ຈີນສົ່ງທະຫານ ຊ້ອມຣົບຮ່ວມກັບ ສປປ ລາວ

ພິທີເປີດການຊ້ອມຣົບ “ໂລ້ກໍ້າບັງມິຕພາບ” ລະຫວ່າງກອງທັບລາວ ແລະຈີນ ໄດ້ມີຂຶ້ນຢູ່ວິທຍາຄານທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 11 ພຶສພານີ້ ໂດຍມີທະຫານເຂົ້າຮ່ວມ ຫຼາຍກວ່າ 900 ຄົນ ເພື່ອການຮ່ວມມື ດ້ານກອງທັບ ຂອງ 2 ປະເທດນີ້.
ຈຳປາທອງ
2023.05.11
ຈີນສົ່ງທະຫານ ຊ້ອມຣົບຮ່ວມກັບ ສປປ ລາວ ພິທີເປີດ ການຊ້ອມຣົບຮ່ວມ ລາວ-ຈີນ ພາຍໃຕ້ລະຫັດ “ໂລ້ກຳບັງ ມິຕພາບ 2023”. ວິທຍາຄານ ທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນໃນມື້ວັນທີ 11 ພຶສພາ 2023.
ຂໍຂອບໃຈຮູບພາບ: Lao People’s Army News

ກອງທັບປະຊາຊົນລາວ ແລະກອງທັບປົດປ່ອຍ ປະຊາຊົນຈີນ ໄດ້ເປີດພິທີການຊ້ອມຣົບຮ່ວມ ຢູ່ວິທຍາຄານ ທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນໃນມື້ວັນທີ 11 ພຶສພາ 2023 ນີ້ ໂດຍໃຫ້ຊື່ວ່າ “ໂລ້ກໍ້າບັງມິຕພາບ 2023” ເພື່ອການຮ່ວມມື ທາງດ້ານການທະຫານ ລະຫວ່າງ ລາວ-ຈີນ ໃນຂົງເຂດການປ້ອງກັນຊາຕ ໂດຍການເປັນປະທານຂອງ ພົນຕຣີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບ ປະຊາຊົນລາວ ແລະມີ ທ່ານ ຈຽງ ຈ້າຍຕົງ  ທູດຈີນປະຈໍາ ສປປ ລາວ ແລະ ພົນຕຣີ ຢາງ ເຫວີນຫລີນ ຮອງຫົວໜ້າ ແມ່ທັບ 75 ເຂດສູ້ຣົບພາກໃຕ້ ຂອງຈີນ ເຂົ້າຮ່ວມ, ອີງຕາມການຣາຍງານ ຂອງໜັງສືພິມກອງທັບ ປະຊາຊົນລາວ ໃນມື້ວັນທີ 11 ພຶສພານີ້.

ກ່ຽວກັບເຣື່ອງດັ່ງກ່າວ ນາຍທະຫານ ຢູ່ກະຊວງປ້ອງກັນ ປະເທດ ຂອງລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ພຶສພານີ້ວ່າ ໃນເບື້ອງຕົ້ນນີ້ ຍັງບໍ່ມີການເປີດເຜີຍ ຢ່າງຄັກແນ່ເທື່ອວ່າ ການຊ້ອມຣົບ ລະຫວ່າງລາວ ແລະຈີນ ໃນເທື່ອນີ້ ມີທະຫານເຂົ້າຮ່ວມຈໍານວນເທົ່າໃດ ແລະມີການຊ້ອມຣົບກັນແນວໃດ, ຍັງຕ້ອງລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງ ອີກເທື່ອນຶ່ງກ່ອນ, ການຊ້ອມຣົບເຣີ່ມມາໄດ້ 2-3 ມື້ແລ້ວ.

“ແມ່ນໆ ເພິ່ນເຣີ່ມໄດ້ 2-3 ມື້ແລ້ວໄດ໋. ບໍ່ແນ່ໃຈເທື່ອວ່າ ເພາະວ່າຍັງບໍ່ທັນໄດ້ຂ່າວ ມາເທື່ອ ໜ້າຈະເວລາເພິ່ນເປີດແລ້ວ ໜ້າຈະມີຂ່າວມາ ເພາະວ່າເຮົາກໍໄດ້ຕິດຕາມ.
ສໍາລັບທະຫານລາວ ທີ່ເຂົ້າຮ່ວມໃນການຊ້ອມຣົບເທື່ອນີ້ ສ່ວນໃຫຍ່ເປັນທະຫານ ທີ່ຂຶ້ນກັບວິທຍາຄານທະຫານບົກ ກົມມະດໍາ  ແລະກະຊວງປ້ອງກັນປະເທດ ຂອງລາວ, ສ່ວນທະຫານທີ່ສັງກັດ ຢູ່ກອງພັນທະຫານບົກ ຫລື ກອງບັນຊາການປ້ອງກັນ ປະເທດຢູ່ແຂວງຕ່າງໆ ຂອງລາວບໍ່ໄດ້ເຂົ້າຮ່ວມ.

