ກອງທັບລາວ ເຂົ້າຮ່ວມຊ້ອມຣົບ ກັບກອງທັບຈີນ

ໄຊຍາ
2023.11.14
ກອງທັບລາວ ເຂົ້າຮ່ວມຊ້ອມຣົບ ກັບກອງທັບຈີນ ພິທີເປີດການຊ້ອມຣົບ ຫຼາຍຝ່າຍ ພາຍໃຕ້ຫົວຂໍ້ “ສັນຕິພາບ-ມິຕພາບ 2023.”
Lao People’s Army News

ເມື່ອວັນທີ 11 ພຶສຈິກາ 2023 ກໍາລັງທະຫານ ຂອງກອງທັບລາວ ຈໍານວນ 104 ນາຍໄດ້ເດີນທາງເຂົ້າຮ່ວມຊ້ອມຣົບ ຫຼາຍຝ່າຍພາຍໃຕ້ຫົວຂໍ້ ສັນຕິພາບ ມິຕພາບ 2023 ຢູ່ເມືອງຈ້ານຈຽງ ແຂວງກວາງຕຸ້ງ ປະເທດຈີນ ຮ່ວມກັບກອງທັບຈີນ ແລະ ກອງທັບອີກ 4 ປະເທດຄື ວຽດນາມ, ກັມພູຊາ, ໄທຍ ແລະ ມາເລເຊັຽ, ເປົ້າໝາຍເພື່ອຝຶກຊ້ອມ ກອງກຳລັງຂອງແຕ່ລະປະເທດ ໃຫ້ມີຄວາມສຳນານ ແລະ ເພີ່ມຄວາມໄວ ໃນການຕອບໂຕ້ ລວມທັງເພີ່ມທະວີຄວາມເປັນມິຕພາບ ລະຫວ່າງຊາຕ ເພືຶ່ອຈັບມືກັນປ້ອງກັນສັນຕິພາບໂລກ. ອີງຕາມການຣາຍງານ ຂອງກອງທັບປະຊາຊົນປະຕິວັດຕລາວ ໃນວັນທີ 12 ພຶສຈິກາ 2023.

ກ່ຽວກັບເຣື່ອງນີ້ ຊາວລາວທ່ານນຶ່ງ ເຫັນວ່າການທີ່ລາວສົ່ງກໍາລັງທະຫານ ໄປຊ້ອມຣົບໃນເທື່ອນີ້ ເປັນຜົລດີ ເພາະເຖິງແມ່ນວ່າ ປະເທດລາວຈະຂ້ອນຂ້າງຫ່າງໄກ ກັບສະຖານະການສົງຄາມ ມາເປັນເວລາຫຼາຍ 10 ປີແລ້ວ ກໍຕາມ, ແຕ່ການສົ່ງທະຫານໄປຊ້ອມຣົບນັ້ນ ຈະເຮັດໃຫ້ທະຫານລາວ ມີການພັທນາຄວາມສາມາດ ແລະຮຽນຮູ້ວິທີການຕອບໂຕ້ງ່າຍໆ ເພື່ອໄວ້ປ້ອງກັນປະເທດ ໃນກໍຣະນີທີ່ເກີດເຫດການ ບໍ່ຄາດເກີດຂຶ້ນ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ພຶສຈິການີ້ວ່າເ

“ການໄປຊ້ອມ ກາຊິເປັນຜົລດີ ຕໍ່ບ້ານເມືອງເຮົາ ບໍ່ມີສົງຄາມກາຊິໄດ້ຊ້ອມໄວ້ຮຽນໄວ້ ກາຊິດີ. ຊ້ອມເອົາໄວ້ໄວ້ປ້ອງກັນປະເທດ ແນວນັ້ນ ກາປະສານມີຄັນສົງຄາມ ມາກາຊິລໍຫັ້ນແຫຼະ ແຕ່ມັນບໍ່ມີເຮົາພີ້ມັນປະເທດນ້ອຍ.”

ຊາວລາວອີກທ່ານນຶ່ງກ່າວວ່າ ການທີ່ກອງທັບລາວໄດ້ສົ່ງກໍາລັງທະຫານ ໄປຊ້ອມຣົບຢູ່ຈີນເທື່ອນີ້ ເປັນການໄປຊ້ອມຣົບ ເພື່ອແລກປ່ຽນປະສົບການສື່ໆ ບໍ່ໄດ້ໄປຊ້ອມຣົບເພື່ອຫວັງ ທີ່ຈະເອົາມາປະຕິບັດການຈິງ ຫຼືຕຣຽມພ້ອມ ທີ່ຈະສູ້ຣົບຈິງ ເນື່ອງຈາກປະເທດລາວ ບໍ່ເຄີຍປະສົບບັນຫາພາວະສົງຄາມ ມາເປັນເວລາຫຼາຍປີແລ້ວ.

