ຕໍາຣວດ ລົງໂທດ ຜູ້ລະເມີດ ລ໊ອກດາວ
2021.09.22

ປັດຈຸບັນ ເຊື້ອໂຄວິດ-19 ໄດ້ກັບມາ ຣະບາດ ໃນນະຄອນຫຼວງ ວຽງຈັນ ອີກ ຊຶ່ງເຮັດໃຫ້ມີ ຜູ້ຕິດເຊື້ອ ໃນຊຸມຊົນ ເພີ່ມຂຶ້ນ ໃນແຕ່ລະມື້ ເຖິງແມ່ນວ່າ ທາງການ ຈະມີມາຕການ ຄວບຄຸມ ແລະ ປ້ອງກັນ ໂຄວິດ-19 ດ້ວຍການປິດ-ບ້ານປິດເມືອງ ແລ້ວກໍຕາມ, ແຕ່ເຈົ້າໜ້າທີ່ ທ້ອງຖິ່ນ ບາງບ້ານ ກໍຍັງ ບໍ່ສາມາດ ປະຕິບັດ ໂຕຈິງໄດ້ ຍ້ອນຍັງມີ ປະຊາຊົນ ຈໍານວນນຶ່ງ ຖືເບົາ ບໍ່ປະຕິບັດ ຕາມລະບຽບ ທີ່ທາງການວາງອອກ ຍັງພາກັນ ສັນຈອນ ໄປ-ມາ ຕາມທ້ອງຖນົນ ແລະ ຢາກໃຊ້ຊີວິດ ຕາມປົກກະຕິ ຄືເກົ່າ, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ຢູ່ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 22 ກັນຍາ ນີ້ວ່າ:
“ຄັນວ່າ ເພິ່ນບໍ່ໃຫ້ໄປ ລະກະ ບໍ່ໃຫ້ໄປສາ ຕົວະໄປຫັ້ນຕົວະໄປນີ້ ບາງຄົນນ່າ ເຮົາກະວ່າ ຈໍາເປັນຢູ່ບໍ ເຮົານີ້ ເຮັດເຂັ້ມງວດ ເຂັ້ມງວດຫຼາຍ ລະມີຫາງສຽງ ໄປກະທົບ ພະນັກງານ ໄປກະທົບ ນັກທຸຣະກິຈ ສ່ວນນຶ່ງ ກະພໍ່ແມ່ ປະຊາຊົນ ຄັນເຮົາ ຜະເດັດການຫຼາຍ ກະບໍ່ໄດ້ ມີຫາງສຽງ ເຮົາກໍ ບໍ່ສາມາດ ຊິເຮັດໄດ້ເນາະ ຫາກວ່າ ມີແຕ່ໄປຫາ ໜ່ວຍສະເພາະກິຈໂລດ ເຮົາວ່າ ໄປຫາເພິ່ນໂລດ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ ປະຕິບັດ ຕາມຄໍາສັ່ງ ຂອງທາງການ ເພື່ອບໍ່ໃຫ້ ເຊື້ອໂຄວິດ-19 ຣະບາດ ໜັກກວ່າເກົ່າ ຊຶ່ງຢາກໃຫ້ ພໍ່ແມ່ ປະຊາຊົນ ເຂົ້າໃຈ ແລະ ສໍາລັບ ຜູ້ທີ່ລັກ ຕັ້ງວົງຊຸມແຊວ ດື່ມເຫຼົ້າດື່ມເບັຽນັ້ນ ທີ່ຜ່ານມາ ກໍຍັງມີໃຫ້ເຫັນຢູ່ ຖ້າເຈົ້າໜ້າທີ່ ພົບເຫັນ ກໍຈະ ຈັບໄປສຶກສາອົບຮົມ, ປັບໃໝທັນທີ ແລະ ນໍາໂຕຜູ້ກ່ຽວ ໄປກັກໂຕ ຕາມມາຕການ ປ້ອງກັນ ໂຄວິດ-19.
ຫຼ້າສຸດນີ້ ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ມີແຈ້ງການ ໃຫ້ບັນດາຫົວໜ້າ ຂອງອົງການ ຈັດຕັ້ງ ທຸກພາກສ່ວນ ເປັນເຈົ້າການ ເຮັດໜັງສືຢັ້ງຢືນ ໃຫ້ພະນັກງານ ຂອງຕົນເອງ ທີ່ປະຈໍາການ ເພື່ອໄວ້ໃຊ້ ຢັ້ງຢືນ ໃນການເດີນທາງ ໃນໄລຍະ ປິດການສັນຈອນ ຫ້າມເດີນທາງ.
