ແຕ່ງຕັ້ງ ຄະນະຊີ້ນຳ ອົງການຄຸ້ມຄອງ ເຂດເສຖກິຈ ພິເສດສາມຫຼ່ຽມຄຳ
2023.05.10

ເມື່ອທ້າຍສັບປະດາ ທີ່ຜ່ານມານີ້ ທ່ານ ພົລເອກ ວິໄລ ຫລ້າຄຳຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ພ້ອມດ້ວຍທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ລົງພື້ນທີ່ ຢູ່ແຂວງບໍ່ແກ້ວ ເພື່ອເຂົ້າຮ່ວມພິທີ ແຕ່ງຕັ້ງຄະນະຊີ້ນຳ ອົງການຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຊຶ່ງໃນນັ້ນໄດ້ມການແຕ່ງຕັ້ງ ເຈົ້າໜ້າທີ່ຕຳຣວດ ຫຼາຍຕຳແໜ່ງ ໂດຍຂຶ້ນກັບກອງບັນຊາການ ປກສ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ລວມທັງມີການແຕ່ງຕັງ ເຈົ້າໜ້າທີ່ແຮງງານ ແລະສວັດດີການສັງຄົມ ເພື່ອໄປປະຕິບັດໜ້າທີ່ ຢູ່ຫ້ອງການແຮງງານ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ. ອີງຕາມການຣາຍງານ ຂອງໂທຣະພາບ ປ້ອງກັນຄວາມສງົບ ເມື່ອວັນທີ 09 ພຶສພາ ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ສະພາບໍຣິຫານເຂດ ເສຖກິຈພິເສດ ສາມຫຼ່ຽມຄຳເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ສາມາດໃຫ້ຂໍ້ມູນໄດ້ ໂດຍໃຫ້ເຫດຜົນວ່າ ເປັນວຽກງານຮັບຜິດຊອບ ຂອງຂັ້ນເທິງ.
ທາງດ້ານຊາວບ້ານ ຢູ່ແຂວງບໍ່ແກ້ວ ທີ່ຮູ້ຂ່າວດັ່ງກ່າວ ກໍເຫັນວ່າການແຕ່ງຕັ້ງ ຄະນະຊີ້ນຳ ການຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄຳ ນັ້ນກໍເປັນເຣື່ອງປົກກະຕິ ແຕ່ງຕັ້ງຢູ່ເລື້ອຍໆ ເພື່ອແກ້ບັນຫາ ແລະປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ເຂດດັ່ງກ່າວ ຊຶ່ງເຫັນວ່າຍັງມີເຫດການ ບໍ່ດີເກີດຂຶ້ນຢູ່ໂດຍສະເພາະການຕົວະ ຄົນງານລາວ ແລະຄົນງານຕ່າງປະເທດ ມາເຮັດວຽກ ເປັນສະແກ້ມເມີ້ຣ໌ ຢູ່ພາຍໃນເຂດດັ່ງກ່າວ ຊຶ່ງເປັນບັນຫາຍັງແກ້ໄຂບໍ່ໄດ້.
ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ພຶສພາ ນີ້ວ່າ:
“ມັນກໍເປັນຢູ່ຕລອດຫັ້ນນ່າ ແຕ່ລະປີເພິ່ນກາປ່ຽນຕລອດ ກໍເຫດການມັນກໍມີທຸກມື້ ມັນແບບວ່າມັນມາຢູ່ມັນເປັນຄອລເຊັນເຕີ້ຣ໌ ຫຼາຍ ແກ້ບໍ່ໄດ້ ມັນຫຼາຍພວກນີ້ ມັນຫຼາຍດຽວນີ້ມັນໜັກ.”
ໃນຂະນະທີ່ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນຢູ່ພາກເໜືອ ທ່ານນຶ່ງກ່າວວ່າ ປັດຈຸບັນເຫດອາຊຍາກັມຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຍັງເກີດຂຶ້ນຢູ່ເລື້ອຍໆ ໂດຍສະເພາະການຕົວະ ຄົນງານລາວໄປເຮັດວຽກ ຕອບແຊັດຫຼືສະແກມເມີ້ຣ໌ ຊຶ່ງເມື່ອຕົ້ນປີນີ້ຄົນງານ ຈຳນວນນຶ່ງຢູ່ໃນເຂດພື້ນທີ່ ຂອງທ່ານ ຫາກໍກັບອອກຈາກເຂດດັ່ງກ່າວ ພ້ອມທັງໄດ້ເລົ່າໃຫ້ຟັງວ່າ ຄົນງານລາວ ຫຼາຍຄົນທີ່ຖືກຕົວະ ໄປເຮັດວຽກຕອບແຊັດ ຍັງຖືກນາຍຈ້າງ ຂົ່ມເຫັງ ແລະເອົາປຽບເຣື່ອງຄ່າຈ້າງຢູ່.