ດັ່ງທ່ານໄດ້ກ່າວວ່າ:

“ໄປສື່ໆ ດອກການຮ່ວມມື ການຫຍັງນີ້ ມັນກາເປັນຂ່າວແຕ່ວ່າໂຕຈິງ ກາບໍ່ທັນໄດ້ປະຕິບັດດອກ ພວກຊ້ອມຣົບ ບໍ່ເອົາໄປຝຶກໄປຫຍັງຫັ້ນໄດ້ ແຕ່ວ່າເຮົາຊິໄປອັນນັ້ນອັນນີ້ຫັ້ນ ມັນຍາກຢູ່ດອກ.”

ທ່ານກ່າວຕື່ມວ່າ ໃນໄລຍະກ່ອນໜ້ານີ້ເຖິງແມ່ນວ່າ ທະຫານລາວກັບທະການກັມພູຊາ ເຄີຍມີຂໍ້ຂັດແຍ່ງກັນທາງດ້ານການແບ່ງ ເຂດຊາຍແດນ ບໍ່ໄດ້ມີການຮຸນແຮງຈົນເຖິງຂັ້ນສູ້ຣົບກັນ ເນື່ອງຈາກເປັນການເຂົ້າໃຈຜິດກັນ. ດັ່ງນັ້ນຈຶ່ງເຫັນວ່າປະເທດລາວ ຢູ່ຫ່າງໄກຈາກພາວະສົງຄາມ ຢູ່ໂດຍການໄປຊ້ອມຣົບຢູ່ຈີນ ໃນຄັ້ງນີ້ ບໍ່ແມ່ນການຕຣຽມພ້ອມ ສຳລັບການສູ້ຣົບແຕ່ຢ່າງໃດ ມີແຕ່ໄປເພື່ອມິຕພາບ.

ເຈົ້າໜ້າທີ່ ກະຊວງປ້ອງກັນ ປະເທດ ຍານາງນຶ່ງທີ່ຕິດຕາມຂ່າວນີ້ ກ່າວວ່າ ການສົ່ງກໍາລັງທະຫານໄປຮ່ວມຊ້ອມຣົບ ຢູປະເທດຈີນໃນຄັ້ງນີ້ ກໍແມ່ນໄປເພື່ອແລກປ່ຽນ ປະສົບການຊ້ອມຣົບ ໂດຍກຳລັງທະຫານລາວ ທີ່ໄປເຂົ້າຮ່ວມນັ້ນ ສ່ວນໃຫຍ່ແມ່ນທະຫານ ທີ່ອາຍຸຍັງນ້ອຍ ຈຶ່ງຖືກສົ່ງໄປເຂົ້າຮ່ວມ ເພື່ອຮຽນຮູ້ວິທີການດ້ານຕ່າງໆເຊັ່ນ ດ້ານການທະຫານ ບໍ່ແມ່ນວ່າສົ່ງໄປຊ້ອມຣົບ ເພື່ອມີເປົ້າໝາຍທີ່ຈະກວາດລ້າງ ກຸ່ມອາຊຍາກັມ ແຕ່ຢ່າງໃດ.

ດັ່ງຍານາງກ່າວວ່າ:

“ບໍ່ອັນນີ້ແລກປ່ຽນກັນ ຖອດຖອນບົດຮຽນນຳກັນສື່ໆ. ບໍ່ໄດ້ແມ່ນອັນຫຍັງດອກ ແບບວ່າແລກປ່ຽນຊ້ອມທະຫານໃໝ່ສື່ໆ. ກາຍັງບໍ່ທັນໄດ້ລະອຽດ ເພາະວ່ານັກຂ່າວ ຍັງບໍ່ໄດ້ໄປ. ເຂົາເຈົ້າຈະເອົາແຕ່ຜູ້ອື່ນໄປນຳ.”

ນັກວິຊາການໄທຍ ທີ່ຕິດຕາມຄວາມສັມພັນລະຫວ່າງລາວ ແລະ ຈີນ ມາຍາວນານ ກ່າວວ່າ ການທີ່ລາວສົ່ງກຳລັງທະຫານ ໄປຊ້ອມຣົບຢູ່ຈີນໃນຄັ້ງນີ້ ກໍບໍ່ແມ່ນເຣື່ອງແປກໃໝ່ ແຕ່ສິ່ງທີ່ໜ້າສົນໃຈ ຄືເປັນຈຸດນຶ່ງທີ່ສະແດງໃຫ້ເຫັນວ່າ ລາວຕົກຢູ່ທ່າມກາງອິດທິພົນ ລະຫວ່າງຈີນ ແລະ ວຽດນາມ ແບບຫຼີກລ້ຽງບໍ່ໄດ້ ເຊິ່ງກອງທັບລາວເອງ ຕ້ອງພະຍາຍາມບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ແບບຊັດເຈັນຈົນເກີນໄປ ເພື່ອສ້າງຄວາມດຸ່ນດ່ຽງ ດ້ານສັມພັນທາງການທະຫານ ລະຫວ່າງຈີນ ແລະ ວຽດນາມ ໃຫ້ເທົ່າທຽມກັນ.

