ ເພີ່ມຕື່ມຄືພ້າຖາງຫຍ້າ ຍາວ 20 ນິ້ວ ຢູ່ຫ່າງຈາກຈຸດເກີດເຫດ ປະມານ 10 ແມັດ, ພົບກົ້ນກອກຢາສູບ ຍີ່ຫໍ້ນຶ່ງຂອງປະເທດລາວ ຕົກຢູ່ ຊຶ່ງຄາດວ່າເປັນຈຸດທີ່ຜູ້ກໍ່ເຫດ ດັກທໍາຮ້າຍ ທ້າວ ບຸນສວນ ໃນລະຫວ່າງທີ່ລາວຂີ່ຣົຖຈັກ ກັບໄປບ້ານ ກ່ອນຈະໃຊ້ປືນຍິງ 3 ນັດຈົນຜູ້ກ່ຽວເສັຍຊີວິດ.

ກ່ຽວກັບເຣື່ອງທີ່ວ່ານີ້ ຍານາງ ຄໍຣິເຍາະ ມານຸແຊ (Koreeyor Manuchae) ນັກກົດໝາຍດ້ານສິດທິມະນຸສ ໃນໄທຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ເຖິງແມ່ນທາງ UNHCR ຈະອອກບັດຜູ້ລີ້ພັຍໃຫ້ ຜູ້ກ່ຽວ ແຕ່ສະຖານະດັ່ງກ່າວ ບໍ່ໄດ້ຮັບຮອງວ່າ ຜູ້ລີ້ພັຍຈະສາມາດໃຊ້ຊີວິດ ຢູ່ປະເທດໄທຍໄດ້ປອດພັຍ, ແຕ່ເມື່ອຜູ້ກ່ຽວຖືກຄາຕກັມ ໃນປະເທດໄທຍ ທາງການໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ຈໍາເປັນຕ້ອງ ໃຫ້ການຄຸ້ມຄອງ ແລະດໍາເນີນການສືບສວນ-ສອບສວນ ເພື່ອນໍາໂຕຜູ້ກະທໍາຜິດ ມາລົງໄທດ.

ຍານາງກ່າວວ່າ:

“ຣັຖໄທຍມີໜ້າທີ່ ທີ່ຈະຕ້ອງຄຸ້ມຄອງ ທຸກຄົນໃນຣັຖໃຫ້ປອດພັຍ ບໍ່ວ່າຈະມີເອກກະສານ ຫຼື ບໍ່ມີເອກກະສານ. ດັ່ງນັ້ນ ຖ້າເກີດການຄາຕກັມຂຶ້ນໃນໄທຍນີ້ ກໍຖືວ່າ ເປັນຄວາມບົກຜ່ອງ ທີ່ເກີດຂຶ້ນໃນໄທຍ ທີ່ບໍ່ສາມາດໃຫ້ຄົນຢູ່ ໂດຍມີຄວາມປອດພັຍ ໃນຊີວິດ, ການຄາຕກັມ ກໍຖືວ່າເປັນອາຊຍາກັມ, ຈະຕ້ອງນໍາຄົນຜິດ ມາລົງໂທດຕາມຂະບວນການ ຕາມກົດໝາຍ.”
ມື້ວານນີ້ ວັນທີ 21 ພຶສພາ ພົນຕໍາຣວດຕຣີ ປະສົງ ເຣືອງເດຊ ຜູ້ບັງຄັບການຕໍາຣວດ ພູທອນ ແຂວງອຸບົນ ໄດ້ກ່າວວ່າ ຊຸດສືບສວນ ກອງບັງຄັບການ ຕໍາຣວດ ພູທອນ ແຂວງອຸບົນ ແລະຊຸດສືບສວນສະຖານີ ຕໍາຣວດເມືອງ ເມືອງສີເມືອງໃໝ່ ຢູ່ໃນລະຫວ່າງການຕິດຕາມ ຫາໂຕຄົນຮ້າຍ ດ້ວຍການຊອກຮູ້ວ່າ ກ່ອນທີ່ຜູ້ກ່ຽວຈະເດີນທາງ ມາພົບ ທ້າວ ທອງຄໍາ ສຸຂວັນ ຊາວບ້ານບ້ານໂນນຈິກ ທີ່ນັບຖືເປັນພໍ່ຮັກ, ຜູ້ກ່ຽວໄດ້ໄປແວ່ພົບຜູ້ໃດກ່ອນ ເພື່ອຫາຄວາມເຊື່ອມໂຍງ ທີ່ອາດມີ.

