ຣັຖບານລາວ ຍັງຈັບນັກເຄືື່ອນໄຫວ ທີ່ເຫັນຕ່າງ

ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ຖືກທາງການລາວຈັບ ຫຼັງຈາກມາຢາມບ້ານ ຢູ່ແຂວງສວັນນະເຂດ ຊຶ່ງຜູ້ກ່ຽວເປັນສະມາຊິກ ຂອງກຸ່ມ ຟຣີລາວ ທີ່ທາງການລາວ ເຫັນວ່າ ເປັນກຸ່ມຕໍ່ຕ້ານ ຣັຖບານ ແລະ ມີສະມາຊິກຫຼາຍຄົນ ຖືກຈັບ. ອຸ່ນແກ້ວ
2023.05.08
ຣັຖບານລາວ ຍັງຈັບນັກເຄືື່ອນໄຫວ ທີ່ເຫັນຕ່າງ ທ້າວ ສະຫວ່າງ ພະເລີດ, ວັນທີ 6 ມິຖຸນາ 2022.
ນັກຂ່າວ ພົລເມືອງ

ອະດີດນັກເຄື່ອນໄຫວ ດ້ານທາງດ້ານປະຊາທິປະໄຕ ແລະ ສິດທິມະນຸດ ເຊິ່ງເປັນສະມາຊິກກຸ່ມ Free Laos ຖືກຈັບ ຢູ່ແຂວງສວັນນະເຂດ ໃນວັນທີ 20 ເມສາ 2023 ທີ່ຜ່ານມາ. ນັກເຄື່ອນໄຫວ ຄົນດັ່ງກ່າວ ຊື່ ທ້າວ ສະຫວ່າງ ຫຼື ອຸດອນ ພະເລີດ, ອາຍຸປະມານ 40 ປາຍ ປີ ເປັນປະຊາຊົນ ບ້ານດອນຊາດ ເມືອງ ສອງຄອນ ແຂວງສວັນນະເຂດ ຖືກເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດ ຈັບໃນວັນທີ 20 ເມສາ ເວລາປະມານ 11 ໂມງເຊົ້າ. ກຸ່ມ Free Laos ເຊິ່ງເປັນກຸ່ມທີ່ສ້າງຕັ້ງຂຶ້ນ ໃນປີ 2002 ໂດຍ ກຸ່ມຄົນລາວ ທີ່ເຮັດວຽກຢູ່ປະເທດໄທຍ ທີ່ມີຈຸດປະສົງ ສົ່ງເສີມເຣື່ອງປະຊາທິປະໄຕ ແລະ ສິດທິມະນຸດ.  

ໝູ່ຄົນນຶ່ງຂອງ ທ້າວ ສະຫວ່າງ ທີ່ເຄີຍເຮັດວຽກຢູ່ໃນກຸ່ມ Free Laos ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ລາວເມືອຢາມບ້ານ ກຸ່ມຂອງ Free Laos Campaign ນໍາກັນນີ້ແຫຼະ ກັບ ທ້າວ ອ໊ອດສະກາ ຄິດວ່າ ຊິບໍ່ເປັນຫຍັງ ຢ່າງເມືອນ່າ ເຂົາເຫັນໂຕ ແລ້ວເພິ່ນກະເລີຍເມືອ ລະວັນທີ 20 ເຂົາກະມາຈັບຢູ່ໃນເຮືອນຫັ້ນແຫຼະ.

ໝູ່ທີ່ເປັນສະມາຊິກ Free Laos ນໍາກັນ ໃຫ້ເຫດຜົລວ່າ ສາເຫດຂອງການຈັບ ຍ້ອນວ່າ ທ້າວ ສະຫວ່າງ ເປັນສະມາຊິກ ແລະ ໄດ້ເຄື່ອນໄຫວ ຢູ່ປະເທດໄທຍ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບເສຣີພາບ ໃນການປາກເວົ້າ ແລະ ເຄົາຣົບສິດທິມະນຸດ ຢູ່ໃນລາວ ເຊິ່ງເປັນສິ່ງທີ່ທາງການລາວບໍ່ມັກ.

ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ທ້ອງຖິ່ນ, ເຈົ້າໜ້າທີ່ຍັງບໍ່ທັນໄດ້ແຈ້ງຂໍ້ຫາ ໃນການຈັບກຸມ ທ້າວ ສະຫວ່າງ ໃນຄັ້ງນີ້.

ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຊື່ສະຫວ່າງ ເຫດຜົລຂອງການຈັບກຸມ ເຮົາກະບໍ່ຮູ້ນໍາເພິ່ນ ຊິບໍ່ຮູ້ນໍາເບື້ອງເທິງເພິ່ນ. ໂຕນີ້ເຮົາກະບໍ່ຮູ້ນໍາເບື້ອງເທິງເພິ່ນ ເພາະວ່າ ລາວກະເປັນລາວຢູ່ ສໍາມະໂນໂຕເລກກະມີຢູ່ ໄປທໍາງານໄທຍ ລາວກະເປັນຄົນລາວ ໄປທໍາງານໄທຍ ເຮົາກະບໍ່ຮູ້ເບື້ອງໃນ ຂອງຂະເຈົ້າ.  

ເຈົ້າໜ້າທີ່ຕໍາຣວດ ນໍາໂຕ ທ້າວ ສະຫວ່າງ ໄປແຂວງສວັນນະເຂດ, ແຕ່ ກໍບໍ່ມີຂໍ້ມູນວ່າ ປັດຈຸບັນນີ້ ລາວຖືກກັກຂັງຢູ່ຈຸດໃດ.

ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນີ້ ກ່າວຕື່ມວ່າ:

ສາເຫດຂອງການຈັບນີ້ ເຮົາກະບໍ່ຮູ້ນໍາເບື້ອງເທິງເພິ່ນ ເພິ່ນມາເພິ່ນກະມາເອົາ ເຊີນເມືື່ອເພິ່ນ ມິດຈ້ອຍໄປຈັກກໍລະນີໃດ ເອົາຂຶ້ນເມືອສະຫວັນ ພຸ້ນເດ້ ຈັກຊິຢູ່ໃສ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາ ພັນເອກ ລໍາພູນ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ສວັນນະເຂດ ເພື່ອຖາມຣາຍລະອຽດ ກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ຕໍາຣວດທ່ານນີ້ ບອກວ່າ ໄດ້ຍ້າຍມາເປັນເຈົ້າເມືອງສອງຄອນແລ້ວ ແລະ ທ່ານ ບໍ່ໄດ້ໃຫ້ຣາຍລະອຽດເລື່ອງນີ້.

ນັກຂ່າວ: ຢາກຂໍຖາມທ່ານວ່າ ທາງກອງປັນຊາການສວັນ ໄດ້ຈັບ ທ້າວ ສະຫວ່າງ ຢູ່ບ້ານດອນຊາດໄປບໍ່?

ພັນເອກ ລໍາພູນ: ໂຕນີ້ບໍ່ໄດ້ອັນນັ້ນນ່າ ມາເຮັດວຽກຢູ່ເມືອງສອງຄອນ ບໍ່ໄດ້ຢູ່ໃນຕໍາຣວດ ມາເປັນເຈົ້າເມືອງ ຢູ່ເມືອງສອງຄອນລະເດີ.

ພັນເອກ ລໍາພູນ ບອກວ່າ ໄດ້ມາເປັນເຈົ້າເມືອງ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ແຕ່ ທ່ານ ບໍ່ໄດ້ປະເສດເຣື່ອງການຈັບກຸມ ທ້າວ ສະຫວ່າງ ໃນຂະນະທີ່ເຫດການເກີດຢູ່ບ້ານດອນຊາດ ທີ່ຂຶ້ນກັບເມືອງສອງຄອນ ເຊິ່ງເປັນເມືອງທີ່ຢູ່ພາຍໃຕ້ ການຄຸ້ມຄອງຂອງ ພັນເອກລໍາພູນ ເອງ.​

ທ້າວ ສະຫວ່າງ ເປັນຄົນລາວທີ່ເຮັດວຽກປະເທດໄທຍ ແລະ ເຄີຍໄດ້ເຂົ້າເປັນສະມາຊິກກຸ່ມ Free Laos ທີ່ເຄື່ອນໄຫວກິຈກັມ ທາງດ້ານການເມືອງ ຢູ່ບາງກອກ ປະເທດໄທຍ ເພື່ອຮຽກຮ້ອງໃຫ້ມີປະຊາທິປະໄຕ ແລະ ໃຫ້ມີການເຄົາຣົບສິດທິມະນຸດ ໃນປະເທດລາວ. ການເຄື່ອນໄຫວຮຽກຮ້ອງ ເຣື່ອງສິດປະຊາທິປະໄຕ ແລະ ສິດທິມະນຸດ ທາງການລາວ ເຫັນວ່າເປັນເຣື່ອງທີ່ຫຼໍ້ແຫຼມ ແລະ ຕີເປັນບັນຫາການເມືອງ​. ຢູ່ປະເທດລາວ ຖ້າບຸກຄົນໃດ ຖືກຈັບທີ່ເຊື່ອມຍົງ ກັບການເຄື່ອນໄຫວ ທາງດ້ານການເມືອງ ຄົນສ່ວນໃຫຍ່ ກໍຮູ້ໂລດວ່າ ເປັນການເຄື່ອນໄຫວ ຕ້ານຣັຖບານ ບໍ່ວ່າຈະດ້ວຍເຫດຜົລໃດກໍຕາມ ທາງການລາວ ຕີລາຄາວ່າ ເປັນກຸ່ມຄົນທີ່ຂັດຕໍ່ແນວທາງ ຂອງພັກ ຫຼື ເປັນກຸ່ມຕໍ່ຕ້ານຣັຖບານ.  

