ເກົາຫລີໃຕ້ ເຕືອນພົລເມືອງຂອງຕົນ ບໍ່ໃຫ້ເດີນທາງໄປ ສາມຫຼ່ຽມຄຳ

ຈຳປາທອງ
2023.11.27
ເກົາຫລີໃຕ້ ເຕືອນພົລເມືອງຂອງຕົນ ບໍ່ໃຫ້ເດີນທາງໄປ ສາມຫຼ່ຽມຄຳ ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 4 ຕຸລາ ປີ 2022.
RFA

ກະຊວງການຕ່າງປະເທດ ເກົາຫລີໃຕ້ ໄດ້ປະກາດຍົກລະດັບການເຕືອນໄພ ການເດີນທາງເຂົ້າ ເຂດເສຖກິຈພິເສດ ສາມຫລ່ຽມຄໍາໃນລາວ ເປັນລະດັບ 3 ເນື່ອງຈາກວ່າ ມີການສໍ້ໂກງເຣື່ອງວຽກເຮັດງານທໍາ ທີ່ແນໃສ່ຊາວເກົາຫລີໃຕ້ຢູ່.

ການເຕືອນໄພລະດັບ 3 ທີ່ວ່ານີ້ ຖືວ່າ ຢູ່ໃນຄວາມສ່ຽງຮ້າຍແຮງ ທີ່ຂົ່ມຂູ່ຕໍ່ຊີວິດ ແລະຄວາມປອດໄພຂອງປະຊາຊົນ, ການກໍານົດເດີນທາງໄປຄວນຖືກຍົກເລີກ ຫລືເລື່ອນເວລາ ແລະໄດ້ແນະນໍາໃຫ້ພົລເມືອງຂອງຕົນ ບໍ່ໃຫ້ເດີນທາງເຂົ້າປະເທດນັ້ນ ເວັ້ນເສັຍແຕ່ມີຄວາມສໍາຄັນອັນຮີບດ່ວນ ທາງທຸຣະກິຈ.

ການປະກາດ ຍົກລະດັບການເຕືອນໄພ ທີ່ວ່ານີ້ ມີຂື້ນໃນມື້ດຽວກັນກັບທາງການລາວ ໄດ້ຈັດພິທີຢ່າງເປັນທາງການ ເປີດປີທ່ອງທ່ຽວ ປີ 2024 ໃນມື້ວັນທີ 23 ພຶສຈິກາ 2023 ໂດຍທີ່ຣັຖບານ ຕັ້ງເປົ້າໝາຍຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 4.6 ລ້ານຄົນ .ໃນຈໍານວນນັ້ນ ຈະໃຫ້ມີນັກທ່ອງທ່ຽວຕ່າງປະເທດ 2.72 ລ້ານຄົນ ແລະນັກທ່ອງທ່ຽວພາຍໃນ 1.8 ລ້ານຄົນ; ຈະສ້າງລາຍຮັບໄດ້ 712 ລ້ານໂດລ້າຣ໌ ສະຫະຣັຖ. ການເປີດປີທ່ອງທ່ຽວ 2024 ນີ້ ເປັນຄັ້ງທີ 4 ຂອງ ສປປ ລາວ.

ເພື່ອປີທ່ອງທ່ຽວນີ້ ຣັຖບານລາວ ຈະຖືເອົາການກໍ່ສ້າງໂຄງຮ່າງພື້ນຖານ ເປັນວຽກງານບູຣິມະສິດ ໂດຍສະເພາະການປັບປຸງ ຖະນົນຫົນທາງ ໃນເຂດທ່ອງທ່ຽວໃຫ້ໄດ້ມາຕຖານ, ສະຖານທີ່ທ່ອງທ່ຽວ ຕາມຄໍາຂວັນ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັທນະທັມ, ທັມມະຊາຕ ແລະປວັດສາດ” ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ພຶສຈິການີ້.

