ໂຄວິດ-19 ຣະບາດ ໃນໂຮງງານຕັດຫຍິບ

ໄສຍາ
2021.09.24
ໂຄວິດ-19 ຣະບາດ ໃນໂຮງງານຕັດຫຍິບ ອຸດສາຫະກັມ ໂຮງງານຕັດຫຍິບ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ທີ່ ມີຂນາດໃຫຍ່ ແລະ ໄດ້ມາຕຖານ
ນັກຂ່າວ ພົລເມືອງ

ຂແນງການຕັດຫຍິບ ພົບກັບວິກິຈອີກຄັ້ງນຶ່ງ ເມື່ອໃນໂຮງງານອານປີລາວ ມີການຣະບາດມື້ດຽວ 200 ປາຍຄົນທັງທີ່ວ່າ ມີຣາຍງານວ່າພະນັກງານ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບສອງໂດສ. ຕິດຕາມໄດ້ ຈາກໄຊຣາຍງານ.

ຂແນງການຕັດຫຍິບ ໃນ ນະຄອນຫຼວງວຽງຈັນ ຕ້ອງມາພົບກັບ ວິກິຈຊໍ້າອິກຄັ້ງນຶ່ງເມື່ອໂຮງງານອານປີລາວ ມີພະນັກງານທີ່ກວດພົບວ່າ ຕິດເຊື້ອໂຄວິດ-19 ເຖີງ 247 ຄົນ  ຊຶ່ງ ໂຕເລກຜູ້ຕິດເຊື້ອ ໃໝ່ໃນວັນດຽວກັນ ທົ່ວປະເທດ 466 ຄົນ. ສະເພາະ ນະຄອນຫຼວງວຽງ ຈັນມີຜູ້ຕິດເຊື້ອໃໝ່ເຖິງ 264 ຄົນ. ຕາມເຈົ້າໜ້າທີ່ ໂຮງງານເວົ້າວ່າກັມມະກອນ ໃນໂຮງງານ 70% ແມ່ນໄດ້ສັກວັກຊີນ ສອງເຂັມແລ້ວ.  ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ຖແລງຂ່າວໃນວັນທີ 18 ກັນຍາ ທີ່ຜ່ານມາວ່າ:

ມາຮອດວັນທີ 17 ກັນຍາ 2021 ພວກເຮົາໄດ້ກວດທັງໝົດ 6,504 ຄົນ. ໃນນັ້ນກວດພົບຜູ້ຕິດເຊື້ອທັງໝົດ 466 ຄົນ ການຕິດເຊື້ອຢູ່ໃນຊຸມຊົນທີ່ສູງເຖີງ 388 ຄົນນັ້ນ ຈາກນະຄອນຫຼວງວຽງຈັນມີທັງໝົດ 264 ຄົນນັ້ນແມ່ນຈາກກຸ່ມໂຮງງານ ອານປີລາວ ແລະ ພົບຜູ້ຕິດເຊື້ອເຖີງ 247 ຄົນ.

ດຣ. ລັດຕະນະໄຊ ໄດ້ກ່າວຕື່ມວ່າ ໂຮງງານດັ່ງກ່າວຕັ້ງຢູ່ບ້ານ ໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ມີປວັດພົວພັນກັບຊ່າງຈັກຊ່າງໄຟເຊີ່ງເປັນຄົນໄທຍ ຈາກ ໂຮງງານອີນເຕີເມັສແຟຊັນ ນັ້ນທີ່ໄດ້ກວດຕິດເຊື້ອໃນເມື່ອກ່ອນ ທີ່ໄດ້ໄປແປງຈັກໃຫ້ ກັບໂຮງງານດັ່ງກ່າວ.

