ຂ.ຫົວພັນຂາດເຂີນຄຣູ ມັທຍົມ

ໄມຊູລີ
2019.01.23
f-teacher ວິທຍາໄລ ຄຣູ ແຂວງຫລວງພຣະບາງ
RFA/NY

ແຂວງຫົວພັນ ຍັງຂາດເຂີນຄຣູ ຍັງຕ້ອງການຄຣູສອນອີກປະມານ 130 ຄົນ ເພື່ອໃຫ້ພຽງພໍກັບໂຮງຮຽນທົ່ວແຂວງ ໃນຂນະທີ່ນັກຮຽນ ໄປ ຮຽນວິຊາຊີພຄຣູໃນຣະດັບປະຣິນຍາຕຣີ ຢູ່ຕ່າງແຂວງຫຼາຍຄົນ ບໍ່ກັບຄືນມາສອນຢູ່ແຂວງຂອງຕົນ ຍ້ອນຂະເຈົ້າ ເຫັນວ່າໂຄຕ້າຄຣູມີໜ້ອຍ ແລະຫາກກັບຄືນໄປ ກໍຕ້ອງເປັນຄຣູອາສາສມັກແບບບໍ່ມີເງິນເດືອນ ແລະ ຈະຕ້ອງລໍຖ້າໂກ່ຕ້າຄຣູ ເພື່ອບັນຈຸເຂົ້າ ເປັນຣັຖກອນ ຄຣູ ອີກ ດົນນານ. ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງຫົວພັນທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 22 ມົກກະຣາ ນີ້ວ່າ:

“ຄຣູທີ່ຂາດຫຼາຍແມ່ນຊັ້ນມໍປາຍເນາະ ສ່ວນຫຼາຍແມ່ນ ຄະນິຕສາຕ, ຟີສິກ, ເຄມີ ພາສາລາວ ເພາະວ່າສ່ວນຫຼາຍຄຣູເຮົານີ້ ແມ່ນຜູ້ທີ່ໄປຮຽນ ຈົບມະຫາວິທຍາໄລນີ້ເນາະ ຈະມາສອນມໍປາຍນີ້. ສ່ວນຫຼາຍເພິ່ນກະໄປຮຽນ ຮຽນແລ້ວສ່ວນຫຼາຍບໍ່ກັບເນາະ ຍ້ອນໂຄຕ້າເຣື້ອງຣັຖບານ ນີ້ເນາະ ບໍ່ມີເງິນເດືອນໃຫ້ນາຍຄຣູນີ້. ສະນັ້ນແຫຼະ, ໂຄຕ້າເຮົາໜ້ອຍ."

ທ່ານກ່າວຕື່ມວ່າ ບັນຫາຄຣູ-ອາຈານ ບໍ່ພໍໃນຣະດັບຊັ້ນມັທຍົມປາຍ ຢູ່ເມືອງວຽງໄຊ ຖືວ່າຂາດເຂີນຫຼາຍ ເຮັດໃຫ້ຄຣູ-ອາຈານ ໃນຣະດັບຊັ້ນ ມັທຍົມປາຍ ຢູ່ເມືອງວຽງໄຊ ຕ້ອງສອນຫຼາຍວິຊາ ເປັນຕົ້ນວ່າ ຄຣູຜູ້ດຽວ ຕ້ອງສອນໄດ້ທັງວິຊາ ຄະນິຕສາຕ, ຟີສິກ ແລະ ເຄມີ, ເຖິງສອນ ບໍ່ໄດ້ກໍຈຳເປັນຕ້ອງສອນ ຍ້ອນຄຣູບໍ່ພໍ. ບັນຫາດັ່ງກ່າວເປັນຍ້ອນໂຄຕ້າຄຣູມີໜ້ອຍສະເລັ່ຽແລ້ວ 80 ຄົນຕໍ່ປີ. ສຳລັບແຂວງຫົວພັນ, ໂຄຕ້າ ຄຣູ ສ່ວນໃຫຍ່ກໍເລັ່ງໃສ່ ເຂດຕົວເມືອງ, ສ່ວນໃນເຂດຫ່າງໄກສອກຫຼີກ ໂຄຕ້າຄຣູ ຈະໜ້ອຍ.

ໃນຂນະດຽວກັນ, ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ແຂວງຫົວພັນອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນວ່າ ປະຈຸບັນ ນັກສຶກສາທີ່ໄປຮຽນຄຣູ ໃນຣະດັບປະຣິນຍາຕຣີ ນັ້ນ, ບໍ່ຄ່ອຍຈະກັບມາສອນຢູ່ແຂວງ ເພາະວ່າ ໂຄຕ້າຣັຖກອນຄຣູມີໜ້ອຍ ແລະ ບາງເທື່ອຂະເຈົ້າຈົບມາ ກໍຫັນໄປເຮັດວຽກອື່ນ ຫຼືຊອກເຮັດວຽກນຳບໍຣິສັດເອກກະຊົນ. ບາງຄົນຈົບມາ ກໍຕ້ອງການເປັນຄຣູ ຢູ່ໃນເຂດ ເມືອງໃຫຍ່.

“ຈຳນວນນຶ່ງ ຄົນພື້ນຖານຂະເຈົ້າຢາກໄປຢູ່ຕົວເມືອງ ຂະເຈົ້າບໍ່ກັບຄືນກະມີ. ບາງເທື່ອຈົບແລ້ວຂະເຈົ້າກະຊອກວຽກເຮັດງານທຳອັນອື່ນ ເພາະວ່າ ໂຄຕ້າ ເພິ່ນຈະສນອງໃຫ້ຫັ້ນ ມັນພັດບໍ່ສາມາດສນອງໄດ້."

ປະຈຸບັນ, ຣັຖບານລາວສົ່ງເສີມໃຫ້ນັກສຶກສາ ຕ່າງແຂວງໄປຮຽນຄຣູ ຢູ່ວິທຍາລັຍຄຣູຫຼວງພຣະບາງ ມະຫາວິທຍາລັຍ ສຸພານຸວົງ, ມະຫາ ວິທຍາລັຍ ແຫ່ງຊາຕ ທີ່ນະຄອນຫຼວງວຽງຈັນ ເພື່ອຮອງຮັບການຂຍາຍໂຮງຮຽນ ໃນແຂວງຕ່າງໆ ໃນຂນະທີ່ ຣັຖບານ ໃຫ້ໂຄຕ້າຄຣູ 1,800 ຄົນໃນທົ່ວປະເທສ ຈາກໂຄຕ້າຣັຖກອນທັງໝົດ 3,000 ຄົນ ໃນສົກງົບປະມານ 2018. ສ່ວນສົກງົບປະມານ 2019 ຣັຖບານລາວ ໄດ້ກຳນົດໂຕເລຂ ຣັຖກອນ ທັງໝົດ 1,500 ຄົນ ໃນທົ່ວປະເທສ, ເຊິ່ງໝາຍຄວາມວ່າ ໂຄຕ້າຣັຖກອນຄຣູ ກໍຈະຫຼຸດລົງນໍາ.

ອີງຕາມບົດຣາຍງານການລົງສຳຣວດຣັຖກອນຄຣູ ແລະພະນັງານບໍຣິຫານທົ່ວປະເທສ ໃນຂແນງສຶກສາ ສົກປີງົບປະມານ 2018 ໄດ້ຣະບຸ ວ່າມີຄຣູອາສາສມັກ ຈຳນວນຫຼາຍເຖິງ 10 ພັນປາຍຄົນໃນທົ່ວປະເທສ ແລະສ່ວນໃຫຍ່ຍັງສອນແບບບໍ່ໄດ້ເງິນເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.