ອານຸຊາ “ແຈັກ” ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຍັງມີຊີວິດ ພາຍຫຼັງຖືກຍິງ

ໄຊຍາ
2023.05.04
ອານຸຊາ “ແຈັກ” ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຍັງມີຊີວິດ ພາຍຫຼັງຖືກຍິງ ທ້າວ ອານຸຊາ “ແຈັກ” ຫຼວງສຸພົມ ແອັດມິນດ໌ (ຜູ້ຈັດການ) ເຟສບຸກເພຈ ທີ່ວິພາກວິຈານ ການປົກຄອງ ດ້ວຍພັກດວຽວ ຂອງຣັຖບານລາວ ກຳນອນປິ່ນປົວ ຢູ່ໂຮງໝໍ ຫຼັງຈາກຖືກຍິງ.
Credit: Joseph Akaravong/ Kub Kluen Duay Keyboard.

ໃນວັນທີ 03 ພຶສພາ ທີ່ຜ່ານມາ ທ່ານ ໂຈເຊັບ ອັກຄະຣະວົງ ນັກເຄື່ອນໄຫວ ທາງສັງຄົມລາວ ທີ່ຕອນນີ້ໄດ້ລີ້ໄພທາງການເມືອງ ຢູ່ທີ່ປະເທດຝຣັ່ງ ໄດ້ໂພສຂໍ້ຄວາມຜ່ານເຟສບຸກ ສ່ວນໂຕວ່າ ທ່ານ ອານຸຊາ ຫຼວງສຸພົມ ຫຼື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວຍັງມີຊີວິດຢູ່ ແລະຢູ່ລະຫວ່າງການປິ່ນປົວ ພາຍຫຼັງຖືກຍິງ ແລະ ໄດ້ຮັບບາດເຈັບສາຫັດ.

ທ່ານກ່າວຕື່ມວ່າ ກ່ອນນີ້ຍາດຕິພີ່ນ້ອງ, ໝູ່ເພື່ອນ ແລະ ຄົນໃກ້ຊິດແຈ້ງວ່າ ທ້າວ ແຈັກ ເສຍຊີວິດ ແລ້ວ ເພາະວ່າ ຢ້ານຜູ້ກໍ່ເຫດຈະກັບມາ ທຳຮ້າຍ ທ້າວແຈັກ ຕື່ມອີກ ຈົນໃຫ້ເສຍຊີວິດ.

ທ່ານກ່າວຕື່ມວ່າ ນັບແຕ່ທ້າວ ແຈັກ ເຂົ້າຮັບການປີ່ນປົວ ຢູ່ຫ້ອງມໍລະສຸມ ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ທາງຄອບຄົວ ມີຄ່າໃຊ້ຈ່າຍ ລະຫວ່າງມື້ວັນທີ 29-30 ເມສາ 2023 ເປັນຈຳນວນ 9,169,000 ກີບ ແລະ ຄາດວ່າຈະຫຼາຍກ່ວານີ້ ຖ້າຫາກອາການຍັງບໍ່ດີຂຶ້ນ ທັງນີ້ ທາງດ້ານ ໂຈເຊບ ອັກຄະຣະວົງ ກໍໄດ້ຮ່ວມບໍຣິຈາກເງິນ ສຳລັບໃຊ້ໃນການປີ່ນປົວ 5 ລ້ານກີບ, ສ່ວນທີ່ເຫຼືອ ແມ່ນ ພໍ່-ແມ່ປະຊາຊົນລາວ ໄດ້ຮ່ວມໃຈກັນ ບໍຣິຈາກເພີ່ມຕື່ມ.

ວິທຍຸ ເອເຊັຽ ເສຣີ ໄດ້ໂທໄປຫາໂຮງໝໍ ມິດຕະພາບ 150 ຕຽງ ເພື່ອສອບຖາມ ກ່ຽວກັບອາການຂອງ ທ້າວ ແຈັກ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ໃຫ້ຂໍ້ມູນ.

