ຈີນຊ່ອຍລາວ ມູນຄ່າ 35 ລ້ານຢວນ ສໍາລັບການເປັນປະທານອາຊ້ຽນ

ສຸພັດຕາ
2024.03.13
ຈີນຊ່ອຍລາວ ມູນຄ່າ 35 ລ້ານຢວນ ສໍາລັບການເປັນປະທານອາຊ້ຽນ ທ່ານ ໂຈໂກ ວິໂດໂດ້ ປະທານາທິບໍດີ ອິນໂດເນເຊັຽ (ຊ້າຍມື) ໄດ້ສົ່ງມອບຄ້ອນ ໃຫ້ປະທານວຽນອາຊ້ຽນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກ ຣັຖມົນຕຣີ ລາວ ເພື່ອເປັນເຈົ້າພາບຈັດກອງປະຊຸມ ສຸດຍອດ ຜູ້ນໍາອາຊ້ຽນ ໃນລະຫວ່າງພິທີປິດກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ ທີ່ຈາກາຣ໌ຕ້າ ປະເທດອິນໂດເນເຊັຽ. ວັນພະຫັດ ທີ 7 ກັນຍາ 2023.
Willy Kurniawan/Pool Photo via AP

ວັນທີ 11 ເດືອນມີນາ ມີພິທີ ມອບ-ຮັບ ເຄື່ອງຊ່ອຍເຫຼືອລ້າ ຈາກຣັຖບານຈີນ ສໍາລັບການເປັນປະທານອາຊ້ຽນ ຂອງປະເທດລາວ ໃນປີ 2024 ໃນນັ້ນ ລວມມີ ພາຫະນະ ຈໍານວນ 77 ຄັນ, ອຸປະກອນໄອທີ ແລະກ້ອງບັນທຶກພາບ ຮວມມູນຄ່າທັງໝົດ 35 ລ້ານຢວນ, ເຊິ່ງເຄື່ອງຊ່ອຍເຫຼືອດັ່ງກ່າວ ຈໍານວນນຶ່ງ ມາຮອດປະເທດລາວແລ້ວ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມີນາ ນີ້ວ່າ:

ກະຊວງການຕ່າງປະເທດເຈົ້າ ເປັນແບບວ່າ ໄປຮ່ວມງານ ແບບວ່າ ຮັບ-ມອບໂຕນີ້ ແລ້ວກໍຮັບຜິດຊອບໂຕນີ້ ມາຮອດລາວແລ້ວເດີ້, ຈັ່ງຊີ້ເນາະ ອາຈມີຈໍານວນນຶ່ງ ທີ່ຮອດແລ້ວ ແຕ່ກໍອາຈມີອີກຈໍານວນນຶ່ງ ທີ່ແບບວ່າ ຍັງລໍຖ້າຢູ່ນະເຈົ້າ ເພິ່ນມອບໃຫ້ເປັນອຸປກອນເຄື່ອງໃຊ້ ທີ່ມາຊ່ວຍ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊ້ຽນເຈົ້າ."

ດ້ານນັກວິຊາການລາວ ທີ່ເຮັດວຽກ ແລະຈົບການສຶກສາຊັ້ນສູງ ກ່ຽວກັບ International Relations ຜູ້ທີ 1 ໃຫ້ທັດສະນະສ່ວນໂຕ ໃນຖານະທີ່ີໂຕເອງ ບໍ່ໄດ້ເຫັນເອກະສານທາງການ ວ່າ ການຊ່ອຍເຫຼືອລ້າ ຈາກຕ່າງປະເທດ ສໍາລັບການເປັນປະທານອາຊ້ຽນ ຂອງລາວ ປີ 2024 ນີ້ ຖືວ່າ ເປັນເຣື່ອງດີ ຖ້າປະເທດນັ້ນໆບໍ່ໄດ້ຫວັງຜົລປໂຍດ ຈາກປະເທດລາວ ແລະເມື່ອເວົ້າເຖິງການຊ່ອຍເຫຼືອ ໃນວຽກງານພົວພັນສາກົລ ຈະເວົ້າເຖິງ ຂໍ້ແລກປ່ຽນ ຖ້າປະເທດລາວໄດ້ຜົລເສັຍ ບໍ່ຈໍາເປັນຕ້ອງຮັບການຊ່ອຍເຫຼືອຈາກຕ່າງປະເທດ.