ດັ່ງນາຍທະຫານ ຢູ່ຕ່າງແຂວງ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

“ຢູ່ພີ້ນະ ບໍ່ເດີໆ ໂອ ກໍວ່າເດ ອັນນີ້ມັນຢູ່ທາງເທິງ ທາງພີ້ກະບໍ່ຮູ້ເດ ສ່ວນຫລາຍມັນຈະເປັນຂອງໃຜ ຂອງມັນນ່າ.

ສໍາລັບປະຊາຊົນຫລາຍຄົນ ທີ່ຢູ່ໃກ້ກັບວິທຍາຄານ ທະຫານບົກ ກົມມະດໍາ ຍັງບໍ່ຮູ້ເທື່ອວ່າ ມີການເປີດພິທີຊ້ອມຣົບ ຢູ່ໃນເຂດນັ້ນ ແລະບໍ່ໄດ້ຍິນສຽງຊ້ອມຣົບ ແຕ່ຢ່າງໃດ. ຊາວບ້ານຫລາຍຄົນ ບໍ່ສົນໃຈນໍາເຣື່ອງການຊ້ອມຣົບ ຍ້ອນເປັນວຽກຂອງກອງທັບເພິ່ນ.

ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:

“ບໍ່ໃກ້ປານໃດຕິ ກະບໍ່ຮູ້ນໍາເພິ່ນບໍ່ ຂ້ອຍບໍ່ແມ່ນພະນັກງານ ຂ້ອຍກະບໍ່ຮູ້ນໍາເພິ່ນເດ ຊ້ອມຣົບຈັ່ງຊີ່ເບາະ ບໍ່ຮູ້ເລີຍເດ.

ໃນຂະນະດຽວກັນ ອະດີດເຈົ້າໜ້າທີ່ລາວ ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງກ່າວວ່າ ການຊ້ອມຣົບ ລະຫວ່າງກອງທັບລາວ ແລະກອງທັບຈີນນັ້ນ ແມ່ນໄດ້ຈັດຂຶ້ນຢູ່ເລື້ອຍໆ ເພື່ອສ້າງຄວາມສໍາພັນ ແລະຄວາມເຂັ້ງແຂງ ລະຫວ່າງກອງທັບ ຂອງ 2 ປະເທດນີ້, ບໍ່ແມ່ນເຣື່ອງໃໝ່ແຕ່ຢ່າງໃດ, ແຕ່ສໍາລັບການຊ້ອມຣົບ ປະຈໍາປີນີ້ ທ່ານຍັງບໍ່ທັນໄດ້ຕິດຕາມ ຢ່າງໃກ້ຊິດ ຍ້ອນການຊ້ອມຣົບຫາກໍເຣີ່ມ ມາໄດ້ບໍ່ດົນ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເຊັຽ ເສຣີ ວ່າ ການຊ້ອມ ຣົບລະຫວ່າງກອງທັບລາວ ແລະກອງທັບຈີນ ນັ້ນ ແມ່ນເພື່ອການຂຍາຍອິດທິພົນ ຂອງກອງທັບຈີນ ຕໍ່ປະເທດເພື່ອນມິດ ແລະວ່າ ຈະເປັນຜົລດີ ແກ່ການສ້າງຄວາມເຂັ້ມແຂງ ໃຫ້ກອງທັບລາວ ຢູ່ ຖ້າຫາກວ່າຝ່າຍຈີນ ມີຄວາມຈິງໃຈ ໃນການສ້າງຄວາມສໍາພັນ ນັ້ນແທ້.

ດັ່ງທີ່ທ່ານກ່າວວ່າ:

