ນັກເຄື່ອນໄຫວລາວ ຖືກຈັບ ແບບງຽບໆ

ອຸ່ນແກ້ວ
2023.05.05
ນັກເຄື່ອນໄຫວລາວ ຖືກຈັບ ແບບງຽບໆ ທ້າວ ສະຫວ່າງ ຫຼື ອຸດອນ ພະເລີດ, ວັນທີ 20 ເມສາ.
ນັກຂ່າວ ພົລເມືອງ

ອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ແລະ ສິດທິມະນຸດ ເຊິ່ງເປັນສະມາຊິກກຸ່ມ “Free Laos” ຖືກຈັບ ຢູ່ແຂວງສວັນນະເຂດ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ. ນັກເຄື່ອນໄຫວ ຄົນດັ່ງກ່າວ ຊື່ ທ້າວ ສະຫວ່າງ ຫຼື ອຸດອນ ພະເລີດ ເປັນປະຊາຊົນ ບ້ານດອນຊາດ ເມືອງສອງຄອນ ແຂວງສວັນນະເຂດ ຖືກເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດ ຈັບໃນວັນທີ 20 ເມສາ ເວລາປະມານ 11 ໂມງເຊົ້າ.

ກຸ່ມ “Free Laos” ເຊິ່ງເປັນກຸ່ມທີ່ສ້າງຕັ້ງຂຶ້ນ ເພື່ອກຸ່ມຄົນລາວ ທີ່ເຮັດວຽກຢູ່ປະເທດໄທຍ ທີ່ມີຈຸດປະສົງ ສົ່ງເສີມເຣື່ອງປະຊາທິປະໄຕ ແລະ ສິດທິມະນຸດ ທີ່ຣັຖບານເຫັນວ່າ ຂັດຕໍ່ແນວທາງຂອງຕົນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.