ອີງຕາມການຖແລງການ ຂອງ ອົງການສິ້ງຊອມ ດ້ານສິດທິມະນຸດ (Human Rights Watch) ໃນວັນທີ 04 ພຶສພາ ທີ່ຜ່ານມາ, ຄອບຄົວຂອງ ທ້າວ ແຈັກ ແລະ ແຫຼ່ງຂ່າວອື່ນໆ ໄດ້ຢັ້ງຢືນດ້ວຍຄຳເວົ້າ ແລະ ຫຼັກຖານ ຈາກຮູບຖ່າຍວ່າ ທ້າວ ແຈັກ ຍັງມີຊີວິດຢູ່, ລອດຈາກການຖືກລອບຍິງ ແລະ ຢູ່ລະຫວ່າງການປີ່ນປົວ ຢູ່ໂຮງໝໍ ຊຶ່ງສະແດງໃຫ້ເຫັນວ່າ ກະແສຂ່າວການເສັຽຊີວິດ ຂອງ ທ້າວແຈັກ ກ່ອນໜ້ານີ້ ບໍ່ເປັນຄວາມຈິງ. ໂດຍອົງການສິ້ງຊອມ ດ້ານສິດທິມະນຸດ ໄດ້ຮຽກຮ້ອງໃຫ້ທາງການລາວ ຄຸ້ມຄອງ ທ້າວແຈັກ ໃຫ້ມີຄວາມປອດໄພ ແລະ ເລັ່ງດຳເນີນການ ສືບສວນ-ສອບສວນ ຢ່າງລະອຽດ ກ່ຽວກັບການກໍ່ເຫດ ລອບຍິງຢ່າງຈິງຈັງ.

ສຳລັບສາເຫດ ທີ່ເຮັດໃຫ້ຍາດຕິພີ່ນ້ອງ ແລະໝູ່ເພື່ອນ ຂອງ ທ້າວ ແຈັກ ຈຳເປັນຕ້ອງປົກປິດ ຄວາມຈິງເປັນຍ້ອນ ບໍ່ຕ້ອງການໃຫ້ ທ້າວ ແຈັກ ໄດ້ຮັບອັນຕະຣາຍຊໍ້າ.

ດັ່ງ ທ່ານ ຟີລ ໂຣເບີດຊັນ (Phil Robertson) ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳພາກພື້ນ ເອເຊັຽ-ແປຊີຟິກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 04 ພຶສພາ 2023 ນີ້ວ່າ:

ຕໍາຣວດລາວ ກໍເລີຍເຂົ້າໄປຫາເຂົາທີ່ໂຮງໝໍ ຄອບຄົວກໍເຂົ້າໃຈວ່າ ຕ້ອງເວົ້າຄວາມຈິງ ແລ້ວ ເພາະວ່າຕຳຣວດຮູ້ແລ້ວ ເວົ້າໃຫ້ຈະແຈ້ງວ່າ ເຂົາຍັງມີຊີວິດຢູ່ ເພື່ອນ ແລະ ຄອບຄົວກໍເປັນຫ່ວງວ່າ ມືປືນຈະກັບມາ. ສະຖານທູດຕ່າງໆ. ສະຫະປະຊາຊາຕ ທຸກຄົນກຳລັງຕິດຕາມ ຣັຖບານ ສປປ ລາວ ກໍຍັງຕ້ອງມີຄວາມຮັບຜິດຊອບ ທີ່ຈະຕ້ອງປົກປ້ອງ ສອບສວນເອົາຄວາມຈິງ ເປີດເຜີຍຂໍ້ມູນ ຕາມຫາຄົນທີ່ຍີງເຂົາແລ້ວກໍຈັບເຂົາ ແລ້ວກໍດຳເນີນຄະດີ.

