ພັນທະມິຕເລືອກຕັ້ງ ປະທານ
2019.05.07

ອົງການພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ປະຈຳສະຫະຣັຖອະເມຣິກາ ໄດ້ຈັດກອງປະຊຸມຫຼວງ ປະຈຳປີຂຶ້ນ ແລະ ມີການເລືອກຕັ້ງ ເອົາປະທານຄົນໃໝ່ ໃນຣະຫວ່າງ ວັນທີ 4-5 ພຶສພາ ທີ່ຜ່ານນີ້ ທີ່ເມືອງ ກຣີນສໂບ່ໂຣ້, ຣັຖ ນ໋ອດໂຄໂຣໄລນ້າ, ສະຫະຣັຖອະເມຣິກາ ພາຍໃຕ້ການເປັນປະທານກອງປະຊຸມ ຂອງທ່ານ ຈັນສີ ມະນີວັນ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ປະຈຳ ສະຫະຣັຖອະເມຣິກາ ຣັຖ ນ໋ອດໂຄໂຣໄລນ້າ.
ໃນມື້ທຳອິດ, ທ່ານ ວັນລັງ ຄຳສຸກ, ປະທານພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ໄດ້ກ່າວເປີດກອງປະຊຸມ ຕອນນຶ່ງວ່າ:
“ໃນມື້ນີ້ແມ່ນວັນທີ 4 ເດືອນພຶສພາ 2019, ແມ່ນວາຣະ ຕາມການປະກາດ ຂອງພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ວ່າແມ່ນກອງ ປະຊຸມຫຼວງ, ເຊິ່ງວ່າມີການເດີນທາງມາຮ່ວມຈາກເຂດຕ່າງໆ ຈາກຫົວໜ້າຕ່າງໆຂອງເຂດ ພັນທະມິຕ ເພື່ອປະຊາທິປະຕັຍ ສະຫະຣັຖ ອະເມຣິກາ. ອັນນີ້ເຮົາລືມບໍ່ໄດ້.”
ໃນກອງປະຊຸມຄັ້ງນີ້ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສະຫະຣັຖອະເມຣິກາ ຍັງໄດ້ຈັດການເລືອກຕັ້ງ ເອົາປະທານ ຄົນໃໝ່, ເຊິ່ງມີຜູ້ຖືກສເນີຊື່ເຂົ້າຊິງຕຳແໜ່ງທັງໝົດ 5 ທ່ານ. ແຕ່ຜ່ານການ ປ່ອນບັດເລືອກຕັ້ງ ຢ່າງມີປະຊາທິປະຕັຍ ຈາກສະມາຊິກ ຜູ້ຕາງໜ້າ ຈາກຣັຖຕ່າງໆ ປະມານ 30 ທ່ານແລ້ວນັ້ນ, ປະກົດວ່າ ຜົລການເລືອກຕັ້ງໄດ້ມີມະຕິຢ່າງເອກະສັນ ໃຫ້ທ່ານ ວັນລັງ ຄຳສຸກ, ໃນວັຍ 68 ປີ, ດຳຣົງຕຳແໜ່ງ ເປັນປະທານ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສະຫະຣັຖອະເມຣິກາ ອີກນຶ່ງສມັຍ ເຊິ່ງຈະມີວາຣະໄປອີກ 04 ປີ.
“ໝາຍຄວາມວ່າ ທ່ານ ວັນລັງ ຄຳສຸກ ໄດ້ຖືກເລືອກຕັ້ງເປັນປະທານອີກຄັ້ງນຶ່ງເນາະ. ຂໍສັລເສີນ.”
ພາຍຫຼັງທີ່ຍາເຈົ້າ ຄຳຫຼວງ ໜໍ່ຄຳ, ທີ່ປຶກສາກິຕິມະສັກ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສະຫະຣັຖອະເມຣິກາ ແລະ ປະທານຄນະກັມມະການ ການເລືອກຕັ້ງໃນຄັ້ງນີ້ ໄດ້ປະກາດຜົລຢ່າງເປັນທາງການແລ້ວ, ທ່ານ ວັນລັງ ຄຳສຸກ, ກໍໄດ້ຂຶ້ນກ່າວ ສະແດງ ຄວາມຂອບໃຈ ຕໍ່ສມາຊິກ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ເລືອກທ່ານ ໃຫ້ດຳຣົງຕຳແໜ່ງ ເປັນປະທານ ອີກສມັຍ ແລະ ທັງປະຕິຍານຕົນ ໃນກອງປະຊຸມຫຼວງ ວ່າ ຈະພະຍາຍາມ ປະຕິບັດໜ້າທີ່ ໃຫ້ດີທີ່ສຸດ ເພື່ອເປົ້າໝາຍ ໃນການນຳເອົາປະຊາທິປະຕັຍ ມາສູ່ສັງຄົມລາວ ໃນປະເທດລາວໃຫ້ໄດ້ ໃນອະນາຄົດ.
“ຂໍຂອບໃຈ ນຳຄວາມໄວ້ເນື້ອເຊື່ອໃຈ ຄວາມໄວ້ວາງໃຈ ຂອງພວກທ່ານ ທຸກຄົນທີ່ມີຕໍ່ຂ້າພະເຈົ້າ. ຂ້າພະເຈົ້າ ຈະພະຍາຍາມ ເຮັດທຸກສິ່ງ ທຸກຢ່າງ ໃຫ້ມັນດີ. ໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບແນວນະໂຍບາຍ ຂອງພັນທະມິຕ ສະຫະຣັຖ ອະເມຣິກາຂອງພວກເຮົາ, ອັນນີ້ແມ່ນ ເຣື້ອງທີ່ສຳຄັນທີ່ສຸດ. ແຕ່ວ່າສົກໃໝ່ນີ້ ຫຼືວ່າໄລຍະໃໝ່ນີ້ ຂ້າພະເຈົ້າ ຄຶດວ່າ ພວກເຮົາ ຈະໄດ້ມີການປ່ຽນແປງ ຫຼາຍອັນຫຼາຍແນວ.”
ຈາກນັ້ນ, ກອງປະຊຸມ ກໍໄດ້ມີພິທີບາສີສູ່ຂວັນ ເອົາເລີກເອົາໄຊ ໃຫ້ແກ່ປະທານຄົນໃໝ່ ເພື່ອໃຫ້ມີຂວັນກຳລັງໃຈທີ່ດີ ໃນການນຳພາອົງກອນ ໄປສູ່ຜົລສຳເຣັດ. ກອງປະຊຸມໃນຄັ້ງນີ້ ດຳເນີນໄປເປັນເວລາ 2 ມື້, ຄືເຣີ້ມແຕ່ວັນທີ 04 ພຶສພາ ເປັນມື້ສລຸບວຽກງານ ໃນໄລຍະຜ່ານມາ ແລະ ມີການເລືອກຕັ້ງເອົາປະທານຄົນໃໝ່ ແລະ ສິ້ນສຸດໃນວັນທີ 05 ພຶສາພາ ທີ່ເປັນມື້ຈັດພິທີຖແລງຂ່າວຢ່າງເປັນທາງການ. ມີສະມາຊິກ ທີ່ເປັນໂຕແທນ ຈາກຣັຖຕ່າງໆ ທົ່ວສຫະຣັຖ ອະເມຣິກາ ແລະ ຈາກປະເທດ ການາດາ ປະມານ 30 ທ່ານ ເຂົ້າຮ່ວມກອງປະຊຸມ.