ກໍລະນີການຈັບກຸມ ທ້າວ ສະຫວ່າງ ກໍເຊັ່ນດຽວກັນ ທາງການລາວ ຈະຕີລາຄາເປັນບັນຫາ ທາງດ້ານການເມືອງ.

ບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ຕໍາຣວດ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ໜ່ວຍງານ 504 ທີ່ເປັນໜ່ວຍງານຕໍາຣວດ ຂອງແຂວງສວັນນະເຂດ ໄປຈັບເອົາ ທ້າວ ສະຫວ່າງ ໃນວັນດັ່ງກ່າວ ເຂົາຕີໃສ່ບັນຫາການເມືອງ.”

ບຸກຄົນທີ່ໃຊ້ເຈົ້າໜ້າທີ່ ຕໍາຣວດທ່ານນີ້ ກ່າວຕື່ມອີກວ່າ:

ເຈົ້າໜ້າທີ່ຕໍາຣວດຈັບ ທ້າວ ສະຫວ່າງ ມາຢູ່ແຂວງສວັນນະເຂດ ແຕ່ ບໍ່ຮູ້ວ່າຄັກແນ່ວ່າ ລາວຖືກກັກຂັງຢູ່ໃສ ເພື່ອດໍາເນີນການສືບສວນ ຢູ່ແຂວງສວັນນະເຂດ ກ່ອນ.

ກ່ຽວກັບເລື່ອງນີ້ ທ້າວ ຄູຄຳ ແກ້ວມະນີວົງ ຜູ້ທີ່ຮ່ວມກໍ່ຕັ້ງກຸ່ມ Free Laos ແລະ ປັດຈຸບັນ ໄດ້ລີ້ໄພການເມືອງ ຢູ່ປະເທດ ການາດາ ໄດ້ໃຫ້ສຳພາດຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຕອນພາກັນຈັດກິຈກັມ ເພື່ອຮຽກຮ້ອງສິດທິສິດເສຣີພາບ ເພາະວ່າ ຊ້ວງນັ້ນມັນເປັນຊ້ວງ ກະແສທ່ານສົມບັດສົມພອນ ກະຫາຍຕົວ ຫັ້ນນ່າ ບາດນີ້ ທຸກຄົນກະເລີຍຢິບຍົກ ປະເດັນຂອງ ທ່ານ ສົມບັດ ສົມພອນ.”

ທ້າວ ຄູຄໍາ ກ່າວຕື່ມອີກວ່າ:

ກຸ່ມຂອງພວກເຮົາຕັ້ງຂຶ້ນມາ ເພື່ອຮຽກຮ້ອງສິດເສຣີພາບ ໃຫ້ຣັຖບານລາວ ເຄົາຣົບສິດທິປະຊາຊົນ ເຮົາບໍ່ຕ້ອງການເອີຍຊື່ຂອງພວກເຮົາ ເປັນກຸ່ມຕໍ່ຕ້ານຣັຖບານ ເປັນກຸ່ມທີ່ຂາຍຊາດ ເປັນກຸ່ມທີ່ບໍ່ດີ ເຮົາບໍ່ມັກແບບນັ້ນນ່າ ຄືເຮົາບໍ່ມັກສິ່ງທີ່ຣັຖບານຫັ້ນ ເບິ່ງຄົນທີ່ເຫັນຕ່າງຈາກຣັຖບານ ເປັນກຸ່ມຄົນບໍ່ດີ.

