ເຣື້ອງທີ່ເກັບບັນທຶກໄວ້
2021-09-30
ຄົນງານພະມ້າ ທີ່ເຮັດວຽກ ຢູ່ເຂດ ເສຖກິິຈພິເສດ ສາມຫລ່ຽມຄໍາ ກັບຄືນປະເທດ ບໍ່ໄດ້ ຍ້ອນມີການຣະບາດ ຂອງໂຄວິດ-19 ຫຼາຍ ພາຍໃນ ປະເທດ ພະມ້າເອງ ເຮັດໃຫ້ ຄົນງານເກືອບ 200 ປາຍຄົນ ເຣິ່ມຂາດອາຫານ, ເຄື່ອງໃຊ້ທີ່ຈຳເປັນ.
2021-09-30
ເຊື້ອໂຄວິດ-19 ຣະບາດ ເຂົ້າໃນວັດ ແລະ ຄ້າຍທະຫານ ເຮັດໃຫ້ມີ ພຣະສົງ, ສາມເນນ ແລະ ທະຫານ ທີ່ຢູ່ ເມືອງນະຄອນໄກສອນ ພົມວິຫານ ແຂວງ ສວັນນະເຂດ ຕິດເຊື້ອ ໃນ ມື້ວັນທີ 28 ກັນຍາ ນີ້.
2021-09-27
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຢາກໃຫ້ ພາກສ່ວນກ່ຽວຂ້ອງ ຊ່ອຍເຫຼືອ ອາຫານການກິນ ໃນໄລຍະ ປິດບ້ານ-ປິດເມືອງ ໃນຂະນະທີ່ ກວດພົບ ຜູ້ຕິດເຊື້ອ ເພີ່ມອີກ 622 ກໍຣະນີ, ໃນນັ້ນ ພົບຜູ້ຕິດເຊື້ອໃນຊຸມຊົນ 610 ຄົນ, ຊຶ່ງ ຢູ່ນະຄອນຫຼວງວຽງຈັນ 315 ຄົນ.
2021-09-24
ໂຮງງານ ອານປີລາວ ມີການຣະບາດມື້ດຽວ 200 ປາຍຄົນ ເຖິງແມ່ນວ່າ ພະນັກງານ ໄດ້ສັກວັກຊີນ ປ້ອງກັນ ໂຄວິດ-19 ຄົບ 2 ໂດສ ແລ້ວກໍຕາມ.
2021-09-24
ພາຍໃນມື້ດຽວ ມີຜູ້ຕິດເຊື້ອເຖິງ 694 ຄົນ, ເປັນໂຕເລກ ທີ່ສູງທີ່ສຸດ ເທົ່າທີ່ເຄີຍມີມາ, ໃນນັ້ນ ຕິດເຊື້ອໃນຊຸມຊົນ 666 ຄົນ ແລະ ນຳເຂົ້າ 28, ຊຶ່ງຕິດເຊື້ອໃນຊຸມຊົນ ຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ ສູງເຖິງ 563 ຄົນ.
2021-09-22
ເຊື້ອໂຄວິດ-19 ກັບມາຣະບາດອີກ ເຮັດໃຫ້ມີ ຜູ້ຕິດເຊື້ອ ໃນຊຸມຊົນ ເພີ່ມຂຶ້ນ ໃນແຕ່ລະມື້ ເຖິງແມ່ນວ່າ ທາງການ ຈະມີ ມາຕການ ຄວບຄຸມ ແລະ ປ້ອງກັນ ກໍຕາມ ແຕ່ຍັງມີ ປະຊາຊົນ ຈຳນວນນຶ່ງ ຝ່າຝືນຢູ່.
2021-09-20
ນະຄອນຫຼວງວຽງຈັນ ສັ່ງໃຫ້ລ໊ອກດາວ ນະຄອນຫຼວງຕື່ມ ຍ້ອນການຣະບາດ ຂອງໂຄວິດ-19 ຫຼາຍ, ໃນຂະນະທີ່ ມີຜູ້ຕິດເຊື້ອໃໝ່ ໃນວັນທີ 19 ກັນຍາ ທົ່ວປະເທດ 214 ຄົນ, ໃນນັ້ນ ຕິດໃນຊຸມຊົນ 162 ຄົນ ແລະ ນຳເຂົ້າ 52 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 19,399 ຄົນ.
