ສາເຫດການຍິງ ນັກເຄື່ອນໄຫວລາວ ຢູ່ປະເທດໄທຍ
2023.05.22
ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ, ນັກເຄື່ອນໄຫວລາວ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ຖືກຍິງເສັຽຊີວິດ ຢູ່ ແຂວງ ອຸບົນຣາຊທານີ ປະເທດໄທຍ. ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ຕໍາຣວດໄທຍ, ມີຄົນພົບ ສົບ ທ້າວ ບຸນສວນ ເສັຽຊີວິດ ໃນວັນທີ 17 ພຶສພາ 2023 ແລະ ໃນສົບພົບຮ່ອງຮອຍການຖືກຍິງ. ທ້າວ ບຸນສວນ ເປັນນຶ່ງໃນສະມາຊິກກຸ່ມ “Free Laos” ທີ່ອາໄສ ຢູ່ປະເທດໄທຍ ແລະ ໄດ້ບັດສະຖານະຜູ້ລີ້ໄພ ການເມືອງ ແລະ ກໍາລັງລໍຖ້າເດີນທາງ ໄປປະເທດທີ 3 ເຊິ່ງຜູ້ກ່ຽວເອງ ເຄີຍເຄື່ອນໄຫວ ຮຽກຮ້ອງໃຫ້ທາງການລາວ ເຄົາຣົບສິດທິິມະນຸສ ໃນປະເທດລາວ ແລະ ເຄີຍຮ່ວກັນກັບໝູ່ເພື່ອນ ໄປປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ປະຈໍາປະເທດໄທຍ.
ໝູ່ຂອງລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ສາເຫດຫຼັກ ທີ່ຜູ້ກ່ຽວເສັຽຊີວິດ ໃນຄັ້ງນີ້ ກໍຍ້ອນວ່າ ຜູ້ກ່ຽວເຄື່ອນໄຫວ ເຣື່ອງປະຊາທິປະໄຕ ແລະ ສິດທິມະນຸສ ເຊິ່ງຖືວ່າ ເປັນເຣື່ອງທີ່ຫລໍ້ແຫຼມ ໃນປະເທດລາວ.
ເຈົ້າໜ້າທີ່ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ:
“ປົມສັງຫານ ທ້າວ ບຸນສວນ ເປັນກໍລະນີຄ້າຍຄືກັບ ກໍລະນີ ການຍິງ ທ້າວ ແຈັກ ນັ້ນ ເພາະວ່າ ທາງການລາວ ລະມັດລະວັງ ແລະ ຈັບຕາທີ່ສຸດ ໂດຍສະເພາະ ຜູ້ທີ່ໃຊ້ສື່ສັງອອນລາຍນ໌ ທາງການເຫັນວ່າ ຕໍ່ຕ້ານ ຕໍ່ແນວທາງຕົນເອງ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
“ຣັຖບານ ຈະໃສ່ໃຈຜູ້ທີ່ເຄື່ອນໄຫວ ທາງດ້ານເຟສບຸກຄ໌ ຫຼາຍກວ່າເຣື່ອງຢາເສບຕິດ.”
ກ່ຽວກັບເຣື່ອງນີ້ ທ້າວ ຄູຄໍາ ແກ້ວມະນີວົງ ນຶ່ງໃນຜູ້ກໍ່ຕັ້ງກຸ່ມ “Free Laos” ທີ່ປັດຈຸບັນ ໄດ້ລີ້ໄພການເມືອງ ຢູ່ປະເທດການາດາ ໄດ້ໃຫ້ສໍາພາດ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ມັນຈັບມືໃຜດົມບໍ່ໄດ້ ເຮົາກະຕ້ອງເບິ່ງກັບໄປ ວ່າ ມັນມີເຫັນຜົລຈູງໃຈແນວໃດ ຈັ່ງອ໊ອດສະກ້າ ຫຼາຍໄປ ກະຢູ່ໃນກຸ່ມດຽວກັນກັບຄົນທີ່ຖືກຍິງ ອ໊ອດສະກ້າ ຫາຍໄປ ກະຍັງບໍ່ຮູ້ຊາຕາກໍາໃນປັດຈຸບັນ ເພັດພູທອນ ເພັດພູທອນ ຖືກຈັບ ແລະ ກະອີກຄົນນຶ່ງທີ່ວ່າກັບເມືອບ້ານຖືກຈັບລະ ກະມີສະມາຊິກກຸ່ມ Free Laos.”
ທ້າວ ຄູຄໍາ ແກ້ວມະນີວົງ ກ່າວຕື່ມອີກວ່າ:
“ຖາມວ່າ ຖືກຈັບຖືກຍິງແບບນີ້ ຊິໄປວ່າແບບໃດ ຊິໄປວ່າ ຂັບຣົຖລົ້ມເບາະ ມັນກະເປັນໄປບໍ່ໄດ້ ຂນາດວ່າ ຢູ່ໃນກຸງເທບ ຍັງຖືກອູ້ມຫາຍ ນັບພາສາຫຍັງຢູ່ໃນຊາຍແດນ ຢູ່ ສປປ ລາວ.”
ນອກຈາກນີ້, ບຸກຄົນທີ່ໃກ້ຊິດເຈົ້າໜ້າທີ່ຕໍາຣວດ ລະດັບສູງ ທ່ານ ນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
“ເຈົ້າໜ້າທີ່ຕໍາຣວດປະຕິເສດ ບໍ່ມີສ່ວນກ່ຽວຂ້ອງກັບ ການການຄາຕກັມ ອັນນີ້ ມັນເກີດຂຶ້ນຢູ່ຄົນລະພາກຂອງ.”
ໃນໄລຍະທີ່ຜ່ານມາ, ມີເຫດການເກີດຂຶ້ນກັບສະມາຊິກກຸ່ມ “Free Laos” ແລະ ບຸກຄົນທີ່ໃຊ້ສື່ສັງຄົມອອນລາຍນ໌ ທີ່ວິຈານຣັບຖານ.
- ວັນທີ 20 ເມສາ 2023, ທ້າວ ສະຫວ່າງ ຫຼື ອຸດອນ ພະເລີດ ອາດີດນັກເຄື່ອນໄຫວ ດ້ານທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ເຊິ່ງເປັນສະມາຊິກກຸ່ມ “Free Laos” ຖືກຈັບ ຢູ່ແຂວງສວັນນະເຂດ.
- ໃນວັນທີ 29 ເມສາ 2023, ທ້າວ ອານຸຊາ ຫຼື ແຈັກ ຜູ້ໃຊ້ເຟສບຸກຄ໌ ທີ່ວິຈານຣັຖບານ ໄດ້ຖືກຄົນຮ້າຍຍິງ ໂດຍ ຄົນຮ້າຍຫວັງທີ່ຈະຄາຕກັມ ແຕ່ ໂຊກດີ ທ້າວ ແຈັກ ບໍ່ເສັຽຊີວິດ ແລະ ປັດຈຸບັນ ລາວກໍລັງນອນປິ່ນປົວຢູ່ໂຮງໝໍ.
ຫລ້າສຸດ ວັນທີ 17 ພຶສພາ 2023, ເຈົ້າໜ້າທີ່ຕໍາຣວດໄທຍ ກໍໄດ້ຮັບແຈ້ງວ່າ ມີຄົນພົບສົບ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ ເສັຽຊີວິດ ໂດຍ ໃນຮ່າງ ກາຍມີຮ່ອງຮອຍຖືກຍິງ.