ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໄວໜຸ່ມຊາວລາວຜູ້ນຶ່ງ ໄດ້ຮັບການຊ່ວຍເຫຼືອ
2023.06.22

ໃນວັນທີ 07 ມິຖຸນາ ທີ່ຜ່ານມາ ທ້າວ ມິນ ກັນປະພານ ອາຍຸ 25 ປີ ນັກເຄື່ອນໄຫວ ປະຊາທິປະໄຕໃນລາວ ທີ່ເຮັດວຽກຢູ່ປະເທດໄທຍ ແລະເປັນຄົນລາວທີ່ໄດ້ຮັບສະຖານະ ຜູ້ລີ້ພັຍຈາກສຳນັກງານ ຂ້າຫຼວງໃຫຍ່ ຜູ້ລີ້ພັຍ ແຫ່ງສະຫະປະຊາຊາຕ ຫຼື UNHCR ໃຫ້ລີ້ພັຍໄປເມືອງ ຊິດນີ້ ປະເທດອອສເຕຣເລັຍ ພາຍຫຼັງເຄື່ອນໄຫວ ວິພາກວິຈານ ການບໍຣິຫານປະເທດ ຂອງທາງການລາວ ໃນຖານະແອັດມິນເພຈ “ສຽງຈາກປະຊາຊົນລາວ” ນັບແຕ່ປີ 2014 ເປັນຕົ້ນມາ.
ຈາກນັ້ນໃນປີ 2016 ໝູ່ເພື່ອນຂອງ ທ້າວ ມິນ ຈໍານວນ 3 ຄົນ ຖືກທາງການລາວ ຄວບຄຸມໂຕ ຂະນະທີ່ເດີນທາງກັບປະເທດລາວ ເພື່ອຕໍ່ອາຍຸໜັງສືຜ່ານແດນ ພາຍຫຼັງອອກມາຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບສິດທິມະນຸສ ແລະເສຣີພາບ ຂອງປະຊາຊົນລາວ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳນະຄອນຫຼວງບາງກອກ ເຊິ່ງເຫດການດັ່ງກ່າວນີ້ ເຮັດໃຫ້ ທ້າວ ມິນ ກັນປະພານ ຮູ້ສຶກບໍ່ປອດພັຍ ໃນການໃຊ້ຊີວິດແລະຈຳເປັນຕ້ອງ ໄດ້ຂໍສະຖານະລີ້ພັຍ ທາງການເມືອງຈາກ UNHCR.
ດັ່ງທ້າວ ມິນ ກັນປະພານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ມິຖຸນາ 2023 ນີ້ວ່າ:
“ຖືໄດ້ວ່າຈິດຕົກເລີຍແຫຼະ ຖືໄດ້ວ່າມັນເປັນໂທດ ທີ່ຂ້ອນຂ້າງຮຸນແຮງຫັ້ນນ່າ ຄືກ່ອນໜ້ານີ້ ເຮົາກໍຄິດແຕ່ວ່າ ເຮົາເປັນຕ່າງດ້າວທົ່ວໆໄປ ແລ້ວກໍຄົງຈະມີກົດໝາຍ ທີ່ມາຈັບໃຜ ແບບມົ້ວໆ, ແບບນີ້ບໍ່ໜ້າຊິມີໂທດຮຸນແຮງ ປານນີ້ ແຕ່ປະກົດວ່າ ໃຊ້ກົດໝາຍ ທີ່ມັນຮຸນແຮງ ໃນການປາບປາມ ຄົນທີ່ມີຄວາມເຫັນແຕກຕ່າງ. ຂ້ອຍບໍ່ສາມາດກັບປະເທດໄດ້ ກໍເລີຍເປັນຊ່ວງທີ່ເຣີ່ມຕົ້ນ ທີ່ຈະຄິດເຖິງເຣື່ອງລີ້ພັຍທາງການເມືອງ ອ່າ ມັນມີຄວາມຫຍຸ້ງຍາກ ຫຼາຍຢ່າງ.”