ທ້າວ ຄູຄໍາ ກ່າວວ່າ:

ການຈັບທ້າວ ສະຫວ່າງ ແມ່ນປະຕິເສດບໍ່ໄດ້ ມັນແມ່ນເລີຍ [ກ່ຽວຂ້ອງກັບການເຄື່ອນໄຫວ ທາງດ້ານເມືອງ] ເພາະປົກຕິເນາະ ຍົກໂຕຢ່າງ ນັນແຕ່ກຸ່ມຟຣີລາວຖືກຈັບ ມີໃຜແດ່ຊຸດທໍາອິດ 1. ທ້າວ ສົມພັນ ພິມມະສອນ, 2. ທ້າວ ສຸການ ໃຈທັດ, 3. ນາງ ຫລອດຄໍາ ທໍາມະວົງ, ຊຸດທີ 2: ທ້າວ ອ໊ອດ ໄຊຍະວົງ ຖືກລັກພາໂຕ ແລະ ຊຸດທີ 3: ທ້າວ ເພັດພູທອນ ກໍຖືກລັກພາໂຕ.

ທ້າວ ຄູຄໍາ ກ່າວຕື່ມອີກວ່າ:

“ບໍ່ແມ່ນເຣື່ອງຫຼິ້ນໆ ສິ່ງທີ່ຣັຖບານເຮັດ ມັນເປັນເຣື່ອງໂຫດຮ້າຍ ເພາະຄົນທີ່ຫາຍໂຕໄປ ເພາະຄົນທີ່ຖືກຈັບລ້ວນແຕ່ ແມ່ນຄົນທີ່ເຫັນຕ່າງ ຈາກຣັບຖານ.”    

ທີ່ຜ່ານມາ ສະມາຊິກ ກຸ່ມ Free Laos ທີ່ປະທ້ວງເຄື່ອນໄຫວ ເຣື່ອງປະຊາທິປະໄຕ ແລະ ຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບສິດທິມະນຸດ ບາງຄົນກໍໄດ້ຖືກຈັບ ແລະ ບາງຄົນ ກໍຫາຍສາບສູນ.

  • ໃນຕົ້ນປີ 2016, ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ, ນາງ ຫລອດຄໍາ ທໍາມະວົງ ສະມາຊິກກຸ່ມ Free Laos ຖືກທາງການລາວ ຈັບໂຕ ໃນຂະນະທີ່ ເຂົາເຈົ້າທັງສາມຄົນ ກັບເມືອຢາມບ້ານ. ເຂົາເຈົ້າທັງ 3 ຄົນ ຖືກສານ ຢູ່ປະເທດລາວ ຕັດສິນ ຈໍາຄຸກ 20 ປີ, 16 ປີ, ແລະ 12 ປີ ຕາມລໍາດັບ ໃນຄະດີ ທີ່ເຂົາເຈົ້າໄດ້ເຂົ້າຮ່ວມ ການປະທ້ວງຢູ່ຕໍ່ໜ້າ ສະຖານທູດລາວ ທີ່ ບາງກອກ ປະເທດໄທຍ ເພື່ອປະນາມການລ່ວງລະເມີດ ສິດທິມະນຸດຢູ່ລາວ ແລະ ໄດ້ເວົ້າຕຳນິຕິຕຽນ ຣັຖບານລາວ ທາງສື່ສັງຄົມອອນລາຍນ໌ ຫຼື ເຟສບຸກ.
  • ໃນວັນທີ 26 ສິງຫາ 2019, ທ້າວ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ທີ່ເປັນສະມາຊິກກຸ່ມ Free Laos ຖືກລັກພາໂຕໄປ ຢູ່ ບໍຣິເວນ ບ້ານພັກ ຢູ່ເຂດບຶງກຸ່ມ ບາງກອກ ປະເທດໄທຍ. ທ້າວ ອ໊ອດ ກໍເປັນຜູ້ນຶ່ງ ທີ່ເຄື່ອນໄຫວຮຽກເລື່ອງປະຊາທິປະໄຕ ໃນປະເທດລາວ ແລະ ຮຽກຮ້ອງ ໃຫ້ທາງການລາວ ເຄົາຣົບສິດທິມະນຸດ.​
  • ໃນເດືອນພືສຈິກາ ປີ 2019, ທ້າວ ເພັດພູທອນ ພິລາຈັນ ສະມາຊິກກຸ່ມ Free Laos ທີ່ເຮັດວຽກຢູ່ໄທ ແລະ ເຄີຍຮຽກຮ້ອງ ເຣື່ອງສິດທິມະນຸດ ໄດ້ຫາຍສາບສູນ ຢູ່ລາວ ຫລັງຈາກ ເດີນທາງໄປ ແຂວງໜອງຄາຍ ປະເທດໄທຍ ແລ້ວຂ້າມໄປ ນະຄອນຫລວງວຽງຈັນ ເພື່ອເຮັດວຽກສ່ວນຕົວ. ໝູ່ຂອງລາວ ແນ່ໃຈວ່າ ລາວຖືກລັກພາຕົວໄປ ຢູ່ປະເທດລາວ.  
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.