ທ່ານກ່າວຕື່ມວ່າ ພາຍຫຼັງເກີດເຫດລອບຍິງໄດ້ 2 ມື້, ຄອບຄົວກໍເປີດເຜີຍວ່າ ທ້າວ ແຈັກ ໄດ້ເສັຍຊີວິດແລ້ວ ແຕ່ເມື່ອເຈົ້າໜ້າທີ່ ຕຳຣວດລາວເດີນທງໄປກວດສອບ ອາການ ແລະຕ້ອງການເວົ້າຈານຳ ທ້າວ ແຈັກ ບໍ່ສາມາດຕອບໂຕ້ໄດ້ ໃນວັນທີ 03 ພຶສພາ ຈຶ່ງເຮັດໃຫ້ຄອບຄົວ ແລະຄົນໃກ້ຊິດຕັດສິນໃຈ ບອກໃຫ້ສັງຄົມຮັບຮູ້ວ່າ ທ້າວ ແຈັກ ຍັງມີຊີວິດຢູ່ ພາຍຫຼັງຖືກຍິງ ຈົນໄດ້ຮັບບາດເຈັບສາຫັດ.

ສ່ວນທາງດ້ານອົງການ ນິຣະໂທດສະກັມ ສາກົລ (Amnesty International) ຍັງບໍ່ສາມາດກວດສອບໄດ້ ຢ່າງອິດສະຣະ ກ່ຽວກັບກໍຣະນີ ຂອງ ທ້າວ ແຈັກ ດັ່ງໂຄສົກ ຂອງອົງການນິຣະໂທດ ສະກັມ ສາກົລປະຈຳພາກພື້ນ ເອເຊັຍ-ແປຊີຟິກ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

ຕ້ອງຍອມຮັບວ່າ ຕອນນີ້ພວກເຮົາຍັງບໍ່ສາມາດ ກວດສອບ ດ້ວຍໂຕເອງໄດ້ ໃນຖານະອົງກອນ. Amnesty ສະນັ້ນຂໍ້ມູນທີ່ໄດ້ຮັບມາ ມັນກໍອາດເປັນ Second-hand information ຫຼືວ່າ ຂໍ້ມູນມືສອງຈະເຫັນວ່າ ແທ້ຈິງຕອນນີ້ ມີການເຜີຍແຜ່ນ ຮູບພາບ ຂອງທ້າວ ແຈັກ ທີ່ຢູ່ໃນໂຮງໝໍແລ້ວ ກໍເປັນພາບທີ່ສະແດງໃຫ້ເຫັນ ໃນລັກສະນະວ່າ ແຈັກຍັງມີຊິວິດ ຢູ່ກໍຄືລອດຊີວິດ ຈາກເຫດການຍິງ ມີຂໍ້ຄວາມຈາກຫຼາຍຄົນ ຫຼືືວ່າ ຈາກຫຼາຍອົງກອນ ທີ່ອອກມາຢັ້ງຢືນວ່າ ໜ້າຈະຍັງມີຊິວິດ.

ເຊັ່ນດຽວກັບອົງການ ນິຣະໂທດສະກັມ ສາກົລ ກໍໄດ້ປັບປ່ຽນ ການຖແລງການໃໝ່ ໃນວັນທີ 04 ພຶສພາ 2023 ນີ້ວ່າ ທາງອົງການ ນິຣະໂທດສະກັມ ສາກົລ ຍັງບໍ່ສາມາດຢັ້ງຢືນໄດ້ ຢ່າງເປັນອິດສະຣະວ່າ ທ້າວ ແຈັກຍັງມີຊີວິດຢູ່ ຫຼືບໍ່ ພ້ອມຮຽກຮ້ອງໃຫ້ທາງການລາວ ເລັ່ງສອບສວນແບບຮີບດ່ວນ ຄວບຄຸມ ເປັນອິດສະຣະ ແລະ ມີຄວາມໂປ່ງໃສ ເພື່ອໃຫ້ຜູ້ທີ່ອອກມາເຄື່ອນໄຫວ ດ້ານສິດທິມະນຸດ ບໍ່ຕົກເປັນເປົ້າໝາຍ ຂອງຄວາມຮຸນແຮງ.

