ຣັດເຊັຽຈະເຣີ້ມກູ້ຣະເບີດ ມ.ຄໍາເກີດ
2018.11.08

ເຈົ້າໜ້າທີ່ເກັບກູ້ຣະເບີດ ຣັດເຊັຽ ຮ່ວມກັບເຈົ້າໜ້າທີ່ ຝ່າຍລາວ ຈະໄດ້ເຣີ້ມປະຕິບັດວຽກງານ ເກັບກູ້ຣະເບີດ ເມື່ອກາງເດືອນ ຕຸລາ ຜ່ານມາ ໂດຍເຣີ້ມຈາກ ເຂດບ້ານຫລັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊ. ດັ່ງເຈົ້າໜ້າທີ່ ຂແນງເກັບກູ້ຣະເບີດ ແຂວງ ບໍລິຄຳໄຊ ກ່າວວ່າ:
"ຕາມແຜນເພິ່ນຈະປະຕິບັດແຕ່ ຢູ່ເມືອງຄຳເກີດ ເພາະວ່າຕາມແຜນຂອງເພິ່ນຫັ້ນນ່າ ຮອດເດືອນ 03 ປີ 2019 ເບາະ ປະມານນີ້."
ຕາມການຣາຍງານຂອງເຈົ້າໜ້າທີ່ກອງທັບລາວ ເປົ້າໝາຍທີ່ຈະລົງກວດກາ ແລະ ເກັບກູ້ຣະເບີດຢູ່ໃນເນື້ອທີ່ 100 ເຮັກຕ້າ ຈະໃຊ້ເວລາ ໃນເກັບກູ້ຕາມວາລະ ທີ່ໄດ້ກຳນົດໄວ້ໃນສັນຍາ ແມ່ນ 05 ເດືອນ ຄືເຣີ້ມແຕ່ເດືອນຕຸລາ ປີນີ້ ໄປຫາເດືອນມີນາ ປີໜ້າ.
ໃນນັ້ນ ເຈົ້າໜ້າທີ່ຈະຄົ້ນຫາຣະເບີດ ທີ່ຍັງບໍ່ທັນແຕກຝັງເລິກ ຢູ່ພື້ນດິນຣະດັບ 40 ຊັງຕີແມັດ ຫາ 2,5 ແມັດ ຢູ່ໃນຂອບເຂດ 05 ໝູ່ບ້ານ ເປົ້າໝາຍ ພາຍໃນແຂວງບໍລິຄຳໄຊ.
ເຖິງແນວໃດກໍ່ຕາມ ຜ່ານມາການເກັບກູ້ຣະເບີດ ໃນລາວ ຍັງປະສົບກັບບັນຫາງົບປະມານ ປັດຈຸບັນ ຫ້ອງການແກ້ໄຂບັນຫາ ຣະເບີດ ບໍ່ທັນແຕກ ໄດ້ສເນີປະເທດຜູ້ໃຫ້ທຶນ ພິຈາຣະນາເພີ່ມທຶນ ເພື່ອຈະຂຍາຍວຽກງານເກັບກູ້ຣະເບີດ ໄປຍັງແຂວງຜົ້ງສາລີ, ອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ໄຊສົມບູມ, ແລະ ນະຄອນຫລວງວຽງຈັນ.
ສະເພາະປີນີ້ຜູ້ໃຫ້ທຶນ ເຊັ່ນວ່າ ສະຫະຣັຖ ອາເມຣິກາ ຫຼ້າສຸດເມື່ອທ້າຍເດືອນກັນຍາຜ່ານມາ ອົງການເກັບກູ້ຣະເບີດ MAG ປະຈຳລາວ ໄດ້ຮັບທຶນເພີ່ມຕື່ມ ຈາກຣັຖບານ ສະຫະຣັຖອາເມຣິກາ ມູນຄ່າ 14,5 ລ້ານໂດລາ ສະຫະຣັຖ ຫຼືປະມານ 123 ຕື້ກີບ ແລະພາຫະນະ ຈຳນວນນື່ງ ເພື່ອຈັດຕັ້ງປະຕິບັດເປົ້າໝາຍໃນ 7 ເມືອງ ຂອງແຂວງຊຽງຂວາງ.
ນອກຈາກນີ້ ເມື່ອກາງເດືອນຕຸລາຜ່ານ ຣັຖບານ ຢີ່ປຸ່ນ ກໍ່ໃຫ້ການຊ່ອຍເຫລືອໂຄງການ ເລັ່ງລັດການເກັບກູ້ຣະເບີດບໍ່ທັນແຕກໃນລາວ ຮວມມູນຄ່າ 900 ລ້ານເຢັນ.