ຂນະທີ່ ເຈົ້າໜ້າທີ່ ຕໍາຣວດທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ຖ້າຫາກ ປະຊາຊົນ ລະເມີດຄໍາສັ່ງ ຂອງທາງການ ໃນການປະຕິບັດ ຕາມມາຕການ ປ້ອງກັນໂຄວິດ-19 ໂດຍສະເພາະ ລັກຕັ້ງວົງຊຸມແຊວ ຫຼື ອອກຈາກເຮືອນ ໂດຍບໍ່ຈໍາເປັນ ບໍ່ມີ ໃບອະນຸຍາດ ໃນການເດີນທາງ ລັກເປີດຮ້ານກິນດື່ມ ແລະ ສະຖານບັນເທີງ ຕ່າງໆ ແນ່ນອນວ່າ ຈະຕ້ອງ ຖືກສຶກສາອົບຮົມ ແລະ ປັບໃໝ, ດັ່ງທ່ານກ່າວວ່າ:
“ຕາມແຈ້ງການ ຝ່າຝືນຊຸມແຊວຕັ້ງວົງດື່ມເບັຽ, ເຫຼົ້ານີ້ ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ປັບໃໝ ມີສາຍກວດ ເລາະກວດ ປະຕິບັດແລ້ວ.”
ທ່ານກ່າວຕື່ມວ່າ ໃນວັນທີ 19 ກັນຍາ ທີ່ຜ່ານມານີ້ ເຈົ້າໜ້າທີ່ ກໍພົບ ຜູ້ລະເມີດ ຄໍາສັ່ງ ຂອງທາງການ ໂດຍນັ່ງຊຸມແຊວກັນ ຈໍານວນ 17 ຄົນ ຢູ່ໃນຕູບ ຂອງຮ້ານອາຫານ ຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງຮ້ານດັ່ງກ່າວ ກໍມີການຂາຍເຄື່ອງດື່ມ ທີ່ມີທາດເຫຼົ້າ ນໍ້າດ້ວຍ ເຈົ້າໜ້າທີ່ ກໍໄດ້ປັບໃໝ ເຈົ້າຂອງຮ້ານ ເປັນເງິນຈໍານວນ 3 ລ້ານກີບ ແລະ ປັບໃໝ ຜູ້ທີ່ເຂົ້າມາໃຊ້ບໍຣິການ ຮວມທັງໝົດ ຈໍານວນ 4,150,000 ກີບ ແລະ ໃນມື້ດຽວກັນນີ້ ກໍຍັງພົບ ຊາວຕ່າງຊາດ 6 ຄົນ ຕັ້ງວົງຊຸມແຊວ ເຊັ່ນກັນ ຢູ່ບ້ານສວນມອນ ເມືອງສີສັດຕະນາກ ເຈົ້າໜ້າທີ່ ກໍໄດ້ນໍາໂຕ ໄປສຶກສາອົບຮົມ ແລະ ປັບໃໝ ຄືກັນ.
ກ່ຽວກັບ ມາຕການປ້ອງກັນ ໂຄວິດ-19 ນີ້ ຊາວບ້ານ ໃນນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າວ່າ ຫຼາຍຄົນ ກໍປະຕິບັດຕາມ, ແຕ່ກໍມີ ຈໍາວນນຶ່ງເທົ່ານັ້ນ ທີ່ຖືເບົາ, ບໍ່ປະຕິບັດ ຊຶ່ງສໍາລັບ ໂຕເອງແລ້ວ ເວລາອອກໄປ ເຮັດວຽກ ທີ່ຈໍາເປັນ ຂ້າງນອກ ເຊັ່ນ: ໄປຊື້ອາຫານ, ໄປເຮັດວຽກ ກໍໄດ້ ປ້ອງກັນໂຕເອງ ຕລອດ ໂດຍໃສ່ ຜ້າອັດປາອັດດັງ ແລະ ພົກເຈວ ລ້າງມື ໄປນໍາ:
“ໄປຊື້ ຂອງກິນອິຫຍັງ ເຮົາກະໄປຢູ່ ກະປົກກະຕິນີ້ແຫຼະ ໃຊ້ຊີວິດຄືເກົ່າ ແຕ່ວ່າ ເຮົາກໍ ໃຊ້ເຈວພົກ ຕິດກະເປົ໋າເຮົາໄປ ແລະ ກະປິດປາກເຮົາແລ້ວ ກໍໃສ່ຖົງມື ເວລາເອົາມາ ແລະ ເຮົາກໍເຄັຽອິຫຍັງທຸກຢ່າງ ເພາະເຮົາ ບໍ່ໄປໃສມັນ ກໍບໍ່ໄດ້ເດ້ ຄົນເຮົານະ.”