ໂຮງງານຕັດຫຍິບ ອານປີລາວ ຕັ້ງຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຂອງໂຮງງານ ໄດ້ຣາຍງານ ວ່າມີກັມມະກອນທັງໝົດ 1,496 ຄົນ ເກັບໂຕຢ່າງມາກວດ 715 ຄົນ ພົບຜູ້ຕິດເຊື້ອ 247 ຄົນ ຍັງອີກ 781 ຄົນ. ປັຈຈຸບັນ ຜູ້ຕິດເຊື້ອ 247 ຄົນເຈົ້າໜ້າທີ່ ແລະ ກຸ່ມຜູ້ທີ່ສັມພັດໄກ້ຊິດ ເຊັ່ນຜູ້ທີ່ຂາຍເຄື່ອງໃນເຂດໂຮງງານ ນັ້ນທາງເຈົ້າໜ້າທີ່ ໄດ້ນຳເອົາເຂົ້າ ໂຮງໝໍພາກສນາມ ຫຼື ເດີ່ນກິລາໃນຮົ່ມລ້ານຊ້າງເປັນທີ່ຮຽບຮ້ອຍ ແລ້ວ ໃນວັນທີ 19 ກັນຍາ 2021 ແລະ ຈຳນວນທີ່ເຫຼືອແມ່ນໄດ້ນຳສົ່ງເຂົ້າສູນກັກບໍຣິເວັນນະຄອນຫຼວງວຽງຈັນ ແລະ ກໍໄດ້ປະກາດປິດໂຮງງານຊົ່ວຄາວເພື່ອພົ່ນຢາຂາເຊື້ອຕາມາຕການປ້ອງກັນໂຄວິດ.

ໃນຂນະ ວັນທີ 21-22 ກັນຍາ ຄນະສະເພາະກິຈ ໄດ້ຣາຍງານວ່າ ໃນສູນກັກໂຕກວດພົບຜູ້ຕິດເຊື້ອຈາກ ໂຮງງານ ຕັດຫຍິບອານປີລາວ ເພີ່ມປະມານ 174 ຄົນ. ຕໍ່ກັບເຫດການທີ່ເກີດທາງ ຄນະສະເພາະກິຈ ນະຄອນຫຼວງວຽງຈັນ ຈັດໃຫ້ຢູ່ໃນລະດັບ ການຣະບາດໃນຊຸມຊົນທີ່ຮ້າຍແຮງ ແລະ ການຣະບາດເທື່ອນີ້ໄດ້ ຂຍາຍອອກໄປ ຍັງຫຼາຍຊຸມຊົນທີ່ມີຄວາມຫຍຸ້ງຍາກ ໃນການຄວບຄຸມໄດ້.

ໃນຂນະທີ່ໂຮງງານ ຕັດຫຍິບ ທຣີໂອ ທີ່ຕັ້ງຢູ່ບ້ານ ສີເກີດ ເມືອງນາຊາຍທອງ  ນະຄອນຫຼວງວຽງຈັນ ທີ່ກັມມະກອນໃນໂຮງງານມີຄວາມຊ່ຽງ ໃນການຕິດເຊື້ອເນື່ອງຈາກໂຮງງານອານປີລາວ ແລະ ໂຮງງານທຣີໂອ ມີການພົວພັນໃນວຽກງານ ການຕັດຫຍິບ ຍ້ອນວ່າສາຂາ ຂອງໂຮງງານຕັດຫຍິບ ອານປີລາວ ຕັ້ງຢູ່ໃນບໍຣິເວັນ ໄກ້ກັບໂຮງງານທຣີໂອ. ປັຈຈຸບັນໂຮງງານທຣີໂອ ກຳລັງເລັ່ງກວດຫາເຊື້ອ ກຳມະກອນໃນໂຮງງານຢູ່. ດັ່ງເຈົ້າໜ້າທີ່ ທີ່ຂໍສງວນສື່ ແລະ ຕຳແໜ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກັນຍາ ຜ່ານມາວ່າ:

ສຳລັບທຣີໂອນີ້ແມ່ນຢູ່ໃນຊ່ວງນີ້ເຮົາກຳລັງເກັບໂຕຢ່າງເກັບກຳເອົາຂໍ້ມູນເກັບໂຕຢ່າງໃຫ້ສະເພາະທີ່ວ່າຜູ້ສຳພັດ C1 ຂອງຜູ້ຕິດເຊື້ອໄປກ່ອນຫັ້ນຄືມື້ນີ້ມີຣາຍງານ ມາວ່າ 37 ຄົນເພີ່ມຂື້ນ.

ທ່ານໄດ້ກ່າວຕື່ມວ່າ ສຳລັບພະນັກງານທຣີໂອ ຫັ້ນທາງພວກເຮົາຈະໄດ້ແຈ້ງໄປຍັງໂຮງງານທຣີໂອ ເກັບໂຕຢ່າງເທື່ອລະນ້ອຍ ໃນມື້ນຶ່ງສາມາດເກັບໂຕຢ່າງ 100 ຄົນ ຊຶ່ງແມ່ນ ໂຄຕ້າທີ່ໃຫ້ມາ ບັນຫານີ້ພວກເຮົາ ຈະທະຍອຍເກັບໄປເຣື້ອຍໆ ເພາະໂຮງງານທຣີໂອ ມີພະນັກງານ 2000-3000 ຄົນ . ນັບຈາກມື້ນີ້ໄປ ຈະໄດ້ກວດຫາ ໂຕຢ່າງຢູ່ສູນສີເກີດ ເປັນປົກກະຕິ.

