694 ຄົນ ຕິດເຊື້ອ ໂຄວິດ-19 ເພີ່ມອີກ
2021.09.24

ປັດຈຸບັນ ໃນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຢ່າງໜັກໜ່ວງ ຊຶ່ງໃນມື້ນີ້ ມີຜູ້ຕິດເຊື້ອ ໃນຊຸມຊົນ ສູງເຖິງ 563 ຄົນ ຈາກຈໍານວນ ຜູ້ຕິດເຊື້ອທັງໝົດ 694 ຄົນ ຊຶ່ງຖືວ່າ ເປັນໂຕເລຂ ທີ່ສູງທີ່ສຸດ ໃນມື້ດຽວ ເທົ່າທີ່ ເຄີຍມີຜູ້ຕິດມາ.
ຜູ້ຕິດເຊື້ອໂຄວິດ-19 ສ່ວນຫຼາຍ ເປັນຄົນງານລາວ ໃນໂຮງງານຕັດຫຍິບ ແລະ ຫຼາຍຄົນ ແມ່ນໄດ້ສັກ ວັກຊິນປ້ອງກັນ ໂຄວິດ-19 ຄົບ 2 ເຂັມໝົດແລ້ວ, ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ທີ່ຂໍສງວນ ຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ກັນຍານີ້ວ່າ:
“ແມ່ນພົບ ຜູ້ຕິດເຊື້ອຫັ້ນນ່າ ຢູ່ໂຮງງານເລີຍ 2 ເຂັມ ກໍຕິດດຽວກັນ ນີ້ນ່າ ເປັນຫ່ວງໂຕນີ້ລະ ຜູ້ຕິດເຊື້ອແລ້ວ ເຂົາເຈົ້າ ເອົາໄປຢູ່ ຕ່າງຫາກ.”
ທ່ານກ່າວຕື່ມວ່າ ເຊື້ອໂຄວິດ-19 ສາຍພັນ ເດລຕ້າພຣັສ ນີ້ ຖືວ່າ ຮຸນແຮງຫຼາຍ ຂນາດຜູ້ທີ່ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບ 2 ເຂັມແລ້ວ ກໍຍັງບໍ່ສາມາດ ປ້ອງກັນ ໄດ້ 100% ສະນັ້ນ ປະຊາຊົນ ຄວນປະຕິບັດ ມາຕການ ປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ ແລະ ບໍ່ຄວນ ອອກຈາກເຮືອນ ຖ້າບໍ່ຈໍາເປັນ.
ສ່ວນຄົນງານລາວ ໃນໂຮງຈັກໂຮງງານ ທີ່ເປັນກຸ່ມສ່ຽງ ອັນດັບນຶ່ງ ເຈົ້າໜ້າທີ່ ຈະນໍາໄປ ກັກໂຕ ໃນນະຄອນຫຼວງວຽງຈັນ ຊຶ່ງສູນກັກໂຕ ແລະ ໂຮງໝໍປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19 ຍັງສາມາດ ຮອງຮັບໄດ້ຢູ່ ເພາະໃນໄລຍະ ທີ່ຜ່ານມາ ນະຄອນຫຼວງວຽງຈັນ ບໍ່ມີຜູ້ຕິດເຊື້ອ ໃນຊຸມຊົນຫຼາຍ ສ່ວນກຸ່ມສ່ຽງ ອັນດັບ 2 ແລະ 3 ຈະຖືກກັກໂຕ ຢູ່ໃນໂຮງງານ ທີ່ເຂົາເຈົ້າ ເຮັດວຽກຢູ່ນັ້ນ.
ການຣະບາດ ຂອງໂຄວິດ-19 ໃນໄລຍະ 3 ນີ້ ຖືວ່າ ໜັກໜ່ວງຫຼາຍ ປັດຈຸບັນ ເຈົ້າໜ້າທີ່ ກໍພຍາຍາມ ຄວບຄຸມ ການຕິດເຊື້ອ ໂຄວິດ-19 ບໍ່ໃຫ້ຂຍາຍອອກ ໄປຫຼາຍກວ່ານີ້ ໂດຍການສັ່ງ ປິດບ້ານ-ປິດເມືອງ ຫ້າມຄົນເຂົ້າ-ອອກ ເດັດຂາດ ແລະ ບໍ່ໃຫ້ ປະຊາຊົນ ອອກຈາກເຮືອນ ຖ້າບໍ່ຈໍາເປັນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ:
“ເພິ່ນກະພຍາຍາມ ຄວບຄຸມສຸດຂີດ ໄດ້ບໍ່ໄດ້ ເພິ່ນກໍເລັ່ງຄຸມເຂັ້ມ ເຣື່ອງມາຕການ ເພິ່ນໄປຕັ້ງຈຸດ ບໍ່ໃຫ້ເຄື່ອນໄຫວ ຄັນວ່າ ພວກທີ່ວ່າ ກຸ່ມສ່ຽງ ອັນດັບນຶ່ງເນາະ ມັນຕ້ອງມາກັກກັນ ຂອງເພິ່ນນີ້ ກຸ່ມສ່ຽງ ອັນດັບ 2 ອັນດັບ 3 ນີ້ ມັນຊິມີ ບ່ອນໂຮງງານ ຂອງເຂົາເຈົ້າກັກ.”