“ກໍນັ້ນແຫລະ ຫລາຍຄົນກໍຮູ້ຢູ່ ຂຍາຍອິດທິພົນນ່າ ກະຍັງບໍ່ຮູ້ເນື້ອໃນເພິ່ນແນວໃດແທ້ນີ້ ເປັນຜົລດີຢູ່ຖ້າມາດີ.
ເວົ້າເຖິງຈຸດປະສົງ ຂອງການຊ້ອມຣົບ ເທື່ອນີ້ ພົນຕຣີ ພັນແສງ ບຸນພັນ ຮອງຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ປະຊາຊົນລາວ ໄດ້ກ່າວໃນພິທີ ເປີດການຊ້ອມນັ້ນວ່າ ການເຄື່ອນໄຫວ ຊ້ອມຣົບ ໃນເທື່ອນີ້ ມີຈຸດປະສົງເພື່ອເສີມຂຍາຍ ສາຍພົວພັນມິຕພາບ, ການຮ່ວມມືຮອບດ້ານ ]ະຫວ່າງ 2 ຊາຕ, 2 ພັກ, 2 ກອງທັບ ແລະ ປະຊາຊົນ ຂອງທັງ 2 ຊາຕ ໃຫ້ນັບມື້ເພີ່ມທະວີ ຄວາມໜັກແໜ້ນ ໂດຍສະເພາະການຮ່ວມມື ດ້ານການທະຫານ, ສ້າງຄວາມເຊື່ອໝັ້ນ ຊຶ່ງກັນ ແລະກັນໃນຂົງເຂດ ປ້ອງກັນຊາຕ ແລະຍົກສູງບົດບາດ ອະທິປະໄຕ ສ້າງຄວາມເຂັ້ມແຂງ ໝັ້ນຄົງໃຫ້ແກ່ 2 ປະເທດ ຢູ່ໃນຂົງເຂດພາກພື້ນ ເອເຊັຽ ແລະໃນໂລກ ໂດຍສະເພາະແມ່ນຄວາມໝັ້ນຄົງ ຂອງ ສປປ ລາວ ແລະຈີນ.

ພົນຕຣີ ຢາງ ເຫວິນລິນ ຮອງຫົວໜ້າແມ່ທັບ 75 ເຂດ ສູ້ຣົບພາກໃຕ້ ຂອງຈີນ ໄດ້ກ່າວໃນໂອກາດ ດຽວກັນນັ້ນວ່າ ການຊ້ອມຣົບ ຮ່ວມ ລາວ-ຈີນ ຄັ້ງນີ້ ບໍ່ພຽງແຕ່ແມ່ນເວທີ ທີ່ສໍາຄັນໃນການແລກປ່ຽນ ບົດຮຽນຊຶ່ງກັນ ແລະກັນເທົ່ານັ້ນ ແຕ່ມັນຍັງເປັນການເສີມຂຍາຍ ການພົວພັນ ຮ່ວມມື ດ້ານການທະຫານລະຫວ່າງ 2 ກອງທັບ ລາວ-ຈີນ ໃຫ້ກ້າວສູ່ລວງເລີກ ແລະສືບຕໍ່ຮ່ວມມື ສາຍພົວພັນມິຕພາບ ທີ່ເປັນມູນເຊື້ອ ແລະການຮ່ວມມື ຢ່າງເລິກເຊິ່ງ ກວ່າເກົ່າອີກດ້ວຍ ທັງເປັນການຮ່ວມມື ແລະ ປະກອບສ່ວນ ເຂົ້າໃນການສ້າງປະຊາຄົມ ຮ່ວມຊາຕາກັມ ທີ່ມີມາຕຖານສູງ, ຄຸນນະພາບ ແລະລະດັບສູງ ຂອງລາວ ແລະຈີນນໍາດ້ວຍ.

ເວົ້າເຖິງເປົ້າໝາຍ ຂອງການຊ້ອມຣົບ ດັ່ງກ່າວ, ອີງຕາມການຣາຍງານ ຂອງສໍານັກຂ່າວ ທະຫານຈີນ ໃນມື້ວັນທີ 5 ພຶສພານີ້, ແມ່ນເນັ້ນໃສ່ ສະຖານະການໂຈມຕີ ຮ່ວມກັນ ຕ້ານກຸ່ມອາຊຍາກັມຕິດອາວຸດຂ້າມຊາຕ; ໃນການຊ້ອມຣົບນັ້ນ ມີທະຫານເຂົ້າຮ່ວມ ຫລາຍກວ່າ 900 ຄົນ; ຝ່າຍຈີນສົ່ງທະຫານຈາກກອງທັບກຸ່ມທີ 75 ຂອງກອງທັບພາກໃຕ້ ເຂົ້າຮ່ວມ 200 ຄົນ ແລະ ທະຫານລາວ 700 ຄົນ.

ໃນການຊ້ອມຣົບ ຮ່ວມ ລາວ-ຈີນ “ໂລ້ກໍາບັງ ມິຕພາບ 2023” ຈະໄດ້ດໍາເນີນໄປ ເປັນເວລາ 20 ມື້ ນັບແຕ່ວັນທີ 5-25 ພຶສພາ 2023 ຈຶ່ງຈະສໍາເຣັດ, ອີງຕາມການຣາຍງານ ຂອງໜັງສືພິມ ກອງທັບປະຊາຊົນລາວ ໃນມື້ວັນທີ 11 ພຶສພານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.