ຕໍ່ກັບກໍຣະນີທີ່ເກີດ ການຣະບາດເຊື້ອໂຄວິດ-19 ທີ່ໂຮງງານຕັດຫຍິບອານປີລາວ ຄນະການນຳ ຂອງສະມາຄົມອຸດສາຫະກັມ ຕັດຫຍິບລາວ ໄດ້ອອກຊີ້ແຈງຜ່ານສື່ ໃນວັນທີ 21 ກັນຍາ 2021 ວ່າ: ສາເຫດການຣະບາດ ດັ່ງກ່າວມາຈາກ ນາຍຊ່າງທີ່ເປັນຄົນລາວໃນເວລາກັບບ້ານ ໄດ້ໄປຊຸມແຊວກັບນາຍຊ່າງຄົນໄທຍ 2 ຄົນທີ່ເຮັດວຽກຢູ່ໂຮງງານ ອີນທີເມັສ ເຊີ່ງຕໍ່ມາຖືກກວດພົບວ່າ ຕິດເຊື້ອໂຄວິດ-19 ຈຶ່ງເຮັດໃຫ້ນາຍຊ່າງ ຂອງໂຮງງານອານປີລາວຕິດເຊື້ອໄປນໍາ. ນາຍຊ່າງຄົນໄທຍຢູ່ໂຮງງານອິນທີເມັສທັງສອງຄົນ, ຄົນນຶ່ງເຮັດວຽກມາໄດ້ 8 ປີ ແລະ ອີກຄົນນຶ່ງເຮັດວຽກໄດ້ 2 ປີ ຊຶ່ງທັງສອງໄດ້ເດີນທາງກັບບ້ານເລີຍ ນັບແຕ່ເກີດເຫດເປັນຕົ້ນມາ.

ເປັນຫຍັງ ກັມມະກອນ ໄດ້ສັກວັກຊີນຄົບສອງໂດສໄປແລ້ວ ແຕ່ຍັງມາຕິດເຊື້ອ. ພາກສ່ວນ ທີ່ກ່ຽວຂ້ອງ ໄດ້ອະທິບາຍຕໍ່ນັກຂ່າວພວກເຮົາວ່າ. ໃນຈຳນວນລາຍສື່ 240 ຄົນທີ່ຕິດໂຄວິດເຖີງ 66% ທີ່ບໍ່ມີອາການໃດໆ ສະແດງເຖີງການຕິດໂຄວິດ-19 ອາດເນື່ອງມາຈາກເຂົາເຈົ້າສັກວັກຊີນແລ້ວ ເລີຍເຮັດໃຫ້ບໍ່ມີອາການ. ອີກຂໍ້ມູນນຶ່ງ ທີ່ເປັນຫຼັກຖານຣະບຸໃຫ້ເຫັນວ່າ ການສັກວັກຊີນ ມີຄວາມສຳຄັນ ເພາະຜູ້ໄດ້ຮັບວັກຊີນສ່ວນໃຫຍ່ຈະບໍ່ມີອາການນັ້ນ ກໍໝາຍຄວາມວ່າ ຮ່າງກາຍບໍ່ມີອາການເຈັບປ່ວຍ ເກີດຂຶ້ນຈາກໂຄວິດ-19 ເຊັ່ນ ເຈັບຄໍ, ຕັນດັງ ແລະ ນໍ້າ ມູກໄຫຼ, ໄຂ້, ເຈັບຫົວ, ໄອ. ການສັກວັກຊີນອາດ ບໍ່ສາມາດຊ່ອຍປ້ອງກັນ ຄົນເຮົາບໍ່ໃຫ້ຕິດເຊື້ອໄດ້ 100% ແຕ່ມັນກໍຊ່ອຍໃຫ້ ຫຼຸດອາການເຈັບປ່ວຍທີ່ຮຸນແຮງລົງໄດ້.