“ເພາະວ່າມັນກິຈກັມຢູ່ ກິຈກັມລະດັບຊາຕ  ກໍມີ 11 ກິຈກັມ  ລະດັບທ້ອງຖິ່ນກໍມີເທົ່າໃດ 65 ບໍ່ນີ້ແຫລະ ມັນກໍມີບາງອັນກໍ ສະພາຮັບຮອງເງິນ ໃຫ້ສ້າງເສັ້ນທາງເຂົ້າໄປ ກໍມີ 2 ຈຸດກໍຄືອັນນ່າ ຕາດເຍືອງຫັ້ນກໍປະມູນແລ້ວໆ ກັບອັນໜ້າທາງເຂົ້າຖໍ້ານອນ ຖໍ້ານາງຟ້າ ວັງວຽງ ໂຄງການເອດີບີ ກໍສ້າງເສັ້ນທາງນາກະສັງ ສ້າງເສັ້ນທາງວົງແຫວນ ວັງວຽງນີ້ ແລ້ວທາງກໍເຂົ້າແກ້ງຍຸຍ ສນາມຂີ້ເຫຍື້ອ ກໍມີເດ້.”

ພະນັກງານບໍຣິສັດທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ທີ່ທັງໃຫ້ບໍຣິການຣົຖເຊົ່າ ແລະນໍາທ່ຽວ ເວົ້າໃນມື້ດຽວກັນນີ້ວ່າ ພາກເອກະຊົນ ກຽມພ້ອມບໍຣິການນັກທ່ອງທ່ຽວ ແຕ່ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາເສັ້ນທາງຫຍຸ້ງຍາກ ເພື່ອໃຫ້ນັກທ່ອງທ່ຽວປະທັບໃຈ.

“ດີຫັ້ນແຫລະ ເພິ່ນເປີດປີທ່ອງທ່ຽວເນາະ ແຕ່ວ່າໃນການຮອງຮັບຂອງພວກເຮົາ ພາກຣັຖ ຂັ້ນເທິງເພິ່ນຊິແກ້ໄຂຕັ່ງໃດຫັ້ນນ່າ ເຣື່ອງເສັ້ນທາງຄົມນາຄົມ ເພາະມາແລ້ວເຮົາກໍຢາກໃຫ້ນັກທ່ອງທ່ຽວ ປະທັບໃຈເນາະ ສໍາລັບຂໍ້ມູນເຣື່ອງການທ່ອງທ່ຽວ ຫລືວ່າໂບຣຊົວຕ່າງໆ ທາງບໍຣິສັດ ຫລືວ່າທາງພາກເອກະຊົນ ຖືວ່າກຽມພ້ອມ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງເຮືອນພັກ ຢູ່ແຂວງຫລວງພຣະບາງ ນາງນຶ່ງກໍເວົ້າໃນມື້ວັນທີ 27 ພືສຈິການີ້ວ່າ ຂແນງການທ່ອງທ່ຽວ, ພາກປະຊາຊົນ ແລະພາກທຸຣະກິຈ ຂນາດນ້ອຍ ໄດ້ເປີດຮັບນັກທ່ອງທ່ຽວມາແຕ່ປີ 2021 ຫລັງຈາກຣັຖບານເປີດປະເທດ, ໂຄວິດ-19 ຣະບາດ ເຮັດໃຫ້ຂາດລາຍໄດ້ຫລາຍ.

“ເຮົາຮັບມາແລ້ວເດ້ ຮັບມານີ້ກໍ 2 ປີ ແຕ່ເປີດໂຄວິດ-19 ແລ້ວໂຄວິດ-19 ຫລັງຈາກເພິ່ນເປີດປະເທດ ແລ້ວເຮົາກໍເປີດມາເລີຍແລ້ວ ນັກທ່ອງທ່ຽວກໍຫລາຍເຮົາກໍຮັບຕ່າງແຕ່ວ່າເຮົາບໍ່ຮູ້ວ່າ ລູກຄ້າຈະເຂົ້າມື້ໃດ ເຮົາຕ້ອງແຈ້ງມື້ ໃຫ້ເຮົາລອງເບິ່ງ ມື້ໃດເດືອນໃດມາຈັກຄົນ ເຮົາກໍ ມັນມີຄົນມາທ່ຽວເນາະ ເງິນໝູນວຽນເຮົາກໍພໍມີ ພໍໄດ້ຕ່າງແຕ່ວ່າ ມັນເຟີ້ຊື່ໆນີ້ແຫລະ ໂຄວິດ-19 ມາ ເຮົາກໍຫລຸດໄປຫລາຍເດ້ເນາະ ເງິນເນາະ ການໃຊ້ຈ່າບເຮົາ ແ ມ່ນບໍ່ ການສູນເສັຽຕອນໂຄວິດ-19 ຕອນນີ້ມັນກໍເຣີ່ມກັບມາຄືນ.”