ກ່ຽວກັບເຣື່ອງ ທີ່ຊາວບ້ານບາງຄົນ ບໍ່ປະຕິບັດ ຕາມມາຕການ ປ້ອງກັນ ໂຄວິດ-19 ກໍມີ ບາງສ່ວນ ເທົ່ານັ້ນ ແລະ ກໍຕັ້ງວົງຊຸມແຊວກັນ ຊຶ່ງສ່ວນໃຫຍ່ ເປັນວັຍຣຸ້ນ, ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:
“ໂອ້ອັນນີ້ ຖືເບົາແຫຼະ ເອີ ກະມີ ພວກມັນຊຸມແຊວ ມັກກິນເຫຼົ້າກິນຫຍັງ ນີ້ນ່າ ຄົນບໍ່ຢາກໃສ່ໃຈ ສ່ວນຫຼາຍກະແກ໊ງນີ້ແຫຼະ ພວກວັຍຣຸ້ນນີ້ແຫຼະ.”
ເວົ້າເຖິງ ການຣະບາດຂອງໂຄວິດ-19, ຈາກຜົລ ຂອງການກວດວິເຄາະ ຫາເຊື້ອ ໂຄວິດ-19 ຈໍານວນ 5,913 ຄົນ ໃນມື້ວັນທີ 21 ກັນຍາ 2021 ນີ້ ທາງການລາວ ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ໃໝ່ຕື່ມອີກ 222 ຄົນ. ໃນນັ້ນ ຕິດໃນຊຸມຊົນ 210 ຄົນ ແລະ ນຳເຂົ້າ 12 ຄົນ, ເຮັດໃຫ້ມີຜູ້ຕິດ ເຊື້ອສະສົມ 19,952 ຄົນ, ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 22 ກັນຍານີ້ວ່າ:
“ໄດ້ກວດວິເຄາະໂຕຢ່າງ ທັງໝົດ 5,913 ຄົນ ຢູ່ໃນນັ້ນ ໄດ້ກວດພົບ ຜູ້ຕິດເຊື້ອໃໝ່ ໃນມື້ນີ້ທັງໝົດແມ່ນ 222 ຄົນ ກໍຣະນີ ນໍາເຂົ້າ ມີຢູ່ 12 ຄົນ ສໍາລັບ ການຕິດເຊື້ອ ໃນຊຸມຊົມ ມືີ້ນີ້ມີທັງໝົດ 210 ຄົນ.”
ສໍາລັບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ ອີກຈໍານວນ 222 ຄົນ ມີຢູ່ແຕ່ລະແຂວງ ດັ່ງນີ້: ຢູ່ນະຄອນຫຼວງ ວຽງຈັນ 75 ຄົນ, ຊຽງຂວາງ 8 ຄົນ, ບໍ່ແກ້ວ 2 ຄົນ, ຫຼວງນໍ້າທາ 3 ຄົນ, ຫຼວງພຣະບາງ 16 ຄົນ, ວຽງຈັນ 44 ຄົນ, ບໍຣິຄໍາໄຊ 1 ຄົນ, ຄໍາມ່ວນ 37 ຄົນ, ສາຣະວັນ 1 ຄົນ, ສວັນນະເຂດ 9 ຄົນ, ຈໍາປາສັກ 25 ຄົນ ແລະ ແຂວງອັດຕະປື 1 ຄົນ.
ອີງຕາມການຣາຍງານ ຂອງຄະນະ ສະເພາະກິຈ ປ້ອງກັນ ໂຄວິດ-19 ສູນກາງ ໄດ້ຣາຍງານ ໃນມື້ວັນທີ 22 ກັນຍາ 2021 ນີ້ວ່າ, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 531,095 ຄົນ, ມີຜູ້ຕິດເຊື້ຶອ ສະສົມ 19,952 ຄົນ, ປິ່ນປົວເຊົາແລ້ວ 15,168 ຄົນ, ກໍາລັງປິ່ນປົວ 4,678 ຄົນ ແລະ ເສັຽຊີວິດສະສົມ 16 ຄົນ.
ສ່ວນການສັກວັກຊີນ ປ້ອງກັນ ໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊີນແລ້ວ ແຍກເປັນເຂັມທີ 1 ຈໍານວນ 2,818,387 ຄົນ ແລະ ເຂັມທີ 2 ຈໍານວນ 1,917,327 ຄົນ.