ຈາກການຣະບາດຄັ້ງນີ້ ຄນະສະເພາະກິຈ ນະຄອນຫຼວງວຽງຈັນໄດ້ຈັດຢູ່ໃນຣະດັບການຣະບາດ ໃນຊຸມຊົນທີ່ຮ້າຍແຮງ. ໃນວັນທີ 20 ກັນຍາທີ່ຜ່ານມາ ນະຄອນຫຼວງວຽງຈັນໄດ້ສເນີ ໄປຍັງຣັຖບານ ເພື່ອລ໊ອກດ໋າວ ຂັ້ນເດັດຂາດ ນະຄອນຫຼວງວຽງຈັນ. ໃນທີ່ສຸດ ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີກໍໄດ້ອອກແຈ້ງການອະນຸຍາດໃຫ້ນະຄອນຫຼວງວຽງຈັນ ລ໊ອກດ໋າວ ນັບແຕ່ 20 ກັນຍາ ໄປຈົນເຖີງ 30 ກັນຍາ ໂດຍອິງໃສ່ມາຕການຄວບຄຸມ.

ຕໍ່ການລ໊ອກດ໋າວດັ່ງກ່າວ ບັນດາໂຮງງານຕັດຫຍິບ ທີ່ໄດ້ດຳເນີນການຜ່ານມາ ກໍຕ້ອງໄດ້ໂຈະຕາມແຈ້ງການທີ່ໄດ້ຣະບຸ ໄວ້ໃນນັ້ນ ກໍຕ້ອງໃຫ້ໂຮງງານທີ່ມີຄວາມຊ່ຽງ ໂຈະການ ຜລິດກອ່ນ.

ຕໍ່ການໂຈະ ດັ່ງກ່າວກັມມະກອນທີ່ເຮັດວຽກ ໃນໂຮງງານບາງຄົນກໍຕ້ອງການ ສເນີໄປຍັງຣັຖບານໃຫ້ມີມາຕການຊ່ອຍເຫຼືອເພາະການລ໊ອກດ໋າວຜ່ານມາຣັຖບານບໍ່ມີມາຕການຊ່ອຍເຫຼືອ ຫຍັງ. ດັ່ງກັມະກອນໄດ້ກ່າວວ່າ:

ບໍ່ ໆ ບໍ່ມີການຊ່ອຍເຫຼືອ ມີແຕ່ຊ່ອຍເຫຼືອຕົນເອັງກຸ່ມຕົນເອັງແລະເຈົ້າ.

ອິງຕາມຂໍ້ມູນ ຂອງອົງການປະກັນສັງຄົມແຫ່ງຊາດ ໃນຂົງເຂດໂຮງງານຕັດຫຍິບ ມີຜູ້ປະກັນຕົນປະມານ 17 ພັນຄົນທີ່ໄດ້ຮັບຜົລກະທົບຈາກການຣະບາດຂອງເຊື້ອໂຄວິດ-19 . ກ່ອນໜ້ານີ້ເດືອນເມສາ 2021 ອົງການປະກັນສັງຄົມແຫ່ງຊາດກໍໄດ້ ຈ່າຍເງິນອຸດໜູນ ລາຍຮັບໄລຍະສັ້ນຜູ້ລະ 9 ແສນກີບ. ສ່ວນະໂຍບາຍຊ່ອຍເຫຼືອໃຫ້ກັບຜູ້ໄດ້ຮັບຜົລກະທົບໂດຍກົງຍັງບໍ່ມີຂແນງການໃດ ອອກມາຢັ້ງຢືນວ່າຈະໃຫ້ການຊ່ອຍເຫຼືອແບບໃດ. ນອກຈາກ ມີອາຫານການກິນໃນສູນກັກໂຕ ທີ່ຣັຖຊ່ອຍເຫຼືອໂດຍໄດ້ເງິນທືນຊ່ອຍເຫຼືອຈາກສາກົລ.

ອີງຕາມການຣາຍງານຂອງ ສະມາຄົມອຸດສາຫະກັມຕັດຫຍິບລາວ ທົ່ວປະເທດມີໂຮງງານ ຕັດຫຍິບທັງໝົດ 78 ແຫ່ງ ໃນນັ້ນມີໂຮງງານຜລິດ ສົ່ງອອກ 49 ແຫ່ງ ແລະ ໂຮງງານ ຂນາດນ້ອຍຜລິດໃຫ້ໂຮງງານໃຫຍ່ 28 ແຫ່ງ, ມີແຮງງານໃນຂແນງນີ້ທັງໝົດ 26 ພັນປາຍຄົນໃນນີ້ ເພດຍິງກວມ 90% . ສະເພາະການສົ່ງອອກໃນປີ 2018 ມູນຄ່າສູງເຖິງ 182 ລ້ານໂດລາສະຫະຣັຖ. ມີການສົ່ງອອກໄປຕລາດຢູ່ໂຣບ ກວມເອົາ 78,5% , ຢີ່ປຸ່ນ 7,9%, ອາເມຣິກາ 3% , ການາດາ 2,8% ແລະ ອາຊ້ຽນ 8%.