ທ່ານກ່າວຕື່ມວ່າ ສຳລັບໝູ່ເພື່ອນ ຂອງທ່ານ ທັງສາມຄົນ ເປັນສະມາຊິກກຸ່ມ “Free Laos” ປະກອບມີ ທ້າວ ສຸການ ໃຈທັດ, ຍານາງຫຼອດຄຳ ທັມມະວົງ ແລະ ທ້າວ ສົມພອນ ພິມມະສອນ ພວກເຂົາເຈົ້າຖືກລົງໂທດ ຕາມມາຕຣາ 110 ແລະ ມາຕຣາ 111 ປະມວນກົດໝາຍອາຍາ ສະບັບປີ 2017 ວ່າດ້ວຍການທໍລະຍົດຕໍ່ຊາຕ ແລະ ການກະບົດ ເຊິ່ງມີໂທດຕັດອິດສາຣະພາບ ແຕ່ 10 ປີ ຫາ 20 ປີ ແລະ ຈະຖືກປັບໃໝ 10 ລ້ານກີບ ຫາ 500 ລ້ານກີບ ແລະອາດຖືກຍຶດຊັບ, ຈໍາກັດທີ່ຢູ່ ຫຼື ຕັດອິດສະຣະພາບຕລອດຊີວິດ ແລະຈະຖືກປັບໃໝ ແຕ່ 50 ລ້ານກີບ ຫາ 700 ລ້ານກີບ.
ທີ່ຜ່ານມາປະເທດໄທຍ ຍັງບໍ່ທັນໄດ້ລົງນາມເຂົ້າຮ່ວມ ໃນພາຄີ ຫຼື ອະນຸສັນຍາ ວ່າດ້ວຍເຣື່ອງຜູ້ລີ້ພັຍ ໃດໆ ອີກທັງຍັງບໍ່ທັນມີກົດໝາຍ ທີ່ຈະໃຫ້ການຄຸ້ມຄອງ ແກ່ກຸ່ມຜູ້ລີ້ພັຍ ຍ້ອນເຫດຜົລດັ່ງກ່າວ ຜູ້ລີ້ພັຍສັນຊາຕຕ່າງໆ ໃນປະເທດໄທຍ ຈຶ່ງຢູ່ໃນສະຖານະ ຄົນເຂົ້າເມືອງຜິດກົດໝາຍ ເຮັດໃຫ້ພວກເຂົາເຈົ້າ ຈຳເປັນຕ້ອງໃຊ້ຊີວິດ ດ້ວຍຄວາມຢ້ານ ຕໍ່ການຖືກຈັບໂຕ, ສະກັດກັ້ນ ແລະ ຖືກຜັກດັນ ກັບປະເທດຕົ້ນທາງ.
ດັ່ງທ້າວ ມິນ ກັນປະພານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ປະເທດທີ 2 ນີ້ຖ້າບໍ່ມີກົດໝາຍຮອງຮັບ ໃນເຣື່ອງຜູ້ລີ້ພັຍ ເຮົາກໍຈະຕ້ອງຢູ່ແບບຄົນຕ່າງດ້າວ ຄົນລັກລອບໜີເຂົ້າເມືອງ ເຊິ່ງມັນກໍມີຄວາມສ່ຽງ ແລ້ວກໍມີຂໍ້ຈຳກັດຫຼາຍ. UN ສາມາດອອກບັດ ຜູ້ລີ້ພັຍໃຫ້ໄດ້ ແຕ່ປະເທດໄທຍ ບໍ່ມີກົດໝາຍ ໃນການຮັບຮອງ ຜູ້ລີ້ພັຍ ສະນັ້ນຈຶ່ງມີໂອກາດ ທີ່ຈະຖືກຈັບ ຫຼື ຖືກເນຣະເທດ ເຊິ່ງມັນກໍເປັນຄວາມສ່ຽງ.”
