ພຣະສົງ, ທະຫານ ຕິດເຊື້ອ ໂຄວິດ-19
2021.09.30

ທາງການ ແຂວງສວັນນະເຂດ ກວດພົບ ພຣະສົງ ຢູ່ວັດໂພໄຊ ນະຄອນໄກສອນ ພົມວິຫານ ຕິດເຊື້ອ ໂຄວິດ-19 ຈຳນວນ 5 ອົງ ຊຶ່ງສ່ວນໃຫຍ່ ແມ່ນສາມເນນ ໃນມື້ວັນທີ 28 ກັນຍານີ້ ແລະ ໄດ້ຖືກນໍາໄປ ປິ່ນປົວແລ້ວ. ສໍາລັບ ຜູ້ທີ່ ໄດ້ສັມພັດ ໃກ້ຊິດນັ້ນ ກໍຖືກນໍາໄປ ກັກໂຕ ຕາມລະບຽບການ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຄິດວ່າ ພຣະສົງນັ້ນ ຕິດເຊື້ອ ມາຈາກ ອອກຕົນຍາດໂຍມ ທີ່ເອົາອາຫານ ມາຖວາຍ, ດັ່ງເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້ວ່າ:
“ເປັນສາມເນນ ສ່ວນໃຫຍ່ ເອົາເຂົ້າປິ່ນປົວແລ້ວ ບາງເທື່ອ ຍັງຢູ່ ໃນວັຍທີ່ວ່າ ຍັງເປັນວັຍລຸ້ນ ການປ້ອງກັນ ອາດບໍ່ທົ່ວເຖິງ ຫັ້ນແລ້ວ ຜູ້ສັກວັກຊິນ ກໍຍັງຕິດໄດ້ ກໍມີການເຂົ້າວັດ ທໍາບຸນຢູ່ເດ້ ແຕ່ບໍ່ແມ່ນ ເປັນພິທີໃຫຍ່ໆ ແບບເປັນສ່ວນຕົວ, ເປັນຫຍັງຫັ້ນ.”
ເພື່ອແກ້ໄຂ ບັນຫາດັ່ງກ່າວ ທາງການກໍ ໃຫ້ມີ ການປະຕິບັດ ມາຕການ ປ້ອງກັນໂຄວິດ-19 ຢູ່ພາຍໃນ ວັດນັ້ນ ຄືຈໍາກັດ ຈໍານວນ ອອກຕົນຍາດໂຍມ ທີ່ໄປຈັງຫັນ ແລະ ຖວາຍອາ ຫານເພນ ໃຫ້ພຣະສົງ, ມີມາຕການ ປ້ອງກັນຕົນເອງ ຄື ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ອັດດັງ, ມີເຈວລ້າງມື, ບໍ່ໃຫ້ປະຊາຊົນ ຈໍານວນຫຼາຍ ໄປເຮັດບຸນ ຫຼື ຈັດງານ ບຸນປະເພນີ ຢູ່ໃນວັດ, ດັ່ງເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ເວົ້າໃນ ມື້ດຽວກັນນີ້ວ່າ:
“ທໍາບຸນ, ທໍາຫຍັງ ປິດໝົດ ຢູ່ໃນວັດນ່າ ບໍ່ໃຫ້ລົງໄປ ເຮັດຢູ່ແລ້ວ ແບບຊຸມຊົນ ຫຼາຍຄົນ ມີແຕ່ລົງ ຈັ່ງຫັນ, ລົງເພນ ໄປໄດ້ຢູ່ ຄັນບໍ່ລົງ ພຣະກໍບໍ່ໄດ້ສັນຈັງຫັນ, ຈັງເພນແລ້ວ.”
ມາຮອດມື້ນີ້ ