ຊາວບ້ານ ຮຽກຮ້ອງໃບຕາດິນ ຂອບທອງ ປ້ອງກັນ ຣັຖຍຶດໃຫ້ນາຍທຶນເຊົ່າ
2023.05.09
ຊາວນາ ບ້ານກະດັນ ເມືອງມູນລະປະໂມກ ແຂວງຈຳປາສັກ ປະມານ 120 ຄອບຄົວ ຕ້ອງການໃບຕາດິນ ຂອບທອງ ຫຼື ໃບຕາດິນຖາວອນ ຍ້ອນພວກເຂົາເຈົ້າກັງວົນວ່າ ທາງການຈະຍຶດດິນນາທັງໝົດ ໄປໃຫ້ນາຍທຶນສັມປະທານ ແລ້ວເຂົາເຈົ້າບໍ່ມີສິດ ໃນທີ່ດິນທຳກິນ ເນື່ອງຈາກຫາກໍມາປີນີ້ ທີ່ທາງການເຂົ້າປະສານຂັ້ນບ້ານວ່າ ດິນນາທັງໝົດນັ້ນ ເປັນດິນໃນເຂດປ່າຜລິດ ຕາມທີ່ທາງການໄດ້ທຳການສຶກສາ ມາດົນແລ້ວ ຂະນະທີ 29 ປີທີ່ຜ່ານມາ ບໍ່ໄດ້ຍິນວ່າທົ່ງນາ ຂອງເຂົາເຈົ້າເປັນເຂດປ່າຜລິດຢ່າງໃດ.
ດັ່ງຊາວບ້ານ ບ້ານກະດັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 09 ພຶສພາ 2023 ວ່າ:
“ໃນ 120 ຄອບຄົວກໍ 402 ເຮັກຕ້າຣ໌ ທາງຂັ້ນເທິງ ຊ່ອຍຄືວ່າໃຫ້ຍົກເວັ້ນນີ້ ແລ້ວໂຕ 4 ຖືກຂອງດິນໄຮ່ ດິນນາ ປະຊາຊົນຢາກໃຫ້ ຖອນອອກ ບໍ່ໃຫ້ຖືກປ່າຜລິດຢາກໃຫ້ອອກໃບຕາດິນ ຖາວອນ ໄດ້ປະຊາຊົນຢາກໄດ້ສິດນໍາໃຊ້ນີ້ແຫຼະ ໄດ້ສິດອອກໃບຕາດິນແຖບທອງ ກໍຊັດເຈນ ເພິ່ນກໍມາແທກປີ້ນີ້ ກໍວ່າຖືກປ່າຜລິດ ແຕ່ກ່ອນກໍວ່າ ບໍ່ຖືກຫັ້ນແຫຼະ ປະຊາຊົນເຂົ້າໃຈວ່າ ບໍ່ຖືກ ເຂົາກໍວ່າແຜນນີ້ ມັນມາແຕ່ດົນແລ້ວ ໄດ້ສຳຣວດຫຼາຍປີແລ້ວ ເພິ່ນວ່າບາດນີ້ ປ້າຍປ່າຜລິດ ມັນຢູ່ແປະ ກັບບ້ານນີ້ ມັນກໍຖືກນາປະຊາຊົນ ຢ້ານວ່າຂັ້ນເທິງ ຈະໃຫ້ເຂົາສັມປະທານ ບໍຣິສັດນັ້ນ ບໍຣິສັດນີ້ນ່າ.”
ດິນນາ 402 ເຮັກຕ້າຣ໌ ຊາວນາເສັຍພາສີ ທີ່ດິນເຂົ້າຣັຖເຮັກຕ້າຣ໌ ລະ 45,000 ກີບຕໍ່ປີ ທຸກປີນັບແຕ່ປີ 1994 ທີ່ມີການກໍ່ຕັ້ງ ບ້ານກະດັນຂຶ້ນມາ ຫຼື ໝາຍຄວາມວ່າ ເປັນໄລຍະເວລາກ່ວາ 29 ປີທີ່ຊາວບ້ານໄດ້ເສັຍພາສີ ທີ່ດິນເຂົ້າຣັຖ ແຕ່ບໍ່ໄດ້ໃບຕາດິນ ຂອບທອງຍ້ອນທາງການ ບໍ່ຍອມອອກໃຫ້.
ດັ່ງຊາວບ້ານ ບ້ານກະດັນ ອີກທ່ານນຶ່ງກ່າວວ່າ:
“ພາສີກໍເສັຍທຸກໆປີຢູ່ ເສັຍເລີຍຢູ່ເພິ່ນກໍວ່າ ໃຫ້ເຮັດກິນໄດ້ແຕ່ວ່າ ບໍ່ອອກໃບຕາດິນແຖບທອງ ໃຫ້ໃບຄາດິນຖາວອນໃຫ້ ໝາຍຄວາມວ່າ ເຂົາກໍຊິລໍຖ້າ ມີໂຄງການມາ ຫຼື ຈັ່ງໃດກໍບໍ່ເຂົ້າໃຈ ນຳຂັ້ນເທິງ.”
