ຮອງນາຍົກລາວໄປຈີນ ພາຍຫຼັງ ປະທານປະເທດວຽດນາມ ຢ້ຽມຢາມລາວ ບໍ່ເຖິງອາທິດ

ຈຳປາທອງ
2023.05.02
ຮອງນາຍົກລາວໄປຈີນ ພາຍຫຼັງ ປະທານປະເທດວຽດນາມ ຢ້ຽມຢາມລາວ ບໍ່ເຖິງອາທິດ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ເດີນທາງຢ້ຽມຢາມ ຈີນ. 16-18 ເມສາ 2023.
ຂໍໃຈຮູບພາບ ຈາກເພຈຂອງ ປກສ

ທ່ານ ຫວໍ ວັນ ເຖືອງ ກັມມະ​ການ​ ກົມ​ການ​ເມືອງ ​ສູນ​ກາງ​ພັກຄອມມູນິສຕ໌, ປະທານປະເທດ ວຽດ​ນາມ ມາຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງການ 2 ມື້ ຕາມຄໍາເຊີນ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໃນມື້ວັນທີ 10 ແລະ 11 ເມສາ ທີ່ຜ່ານມາ.

ການຢ້ຽມຢາມ ສປປ ລາວ ຂອງທ່ານ ຫວໍ ວັນ ເຖືອງ ເປັນການຢ້ຽມຢາມ ປະເທດລາວ ເທື່ອທໍາອິດ ໃນການເຄື່ອນໄຫວ ວຽກງານຕ່າງປະເທດຂອງທ່ານ ໃນຕໍາແໜ່ງປະທານປະເທດ ຄົນໃໝ່ ທີ່ຖືກຮັບຮອງເອົາ ຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ XV ຂອງວຽດນາມ.

ທາງການ ສປປ ລາວ ອ້າງເຖິງຄວາມສໍາຄັນ ຂອງການຢ້ຽມຢາມ ແລະຖືວ່າ ການຢ້ຽມຢາມລາວ ຂອງຜູ້ນໍາວຽດນາມ ຄັ້ງນີ້ ເປັນການເພີ່ມທະວີ ແລະເສີມຂຍາຍສາຍ ພົວພັນມິຕພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະການຮ່ວມມື ຮອບດ້ານ ລະຫວ່າງ 2 ປະເທດ ສປປ ລາວ ແລະວຽດນາມ ຕາມທີ່ໄດ້ກໍານົດໄວ້ ຢູ່ໃນມະຕິຕ່າງໆຂອງພັກ ຮວມທັງມະຕິ 11 ຂອງກອງປະຊຸມໃຫຍ່ ຂອງພັກຄັ້ງລ່າສຸດນີ້.

ໃນການພົບພໍ້ກັນ ລະຫວ່າງ ປະທານປະເທດ ຂອງ 2 ປະເທດຄັ້ງນີ້ ໄດ້ເວົ້າກັນເຖິງ ຫລາຍບັນຫາສໍາຄັນ ທີ່ພົວພັນເຖິງການຮ່ວມມື ຮອບດ້ານລະຫວ່າງ 2 ຝ່າຍ ແລະຫລາຍຝ່າຍ ຊຶ່ງໃນນັ້ນມີທັງ ທີ່ຖືກເປີດເຜີຍ ແລະອັນທີ່ປົກປິດ ບໍ່ໃຫ້ສັງຄົມຮູ້, ແຕ່ກໍມີຂ່າວວ່າ ອາຈເປັນໄປໄດ້ ທີ່ບັນຫາຊຶ່ງບໍ່ສາມາດເປີດເຜີຍໃຫ້ສັງຄົມຮູ້ໄດ້ນັ້ນ ຖືກຄະນະຜູ້ແທນຂັ້ນສູງ ຂອງຣັຖບານ ສປປ ລາວ ນໍາໂດຍທ່ານ ສະເຫລີມໄຊ ກົມມະສິດ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງການຕ່າງປະເທດ ຣາຍງານໃຫ້ທາງການຈີນຮູ້ ໃນລະຫວ່າງໄປຢ້ຽມຢາມຈີນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ  ສິນ ກ່າງ ທີ່ປຶກສາແຫ່ງຣັຖ ຣັຖມົນຕຣີກະ ຊວງການຕ່າງປະເທດຈີນ ແຕ່ມື້ວັນທີ 16 ຫາ18 ເມສາທີ່ຜ່ານມາ ຄືພາຍຫລັງທີ່ ທ່ານ ຫວໍ ວັນ ເຖືອງ ຢ້ຽມຢາມລາວບໍ່ຮອດອາທິດ.