ເຈົ້າໜ້າທີ່ຕໍາຣວດໄທຍ ໄດ້ຕັ້ງປະເດັນການຄາຕກັມ ອອກເປັນ 2 ເຣື່ອງ ຄືອາດເປັນຍ້ອນຜູ້ກ່ຽວມີການເຄື່ອນໄຫວ ຕໍ່ຕ້ານຣັຖບານລາວ ຫຼື ເປັນຄວາມຂັດແຍ່ງສ່ວນໂຕ ຂອງຜູ້ກ່ຽວເອງ ເນື່ອງຈາກຜູ້ກ່ຽວເຄີຍຊັກຊວນ ຊາວລາວ ເຂົ້າຮ່ວມການປະທ້ວງ ຣັຖບານລາວ ທີ່ນະຄອນຫຼວງວຽງຈັນ ຈົນເຮັດໃຫ້ພວກເຂົາເຈົ້າຖືກຈັບໂຕ.

ກ່ຽວກັບເຣື່ອງທີ່ວ່ານີ້ ອົງການທີ່ເຮັດວຽກດ້ານສິດທິມະນຸສ ສາກົລ ກໍໄດ້ຕັ້ງຂໍ້ສັງເກດວ່າ ເຫດການດັ່ງກ່າວນີ້ ມີທ່າອ່ຽງວ່າ ຈະກ່ຽວຂ້ອງກັບປະເດັນການເມືອງ ເນື່ອງຈາກຜູ້ກ່ຽວເປັນນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ.

ດັ່ງທ່ານ ຟິລ ໂຣເບິດສັນ (Phil Robertson) ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ(Human Rights Watch) ປະຈໍາພາກພື້ນ ເອເຊັຽ-ປາຊິຟິກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ພຶສພານີ້ວ່າ:

(ພາສາອັງກິດ) ທ່ານກ່າວວ່າ:

“ຈາກການຖແລງຂ່າວ ທີ່ໜ່ວຍງານຂອງພວກເຮົາຮັບຮູ້ນັ້ນ ວ່າກ່ຽວຂ້ອງກັບຄວາມຂັດແຍ່ງ ຂອງຄົນໃກ້ຊິດ ແຕ່ຮູ້ ຫຼືບໍ່ວ່າ ບຸກຄົນດັ່ງກ່າວນີ້ ແມ່ນເປັນນັກກິຈກັມ ຕໍ່ຕ້ານຣັຖບານ ເປັນບຸກຄົນທີ່ເຮັດໃຫ້ທາງການລາວບໍ່ພໍໃຈ. ຂ້າພະເຈົ້າຄິດວ່າ ປະເດັນນີ້ຄວນໃຫ້ຄວາມສໍາຄັນ ກັບຄວາມເປັນໄປໄດ້ ກ່ຽວກັບມຸມມອງ ທີ່ແຕກຕ່າງທາງການເມືອງນໍາດ້ວຍ.”

ໃນເບື້ອງຕົ້ນ ເຈົ້າໜ້າທີ່ສອບສວນ ໄດ້ຕິດຕໍ່ໄປຍັງສະຖານທູດລາວ ປະຈໍາປະເທດໄທຍ ເນື່ອງຈາກຜູ້ກ່ຽວມີຍາດພີ່ນ້ອງຕິດຕໍ່ມາຂໍຮັບເອົາສົບ ໃນເຂດໂຕເມືອງ ແຂວງອຸບົນ ແຕ່່ຍັງບໍ່ທັນໄດ້ຮັບການຕອບກັບເທື່ອ.

ດັ່ງ ພົນຕໍາຣວດຕຣີ ປະສົງ ເຣືອງເດຊ ກ່າວຕໍ່ສື່ມວນຊົນ ທ້ອງຖິ່ນໃນມື້ວັນທີ 21 ພຶສພານີ້ວ່າ:

“ດ້ານການປະສານງານ ກັບທາງການລາວ ຂະນະນີ້ ພະນັກງານສອບສວນ ໄດ້ເຮັດໜັງສືແຈ້ງຂໍຄວາມຮ່ວມມື ໄປແລ້ວ ຍ້ອນຜູ້ຕາຍບໍ່ມີຍາດ ມາຕິດຕໍ່ຂໍຮັບສົບ ເຮັດໃຫ້ຍັງຕ້ອງເກັບສົບໄວ້ ທີ່ຜແນກນິຕິເວດ ໂຮງໝໍສັພສິດທິປະສົງ, ແຕ່ຍັງບໍ່ທັນໄດ້ຮັບການຕອບກັບມາ, ຈຶ່ງຕ້ອງຂໍເວລາເຮັດວຽກ ຍ້ອນຕ້ອງປະສານ ຂໍ້ມູນຈາກຫຼາຍຝ່າຍ.”

