ນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ຖືກຍິງເສັຍຊີວິດ

ທ່ານ ເນັ່ງທໍ່ຢ່າງ ຊາວເຜົ່າມົ້ງ ອາຍຸປະມານ 60 ປີ ເປັນນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນຍິງ ຈົນເສັຍຊີວິດ ຢູ່ຫົນທາງໃນເຂດບ້ານນໍ້າເດື່ອ, ສ່ວນສາເຫດ ຍັງຢູ່ໃນລະຫວ່າງການ ສືບສວນ ແລະ ສອບສວນ. ຈຳປາທອງ
2023.05.05
ນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ຖືກຍິງເສັຍຊີວິດ ແຜນທີ ເມືອງປາກກະດິງ ເຂດທີ່ນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນຍິງເສັຍຊີວິດ ຢູ່ຫົນທາງໃນເຂດບ້ານນໍ້າເດື່ອ.
ຮູບພາບ: OpenStreetMap contributors/Datawrapper

ເມື່ອເວລາ 16 ໂມງຂອງວັນທີ 4 ພຶສພາທີ່ຜ່ານມານີ້ ທ່ານ ເນັ່ງທໍ່ຢ່າງ ຊາວເຜົ່າມົ້ງ ອາຍຸປະມານ 60 ປີ ເປັນນາຍບ້ານ ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍຣິຄໍາໄຊ ໄດ້ຖືກຄົນຮ້າຍບໍ່ຮູ້ຈໍານວນຍິງເສັຍຊີວິດ ຢູ່ຫົນທາງໃນເຂດບ້ານນໍ້າເດື່ອ, ຢູ່ໃກ້ກັບສົບຂອງຜູ້ເສັຍຊີວິດ ມີກະບອກລູກປືນຕົກຢູ່ 5 ອັນ. ກ່ອນເກີດເຫດດັ່ງກ່າວ ນາຍບ້ານຜູ້ນີ້ໄດ້ໄປຮ່ວມກອງປະຊຸມ ກະກຽມການປ່ອນບັດເລືອກຕັ້ງ ນາຍບ້ານຊຸດໃໝ່ ຊຶ່ງມີກໍານົດຈັດຂຶ້ນ ໃນວັນທີ 5 ພຶສພານີ້  ຊຶ່ງທ່ານ ເນັ່ງທໍ່ຢ່າງ ກໍສມັກເປັນນາຍບ້ານຕື່ມອີກ ສໄມນຶ່ງ. ຫລັງຈາກປະຊຸມແລ້ວ ເວລາເດີນ ທາງກັບບ້ານ ທ່ານໄດ້ຖືກຍິງເສັຍຊີວິດ.

ກ່ຽວກັບເຣື່ອງນີ້ ຍາດພີ່ນ້ອງຂອງຜູ້ເສັຍຊີວິດ ໄດ້ເວົ້າວ່າ ທ່ານ ເນັ່ງທໍ່ຢ່າງ ໄດ້ເປັນນາຍບ້ານ ບ້ານທົ່ງນາມີ ມາແລ້ວຫລາຍສໄມ ຄືປະມານ 27 ປີ ຊຶ່ງທີ່ຜ່ານມາ ບໍ່ເຄີຍຜິດໃຈ ຫລື ມີຂໍ້ຂັດແຍ່ງກັບຜູ້ໃດ. ດັ່ງນັ້ນຈຶ່ງຄາດວ່າ ສາເຫດຂອງການຄາຕກັມນັ້ນ ອາຈຈະເປັນຍ້ອນ ມີຄົນບໍ່ຢາກໃຫ້ທ່ານໄດ້ເປັນນາຍບ້ານ ຕໍ່ໄປຕື່ມອີກ.

ດັ່ງຜູ້ເປັນຍາດພີ່ນ້ອງ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ພຶສພານີ້ວ່າ:

