ເຈົ້າໜ້າທີ່ອອກໃບຕາດິນ ເພື່ອ ຫວັງຜົນ
2018.12.13
ເຈົ້າໜ້າທີ່ທາງການລາວ ກ່າວວ່າບັນຫາການອອກໃບຕາດິນທັບຊ້ອນ ຫລື ປອມໃບຕາດິນ ໃນປີ 2017 ທີ່ຣັຖບານກວດພົບເຫັນຫຼາຍກ່ວາ 100 ກໍຣະນີ ທີ່ເອົາໄປກູ້ທະນາຄານນັ້ນ ແມ່ນເຈົ້າໜ້າທີ່ທ້ອງຖິ່ນມີສ່ວນຮ່ວມ. ດັ່ງເຈົ້າໜ້າທີ່ກະຊວງຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ກ່າວໃນວັນທີ 11 ທັນວາ ນີ້ວ່າ:
"ໃບຕາດິນປອມນີ້ມັນເກີດຂຶ້ນແຜ່ຫລາຍນີ້ ມັນກໍຍ້ອນມາຈາກພາກສ່ວນ ທີ່ວ່າສາມາດສິເຮັດໃບຕາດິນ ພາກສ່ວນກ່ຽວຂ້ອງ ຂັ້ນເມືອງ ຂັ້ນບ້ານເນາະ ເປັນຫຍັງບ້ານຈຶ່ງສາມາດເຊັນໃຫ້ອີກຜູ້ນຶ່ງເນາະ ເພາະວ່າບ້ານຈະຮູ້ຢູ່ແລ້ວວ່າມັນມີໃບຕາດິນ ນາຍບ້ານ ຈຶ່ງເຊັນອີກໃບນຶ່ງ ໃຫ້ກັບບຸກຄົນຄົນນຶ່ງ ໃນການທີ່ວ່າຈະເອົາໃບຕາດິນຕົວນີ້ ໄປເພື່ອວ່າຈະກູ້ຢືມທະນາຄານ ໂຕນີ້ຫັ້ນນ່າ."
ທ່ານອະທິບາຍຕື່ມວ່າ ການອອກໃບຕາດິນປອມ ນັ້ນຜູ້ທີ່ສາມາດກວດສອບໃນເບື້ອງຕົ້ນ ແລະ ເຊັນຢັ້ງຢືນນັ້ນກໍແມ່ນອຳນາດການປົກຄອງ ຂັ້ນບ້ານ ຫາກມີໃບຕາດິນປອມອອກມາ ຈາກເຂດບ້ານໃດ ກໍແມ່ນວ່າອຳນາດການປົກຄອງບ້ານນັ້ນ ຕ້ອງມີ ສ່ວນຮູ້ເຫັນ ເປັນໄປບໍ່ໄດ້ ທີ່ອຳນາດການປົກຄອງບ້ານ ຈະບໍ່ຮູ້ວ່າທີ່ດິນບ່ອນໃດ ໃນເຂດຕົນຈະມີ ຫລື ບໍ່ມີເຈົ້າຂອງ.
ກ່ຽວກັບໃບຕາດິນປອມຜ່ານມາທາງການ ກໍມີການລົງໂທດຢູ່ ແຕ່ວ່ານອກເໜືອຈາກ 100 ກໍຣະນີ ໃບຕາດິນປອມທີ່ກວດພົບເຫັນແລ້ວ ກໍຄາດວ່າຍັງມີອີກຫລາຍກໍຣະນີ ພຽງແຕ່ບໍ່ໄດ້ຮັບຣາຍງານ ຈາກເມືອງແລະແຂວງ .
"ແມ່ນ ບໍ່ສົ່ງຣາຍລະອຽດ, 2 ທາງເມືອງອາດຈະແຈ້ງວ່າບໍ່ມີ ບາງເມືອງຈະບອກວ່າ ມັນບໍ່ມີກໍຣະນີທີ່ດິນທັບຊ້ອນຈັ່ງຊີ້ ກໍເປັນໄປໄດ້ ຫັ້ນນ່າ, ບາງເທື່ອເມືອງຫັ້ນເຮັດຜິດເນາະ ຫຼືວ່າບ້ານເຮັດຜິດແລ້ວບໍ່ກ້າ ຈະຣາຍງານຄວາມຜິດຕົນເອງຈັງສິນະ ຈຶ່ງເຮັດໃຫ້ຂໍ້ມູນ ເວລາມັນມາຮອດ ຂັ້ນສູນກາງ ກະຊວງຊັພ ພວກເຮົາເນາະມັນເປັນຂໍ້ມູນທີ່ຜິດ."
ອີງຕາມການແຈ້ງການຈາກ ທະນາຄານ ສປປ ລາວ ສະບັບເລກທີ 302/ທຫລ ລົງວັນທີ 9 ສິງຫາ ປີ 2017 ກ່ຽວກັບໃບຕາດິນຊໍ້າຊ້ອນ ຈາກການເອົາໄປຄໍ້າປະກັນທະນາຄານ ຕ່າງໆມີທັງໝົດ 100 ກໍຣະນີ ໃນນັ້ນທະນາຄານ ສົ່ງເສີມກະສິກັມ 67 ກໍຣະນີ, ທະນາຄານ ພັທນາລາວ 23 ກໍຣະນີ, ທະນາຄານນະໂຍບາຍ 4 ກໍຣະນີ, ທະນາຄານການຄ້າ ຕ່າງປະເທດ 1 ກໍຣະນີ, ທະນາຄານ ເອສທີ 1 ກໍຣະນີ ແລະ ທະນາຄານພົງສວັນ 1 ກໍຣະນີ.