ຄົນວຽດນາມ ທີ່ເຂົ້າມາຕັ້ງຖິ່ນຖານ ຢູ່ແຂວງຫົວພັນ ແບບຜິດກົດໝາຍ ໄດ້ຮັບສັນຊາຕລາວ

ຣັຖບານລາວ ໄດ້ມອບສັນຊາຕລາວ ໃຫ້ຄົນວຽດນາມ 119 ຄົນ ຢູ່ເມືອງແອດ ແຂວງຫົວພັນ ທີ່ມີຊາຍແດນຕິດກັບວຽດນາມ ຂະນະທີ່ປະຊາຊົນລາວ ເຫັນວ່າ ຄວນຄິດໄລ່ຄັກແນ່ ຢ້ານບໍ່ມີດິນຢູ່ ເນື່ອງຈາກທຸກມື້ນີ້ ພື້ນທີ່ກໍເຫຼືອໜ້ອຍລົງ ແລະຖືກຄອບຄອງ ຈົນເກືອບໝົດແລ້ວ. ຈຳປາທອງ
2023.05.08
ຄົນວຽດນາມ ທີ່ເຂົ້າມາຕັ້ງຖິ່ນຖານ ຢູ່ແຂວງຫົວພັນ ແບບຜິດກົດໝາຍ ໄດ້ຮັບສັນຊາຕລາວ ພິທີຮັບຮອງເອົາ ຜູ້ຍົກຍ້າຍ ມາຕັ້ງຖິ່ນຖານພູມລຳເນົາ ແລະສ້າງຄອບຄົວ ບໍ່ຖືກລະບຽບກົດໝາຍ ຢູ່ຕາມຊາຍແດນ ລາວ-ວຽດນາມ ເຂົ້າເປັນພົລເມືອງລາວ. ເມືອງຊຽງຄໍ້ ແຂວງຫົວພັນ, ວັນທີ 3 ພຶສພາ 2023.
ຂອບໃຈຮູບພາບຈາກ: ຫ້ອງການ ຖວທ ເມືອງຊຽງຄໍ້

ທາງການລາວ ມອບສັນຊາຕລາວ ໃຫ້ຄົນວຽດນາມ ຈໍານວນ 119 ຄົນ ທີ່ເຂົ້າມາຕັ້ງຖິ່ນຖານ, ສ້າງຄອບຄົວແບບບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຢູ່ເມືອງແອດ ແຂວງຫົວພັນ ທີ່ມີຊາຍແດນຕິດກັບວຽດນາມ ເນື່ອງຈາກພວກເຂົາເຈົ້າ ໄດ້ໂຍກຍ້າຍເຂົ້າມາຢູ່ ເປັນເວລາຫຼາຍປີແລ້ວ, ສາມາດເວົ້າ ແລະ ຂຽນພາສາລາວໄດ້ດີ.

ເຈົ້າໜ້າທີ່ ກະຊວງຍຸຕິທັມ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ພຶສພານີ້ວ່າ ທາງການລາວໃຫ້ບຸລິມະສິດ ແກ່ຄົນທຸກປະເທດ ໃນການໃຫ້ສັນຊາຕລາວ ຫາກພວກເຂົາເຈົ້າມີຄວາມຕ້ອງການ ແຕ່ຕ້ອງມີເງື່ອນໄຂ ຕາມລະບຽບກົດໝາຍ.

“ແມ່ນເອກກະພາບໝົດ ທຸກປະເທດ ຈຸດສໍາຄັນລະແມ່ນ ສໍາພາດຫັ້ນ. ສໍາພາດຜ່ານແລ້ວ ກະຖືວ່າໄດ້ ບໍ່ກ່ຽວວ່າຊິແມ່ນວຽດ. ວຽດກະຂຽນພາສາລາວບໍ່ໄດ້ ແລ້ວກະຊວງຍຸຕິທັມເນາະ ຈະເອົາລົງຈົດໝາຍເຫດທາງຣັຖການຫັ້ນ ຫລັງຈາກນັ້ນລະຊິແມ່ນ 15 ມື້ ຖືວ່າມີຜົລສັກສິດ.”