ເຖິງແມ່ນວ່າວີດີໂອ ບຸກຍິງ ທ້າວ ແຈັກ ຢູ່ບາຣ໌ ບ້ານດົງໝ້ຽງ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຈະຖືກເຜີຍແຜ່ ໂດຍໜັງສືພິມ ລາວພັທນາ ຊຶ່ງເປັນສື່ຂອງຣັຖບານລາວ ແຕ່ທາງການລາວ ກໍຍັງບໍ່ສາມາດຈັບ ຜູ້ກຳທຳຜິດໄດ້ເທື່ອ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ໂທຫາ ທ່ານ ພັນເອກ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເມື່ອວັນທີ 04 ພຶສພາ 2023 ແລະໄດ້ຖາມ ເຖິງຄວາມຄືບໜ້າໃນການສອບສວນ ການຍິງ ທ້າວແຈັກ ນັ້ນ ທ່ານໄດ້ລະບຸວ່າ “ກຳລັງສືບສວ ນຕາມຫຼັກວິຊາສະເພາະ ຢູ່ ກະເຮັດຕາມ ຫຼັກວິຊາສະເພາະ ພວກເຮົາ.”, ແຕ່ເມື່ອຖາມວ່າ ໄດ້ຍິນສຽງສັງຄົມ ເວົ້າຜູ້ທີ່ຍິງ ທ້າວ ແຈັກແມ່ນຕຳຣວດລັບ ແມ່ນເປັນຄວາມຈິງບໍ່ນັ້ນ ທ່ານ ກໍໄດ້ຂໍສງວນຄຳຕອບ ແລະ ວາງສາຍ ບໍ່ໄດ້ໃຫ້ສຳພາດຕື່ມ.

ກ່ອນໜ້ານີ້ ໃນປີ 2000 ທາງການລາວ ໄດ້ລົງນາມ ໃນອະນຸ ສົນທິສັນຍາ ລະຫວ່າງປະເທດ ວ່າດ້ວຍສິດທິພົລເມືອງ ແລະສິດທິທາງການເມືຶອງ ICCPR (International Covenant on Civil and Political Rights) ຊຶ່ງຮັບປະກັນສິດໃນການມີຊີວິດ ພາຍໃຕ້ ມາຕຣາ 6 ແລະ ສິດທິເສຣີພາບ ໃນການສະແດງອອກ ພາຍໃຕ້ມາຕຣາ 19, ສະນັ້ນທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງມີການປັບແກ້ກົດໝາຍ ພາຍໃນປະເທດ ໃຫ້ສອດຄ່ອງກັບກະຕິກາ ດັ່ງກ່າວນີ້ນຳດ້ວຍ.

ດັ່ງຍານາງ ຄໍຣີເຍາະ ມານຸແຊ ນັກກົດໝາຍ ດ້ານສິດທິມະນຸດ ໃນໄທຍກ່າວວ່າ:

ຮັບຮອງອະນຸສັນຍາ ICCPR ແລ້ວກໍເປັນໜ້າທີ່ ຂອງຣັຖບານທີ່ຈະຕ້ອງແກ້ໄຂ ກົດໝາຍພາຍໃນໃຫ້ມັນສອດຄ່ອງກັບ ICCPR ການທີ່ກົດໝາຍ ພາຍໃນຂັດແຍ່ງ ກັບກົດໝາຍລະຫວ່າງປະເທດ ຊຶ່ງປະເທດນັ້ນໄດ້ຮັບຮອງ ມັນກໍເປັນກົດໝາຍທີ່ບໍ່ຊອບທັມ ແຕ່ຢ່າງໃດກໍຕາມ ອະນຸສັນຍາ ລະຫວ່າງປະເທດ ມັນບໍ່ມີບົດລົງໂທດ ແຕ່ວ່າມັນກໍຈະມີຜົລ ໃນເຣື່ອງຂອງການທີ່ນາໆປະເທດ ອາດ Sanction (ຄວ້ຳບາດ) ບໍ່ ອາດຖືກປະນາມ ໃນເວທີໂລກບໍ່.