ເຣື່ອງທີ່ວ່ານີ້ ຕາມຄໍາເວົ້າ ຂອງນັກວິຊາການລາວ ຜູ້ບໍ່ປະສົງອອກຊື່, ສະຖານທີ່ ແລະວັນເວລາເວົ້າຕໍ່ວິທຍຸເອເຊັຽເສຣີ ແລ້ວແມ່ນວ່າ ປະທານປະເທດວຽດນາມ ຄົນໃໝ່ ມາຢ້ຽມຢາມ ລາວ ເປັນປະເທດທໍາອິດ ກ່ອນຈະໄປປະເທດອື່ນ ເພາະເພິ່ນຖືວ່າລາວ ແລະວຽດນາມ ເປັນເພື່ອນມິດໃກ້ຊິດກັນທີ່ສຸດ ຕ້ອງມາລາວກ່ອນ:

................ສຽງ.................     

ທ່ານເວົ້າຕື່ມວ່າ ເປັນໄປໄດ້ ທີ່ໃນລະຫວ່າງການຢ້ຽມຢາມຈີນ 3 ມື້ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ ທີ່ຜ່ານມານັ້ນ ຄະນະຜູ້ແທນລາວ ຈະໄດ້ເວົ້າເຖິງຜົລການຢ້ຽຢາມ ລາວ ຂອງປະທານປະເທດວຽດນາມ ໃຫ້ຈີນຮູ້ ເພາະຈີນກໍຕ້ອງການຢາກຮູ້ວ່າ ໄດ້ມີການເວົ້າເຖິງ ແລະຕົກລົງກັນ ກ່ຽວກັບບັນຫາຫຍັງແດ່ ນອກຈາກທີ່ທັງ 2 ຝ່າຍ ຄື ສປປ ລາວ ແລະວຽດນາມ ໄດ້ອອກຂ່າວ ເຜີຍແພ່ໃຫ້ສັງຄົມຮູ້ ໄປແລ້ວນັ້ນ.

ດັ່ງທີ່ທ່ານກ່າວວ່າ:

................ສຽງ.................     

ແຕ່ເຖິງຢ່າງໃດກໍຕາມ ທາງການ ສປປ ລາວ ກໍເວົ້າວ່າ ການຢ້ຽມຢາມຈີນຄັ້ງນີ້ ເພື່ອສືບຕໍ່ເສີມຂຍາຍສາຍພົວພັນ ມິຕພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມື ແບບຄູ່ຮ່ວມຍຸທສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກັມ ລາວ-ຈີນ, ຈີນ-ລາວ ລະຫວ່າງ 2 ປະເທດ, ລະຫວ່າງ 2 ກະຊວງການຕ່າງປະເທດ ສປປ ລາວ ແລະ ຈີນ ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ລວມທັງເປັນການຜັນຂະຫຍາຍ ຜົລການພົບພໍ້ລະຫວ່າງ 2 ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ, ປະທານປະເທດ ສປປ ລາວ ແລະ ຈີນ ໃນທ້າຍປີ 2022 ທີ່ຜ່ານມາ.

ພາຍຫລັງການພົບພໍ້ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ສິນ ກ່າງ ທາງການລາວຣາຍງານວ່າ 2 ຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ 2 ພັກ-2 ຣັຖ, ລາວ-ຈີນ ເພື່ອສົ່ງເສີມການພົວພັນ ທາງດ້ານເສຖກິຈ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ ໃຫ້ຫລາຍຂຶ້ນ ໂດຍນຳໃຊ້ທາງຣົຖໄຟ ລາວ-ຈີນ ໃນການຂົນສົ່ງສິນຄ້າ ແລະຜູ້ໂດຍສານ ວຽງຈັນ-ຄຸນມິງ-ວຽງຈັນ, ຈະສ້າງກົລໄກການບໍຣິການກວດຄົນເຂົ້າ-ອອກເມືອງ ທີ່ຜ່ານດ່ານສາກົລທາງຣົຖໄຟ ບໍ່ເຕັນ-ບໍ່ຫານ, ກວດຢູ່ປ່ອງດຽວ, ຈຸດດຽວ ແລະສ້າງເງື່ອນໄຂ ທີ່ສະດວກໃນການເຂົ້າເຖິງ ແຫລ່ງທຶນ ແລະ ຕລາດຂອງຈີນ ໃຫ້ງ່າຍຂຶ້ນຕື່ມໃນອະນາຄົດ. ຈີນ ໄດ້ເຫັນດີອະນຸມັດ ຕາມຂໍ້ສເນີຂອງຝ່າຍລາວ ໃນການເປີດສະຖານກົງສຸນໃຫຍ່ແຫ່ງໃໝ່ ປະຈຳນະຄອນ ຊົງຊິງ ເພື່ອການຂົນສົ່ງສິນຄ້າ.

2 ຝ່າຍ ໄດ້ເວົ້າເຖິງການຂຍາຍ ການຮ່ວມມືໃນຂແນງການຕ່າງໆ ເປັນຕົ້ນ ດ້ານພະລັງງານໄຟຟ້າ, ການຂຸດຄົ້ນບໍ່ແຮ່, ການຜລິດກະສິກັມ, ການປ້ອງກັນຊາຕ, ປ້ອງກັນຄວາມສງົບ, ການຕ້ານອາຊຍາກັມຂ້າມຊາຕ, ການຄ້າມະນຸດ, ການພັທນາຊັພຍາກອນມະນຸດ ແລະ ອື່ນໆ, ພ້ອມກັນນັ້ນ ທັງ 2 ຝ່າຍກໍໄດ້ເວົ້າເຖິງການຮ່ວມມື ໃນຂອບເຂດຫລາຍຝ່າຍ, ການຮ່ວມມືໃນຂອບເຂດໜຶ່ງແລວ ໜຶ່ງເສັ້ນທາງ, ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ຂອບເຂດອາຊ້ຽນ ແລະສະຫະປະຊາຊາຕ, ຈີນຈະຊ່ອຍເຫລືອ ສປປ ລາວ ໃນການເປັນປະທານ ວຽນອາຊ້ຽນປີ 2024.

ເມື່ອເວົ້າເຖິງການພົວພັນ ແລະການຮ່ວມມື ລາວ-ວຽດນາມ, ໃນໂອກາດພົບພໍ້ກັນ ລະຫວ່າງປະທານປະເທດ ສປປ ລາວ ແລະປະທານ ປະເທດວຽດນາມ ໃນຕອນເຊົ້າຂອງມື້ວັນທີ 10 ເມສາທີ່ຜ່ານມາ ຊຶ່ງແຕ່ລະຝ່າຍ ກໍໄດ້ເວົ້າເຖິງຄວາມສໍາຄັນ ຂອງສາຍພົວພັນ ແລະການຮ່ວມມື ຂອງ 2 ປະເທດ ຄືທີ່ໄດ້ເວົ້າມານັ້ນ ແຕ່ເປັນທີ່ສັງເກດວ່າ ໃນເທື່ອນີ້ ອັນທີ່ຜູ້ຄົນບໍ່ຄ່ອຍໄດ້ຍິນມາກ່ອນ ກໍແມ່ນທາງການ ສປປ ລາວ ເວົ້າວ່າ ເສຖກິຈ ຂອງວຽດນາມ ຂຍາຍຕົວໃນລະດັບສູງ, ຢູ່ແຖວໜ້າຂອງໂລກ.