ອີງຕາມຣາຍງານ ຂອງໜັງສືພິມລາວພັທນາ, ມີຄົນວຽດນາມ ທີ່ເຂົ້າມາຕັ້ງຖິ່ນຖານ ແລະສ້າງຄອບຄົວຢູ່ຕາມຊາຍແດນ ໃນ 7 ເມືອງ ຢູ່ແຂວງຫົວພັນ ປະມານ 720 ຄົນ. ໃນນັ້ນມີ 119 ຄົນ ທີ່ອາສັຍຢູ່ 33 ບ້ານ ໃນເມືອງແອດ ຊຶ່ງທາງການລາວເຫັນວ່າ ຄົນວຽດນາມເຫລົ່ານັ້ນ ໄດ້ເຂົ້າມາຕັ້ງຖິ່ນຖານ ແລະສ້າງຄອບຄົວ ເປັນເວລາຫຼາຍ 10 ປີແລ້ວ ແລະເກືອບໝົດທຸກຄົນ ເວົ້າ, ອ່ານ ແລະຂຽນ ພາສາລາວ ໄດ້ຄືກັນກັບຄົນລາວ. ດັ່ງນັ້ນ ທາງການ ຈຶ່ງໄດ້ມອບສັນຊາຕໃຫ້. ເຈົ້າໜ້າທີ່ ກະຊວງພາຍໃນ ທ່ານນຶ່ງ ກ່າວເຖິງຄົນຕ່າງປະເທດ ທີ່ໄດ້ມາຂໍສັນຊາຕລາວ ເປັນຕົ້ນຄົນຈີນ, ວຽດນາມ, ໄທຍ, ອິນເດັຍ ແລະບັງກະລາເທດວ່າ ມີຫຼາຍ, ແຕ່ສ່ວນໃຫຍ່ຈະບໍ່ຜ່ານ ຍ້ອນບໍ່ມີເງື່ອນໄຂ ຕາມທີ່ກົດໝາຍກໍານົດໄວ້. ສ່ວນຜູ້ທີ່ຜ່ານການອະນຸມັດ ສ່ວນໃຫຍ່ຈະເປັນຄົນວຽດນາມ ທີ່ເຂົ້າມາຕັ້ງຖິ່ນຖານ ແລະສ້າງຄອບຄົວ ຢູ່ເຂດຊາຍແດນລາວເປັນເວລາຫຼາຍ 10 ປີແລ້ວ ແລະມີເງື່ອນໄຂ, ທາງການລາວຈຶ່ງເຫັນສົມຄວນ ໃຫ້ສັນຊາຕ. ຫລັງຈາກ ໄດ້ຮັບສັນຊາຕລາວແລ້ວ ພວກເຂົາເຈົ້າມີສິດຕ່າງໆ ທຽບເທົ່າກັບຄົນລາວ ທຸກຢ່າງ ຮວມທັງເຣື່ອງການຊື້ທີ່ດິນ ແລະການຕັ້ງຖິ່ນຖານ ຢູ່ໃນປະເທດລາວ.

ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ກະເຫັນມີຫຼາຍຄົນຢູ່ໄດ໋ ຜ່ານມາກະເອົາສັນຊາຕລາວ ສ່ວນຫຼາຍກະພວກເຂົາເຈົ້າ ມີຫລັກໝັ້ນຫຼາຍແຫຼະ ໄດ້ມາສ້າງສາ ໄດ້ລູກ ໄດ້ເຕົ້າ ເພິ່ນກະຂໍເອົາສັນຊາຕລາວ ກະ ສເມີພາບກັບພົລເມືອງລາວ ທຸກຢ່າງເລີຍ ແບບນີ້.”

ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງແອດ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ພຶສພານີ້ ເຖິງຄົນວຽດນາມ ທີ່ອາສັຍຢູ່ ເຂດຊາຍແດນລາວວ່າ ພວກເຂົາເຈົ້າໄດ້ໂຍກຍ້າຍ ເຂົ້າມາຢູ່ລາວຫຼາຍ 10 ປີແລ້ວ ແລະກໍຂຽນ ແລະເວົ້າພາສາລາວ ໄດ້ດີ ແຕ່ຫາກບໍ່ມີສິດ ແລະໄດ້ຮັບຜົລປໂຍດຄືກັນກັບຄົນລາວ ຍ້ອນຢູ່ບ້ານທີ່ບໍ່ຖືກຮັບຮອງ ແລະບໍ່ເປັນສັນຊາຕລາວ. ພາຍຫລັງທີ່ຄົນເຫລົ່ານັ້ນ ໄດ້ຮັບສັນຊາຕແລ້ວ ອໍານາດການປົກຄອງເມືອງແອດ ກໍຈະໃຫ້ການຊ່ອຍເຫລືອ ຄືກັນກັບຄົນລາວທົ່ວໄປ.