ຣັຖທັມມະນູນ ແຫ່ງ ສປປ ລາວ ຮັບປະກັນສິດເສຣີພາບ ຂອງພົລເມືອງລາວ ແຕ່ປະມວນກົດໝາຍອາຍາ ມາຕຣາ 117 ພັດລົງໂທດ ບຸກຄົນທີ່ໂຄສະນາ ຕ້ານຣັຖບານລາວ.

ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ໄວ 25 ປີ ເປັນບຸກຄົນ ທີ່ມີຄວາມສົນໃຈ ກ່ຽວກັບການເມືອງ ປຽບທຽບ ແລະເປັນນຶ່ງໃນທີມງານ ຜູ້ດູແລ ກຸ່ມເຟສບຸກແບບປິດ ທີ່ໃຊ້ຊື່ວ່າ “ລາວດຣາມ່າ” ມີສະມາຊິກປະມານ 7,000 ຄົນ ທີ່ໄດ້ສ້າງຕັ້ງຂຶ້ນ ໃນເດືອນເມສາ 2020 ພາຍຫຼັງມີກະແສ ການຊຸມນຸມ ຕໍ່ຕ້ານຣັຖບານໄທຍ. ເພື່ອໃຊ້ເປັນພື້ນທີ່ ສຳລັບການເວົ້າຈາລົມກັນກ່ຽວກັບ ບັນຫາປະຊາທິປະໄຕ ແລະສິດທິມະນຸດໃນລາວ ຜ່ານ # ຖ້າການເມືອງລາວດີ.

ຈາກນັ້ນໃນເດືອນມີນາ 2022 ທ້າວແຈັກ ແລະ ໝູ່ເພື່ອນໄດ້ຮ່ວມກັນສ້າງຕັ້ງ ເພຈເຟສບຸກ ແບບສາທາຣະນະ ຊື່ວ່າ “ຂັບເຄື່ອນດ້ວຍຄີບອດ ພ້ອມກັບເພຈອື່ນໆ ອີກຢ່າງໜ້ອຍ 3 ເພຈ ເພື່ອບອກເລົ່າເຣື່ອງຕ່າງໆ ທີ່ເກີດຂຶ້ນພາຍໃນປະເທດລາວ ຜ່ານ # ສຽງຂອງພວກເຮົາ ແລະ # What’s Happening in Laos ຄວບຄູ່ໄປກັບ ຄວາມພະຍາຍາມ ໃນການກຳຈັດ ອິດທິພົນຈີນ ໃນລາວ ພາຍໃຕ້ຄຳຂັວນທີ່ວ່າ “ເພື່ອໃຫ້ລາວຢູ່ລອດ ບໍ່ແມ່ນຂ້າທາດຈີນ.”

ສຳລັບເພຈຂັບເຄື່ອນດ້ວຍຄີບອດ ມີເປົ້າໝາຍ ທີ່ຈະເປີດໂປງ ແລະປະນາມ ການລະເມີດສິດທິມະນຸດ ທີ່ເກີດຂຶ້ນໃນລາວ, ກວດສອບການກະທຳ ຂອງຣັຖບານລາວ ຢ່າງຕໍ່ເນື່ອງ, ຮຽກຮ້ອງໃຫ້ຢຸດຕິການປົກຄອງ ແບບພັກດຽວ ທີ່ຄອບງຳການເມືອງ ໃນທຸກດ້ານ ແລະກັດກັນເສຣີພາບ ຂອງພົລເມືອງ ແລະ ໃນເດືອນພຶສພາ 2022 ບັນດາຜູ້ດູແລເພຈ ໄດ້ໂພສຕ໌ ຂໍ້ຄວາມຊັກຊວນໃຫ້ ພໍ່ແມ່ປະາຊົນ ອອກມາໂຮມໂຕກັນ ເພື່ອປະທ້ວງ ການບໍຣິຫານປະເທດ ຂອງຣັຖບານລາວ ຢູ່ບໍຣິເວນເດີ່ນພຣະທາດຫຼວງ ກາງນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.