ສໍາລັບ ໃນວັນທີ 22 ກັນຍາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ຣາຍໃໝ່ ເພີ່ມອີກ 694 ຄົນ ຈາກຜົນການກວດວິເຄາະ ຫາເຊື້ອທັງໝົດ 5,652 ໂຕຢ່າງ ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດ ເຊື້ອສະສົມ ທັງໝົດ 20,646 ຄົນ.
ໃນຈໍານວນ ຜູ້ຕິດເຊື້ອໃໝ່ 694 ຄົນດັ່ງກ່າວ ໃນນັ້ນ ມີຜູ້ຕິດເຊື້ອ ໃນຊຸມຊົນ ເຖິງ 666 ຄົນ ຢູ່ ນະຄອນຫຼວງ ວຽງຈັນ 563 ຄົນ, ແຂວງຊຽງຂວາງ 2 ຄົນ ແຂວງຫຼວງນໍ້າທາ 5 ຄົນ, ຫຼວງພຣະບາງ 5 ຄົນ, ແຂວງວຽງຈັນ 4 ຄົນ, ບໍຣິຄໍາໄຊ 5 ຄົນ, ຄໍາມ່ວນ 25 ຄົນ, ສາຣະວັນ 1 ຄົນ, ສວັນນະເຂດ 10 ຄົນ ແລະ ແຂວງຈໍາປາສັກ 46 ຄົນ.
ສ່ວນກໍຣະນີ ຕິດເຊື້ອ ນໍາເຂົ້າ ມີທັງໝົດ 28 ຄົນ ຈາກ ນະຄອນຫຼວງວຽງຈັນ 5 ຄົນ, ແຂວງ ສາຣະວັນ 13 ຄົນ, ສວັນນະເຂດ 5 ຄົນ, ຈໍາປາສັກ 4 ຄົນ ແລະ ແຂວງຄໍາມ່ວນ 1 ຄົນ, ດັ່ງ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄນະ ສະເພາະກິຈ ປ້ອງກັນ ໂຄວິດ-19, ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 23 ກັນຍາ ນີ້ວ່າ:
“ສໍາລັບ ການຕິດເຊື້ອ ໃນຊຸມຊົນ ໃນມື້ນີ້ສູງເຖິງ 666 ຄົນ ສໍາລັບ ນະຄອນຫຼວງວຽງຈັນ ມີການຣາຍງານ ການຕິດເຊື້ອ ໃນຊຸມຊົນສູງທີ່ສຸດ ເປັນສະຖິຕິ ອີກມື້ນຶ່ງ 563 ຄົນ 90 ເປີເຊັນ ໃນການຕິດເຊື້ອ ໃນຊຸມຊົນນີ້ ຈາກບັນດາ ໂຮງງານຕ່າງໆ.”