ກ່ຽວກັບເຣື່ອງນີ້ ທ້າວ ມິນ ກັນປະພານ ເຮັດວຽກຢູ່ປະເທດໄທຍ ໄດ້ບໍ່ດົນ ກໍໄດ້ຮູ້ຈັກກັບສະມາຊິກ ກຸ່ມ “Free Laos”, ແຕ່ບໍ່ທັນໄດ້ພົວພັນ ກັບກຸ່ມພໍເທົ່າໃດ ເນື່ອງຈາກທ່ານອາໄສ ແລະເຮັດວຽກ ຢູ່ແຂວງ ອາຍຸດທະຍາ ແລະ ແຂວງສະຣະບູຣີ ແລະ ໃນໄລຍະທີ່ເຮັດວຽກ ຢູ່ແຂວງສະຣະບູຣີ ກໍບໍ່ສາມາດເດີນທາງ ໄປໃສມາໃສໄດ້ ພໍເທົ່າໃດ ຍ້ອນຢູ່ໃນຖານະຜູ້ລີ້ພັຍ ແຕ່ໄດ້ສື່ສານ ກັບສະມາຊິກກຸ່ມ ຜ່ານຊ່ອງທາງອອນລາຍນ໌ ເປັນປະຈຳ.
ດັ່ງ ທ້າວ ມິນ ກັນປະພານ ກ່າວຕື່ມວ່າ:
“ໃນຊ່ວງຢູ່ໄທຍກຸ່ມ “Free Laos” ເຂົາເຈົ້າຈັດຕັ້ງກຸ່ມກັນ ຢູ່ກຸງເທບ ສ່ວນຂ້ອຍຈະຢູ່ທີ່ສະຣະບູຣີ ເຊິ່ງກໍຢູ່ໃກ້ກຸງເທບ ພໍສົມຄວນ ໜັ່ງຣົຖປະມານ 3-4 ຊົ່ວໂມງ ກໍເລີຍເວົ້າໄດ້ວ່າ ບໍ່ຄ່ອຍເປັນ ສະມາຊິກແບບ 100% ແຕ່ກໍຮ່ວມກັນຫັ້ນແຫຼະ ຮ່ວມກັນຕິດຕໍ່ກັນ ສື່ສານກັນໄປເລື້ອຍໆ ເພາະວ່າເຮົາໃຊ້ເຟສບຸກໃຊ້ລາຍນ໌ກຸ່ມ ລາຍນ໌ໃນການຕິດຕໍ່ ຄຸຍກັນຢູ່ຕລອດ ກໍອາຈຈະເວົ້າວ່າ ເປັນສະມາຊິກຸ່ມ “Free Laos” ກໍໄດ້ ແຕ່ວ່າບໍ່ໄດ້ເປັນທາງການ ອິຫຍັງປານນັ້ນ.”
ທ້າວ ມີນ ກັນປະພານກ່າວຕື່ມວ່ານັບແຕ່ ສະມາຊິກ “Free Laos” ສາມຄົນທຳອິດ ແລະ ອີກຫຼາຍໆ ຄົນ ທີ່ຖືກທາງການລາວ ຄວບຄຸມໂຕ ບັງຄັບຫາຍສາບສູນ ຫຼື ຖືກຄາດຕະກັມນັ້ນ ປະກອບກັບພວກເຂົາເຈົ້າ ເຣີ່ມມີຄອບຄົວ ແລະມີຄວາມຈຳເປັນ ຕ້ອງເຮັດວຽກຫຼາຍກ່ວາ ອັນໄດ້ເຮັດໃຫ້ສະມາຊິກຄົນອື່ນໆ ມີຄວາມກັງວົນ ເຣື່ອງຄວາມປອດພັຍ ຈຶ່ງຫຼຸດການວິພາກວິຈານ ທາງການລາວລົງ ແລະ ໃຊ້ຊີວິດຢ່າງລະມັດລະວັງ ຫຼາຍຂຶ້ນ.
ສໍາລັບກໍຣະນີຂອງ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 55 ປີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ແລະຜູ້ລີ້ພັຍໃນການຄຸ້ມຄອງ ຂອງ UNHCR ເຊິ່ງເປັນສະມາຊິກກຸ່ມ “Free Laos” ທີ່ຖືກຄາຕກັມ ຢູ່ເມືອງສີເມືອງໃໝ່ ແຂວງອຸບົນຣາຊທານີ ຂອງປະເທດໄທຍ ເມື່ອວັນທີ 16 ພຶສພາ ຜ່ານມານັ້ນ ທ້າວ ມິນ ກັນປະພານ ບໍ່ໄດ້ຮູ້ຈັກເປັນການສ່ວນໂຕ ແຕ່ເຄີຍພົບພໍ້ກັນ ຂະນະທີ່ເຄື່ອນໄຫວ ທາງການເມືອງ ໃນປະເທດໄທຍ.