ຂະນະທີ່ UNHCR ລະບຸວ່າ ທ້າວ ບຸນສວນ ກິດຕິຍາໂນ ເຄີຍເຮັດວຽກຮ່ວມກັບ ທ້າວ ຄູຄໍາ ແກ້ວມະນີວົງ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ, ເປັນນຶ່ງໃນຈໍານວນ ສະມາຊິກກຸ່ມ “Free Laos” ຊຶ່ງໃຊ້ແຂວງອຸບົນ ເປັນຖານປະຕິບັດການ ຂະນະລີ້ພັຍໃນປະເທດໄທຍ, ແຕ່ປັດຈຸບັນ ທ້າວ ຄູຄໍາ ແກ້ວມະນີວົງ ໄດ້ຂໍລີ້ພັຍໄປຢູ່ປະເທດການາດາ ແລ້ວ ໃນຕົ້ນປີ 2022 ທີ່ຜ່ານມາ, ສ່ວນທ້າວ ບຸນສວນ ກໍໄດ້ຂໍລີ້ພັຍຢູ່ປະ ເທດອອສເຕຣເລັຍ ໃນບໍ່ເທົ່າໃດມື້ນີ້ ແຕ່ຖືກຄາຕກັມກ່ອນ.

ເພື່ອຂໍຮູ້ກ່ຽວກັບຄວາມຄືບໜ້າ ກໍຣະນີຄາດຕະກໍາ ທ້າວ ບຸນສວນ ກິດຕິຍາໂນ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ສໍານັກງານຂ້າຫຼວງໃຫຍ່ ຜູ້ລີ້ພັຍຂອງສະຫະປະຊາຊາຕ ແລະສະຖານທູດ ອອສເຕຣເລັຍ ປະຈໍາປະເທດໄທຍ 2 ຄັ້ງໃນມື້ວັນທີ 19 ແລະ 22 ພຶສພານີ້ ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບ ໃນຂະນະນີ້ເທື່ອ.

ຂະບວນຕໍ່ຕ້ານຣັຖບານລາວ ຫຼື ຂຕລ ເຣີ່ມເປັນທີ່ຮູ້ຈັກ ຂອງຄົນໄທຍ ແລະຄົນລາວ ນັບແຕ່ມີການນໍາກໍາລັງຕິດອາວຸດ ເຂົ້າຍຶດດ່ານວັງເດົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃນປີ 2000, ແຕ່ການປະຕິບັດການນັ້ນ ບໍ່ສາມາດ ຢູ່ໄດ້ດົນ, ສະມາຊິກກອງກໍາລັງ ສ່ວນນຶ່ງຖືກຍິງເສັຍຊີວິດ ແລະສ່ວນນຶ່ງ ເຂົ້າມອບໂຕ ກັບທາງການໄທຍ. ຈາກນັ້ນ ກໍເກີດການສັງຫານ ສະມາຊິກກຸ່ມຕໍ່ຕ້ານ ຣັຖບານລາວຫຼາຍສິບຄົນ. ມາເຖິງປັດຈຸບັນ ສະມາຊິກຂະບວນການ ຕໍ່ຕ້ານຣັຖບານລາວ ມີຈໍານວນຫລຸດລົງ ຕາມອາຍຸທີ່ແກ່ຂຶ້ນ, ດັ່ງນັ້ນຈຶ່ງເກີດມີກຸ່ມໃໝ່ ເປັນລຸ້ນລູກ, ລຸ້ນຫຼາຍ ອອກມາເຄື່ອນໄຫວຕໍ່ ໂດຍໃຫ້ຊື່ວ່າ ກຸ່ມ “Free Laos” ຫລື ກຸ່ມເສຣີລາວ ແລະກຸ່ມວິຖີຄົນສອງຝັ່ງຂອງ ທີ່ຂ້າມໄປມາ ຕາມແນວຊາຍແດນ ລະຫວ່າງສອງປະເທດໄທຍ-ລາວ ເພື່ອປະຕິບັດການເປັນໄລຍະໆ ແລະກ່ອນໜ້ານີ້ ປະມານປີ 2018 ກໍມີການລ່າສັງຫານ ສະມາຊິກຂະບວນການ ຕໍ່ຕ້ານຣັຖບານລາວ ຢູ່ບ້ານປະຖົມພອນ ເມືອງວາລິນຊໍາຣາບ ແຂວງອຸບົນ ຂອງໄທຍ ມາແລ້ວເທື່ອນຶ່ງ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.