ສໍາລັບ ໂຮງງານຕັດຫຍິບ ທີ່ມີຜູ້ຕິດເຊືິ້ອໂຄວິດ-19 ມີໂຮງງານ ອານຟີລາວ ຢູ່ບ້ານໜອງທາ ເມືອງຈັນທະບູລີ, ໂຮງງານທຣິໂອ ບ້ານສີເກີດ ເມືອງນາຊາຍທອງ ແລະໂຮງງານເວັ້ນເຈີ້ ບ້ານ ສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກ່ຽວກັບ ເຣື່ອງດັ່ງກ່າວນີ້ ຊາວບ້ານ ທີ່ ສັກວັກຊິນ ປ້ອງກັນໂຄວິດ-19 ຄົບ 2 ເຂັມ ຫຼາຍຄົນ ກໍຮູ້ສຶກວ່າ ປະສິດທິພາບ ຂອງວັກຊິນ ທີ່ສັກໄປນັ້ນ ຫຼຸດລົງ ເພາະຄົນງານລາວ ໃນໂຮງງານ ຕັດຫຍິບ ດັ່ງກ່າວ ແມ່ນລ້ວນແຕ່ ສັກວັກຊິນ ຄົບ 2 ເຂັມ ໝົດແລ້ວ ແຕ່ກໍຍັງ ຕິດເຊື້ອໂຄວິດ-19 ໄດ້ຢູ່ ຊຶ່ງຕົນເອງ ກໍຕ້ອງປ້ອງ ກັນຕົນເອງ ໃຫ້ດີທີ່ສຸດ ຈະຫວັງເພິ່ງ ວັກຊິນ ປ້ອງກັນໂຄວິດ-19 ຢ່າງດຽວ ຄົງບໍ່ໄດ້, ດັ່ງຊາວບ້ານໃນ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕ້ອງໄດ້ປ້ອງກັນ ຢູ່ຫັ້ນແຫຼະ ເພາະວ່າ ວັກຊິນ ມັນກໍບໍ່ໄດ້ 100 ເປີເຊັນ ຄືເຮົາຮູ້ຫັ້ນແຫຼະ ເພາະວ່າ ປະສິດທິພາບ ຂອງມັນຕົກລົງ ເພາະວ່າ ສ່ວນຫຼາຍ ຄົນທີ່ ໂຮງງານຕັດຫຍິບ ອິຫຍັງຫັ້ນນ່າ ພະນັກງານ ເພິ່ນກະສ່ວນຫຼາຍ ກໍສັກວັກຊິນ ໝົດທຸກຄົນ 2 ໂດສ ໝົດແລ້ວ ແຕ່ກໍຕິດ.”
ຊາວບ້ານ ອີກທ່ານນຶ່ງ ທີ່ຮູ້ວ່າຜູ້ຕິດເຊື້ອ ໂຄວິດ-19 ໃນໂຮງງານຕິດຫຍິບ ດັ່ງກ່າວ ແມ່ນຜູ້ທີ່ ສັກວັກຊິນ ປ້ອງກັນ ໂຄວິດ-19 ຄົບ 2 ເຂັມ ລາວເອງ ກໍຮູ້ສຶກຢ້ານ ຄືກັນ ເພາະຄິດວ່າ ວັກຊິນ ປ້ອງກັນ ໂຄວິດ-19 ທີ່ໜ່ວຍງານຣັຖ ຈັດສັນ ມາໃຫ້ ໂຕຢາ ເຣີ່ມບໍ່ມີ ປະສິດທິພາບ ໃນການປ້ອງກັນ ໂຄວິດ-19 ສາຍພັນໃໝ່ ນີ້ແລ້ວ, ດັ່ງທ່ານກ່າວວ່າ:
“ຢາວັກຊິນໂຕນັ້ນ ອາຈເປັນໂຄວິດ ຣຸ້ນເກົ່າ ອັນນີ້ ໂຄວິດຣຸ້ນໃໝ່ ປ້ອງກັນ ບໍ່ໄດ້ຫຼາຍຫັ້ນແຫຼະ ເຮົາກໍຢ້ານ ວັກຊິນ ກໍບໍ່ໄດ້ຊ່ວຍຫຍັງ 100 ເປີເຊັນເນາະ ວິທີງ່າຍໆ ກະຄື ບໍ່ອອກນອກເຮືອນ ນອກຊານ ຫັ້ນແຫຼະ ຄວາມປອດພັຍ ຂອງຕົນເອງ ຂອງໃຜ ຂອງມັນຫັ້ນແຫຼະ.”
ອີງຕາມ ການຣາຍງານ ຂອງຄະນະ ສະເພາະກິຈ ປ້ອງກັນໂຄວິດ-19 ສູນກາງ ໄດ້ຣາຍງານ ໃນມື້ ວັນທີ 23 ກັນຍາ 2021 ນີ້ວ່າ, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະຫາເຊື້ອ ໂຄວິດ-19 ທັງໝົດ 536,747 ຄົນ, ມີຜູ້ຕິດ ເຊື້ຶອສະສົມ ທັງໝົດ 20,646 ຄົນ, ປິ່ນປົວ ເຊົາແລ້ວ 15,769 ຄົນ, ກໍາລັງປິ່ນປົວ 4,861 ຄົນ ແລະ ເສັຽຊີວິດ ສະສົມ 16 ຄົນ.
ສ່ວນການ ສັກວັກຊິນ ປ້ອງກັນໂຄວິດ-19 ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການສັກວັກຊິນແລ້ວ ແຍກເປັນເຂັມທີ 1 ຈໍານວນ 2,845,230 ຄົນ ແລະ ເຂັມທີ 2 ຈໍານວນ 1,931,490 ຄົນ.