ທ່ານກ່າວຕື່ມວ່າ ປັດຈຸບັນຊາວນາ 120 ຄອບຄົວ ທີ່ມີດິນນາໃນເຂດປ່າຜລິດ ຍັງເຮັດນາຕາມຣະດູປົກກະຕິ ໂດຍສ່ວນໃຫຍ່ຊາວນາ ຈຳນວນດັ່ງກ່າວ ເຮັດນາປີ, ສ່ວນວ່າດິນນາ ທີ່ເປັນທົ່ງພຽງທັງໝົດ 402 ເຮັກຕ້າຣ໌ ກາຍໄປເປັນປ່າຜລິດໄດ້ແນວໃດນັ້ນ ແມ່ນດິນຕິດຈອດກັບທົ່ງນາ ຄືເຂດປ່າຜລິດ ແລ້ວມາປີນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ ກໍມາປັກຫຼັກໝາຍ ໃຫ້ດິນນາເປັນເຂດປ່າຜລິດ.
ບໍ່ພຽງແຕ່ ດິນນາໃນເຂດປ່າຜລິດ ທີ່ຊາວນາມີຄວາມກັງວົນ ຕໍ່ສິດໃນທີ່ດິນທຳກິນ ແຕ່ລວມເຖິງດິນນາໃນເຂດ ຂອງທະຫານກອງພັນ 20 ນຳດ້ວຍ ທີ່ປັດຈຸບັນຊາວນາ ຈຳນວນນຶ່ງ ກໍບໍ່ມີດິນນາເພື່ອທຳກິນມາ 2 ປີແລ້ວ ຍ້ອນຈຳເປັນຕ້ອງຍົກດິນ ຈຳນວນຫຼາຍສິບເຮັກຕ້າຣ໌ ຄືນໃຫ້ທະຫານຫອງພັນ 20 ເນື່ອງຈາກທະຫານ ບອກປະຊາຊົນວ່າ ເປັນດິນຍຸທະສາດ ທີ່ພາກສ່ວນທີ່ກ່ຽວຂ້ອງ ມີແຜນໃນອະນາຄົດ ຈະໃຊ້ເປັນສນາມ ຊ້ອມຣົບ ປະຈຳປີ.
ດັ່ງຊາວບ້ານ ກະດັນກອີກທ່ານນຶ່ງ ກ່າວ ໃນມື້ດຽວກັນວ່າ:
“ແລ້ວເພິ່ນເອົາຄືນ ຕາມທີ່ຮູ້ຫັ້ນ ປະມານ 45 ຄອບຄົວ. ບໍ່ມັນເປັນແຜນຍຸທສາດເພິ່ນ. ບໍ່ຂອງແຂວງ ເພິ່ນວ່າ ຊິເອົາເປັນສນາມຊ້ອມຮົບ ປະຊາຊົນ ທີ່ຖືກຜົລກະທົບນີ້ ເພິ່ນເຣີ່ມບໍ່ໃຫ້ເຮັດ ກໍ 2 ປີແລ້ວເນາະ ຜູ້ບໍ່ມີນາເຮັດ ກໍເຊົ່າເຂົາເຈົ້າເຮັດ ແລ້ວກໍຜູ້ບໍ່ໄດ້ເຮັດ ກໍຊື້ເຂົ້າຊື້ນໍ້າກິນ ກໍມີຂາດເຂີນອິຫຼີ ກໍມີຫັ້ນແຫຼະ.”
ຍານາງກ່າວຕື່ມວ່າ ມາຮອດປັດຈຸບັນ ທະຫານ ໃຫ້ຊາວນາ ທີ່ເຄີຍມີດິນນາ ອອກໄປເຮັດກິນບ່ອນອື່ນ ຂະນະທີ່ສະພາບໂຕຈິງ ບ່ອນເຮັດນາ ບ່ອນອື່ນ ບໍ່ມີແລ້ວ ຍ້ອນບ່ອນໃດກໍເປັນເນື້ອທີ່ດິນ ສງວນຂອງພັກ-ຣັຖ ໄປໝົດ ຈຶ່ງເຮັດໃຫ້ປັດຈຸບັນຊາວນາ ທີ່ຍົກດິນໃຫ້ທະຫານັ້ນ ກາຍເປັນຄົນບໍ່ມີທີ່ດິນ ທຳກິນ ແລະຕ້ອງໄດ້ເຊົ່າດິນນາຜູ້ອື່ນ ເພື່ອເຮັດນາ ຫຼື ໄປເຊົ່າດິນນາເຮັດນາ ຢູ່ຕ່າງເມືອງ, ຕ່າງແຂວງ ຫຼືໄປຊ່ອຍຍາດຕິພີ່ນ້ອງ ເຮັດນາເພື່ອໃຫ້ມີລາຍໄດ້ ແລະອາຊີບແທນ.