ດັ່ງຍານາງ ໃຫ້ທັດສະນະ ແລະຂຍາຍຄວາມຕໍ່ເຣື່ອງນີ້ວ່າ:

“ແນ່ນອນ ເປັນເຣື່ອງດີຫັ້ນແຫຼະ ແຕ່ວ່າ ເຮົາຕ້ອງເບິ່ງວ່າ ຂໍ້ແລກປ່ຽນ ທີ່ເຂົາເຈົ້າຊ່ວຍຫັ້ນ ຊ່ວຍຟຣີບໍ ຫຼືວ່າ ມີຂໍ້ແລກປ່ຽນ ເພິ່ນກໍຕ້ອງເບິ່ງເງື່ອນໄຂ ໃນການຮັບ ການຊ່ວຍເຫຼືອອີກເດ້ ເຮົາຕ້ອງເບິ່ງ ເຂົາເຈົ້າມາຊ່ວຍເຮົາຟຣີບໍ ຫຼືວ່າ ມີ່ເງື່ອນໄຂ ຢາກໄດ້ອີ່ຫຍັງຈາກເຮົາ ຖ້າສົມມຸດ ຄືມັນມີອົງການຫຼາຍໆອົງການ ທີ່ເຂົາເຈົ້າມາຊ່ວຍຟຣີ ໂດຍທີ່ບໍ່ໄດ້ ໂດຍທີ່ບໍ່ໄດ້ຫວັງເອົາອິຫຍັງຈາກເຮົາຫັ້ນນ່າ ມັນກໍເປັນເຣື່ອງດີ ສໍາລັບລາວເນາະ, ຈີນ ໃຫ້ນີ້ ສ່ວນຫຼາຍມີຂໍ້ແລກປ່ຽນ ແບບນີ້ນ່າ ຕ້ອງເບິ່ງເງື່ອນໄຂຂອງເຂົາເຈົ້າຫັ້ນແຫຼະ ວ່າເຂົາເຈົ້າມີເງື່ອນໄຂໃນການຊ່ວຍເຫຼືອອີ່ຫຍັງບໍ່ ເຮົາມີທ່່າແຮງ ໃນການຮັບເງື່ອນໄຂເຂົາເຈົ້າໄດ້ບໍ່ ຈັ່ງຊີ້ ເຮົາຕ້ງໄດ້ເບິ່ງ ເຮົາວ່າ ທຽບໃສ່ວ່າຜົລໄດ້ ກັບຜົລເສັຍ ຖ້າເຮົາມີຜົລເສັຍ ເຮົາກໍບໍ່ຈໍາເປັນ ຕ້ອງຮັບກໍໄດ້ ເພາະວ່າ ຖ້າຮັບມາແລ້ວ ເຮົາໄດ້ປະຕິບັດຕາມເຂົາເຈົ້າ."

ຂະນະທີ່ ນັກວິຊາການລາວ ທີ່ເຮັດວຽກ ແລະຈົບການສຶກສາຊັ້ນສູງ ກ່ຽວກັບ International Relations ຜູ້ທີ 2 ໃຫ້ທັດສະນະສ່ວນໂຕ ວ່າ ປະເທດລາວ ຈະມີຄວາມພ້ອມ ເປັນປະທານອາຊ້ຽນ ໃນປີ 2024 ນີ້ໄດ້ສໍາເຣັດນັ້ນ ປະເທດລາວ ຕ້ອງໄດ້ອາສັຍຫຼາຍໆພາກສ່ວນທີ່ກ່ຽວຂ້ອງ ປະກອບສ່ວນເຂົ້າເສີມຂຍາຍ ເພື່ອໃຫ້ການເຮັດວຽກມີຄວາມສະດວກ ມີອຸປະສັກໃນການເຮັດວຽກໜ້ອຍລົງ.

