ວຽກງານປະຊາສັງຄົມ ຢູ່ລາວ ຂັ້ນຕອນ ຊັກຊ້າ
2018.12.07

ການວຽກງານຂອງພາກສ່ວນອົງການຈັດຕັ້ງ ພາກປະຊາສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົລກຳໄລໃນລາວ ຫຼື CSOs ແລະ NPAs ຍັງມີການຕິດຂັດ ແລະຊັກຊ້າໃນຂອດການຈັດຕັ້ງປະຕິບັດ ໃນຂັ້ນທ້ອງຖິ່ນພໍສົມຄວນ ຍ້ອນເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຍັງຂາດຄວາມເຂົ້າໃຈ ໃນນິຕິກັມກ່ຽວຂ້ອງ ເຮັດໃຫ້ການດຳເນີນການຕ່າງໆ ຊັກຊ້າ ແລະ ຖ່ວງດຶງການພັທນາ. ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກັບ CSO ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 06 ທັນວາ ຕອນນຶ່ງວ່າ:
“ເວົ້າເຣື້ອງຂອດການເຜີຍແຜ່ນິຕິກັມຕ່າງໆ ຫັ້ນແຫຼະເນາະ, ສ່ວນຫຼາຍຢູ່ທາງສູນກາງຂະເຈົ້າ ກະຈະເຂົ້າໃຈເປັນສ່ວນໃຫຍ່ວ່າຊັ້ນສາ. ແຕ່ວ່າເວລາມາທ້ອງຖິ່ນນີ້ ກະຍັງບໍ່ທັນເຂົ້າໃຈ ບາງພາກສ່ວນຫັ້ນນ່າເນາະ ທີ່ເຮົາເຮັດວຽກນຳກະຕ້ອງໄດ້ໃຊ້ເວລາ. ຜົລກະທົບກະຊິເປັນ ລັກສນະວ່າ ເຮັດໃຫ້ມີຄວາມຫຼ້າຊ້າ ຫັ້ນແຫຼະເນາະ ບາງການອະນຸມັດຫັ້ນນ່າ, ຫຼືວ່າການສນັບສນູນເນາະ ກະຊິມີການກະຕຸກກະຕັກ."
ທ່ານກ່າວຕື່ມວ່າ ຫຼາຍຄັ້ງ ອົງການຈັດຕັ້ງພາກປະຊາສັງຄົມ ບໍ່ສາມາດຂໍທຶນໄດ້ຕາມກຳນົດເວລາ ເນື່ອງຈາກເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ບໍ່ ອະນຸມັດໃຫ້ທັນເວລາ ເພາະຕ້ອງໄດ້ທຳຄວາມເຂົ້າໃຈ ແລະ ໃຊ້ເວລາພິຈາຣະນາ ແລະ ກວ່າຈະອະນຸມັດ ກໍຫຼ້າສວາຍ ເກີນໄປແລ້ວ ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂໃນຈຸດນີ້. ກ່ຽວກັບບັນຫານີ້, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ໂທຣະສັບຕິດຕໍ່ໄປຍັງ ຫ້ອງການກະຊວງ ພາຍໃນ ເພື່ອສອບຖາມ ເຖິງການແກ້ໄຂບັນຫາ ທີ່ພາກສ່ວນອົງການຈັດຕັ້ງພາກປະຊາສັງຄົມ ໄດ້ປະສົພ ກັບຄວາມຫຍຸ້ງຍາກ ໃນການ ດຳເນີນວຽກງານຕ່າງໆ ໃນໄລຍະຜ່ານມາ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນກ່ຽວກັບເຣື້ອງນີ້ໄດ້.
ເຖິງຢ່າງໃດກໍດີ, ໃນຣະຫວ່າງກອງປະຊຸມໂຕະມົນ ປະຈຳປີ 2018 ທີ່ຈັດຂຶ້ນໃນນະຄອນຫຼວງວຽງຈັນ ຣະຫວ່າງ ວັນທີ 04-05 ທັນວາ ນີ້, ມາດາມ ເວລາຣີ ຄຣິຟ Valerie Cliff, ຮອງຜູ້ອຳນວຍການອົງການສະຫະປະຊາຊາຕ ດ້ານການພັນທນາ ປະຈຳເອເຊັຽ-ປາຊິຟິກ ທັງເປັນ ປະທານຮ່ວມກອງປະຊຸມ ໄດ້ກ່າວເຖິງອົງການຈັດຕັ້ງ ພາກປະຊາສັງຄົມ ໃນກອງປະຊຸມເທື່ອນີ້ວ່າ ອົງການຈັດຕັ້ງພາກປະຊາສັງຄົມ ໃນລາວ ມີຄວາມສຳຄັນ ໃນການປະກອບສ່ວນ ເຂົ້າໃນການພັທນາ ປະເທສລາວ.
“The international communities have also continued to work closely with the government to seek to improve the operating environment for civil society organizations in recognition of their important and unique contribution to developpment of the country."
ຄຳແປ: “ນາໆຊາຕຍັງສືບຕໍ່ເຮັດວຽກຮ່ວມກັບຣັຖບານຢ່າງໃກ້ຊິດ ເພື່ອປັບປຸງບັນຍາກາດ ທີ່ເອື້ອອຳນວຍຕໍ່ການເຮັດວຽກ ຂອງພາກສ່ວນ ອົງການຈັດຕັ້ງພາກປະຊາສັງຄົມ ຕ່າງໆໃນລາວ ເນື່ອງຈາກເລັງເຫັນວ່າ ພວກເຂົາໄດ້ປະກອບສ່ວນອັນ ຄວາມສຳຄັນແລະສະເພາະ ເຂົ້າໃສ່ການພັທນາຂອງປະເທສລາວ."
ນອກຈາກນີ້, ສະຫະພາບຢູໂຣບ ຍັງໄດ້ອອກຖແລງການພາຍຫຼັງ ກອງປະຊຸມໂຕະມົນ ໃນມື້ວັນທີ 05 ທັນວາ ນີ້ວ່າການສົ່ງເສີມ ສະພາບ ແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ອົງການຈັດຕັ້ງ ພາກປະຊາສັງຄົມໃນລາວ ຖືເປັນສິ່ງຈຳເປັນສຳລັບ ການພັທນາແບບຍືນຍົງ ແລະ ອົງການເຫຼົ່ານີ້ມີບົດບາດສຳຄັນ ໃນການພັທນາປະເທສຊາຕ ພ້ອມທັງແນະນຳໃຫ້ຣັຖບານລາວສືບຕໍ່ດໍຳເນີນການແກ້ໄຂບັນຫາຄົງຄ້າງ ທີ່ຕິດພັນກັບຣະບຽບກົດໝາຍ ດັ່ງກ່າວ.