ເຖີງແນວໃດກໍຕາມ ອຸດສາຫະກັມຕັດຫຍິບລາວ ໄດ້ຮັບຜົລກະທົບຢ່າງໜັກຈາການຣະບາດ ເຊື້ອໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ດັ່ງການນໍາເຂົ້າວັດຖຸດິບ-ສົ່ງອອກວັດຸຖດິບເຣີ່ມບໍ່ປົກກະຕິສົ່ງຜົລໃຫ້ຜລິດບໍ່ເຕັມຮ້ອຍ. ຫຼັງຈາກເດືອນກຸມພາປີ 2020 ເຫັນວ່າບາງ ໂຮງງານບໍ່ໄດ້ເຄື່ອນໄຫວເຕັມທີ່. ມາຮອດເດືອນມີນາ ກຳລັງການຜລິດ ກໍຫຼຸດລົງຫຼັງຈາກ ມີຄຳ ສັ່ງ 06/ນຍ ກໍໄດ້ຢຸດການຜລິດ 100% ໃນເດືອນເມສາ.

ພາຍຫຼັງຣັຖບານໄດ້ຜ່ອນຜັນບາງມາຕການ ໂດຍໃຫ້ຄນະສະເພາະກິຈລົງໄປກວດກາ ເພື່ອປະຕິບັດມາຕການຄວບຄຸມ ໂດຍຜ່ານການກວດກາ ສາມາດມີເງື່ອນໄຂຄົບພຽງ 18 ໂຮງງານ. ໂດຍກັມມະກອນທີ່ບໍ່ໄດ້ເຮັດວຽກກໍໄດ້ ເດີນທາງກັບບ້ານປະມານ 7-8 ພັນ ຄົນ ຫຼື 1/3 ຂອງກັມມະກອນທັງໝົດ. ຈາກການເກັບກຳ ກໍມີກັມມະກອນເຮັດວຽກ ປະມານ 3-4 ພັນຄົນ ເທົ່ານັ້ນ. ນອກຈາກນີ້ບັນຫາທີ່ເຮັດໃຫ້ໂຮງງານສືບຕໍ່ຜລິດບໍ່ໄດ້ກໍຄືຍອດສັ່ງຊື້ ຮອດແຕ່ເດືອນມີຖຸນາຫາເດືອນສິງຫາ ຍັງບໍ່ທັນມີຍອດສັ່ງຊື້ເຂົ້າມາເນື່ອງຈາກຄວາມຕ້ອງການຂອງຕລາດຫຼຸດລົງ.

ນັບແຕ່ຜົລກະທົບ ໃນປີ 2020 ຕໍ່ໃສ່ 2021 ໂຮງງານຕັດຫຍິບທີ່ມີເງື່ອນໄຂ ຜລິດກັບມາພົບກັບສະພາບແບບນີ້ຄື ຕ້ອງຢຸດສງັກແນ່ນອນຜົລເສັຽຫາຍທີ່ຕາມມາ ກໍບໍ່ຕ່າງຫຍັງກັບປີ ຜ່ານມາເພາະລາຍໄດ້ຢູ່ທີ່ 182 ລ້ານປາຍໂດລາະສະຫະຣັຖໃນເມື່ອກ່ອນແຕ່ໃນປີ້ນີ້ ຂແນງຕັດຫຍິບ ປະຄອງພໍໃຫ້ທຸຣະກິຈຢູ່ລອດ ໂດຍຄາດຫວັງວ່າ ໃນອານາຄົດອັນໄກ້ຈະຄວບຄຸມໂຄວິດ-19 ໄດ້ເພື່ອເຮັດໃຫ້ຂແນງການຕັດຫຍິບ ທີ່ເປັນນຶ່ງໃນລາຍຮັບແຫ່ງຊາດກັບມາສູ່ ພາວະປົກກະຕິ. ແຕ່ປັຈຈຸບັນຍັງບໍ່ເຫັນຊ່ອງທາງວ່າ ຈະຟື້ນໄດ້ແນວໃດເພາະເທື່ອນີ້ແມ່ນ ເປັນການກະທົບທີ່ໜັກໜ່ວງ ຕໍ່ກັບຂແນງນີ້. ຄຳເວົ້າຂອງເຈົ້າໜ້າທີ່ສະມາຄົມອຸດສາຫະກັມຕັດຫຍິບລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.