ດັ່ງຍານາງ ກ່າວວ່າ:

ເພາະວ່າ ໂດຍຫຼັກການແລ້ວເນາະ ບັນດາປະເທດສະມາຊິກອາຊ້ຽນ ເວົ້າງ່າຍໆ ກໍມີສິດເປັນປະທານອາຊ້ຽນເນາະ ຕາມຮອບວຽນຢູ່ແລ້ວ ຢູ່ໃນຫັ້ນນ່າ, ການທີ່ວ່າລາວ ຈະມີຄວາມພ້ອມໄດ້ ກໍຕ້ອງໄດ້ອາສັຍຫຼາຍໆພາກສ່ວນທີ່ກ່ຽວຂ້ອງເດ້ເນາະ ຄວາມໝາຍກະດາຍ ກໍໄດ້ຄວາມຮ່ວມມື ຈາກຫຼາຍພາກສ່ວນນໍາ ຢູ່ໃນນີ້ ບໍ່ແມ່ນມີແຕ່ເຮົາເນາະ ບໍ່ໄດ້ຮັບຄວາມຮ່ວມມື ຈາກທາງນອກ ມັນກໍ ກໍບໍ່ໄດ້ເນາະ ໂຕຢ່າງວ່າຫັ້ນນ່າ ມີການຮ່ວມມືຈາກທາງນອກ ກໍຊິເປັນອີກແຮງນຶ່ງ ຊິຊ່ວຍ ວ່າຊີ້ໄປ ໃຫ້ການເປັນປະທານ ຂອງພວກເຮົາໄດ້ດີຫັ້ນແຫຼະ ເວົ້າງ່າຍໆ ມັນກໍເປັນສິ່ງອໍານວຍຄວາມສະດວກເນາະ ຄັນຊິວ່າກະດາຍ ເພາະວ່າຄັນໂຕຢ່າງວ່າ ມັນບໍ່ມີສິ່ງອໍານວຍຄວາມສະດວກເນາະ ເວລາຄົນເຮັດວຽກ ມັນກໍຊິມີຄວາມຫຍຸ້ງຍາກຫັ້ນນ່າ ມັນກໍເປັນສ່ວນນຶ່ງ ໃນການຊ່ວຍເຫຼືອ ປະກອບສ່ວນ."

ການຊ່ອຍ ໃຫ້ເປັນປະທານປະເທດອາຊ້ຽນ ໃນແຕ່ລະປີ ເກີດຜົລສໍາເຣັດ ເຄີຍເກີດຂຶ້ນ ທີ່ປະເທດເພື່ອນບ້ານ ຢ່າງ ກັມພູຊາ ມາແລ້ວ ແລະປະເທດຈີນ ກໍໄດ້ຊ່ອຍປະເທດກັມພູຊາ ຫຼາຍກວ່າລາວ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

ອັນແຕ່ລະປະເທດ ເປັນປະທານອາຊ້ຽນ ກໍຄືກັນ ໂຕຢ່າງວ່າ ປີ 2022 ກໍປູເຈັ້ຍ ເປັນປະທານອາຊ້ຽນ ກໍມີຫຼາຍປະເທດຊ່ວຍ ຈີນແຮງຍິ່ງຊ່ວຍຫຼາຍ ຈີນ ຈີນຊ່ວຍກໍາປູເຈັ້ຍ ຫຼາຍກວ່າລາວອີກ ກໍາລັງເພິ່ນຫຼາຍ ແຕ່ວ່າຫຼາຍປະເທດ ກໍຊ່ວຍຄືກັນ ແຕ່ວ່າ ຕ່າງແຕ່ວ່າ ກໍາລັງຜູ້ໃດ ຊິຫຼາຍກວ່າ."