ປະຊາຊົນ ຢູ່ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ການເປີດປີທ່ຽວ 2024 ນີ້ ຖືວ່າເປັນໂອກາດດີ ທີ່ຈະເຮັດໃຫ້ປະຊາຊົນຈະມີຢູ່ ມີກິນ, ຈະມີລາຍໄດ້ຈາກການຜລິດກະສິກັມ ແລະຫັດຖະກັມ.

“ເຮັດໃຫ້ປະຊາຊົນມີຢູ່ມີກິນ ມີລາຍຮັບເຫັນວ່າ ມີນັກທ່ອງທ່ຽວເຂົ້າມາ ແລ້ວກໍມີປູກຜັກປູກຫຍັງ ປູກຫຍັງຂາຍກໍພໍໄດ້ຂາຍເນາະ ຕໍາຫູກຜ້າໄໝໄປແຊ້ນແຫລະ ລາຍຮັບຂອງລວມບ້ານ ກໍອັນນ່າ ເກັບລາຍຮັບຈາກການທ່ອງທ່ຽວນີ້ ຊິ້ນເຂົານີ້ ຈຸດຊົມວິວຫັ້ນ ແລ້ວມັນກໍເວົ້າເຣື່ອງແຜນການປັບປຸງພື້ນຖານໂຄງລ່າງ ຂອງບ້ານອັນນຶ່ງ ອັນດີຫັ້ນນ່າ ໃຫ້ເວົ້າເຣື່ອງການປັບປຸງກໍເຮັດວຽກງານການທ່ອທ່ຽວ ປີ 2024 ມັນດີຂຶ້ນກໍນຶ່ງ ເວົ້າເຣື່ອງເສັ້ນທາງຫັ້ນແຫລະ ເສັ້ນທາງມັນບໍ່ຄັກປານໃດ ມັນເປັນບວກເປັນຕົມຢູ່.”

ໃນຂະນະດຽວກັນ ຊາວນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ມີຄວາມຍິນດີນໍາປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້, ຈະມີວຽກເຮັດງານທໍາ ໃຫ້ປະຊາຊົນ.

“ມັນກໍມີຄວາມຍິນດີນໍາຫັ້ນແຫລະ ໄດ້ເຮັດວຽກໝົດທຸກຄົນ ຜູ້ຄ້າຂາຍກໍຄ້າຂາຍ ຜູ້ບໍ່ນັ້ນກໍກໍໄດ້ໄປເຮັດວຽກ ເຮັດງານຊ່ວຍເຂົາເຈົ້າ ກໍໄດ້ເຮັດໝົດທຸກຄົນ ເປັນໃບໜ້າໃບຕາຂອງບ້ານເມືອງເຮົານີ້ແຫລະ.”

ອີງຕາມຂໍ້ມູນ ຈາກໜັງສືພິມ Vientiane Times ເມື່ອກາງເດືອນພຶສຈິການີ້, ນັກທ່ອງທ່ຽວຕ່າງປະເທດ ເດີນທາງມາທ່ຽວລາວໃນປີ 2023 ຈະມີໃນລະຫວ່າງ 2.9 ລ້ານຄົນ ແລະ 3.3 ລ້ານຄົນ ຊຶ່ງເປັນໂຕເລກທີ່ສູງ ກວ່າໂຕເລກນັກທ່ອງທ່ຽວ ທີ່ໄດ້ມາທ່ຽວລາວ ປີ 2022 ທີ່ມີ 1.68 ລ້ານຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.