2 ຝ່າຍ ໄດ້ເວົ້າເຖິງການຮ່ວມມື ທາງດ້ານການເມືອງ, ການປ້ອງກັນປະເທດ, ປ້ອງກັນຄວາມສງົບ, ການຕ່າງປະເທດ, ການຮ່ວມມືທາງດ້ານເສຖກິຈ, ການຄ້າ, ການລົງທຶນ, ວັທນະທັມ, ການສຶກສາ ແລະອື່ນໆ. ໄດ້ຕີລາຄາສູງ ຜົລສໍາເຣັດຂອງກອງປະຊຸມ ຄັ້ງທີ 45 ຂອງຄະນະກັມມະການ ຮ່ວມມືທະວິພາຄີລະຫວ່າງຣັຖບານ ສປປ ລາວ ແລະວຽດນາມ ເມື່ອເດືອນມົກກະຣາ ທີ່ຜ່ານມາ ຊຶ່ງໄດ້ອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ, ການຄ້າ, ການຂົນ ສົ່ງ. ມູນຄ່າການຄ້າ 2 ຝ່າຍໃນປີ 2022 ໄດ້ລື່ນເປົ້າໝາຍທີ່ວາງໄວ້, ຄືບັນລຸໄດ້ 1.7 ຕື້ໂດລ້າຣ໌ສະຫະຣັຖ ເພີ່ມຂຶ້ນ 10% ທຽບໃສ່ປີ 2021, ການລົງທຶນຂອງວຽດນາມ ຢູ່ລາວ ມີ 239 ໂຄງການ, ມູນຄ່າການລົງທຶນ 5.36 ຕື້ໂດລ້າຣ໌ ສະຫະຣັຖ, ເປັນອັນດັບ 3 ຂອງການລົງທຶນ ຕ່າງປະເທດ ຢູ່ລາວ. ເພື່ອການຮ່ວມມືກັນ ໃນຕໍ່ໜ້າ 2 ຝ່າຍ ຈະເພີ່ມທະວີ ການຮ່ວມມືທາງດ້ານການເມືອງ, ປະສານສົມທົບ ຮ່ວມມືກັນຢ່າງໃກ້ຊິດ ໃນບັນຫາທີ່ເປັນຍຸທສາດ ຂອງ 2 ຊາຕ, ເສີມຂຍາຍການໄປມາຫາສູ່, ການພົບພໍ້ກັນ ຢ່າງເປັນປົກກະຕິ ຂອງການນໍາຂັ້ນສູງ ທັງສາຍພັກ, ສາຍຣັຖ ແລະສາຍອົງການຈັດຕັ້ງ ມະຫາຊົນ, ຈະສືບຕໍ່ກົລໄກ ການພົບພໍ້ກັນ ລະຫວ່າງການນໍາຂັ້ນສູງ 3 ປະເທດ ລາວ-ວຽດນາມ-ກັມພູຊາ ທັງສາຍພັກ ແລະສາຍຣັຖບານ. ວຽດນາມ ຈະສນັບສນູນຢ່າງເຕັມທີ່ໃຫ້ ສປປ ລາວ ເປັນປະ​ທານວຽນ ອາຊ້ຽນ ໃນປີ 2024, ພ້ອມທັງເວົ້າວ່າ ວຽດນາມ ມີຂອງຂວັນຈຳນວນໜຶ່ງ ໃຫ້ແກ່ ສປປ ລາວ ໃນການເປັນປະທານວຽນ ອາຊ້ຽນ ໃນຄັ້ງນີ້, ແຕ່ຜູ້ນໍາວຽດນາມ ບໍ່ໄດ້ເປີດເຜີຍ ໃຫ້ຮູ້ວ່າ ຂອງຂັວນທີ່ວ່າ ຈະໃຫ້ນັ້ນ ແມ່ນຫຍັງກັນແທ້.

ໃນໂອກາດ ການພົບພໍ້ ກັບທ່ານ ຫວໍ ວັນ ເຖືອງ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ພັກ, ຣັຖ ແລະປະຊາຊົນວຽດນາມ ທີ່ໄດ້ຊ່ອຍເຫລືອລາວ ຊຶ່ງມີຫລາຍໂຄງການ ໄດ້ສໍາເຣັດ ແລະຖືກນໍາໃຊ້ແລ້ວ ເຊັ່ນ ໂຄງການໂຮງຮຽນ ມັທຍົມວິຊາຊີບ ຕົວແບບມິຕພາບ ລາວ-ວຽດນາມ ແລະໂຄງການ ກໍ່ສ້າງ ສ້ອມແປງ ເຂດອະນຸສອນ ປະທານ ໂຮ່ ຈິມິນ ຢູ່ແຂວງຄໍາມ່ວນ, ໂຄງການໂຮງຮຽນທະຫານ ນາຍສິບ ຢູ່ແຂວງໄຊສົມບູນ ແລະອື່ນໆ. ນັບແຕ່ປີ 2010 ມາເຖິງປັດຈຸບັນ ມີນັກສຶກສາລາວຮຽນຈົບ ມາແຕ່ວຽດນາມ ຫລາຍກວ່າ 14,600 ຄົນ. ໃນປັດຈຸບັນ ມີນັກສຶກສາລາວ ທີ່ກໍາລັງສຶກສາຢູ່ວຽດນາມ 14,000 ຄົນ.