ບໍ່ມີພຽງແຕ່ປະເທດຈີນ ທີ່ໃຫ້ການຊ່ອຍເຫຼືອລ້າ ສໍາລັບການເປັນປະທານອາຊ້ຽນ ຂອງລາວ ແຕ່ລວມເຖິງ ປະເທດຍີ່ປຸ່ນ, ເກົາຫຼີໃຕ້, ໄທຍ ແລະປະເທດອະເມຣິກາ ນໍາດ້ວຍ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ຊ່ວຍເຫຼືອລ້າ ຊ່ວຍເປັນປະທານອາຊ້ຽນ ກໍມີຫຼາຍປະເທດ ບໍ່ແມ່ນມີແຕ່ຈີນ ມັນມີເກົາຫຼີ ກໍຊ່ວຍ, ຍີ່ປຸ່ນກໍຊ່ວຍ 3 ລ້ານໂດລ້າຣ໌ (ສະຫະຣັຖ) ໄທຍກໍຊ່ວຍ ໄທຍກໍຊ່ວຍໃນການປຸກສ້າງ ຕຶກອາຄານ, ຫ້ອງວີໄອພີ, ສນາມບິນ ອາເມຣິກາ ເພິ່ນກໍຊ່ວຍເຣື່ອງອັນເປັນສື່ສິ່ງພິມ 7-8 ແສນໂດລ້າຣ໌ (ສະຫະຣັຖ) ."

ຣັຖບານຍີ່ປຸ່ນ ໃຫ້ການຊ່ອຍເຫຼືອລ້າ ສໍາລັບການເປັນປະທານອາຊ້ຽນ ຂອງລາວ ໃນປີ 2024 ໃນນັ້ນ ລວມມີຣົຖເກັງໂຕໂຍຕ້າ ໄຮບິດ 33 ຄັນ, ອຸປະກອນໄອທີ ຮວມມູນຄ່າທັງ 3.5 ລ້ານໂດລ້າຣ໌ສະຫະຣັຖ ເພື່ອປັບປຸງວຽກງານການສື່ສານ ແລະລະບົບອິນເຕີເນັດ ໃຫ້ມີຄວາມພ້ອມແລະທັນສມັຍ.

ຣັຖບານໄທຍ ໃຫ້ການຊ່ອຍເຫຼືອລ້າ ເປັນເງິນສົດ 5 ລ້ານບາທ ສໍາລັບການເປັນປະທານອາຊ້ຽນຂອງລາວ ໃນປີ 2024 ເພື່ອສ້ອມແປງອາຄານກຽດຕິຍົດ ຢູ່ສນາມບິນສາກົລວັດໄຕ ນະຄອນຫຼວງວຽງຈັນ.

ຣັຖບານເກົາຫຼີໃຕ້ ໃຫ້ການຊ່ອຍເຫຼືອລ້າ ສໍາລັບການເປັນປະທານອາຊ້ຽນຂອງລາວ ໃນປີ 2024 ໃນນັ້ນ ເປັນຣົຖເກັງ 2 ຄັນ, ຣົຖຕູ້ 6 ຄັນ ແລະອຸປະກອນໄອທີ ຮວມມູນຄ່າ ທັງໝົດ 1 ລ້ານໂດລ້າຣ໌ສະຫະຣັຖ.

ນອກຈາກນນີ້ ທ້າຍປີ 2023 ໂຕແທນຈາກຣັຖບານ ອະເມຣິກາ ໄດ້ເຂົ້າພົບກັບໂຕແທນ ຣັຖບານລາວ ແລະໃຫ້ຄໍາໝັ້ນສັນຍາ ວ່າ ຈະຊ່ອຍສນັບສນູນ ເພື່ອໃຫ້ການເປັນປະທານ ອາຊ້ຽນຂອງລາວ ໃນປີ 2024 ປະສົບຜົລສໍາເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.