2021-09-17
ອົງການຊ່ອຍເຫຼືອສະຫະຣັດ ໄດ້ມອບ ອຸປກອນ ການແພດ ປ້ອງກັນ ໄຂ້ປ່າ ມາລາເຣັຽ ໃນມູນຄ່າ 5 ແສນປາຍໂດລາຣ໌ ແລະ ໃນມື້ວັນທີ 14 ກັນຍານີ້ ກໍໄດ້ມອບເງິນ 2 ລ້ານໂດລາຣ໌ ເພື່ອໃຊ້ໃນການ ບໍຣິການ ສັກວັກຊິນ ປະຊາຊົນ ທົ່ວປະເທດ ໃຫ້ແກ່ ກະຊວງ ສາທາຣະນະສຸຂລາວ.
2021-09-16
ລາວ ກວດພົບຜູ້ຕິດໂຄວິດ-19 ໃໝ່ຕື່ມ 154 ຄົນ, ໃນນັ້ນຕິດໃນຊຸມຊົນ 131 ຄົນ ແລະນໍາເຂົ້າ 23 ຄົນ ໃນຂະນະທີ່ ສືບຕໍ່ຫ້າມ ບຸກຄົນເດີນທາງ ເຂົ້າ-ອອກ ເຂດພື້ນທີ່ ສີແດງເດັດຂາດ, ປິດດ່ານສາກົລ, ດ່ານປະເພນີ ແລະ ໂຈະການທ່ອງທ່ຽວ.
2021-09-16
ການຂາດ ສານອາຫານ ຂອງເດັກນ້ອຍ ອາຍຸ ຕໍ່າກວ່າ 2 ປີ ຢູ່ແຂວງຄໍາມ່ວນ ແລະ ແຂວງສວັນນະເຂດ ໃຫ້ດີຂຶ້ນ ໃນອັດຕຣາ 33% ຂອງຈໍານວນ ເດັກນ້ອຍ ທັງໝົດ ທີ່ຂາດ ສານອາຫານ ໃນທົ່ວປະເທດ.
2021-09-15
ແຂວງຄໍາມ່ວນ ປິດເພີ່ມອີກ 5 ເມືອງ ເພື່ອປ້ອງກັນ ການຣະບາດຂອງໂຄວິດ-19 ໂດຍບໍ່ໃຫ້ຄົນ ເດີນທາງ ເຂົ້າ-ອອກ ຢ່າງເດັດຂາດ ເປັນເວລາ 14 ມື້, ໃນຂະນະທີ່ ຫ້າມບໍ່ໃຫ້ ຣົດຂົນສົ່ງ ສິນຄ້າ, ຣົດໂດຍສານ ແລະ ຣົດສ່ວນຕົວ ທີ່ແລ່ນໄປແຂວງອື່ນ.
2021-09-14
ທາງການ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກຽມຍ້າຍ ສູນກັກຕົວ ຄົນງານ ອອກຈາກ ໂຮງຮຽນປະຖົມ ແລະ ມັທຍົມ ປາກຮາວເໜືອ ໄປຢູ່ ບໍຣິເວນ ສາງພາສີເກົ່າ ທີ່ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ ທີ່ບັນຈຸໄດ້ປະມານ 80 ຕຽງ ເພື່ອກະກຽມເປີດ ສົກຮຽນໃໝ່ ໃນອາທິດໜ້າ.
2021-09-14
ເຈົ້າໜ້າທີ່ ແຂວງຫຼວງນໍ້າທາ ກັກຄົນຈີນ 4 ຄົນໄວ້ ທີ່ສູນກັກໂຕ ເມືອງບໍ່ເຕັນ ພາຍຫຼັງ ທີ່ຂະເຈົ້າ ລັກອອກມາຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ.
2021-09-10
ທາງການ ແຂວງສາຣະວັນ ແຈ້ງການຕື່ມ ໃຫ້ປະຊາຊົນ ຕຽມສະບຽງອາຫານ ເນື່ອງຈາກ ຈະມີ ການປິດບ້ານ-ປິດເມືອງ ຂັ້ນສູງ ຍ້ອນຍັງພົບ ຜູ້ເຊື້ອ ໂຄວິດ-19 ເພີ່ມຂຶ້ນ ໃນແຕ່ລະມື້.
2021-09-08
ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 211 ຄົນ ໃນຂນະດຽວກັນ ທາງການລາວ ໄດ້ແຈກຢາຍ ຢາພື້ນເມືອງ ໃຫ້ 3 ແຂວງພາກໃຕ້ ເພື່ອປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19.