ສຳລັບດິນ ຂອງທະຫານກອງພັນ 20 ທີ່ຊາວນາຄືນໃຫ້ນັ້ນ ເປັນດິນທີ່ຊາວນາ ບໍ່ໄດ້ເສັຍພາສີ ເນື່ອງຈາກທາງການ ບໍ່ໃຫ້ເສັຍພາສີ, ຊາວນາທີ່ເຄີຍເຮັດນາ ຢູ່ດິນຂອງທະຫານ ກອງພັນ 20 ມາເປັນເວລາກ່ວາ 30-40 ປີ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊົດເຊີຍດິນ ບ່ອນໃໝ່ໃຫ້ເຂົາເຈົ້າ ເນື່ອງຈາກບາງກໍຣະນີ ທາງການເຄີຍປະສານວ່າ ຈະຍົກດິນທີ່ເຄີຍເປັນດິນປູກຢາງພາຣາ ຂອງນັກລົງທຶນຈີນ ໃຫ້ຊາວນາ ສືບຕໍ່ເຮັດນາ ແຕ່ມາຮອດປັດຈຸບັນ ກໍບໍ່ມີດິນບ່ອນໃໝ່ ໃຫ້ຊາວນາສືບຕໍ່ເຮັດນາ ເທື່ອ.
ດັ່ງຊາວບ້ານກະດັນ ອີກທ່ານນຶ່ງກ່າວ ໃນມື້ດຽວກັນວ່າ:
“ກໍເຮັດມາເປັນ 20-30 ປີວ່າຊັ້ນສາ ບາດສຸດທ້າຍແລ້ວ ວ່າຊິເສັຍພາສີເຂົ້າຣັຖ ເພິ່ນກໍບໍ່ໃຫ້ເສັຍ ບໍ່ໃຫ້ເກັບ ເພິ່ນກໍມາທວງຄືນເອົາຄືນ, ເຮືອນຂ້າງກັນນີ້ ເພິ່ນກໍຖືກຜົລກະທົບ ລາວກໍບໍ່ມີໄຮ່ ບໍ່ມີນາ ເພິ່ນວ່າຊິທົດແທນໃຫ້ ຊິເອົາດິນສວນຂອງຢູ່ສວນຈີນ ທີ່ເພິ່ນປູກຢາງພາຣາ ແຕ່ວ່າມັນຕາຍ ບໍ່ໄດ້ເຊົ່າ ປະຊາຊົນອອກມາໄດ້ 2-3 ປີ ກໍຄືວ່າບໍ່ມາຈັບ ບໍ່ມາຊ່າວ ບໍ່ມາທົດແທນໃຫ້.”
ເຟສບຸກເພຈ ຊຸມຊົນຄົນກະດັນ ອອນລາຍນ໌ ຍັງໄດ້ລະບຸເຖິງເນື້ອທີ່ ຂອງຊາວບ້ານ ກະດັນວ່າ ເນື້ອທີ່ຂອງບ້ານກະດັນ ແມ່ນຫຍັບຫຍໍ້ເຂົ້າມາຫຼາຍແລ້ວ ຈົນນ້ອຍກ່ວາດອນນາງລອຍແລ້ວ, ໂດຍທິດເໜືອແມ່ນທົ່ງພຽງນາເຈັກເມັງເກົ່າ, ທິດໃຕ້ແມ່ນຂອງທະຫານ ກອງພົນ ແລະ ກອງຜລິດ, ທິດຕາເວັນອອກແມ່ນທະຫານກອງພັນ 20, ທິດຕາເວັນຕົກ ແມ່ນເມືອງມາຍາດ ເອົາອີກຈົນຊິຮອດຕີນບ້ານ ບ້ານກະດັນ ທາງຊາວນາ ແລະ ຊາວບ້ານ ບ້ານກະດັນ ຈຶ່ງຢາກໃຫ້ຂັ້ນເທິງ ກວດສອບຢ່າງຮີບດ່ວນ ແລະແກ້ໄຂໃຫ້ທັນສະຖານະການ ເພາະປະຊາຊົນເດືອດຮ້ອນຫຼາຍ. ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ, ແຕ່ບໍ່ສາມາດຕິດຕໍ່ ໄດ້.