ດັ່ງທ່ານກ່າວວ່າ:

(ພາສາໄທຍ) “ທັງຈີນແດ່ ວຽດນາມແດ່. ເຣື່ອງທະເລຈີນໃຕ້ ຈະຖືກຍົກຂຶ້ນມາຢ່າງຄັກແນ່ແລ້ວ ຈະເຮັດໃຫ້ລາວຕ້ອງຄິດວ່າ ຕ້ອງວາງໂຕຈັ່ງໃດ ຈຶ່ງຈະເຮັດໃຫ້ເກີດຄວາມດຸ່ນດ່ຽງກັນ ແລະບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ແບບຊັດເຈັນເກີນໄປ ບໍ່ເຊັ່ນນັ້ນກໍອາຈເກີດບັນຫາແນ່ນອນ ເຊິ່ງວຽດນາມເອງກໍເປັນປະເທດທີ່ເຄີຍຮ່ວມຣົບ ກັບລາວ ແລ້ວກໍມີຄວາມສັມພັນທີ່ດີກັບລາວດ້ວຍ.”

ກ່ອນໜ້ານີ້ ໃນລະຫວ່າງວັນທີ 11-25 ພຶສພາປີທີ່ຜ່ານມາ ກອງທັບລາວ ກັບກອງທັບຈີນ ໄດ້ເປີດພີທີການຊ້ອມຣົບ ພາຍໃຕ້ຫົວຂໍ້ ໂລ້ກຳບັງ ມິຕພາບ 2023 ເຊິ່ງຈັດຂຶ້ນຢູ່ທີ່ວິທຍາຄານ ທະຫານບົກ ກົມມະດຳ ໃນແຂວງວຽງຈັນ ເພື່ອຮ່ວມມືທາງດ້ານການທະຫານ ລະຫວ່າງ ລາວ-ຈີນ ໃນເຂດປ້ອງກັນຊາຕ. 

ໂດຍການຊ້ອມຣົບດັ່ງກ່າວ ໄດ້ເໜັ້ນກ່ຽວກັບສະຖານະການ ໂຈມຕີຮ່ວມກັນກັບກຸ່ມອາຊຍາກອນ ຕິດອາວຸດຂ້າມຊາຕ ໂດຍມີນາຍ ແລະ ພົນທະຫານ ເຂົ້າຮ່ວມ ຈຳນວນ 900 ນາຍໂດຍຝ່າຍຈີນ ໄດ້ສົ່ງນາຍທະຫານ ຈາກກອງທັບ ກຸ່ມທີ 75 ຂອງກອງທັບພາກໃຕ້ ເຂົ້າຮ່ວມ 200 ນາຍ ພ້ອມດ້ວຍຍານເກາະ ແລະ ອາວຸດຕ່າງໆ ຫຼາຍກ່ວາ 300 ຊຸດ ເປົ້າໝາຍເພື່ອເສີມ ຂຍາຍການພົວພັນ ແລະ ຮ່ວມມືດ້ານການທະຫານ ຂອງ 2 ກອງທັບໃຫ້ກ້າວສູ່ລວງເລິກ ແລະສືບຕໍ່ຮ່ວມມື ສາຍສັມພັນມິຕພາບປະກອບສ່ວນ ເຂົ້າໃນສ້າງສ້າງປະຊາຄົມ ຮ່ວມສະຕາກັມ ລາວ-ຈີນ.

ນອກນີ້ ລາວ-ຈີນ ຍັງໄດ້ຮ່ວມມືກັນໃນຂົງເຂດ ການລາດຕະເວນຮ່ວມກັນ ຕາມລໍາແມ່ນໍ້າຂອງ ຢູ່ເລື້ອຍໆ, ເຊິ່ງຫຼ້າສຸດ ເມື່ອເດືອນຕຸລາທີ່ຜ່ານມານີ້ ໜ່ວຍບັງຄັບໃຊ້ກົດໝາຍ ຈາກຈີນ, ລາວ, ໄທຍ ແລະ ພະມ້າ ສຳເຣັດການລາດຕະເວນຮ່ວມກັນ ຕາມລຳແມ່ນໍ້າຂອງ ຄັ້ງທີ 134 ໂດຍໄດ້ຮ່ວມກັນ ລາດຕະເວນຕາມລໍາແມ່ນໍ້າຂອງ ເປັນໄລຍະທາງປະມານ 600 ກິໂລແມັດ ໃນໄລຍະເວລາ 4 ວັນ 3 ຄືນ ໂດຍເໜັ້ນໄປທີ່ການປາບປາມ ອາຊຍາກັມ ຂ້າມຊາຍແດນ ແລະຮັກສາຄວາມປອດໄພ ຕາມລຳແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.