“ເຮົາກະຄິດວ່າ ໜ້າຈະເປັນຜູ້ທີ່ຍາດກັນ ເປັນຫົວໜ້າເບາະ ຫລື ວ່າເປັນຈັ່ງຊີ້ຫັ້ນນະ ເພາະວ່າເຂົາເຈົ້າປ່ອນບັດ ເປັນນາຍບ້ານຫັ້ນ ແລ້ວລາວໄດ້ຕລອດ ບໍ່ເຄີຍມີເຣື່ອງນໍາໃຜ ມີແຕ່ຕອນອາຍຸ 30 ປາຍປີນີ້ ລາວເປັນນາຍບ້ານມາ ໄດ້ເກືອບ 30 ປີແລ້ວໃດ໋.
ຜູ້ເປັນນ້ອງຊາຍ ຂອງຜູ້ເສັຍຊີວິດ ກໍໄດ້ເວົ້າຜ່ານສື່ສັງຄົມອອນລາຍນ໌ ໃນມື້ວັນທີ 4 ພຶສພາວ່າ ການຄາຕກັມນັ້ນ ຍັງບໍ່ທັນຮູ້ວ່າເທື່ອວ່າ ເປັນສີມືຂອງໃຜ ແລະໃຜເປັນຜູ້ຈ້າງໃຫ້ຄົນມາຍິງນາຍບ້ານ, ແຕ່ທີ່ຫລາຍຄົນຮູ້ ກໍຄືທ່ານ ເນັ່ງທໍ່ຢ່າງ ເປັນນາຍບ້ານທີ່ດີ ມາຕລອດ 27 ປີ, ໄດ້ຊ່ອຍເຫລືອຊາວບ້ານ ມາດົນ, ບໍ່ເຄີຍມີຊີວິດທີ່ດີ, ບໍ່ມີລາຍໄດ້ທີ່ດີ, ບໍ່ເຄີຍມີຣົຖໃຫຍ່, ທ່ານເປັນຄົນຊື່ສັດ. ດັ່ງນັ້ນທາງຄອບຄົວ ຂອງທ່ານ ຈຶ່ງຂໍຄວາມເປັນທັມ ຈາກເຈົ້າໜ້າທີ່ຕໍາຣວດ ຂໍໃຫ້ຕິດຕາມຈັບຜູ້ກໍ່ເຫດ ແລະຜູ້ບົ່ງການມາດໍາເນີນຄະດີ ໃຫ້ໄດ້. ແຕ່ເຖິງຢ່າງໃດກໍຕາມ ໃນມື້ວັນທີ 5 ພຶສພາ ກໍໄດ້ມີການປ່ອນບັດ ເລືອກຕັ້ງເອົານາຍບ້ານ ທົ່ງນາມີຄົນໃໝ່ ຕາມປົກກະຕິ ເຖິງແມ່ນວ່າ ນາຍບ້ານຄົນເກົ່າ ຊຶ່ງເປັນນຶ່ງໃນຈໍານວນຜູ້ສມັກນັ້ນ ຖືກຍິງເສັຍຊີວິດໄປ. ເຫດການດັ່ງກ່າວ ເຮັດໃຫ້ຊາວບ້ານຫລາຍຄົນ ເສົ້າສລົດໃຈ ເພາະນາຍບ້ານຄົນເກົ່າ ທີ່ໄດ້ເສັຍຊີວິດໄປນັ້ນ ເປັນຄົນດີ, ຊ່ອຍເຫລືອຊາວບ້ານຢ່າງຈິງໃຈ.

ດັ່ງຊາວບ້ານນາງນຶ່ງເວົ້າວ່າ:
“ນ້ອງກະບໍ່ຮູ້ນະ ແມ່ນນາຍບ້ານເຂົາມີຄົນຮ້າຍລັດຍິງ ລາວກະເປັນຄົນດີ.
ກ່ຽວກັບເຫດການທີ່ວ່ານີ້ ກໍມີຫາງສຽງນຶ່ງວ່າ ການຍິງນາຍບ້ານຄົນດັ່ງກ່າວ ເສັຍຊີວິດ ອາດເກີດຍ້ອນມີຜູ້ບໍ່ພໍໃຈ ຫລືເສັຍຜົລປໂຍດ ຈາກນາຍບ້ານນັ້ນ ເປັນຕົ້ນວ່າ ອາດບໍ່ພໍໃຈທີ່ນາຍ ບ້ານຜູ້ນັ້ນບໍ່ຍອມເຊັນເອກກະສານ ຮັບຮອງຕ່າງໆໃຫ້ ຫລືຍ້ອນສາເຫດອື່ນໆ ທີ່ເຮັດໃຫ້ມີຜູ້ບໍພໍໃຈ ໂດຍທີ່ອາດບໍ່ກ່ຽວຂ້ອງກັບການເລືອກຕັ້ງ ນາຍບ້ານນັ້ນແຕ່ຢ່າງໃດ.

ດັ່ງທີ່ຊາວບ້ານອີກຜູ້ນຶ່ງເວົ້າວ່າ:

“ຂຽນຢູ່ຫັ້ນໍ ເອົາໄປໃຫ້ເຊັນ ແລ້ວນາຍບ້ານບໍ່ເຊັນຈັກເທື່ອ ແລ້ວໄປໃໝ່ກະຄ້າງຄືເກົ່າຫັ້ນນະ ກະບໍ່ມີສັດຕູ ບໍ່ຜິດຫຍັງກັນດອກ ແຕ່ມັນຄານໍາເຊັນຫັ້ນຊື່ໆ ເຫລືອໃຈແລ້ວໄປຍິງ ຍິງນາຍບ້ານຫັ້ນນະ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ຫາຫ້ອງການຕໍາຣວດ ປກສ ເມືອງປາກກະດິງ ເພື່ອຂໍຮູ້ເຖິງຄວາມຄືບໜ້າ ຂອງເຫດການນັ້ນເພິ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງປາກກະດິງ ທ່ານນຶ່ງ ກໍໄດ້ຊີ້ແຈງວ່າ ເຫດການທີ່ໄດ້ເກີດຂຶ້ນນັ້ນ ທາງເຈົ້າໜ້າທີ່ ຕໍາຣວດເມືອງປາກກະດິງ ກໍາລັງສືບສວນ ສອບສວນ ຫາຕົວຜູ້ກໍ່ເຫດມາດໍາເນີນຄະດີຢູ່. ແຕ່ສໍາລັບສາເຫດ ຂອງການຍິງນາຍບ້ານ ເສັຍຊີວິດ ນັ້ນ ກໍຍັງບໍ່ຮູ້ວ່າ ເກີດຍ້ອນຫຍັງກັນແທ້.

ດັ່ງທີ່ທ່ານກ່າວວ່າ:

“ເຈົ້າໜ້າທີ່ ເພິ່ນຍັງສືບສວນສອບສວນ. ໂອ! ຍັງບໍ່ທັນຮູ້ສາເຫດເທື່ອ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເພິ່ນຍັງສັນລະສູດ ແລະເພິ່ນກະວ່າຊິສົ່ງສົບເມືອບ້ານເບາະ ເລີກປະຊຸມແລ້ວ ກໍປົກກະຕິ ແຕ່ລະບ້ານກໍມາໝົດຫັ້ນນະ ມາໝົດ ກະເມື່ອເລີກປະຊຸມກະປະມານ 4 ໂມງປາຍ ເພິ່ນກະເມືອ ແລ້ວຖທືກຍິງ.
ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາ ບໍ່ເຄີຍເກີດເຫດການຄືດັ່ງກ່າວ ຢູ່ເມືອງປາກກະດິງນີ້ ແລະບໍ່ເຄີຍມີເຫດຂັດແຍ່ງ ເຣື່ອງການເມືອງທ້ອງຖິ່ນ ຈົນເຖິງຂັ້ນມີການມີການຍິງກັນ ເຣື່ອງຜົລປໂຍດ, ດັ່ງນັ້ນຈຶ່ງບໍ່ສາມາດເວົ້າໄດ້ວ່າ ເຫດການນັ້ນເກີດຂຶ້ນ ຍ້ອນສາເຫດອັນໃດກັນແທ້.

ປັດຈຸບັນ ນາຍບ້ານ ແລະຮອງນາຍບ້ານແຕ່ລະສໄມ ຢູ່ປະເທດລາວ ມີກໍານົດ 5 ປີ ຊຶ່ງແຕ່ກ່ອນແມ່ນ 3 ປີ. ໃນທຸກໆ 5 ປີໃດ ມີການເລືອກຕັ້ງ ເອົານາຍບ້ານເທື່ອນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 10, 2023 07:20 PM

ສະພາບການ ບ້ານເຮົາ ໃນທຸກມື້ນີ້ ຍິ່ງເປັນຕາຢ້ານ ການລອກຂ້າກັນ ເກີດຂຶ້ນແບບງ່າຍໆແບບນີ້ ເຮັດໃຫ້ຊີວິດຄົນເຮົາ ຄືບໍ່ມີຄຸນຄ່າເລີຍ ແຕ່ຜູ້ຮ້າຍຍັງລອຍນວນຢູ່. ທາງເຈົ້າຫນ້າທີ່ ກໍ່ເຮັດຫຍັງບໍ່ໄດ້ ເຮັດໃຫ້ບ້ານເຮົາ ກາຍເປັນບ້ານປ່າເມືອງເຖື່ອນ. ປືນກໍ່ຫາຊື້ງ່າຍແທ້ໆ ໂດຍບໍ່ມີການກວດສອບ ແລະ ຫ້າມພົກປືນ ຢ່າງຈິງຈັງ ຈາກເຈົ້າຫນ້າທີ່ ກ່ຽວຂ້ອງ ເຊິ່ງເຫັນໄດ້ເລີຍ ຖ້າຫາກວ່າ ນັກທຸລະກິດ ຜູ້ມີເງິນ ຢາກຄອບຄອງປືນ ກໍ່ພຽງແຕ່ ຈ່າຍເງິນ ໃຫ້ຕຳຫລວດ ກໍ່ໄດ້ແລ້ວ. ຜູ້ໃດມີເງິນ ຢາກຈ້າງ ສັງຫານ ຄູ່ກໍລະນີ ຫລື ສັດຕູ ກໍໄດ້ແລ້ວ. ດັ່ງນັ້ນ ເລື້ອງນີ້ ຢາກໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ ເຂັ້ມງວດຂຶ້ນຕື່ມ.