ໃນລະຫວ່າງການຢ້ຽມຢາມລາວ ຄັ້ງນີ້ ໄດ້ມີການລົງນາມ ໃນເອກກະສານຮ່ວມມືກັນ 2 ສະບັບ ຄື ບົດບັນທຶກຄວາມເຂົ້າໃຈ ກັນ ວ່າດ້ວຍການຮ່ວມມື ໃນຂົງເຂດ ເທັກໂນໂລຍີ ແລະນະວັດຕະກັມ ແລະບົດບັນທຶກຄວາມເຂົ້າໃຈກັນ ວ່າດ້ວຍການຮ່ວມມື ໃນຂົງເຂດວິທຍາສາດ ລະຫວ່າງກະຊວງ ທີ່ກ່ຽວຂ້ອງຂອງແຕ່ລະປະເທດ.

ນອກຈາກໄດ້ພົບພໍ້ ກັບປະທານປະເທດ ສປປ ລາວ ແລ້ວ, ທ່ານ ຫວໍ ວັນ ເຖືອງ ກໍໄດ້ພົບພໍ້ກັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ແລະພົບພໍ້ກັບ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ.

ເວົ້າເຖິງການພົວພັນ ແລະການຮ່ວມມື ລາວ-ວຽດນາມ ເວົ້າສະເພາະແຕ່ຕົ້ນປີ 2023 ນີ້ມາ 2 ນາຍົກຣັຖມົນຕຣີ, ສປປ ລາວ ແລະ ວຽດນາມ ກໍໄດ້ພົບພໍ້ກັນແລ້ວ 2 ຄັ້ງ. ຄັ້ງຫລັງສຸດ ແມ່ນເມື່ອບໍ່ນານມານີ້ ໃນໂອກາດ ກອງປະຊຸມສຸດຍອດ ຄະນະກັມມະການແມ່ນໍ້າຂອງ ສາກົລ ຫລື MRC ຄັ້ງທີ 4, ສອງນາຍົກ ກໍໄດ້ກວດກາຄືນ ໂຄງການ 2 ຝ່າຍຕ່າງໆ ເປັນຕົ້ນໂຄງການທ່າເຮືອ ຫວຸງອາງ, ໂຄງການພັທນາທາງຣົຖໄຟ ລາວ-ວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ, ໂຄງການເຂື່ອນໄຟຟ້າ ເຊຂະໝານ 3, ໂຄງການບູລະນະເສັ້ນທາງ ໂຮ່ຈິມິນ ຢູ່ດິນລາວ.
ສລຸບລວມແລ້ວ ໃນແຕ່ລະຄັ້ງ ທີ່ຜູ້ນໍາສອງປະເທດ ສປປ ລາວ ແລະວຽດນາມ ພົບພໍ້ກັນ ກໍບໍ່ນອກເໜືອຈາກຄໍາເວົ້າ ອັນເກົ່າ ເດີມໆ ທີ່ໄດ້ຕີລາຄາ ມາຕລອດວ່າ ສາຍພົວພັນມິຕພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ວຽດນາມ, ວຽດ ນາມ -ລາວ ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະຢູ່ລະດັບສູງສຸດ ແລະຢືນຢັນວ່າ ຈະຮ່ວມກັນ ຖະນຸຖະໜອມ, ປົກປັກຮັກສາ ຄືດັ່ງຮັກສາແກ່ນຕາຂອງຕົນ ແລະຈະສືບຕໍ່ພັທນາສາຍພົວພັນ ພິເສດນັ້ນ ໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິຜົລ ແລະໝັ້ນຄົງ ຍືນຍົງຕລອດໄປ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.