ດັ່ງທ່ານກ່າວວ່າ:
“ມີຢູ່ໆ ແຕ່ວ່າຫາກບໍ່ຫຼາຍ ບ້ານເຮົານີ້ກາເມືອ 4-5 ຄົນແບບວ່າ ເມືອແດ່ມາແດ່ຜູ້ເມືອຫັ້ນ ຖືກບ່ອນດີກໍດີເນາະ ໄດ້ເງິນຜູ້ຖືກບ່ອນບໍ່ດີກາບໍ່ໄດ້ເງິນ ບາງເທື່ອນີ້ ບາງຄົນກາໄດ້ເຮັດໝົດຄືນ ເນາະ.”
ສ່ວນຊາວລາວອີກຈຳນວນນຶ່ງ ທີ່ເຫັນວ່າສະຖານະການ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ກັບມາເປັນປົກກະຕິແລ້ວ ແລະບໍ່ໄດ້ຫ້າມຄົນເຂົ້າ ຄົນອອກ ຢ່າງເຂັ້ມງວດ ດັ່ງຄືແຕ່ກ່ອນ ແລະກໍມີນັກທ່ອງທ່ຽວເຂົ້າໄປທ່ຽວ ຢ່າງຕໍ່ເນື່ອງ ແຕ່ຖ້າມີເຫດການບໍ່ດີ ເກີດຂຶ້ນຈົນສົ່ງຜົລກະທົບ ຕໍ່ຄວາມສ່ຽງ ຕໍ່ຄວາມປອດພັຍ ກໍອາດຈະມີມາຕການ ຄວບຄຸມເຂົ້າ-ອອກຕື່ມອີກ.
ດັ່ງທ່ານກ່າວ ວ່າ:
“ກະໄປໄດ້ປົກກະຕິຊ່ວງນີ້ ເພິ່ນໃຫ້ເຂົ້າແລ້ວ ເພິ່ນອະນຸຍາດໃຫ້ເຂົ້າແລ້ວ ຖ້າວ່າຖ້າຫາກວ່າ ມີຄວາມສ່ຽງເພິ່ນກາຈະບໍ່ໃຫ້ຄົນນອກເຂົ້າ ບໍ່ໃຫ້ຄົນໃນອອກ ເພິ່ນກາໃຫ້ເຂົ້າ-ອອກປົກກະຕິ.”
ສຳລັບກອງບັນຊາການ ປກສ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ປະກອບດ້ວຍ 7 ຜແນກ, 2 ກອງຮ້ອຍ ແລະ 1 ຄ້າຍຄຸມຂັງ ຊຶ່ງໄດ້ແຕ່ງຕັ້ງໃຫ້ພັນເອກ ອະນຸສິດ ສັກປະເສີດ ເປັນຫົວໜ້າກອງບັນຊາການ ປກສ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະມີຮອງຫົວໜ້າ ອີກທັງ 4 ຄົນ. ສ່ວນສຳລັບຫ້ອງການແຮງງານ ປະຈຳເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແມ່ນແຕ່ງຕັ້ງໃຫ້ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງ ແຮງງານເປັນຫົວໜ້າ ຫ້ອງການດັ່ງກ່າວ ພ້ອມດ້ວຍຮອງຫົວໜ້າ ແລະຕຳແໜ່ງວິຊາການແຮງງານອີກ 5 ຄົນ.
ກ່ອນໜ້ານີ້ ທາງການຫຼາຍປະເທດ ກໍເຄີຍໃຫ້ການຊ່ອຍເຫຼືອ ພົລເມືອງຂອງປະເທດ ເຂົາເຈົ້າອອກມາຈາກເຂດເສຖກິຈ ພິເສດສາມຫຼ່ຽມຄຳ ຊຶ່ງຫຼ້າສຸດເມື່ອເດືອນມີນາ ຜ່ານມາສະຖານກົງສຸນ ກິດຕິມະສັກຂອງປະເທດສີລັງກາ ປະຈຳປະເທດລາວ ໄດ້ຣາຍງານວ່າ ສາມາດຊ່ອຍເຫຼືອພົລເມືອງ ຊາວສີລັງກາ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໄດ້ຈຳນວນ 11 ຄົນພ້ອມທັງສົ່ງກັບປະເທດສີລັງກາໄປແລ້ວ ເປັນທີ່ຮຽບຮ້ອຍ.