ທ້າວ ມິນ ກັນປະພານ ເປັນຊາວລາວເກີດຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ມາໃຫຍ່ຢູ່ທີ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈາກນັ້ນປີ 2021 ເມື່ອອາຍຸໄດ້ 15 ປີ ແລະ ຮຽນຈົບຊັ້ນມັທຍົມສຶກສາປີທີ 1, ທ່ານໄດ້ຕັດສີນໃຈ ລາອອກຈາກໂຮງຮຽນ ເພື່ອໄປເຮັດວຽກ ເປັນກັມມະກອນຢູ່ໂຮງງານ ນໍ້າກ້ອນ, ໂຮງງານຜລິດອາຫານງົວ ແລະ ກັມມະກອນ ຢູ່ຟາມງົວຜລິດງົວນົມ ຢູ່ແຂວງອາຍຸດທະຍາ ແລະ ແຂວງສະຣະບູຣີ ໃນປະເທດໄທຍ. ໃນລະຫວ່າງນີ້ ທ່ານເຣີ່ມເບິ່ງເຫັນຄວາມບໍ່ຍຸຕິທັມ ທີ່ເກີດຂຶ້ນພາຍໃນປະເທດລາວ ຈຶ່ງໄດ້ເປີດເພຈເຟສບຸກ ຊື່ “ສຽງຈາກປະຊາຊົນລາວ” ເພື່ອໃຊ້ໃນການວິຈານ ການບໍຣິຫານປະເທດ ຂອງທາງການລາວ ຈົນມາຮອດປັດຈຸບັນ ມີຜູ້ຕິດຕາມ ປະມານ 220,000 ຄົນ.
ໃນໄລຍະຕໍ່ໜ້ານີ້ ທ້າວ ມິນ ກັນປະພານ ມີແຜນຈະເປີດຊ່ອງ ຢູ່ທູບ ແລະປ່ຽນຊື່ ຈາກເພຈ “ສຽງປະຊາຊົນລາວ” ເປັນເພຈ “ຂັບເຄື່ອນ ເພື່ອອະນາຄົດໃໝ່” ພາຍໃຕ້ແນວຄິດການເດີນທາງ ທີ່ເປັນອິດສະຣະ ເພື່ອນຳສເນີຊີວິດ ປະຈຳວັນຂອງລາວ ພາຍຫຼັງລີ້ພັຍໄປປະເທດ ອອສເຕຣເລັຍ ເຊິ່ງເປັນປະເທດທີ່ປະຊາຊົນ ສາມາດໃຊ້ຊີວິດ ແບບເສຣີພາບ ໄປພ້ອມກັບການວິຈານ ການບໍຣິຫານ ປະເທດ ຂອງທາງການລາວ.
ນັບແຕ່ປີ 2018 ເປັນຕົ້ນມາ ມີນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວຢ່າງໜ້ອຍ 4 ຄົນ ໄດ້ຮັບການຊ່ອຍເຫຼືອ ໃຫ້ເດີນທາງໄປຍັງປະເທດ ອອສເຕຣເລັຍ ໃນນີ້ມີ 3 ຄົນສາມາດເດີນທາງ ໄປປະເທດປາຍທາງໄດ້ ສຳເຣັດເຊິ່ງລວມເອົາ ທ້າວ ມິນ ກັນປະພານ ສ່ວນເຫຼືອ ອີກ 2 ຄົນແມ່ນບໍ່ຕ້ອງການເປີດເຜີຍຊື່ ຂະນະທີ່ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວອີກ 1 ຄົນ ຄື ທ້າວ ບຸນສວນ ກິດຕິຍາໂນ ກໍໄດ້ຮັບການຊ່ອຍເຫຼືອ ໃຫ້ລີ້ພັຍໄປປະເທດ ອອສເຕຣເລັຍ ຄືກັນ ແຕ່ຖືກຄາຕກັມກ່ອນອອກເດີນທາງ ພຽງບໍ່ພໍເທົ່າໃດມື້.