ດັ່ງທີ່ທ່ານກ່າວວ່າ:

“ອັນເຂົ້າມາຢູ່ລາວນີ້ລະ ເຂົາ ຣັຖ ລະຕັດເປັນສັນຊາຕລາວ ໃຫ້ ເຂົ້າໃຈພາສາລາວ ແນວໃດ ກະຫາກເຂົ້າໃຈ ເວົ້າລາວເປັນຂຽນໄດ້ແລ້ວ ແລ້ວທາງເຮົາ ລະຢາກໃຫ້ຊ່ວຍເປັນແບບປູກຝັງ ລ້ຽງສັດແນວນີ້ຊິເນາະ.”

ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງແອດ ເວົ້າວ່າ ຢາກໃຫ້ທາງການລາວ ເຂັ້ມງວດຕິດຕາມ, ກວດກາ ກຸ່ມຄົນວຽດນາມ ທີ່ເຂົ້າມາຕັ້ງຖິ່ນຖານ ແລະສ້າງຄອບຄົວ ຢູ່ໃນແຂວງຫົວພັນນີ້ ເພື່ອຄວາມປອດພັຍ ແລະຄວາມໝັ້ນຄົງ ຂອງປະຊາຊົນລາວ ໂດຍສະເພາະ ເຣື່ອງການຍາດແຍ່ງທີ່ດິນ ແລະການນໍາໃຊ້ຊັບພະຍາກອນ ທັມມະຊາຕ ທີ່ມີຢ່າງຈໍາກັດຢູ່ນີ້.

“ຂອບເຂດ ທາງວຽດກະຢູ່ທາງວຽດ ຂອບເຂດທາງເຮົາກະຢູ່ທາງເຮົາ ບໍ່ແມ່ນວ່າມາຮອດແລ້ວ ຍາດເອົາດິນເອົາດອນ ກະບໍ່ເປັນດອກເນາະ ມີເງື່ອນໄຂ ການຄຸ້ມຄອງວ່າຊັ້ນນ່າ.”

ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງຈໍາປາສັກ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ກ່ອນຈະໃຫ້ສັນຊາຕລາວ ແກ່ຄົນປະເທດໃດ ກໍຕາມ ທາງການລາວ ຄວນຈະພິຈາລະນາ ຢ່າງຮອບຄອບ ແລະສົມເຫດສົມຜົນ. ອັນທີ່ສໍາຄັນຫຼາຍ ແມ່ນຕ້ອງບໍ່ອະນຸມັດໃຫ້ ຄົນຕ່າງປະເທດ ໄດ້ສັນຊາຕລາວ ຫຼາຍເກີນໄປ, ຖ້າອະນຸມັດໃຫ້ຫຼາຍໆ, ພົລເມືອງລາວ ຈະບໍ່ມີບ່ອນຢູ່ ເນື່ອງຈາກມີພື້ນທີ່ຈໍາກັດ.

“ຕ້ອງເຮັດໃຫ້ມັນຖືກຕ້ອງ ແລ້ວເຈົ້າຊິເຫັນດີແນວໃດ ຕໍ່ບ້ານຕໍ່ເມືອງ ພິຈາລະນານໍາຫັ້ນແລ້ວ, ເຮີ໋ຍ ໃຫ້...ທູດຫັ້ນນະໂຍບາຍແດນແນວໃດ ມັນຖືກຕ້ອງ ຈັກໜ່ອຍພົລເມືອງເຮົາຫັ້ນ ບໍ່ມີບ່ອນຢູ່ໄດ໋.”

ເມື່ອປີ 2021 ຢູ່ແຂວງຈໍາປາສັກ ທາງການກໍໄດ້ມອບສັນຊາຕລາວ ໃຫ້ຄົນວຽດ ນາມ 2 ຄົນ ທີ່ເຂົ້າມາຕັ້ງຖິ່ນຖານ ແລະສ້າງຄອບຄົວຢູ່ໃນນະຄອນປາກເຊ.

ກ່ຽວກັບເຣື່ອງທີ່ວ່ານີ້ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານຕໍ່ກອງປະຊຸມ ສໄມສາມັນເທື່ອທີ 8 ຂອງສະພາແຫ່ງຊາຕ ຊຸດທີ 8 ວ່າ ຣັຖບານລາວ ໄດ້ອະນຸມັດ ຮັບເອົາຄົນວຽດນາມ ເກືອບເຖິງ 2 ພັນຄົນ ເຂົ້າເປັນພົລເມືອງລາວ ໂດຍສົມບູນ ຈາກທັງໝົດ 6,400 ປາຍຄົນ ທີ່ໄດ້ຍື່ນເອກກະສານ ຂໍສັນຊາຕລາວ. ສ່ວນທີ່ເຫລືອ ຣັຖບານລາວ ພວມຢູ່ໃນລະຫວ່າງ ການພິຈາລະນາ ອະນຸມັດໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.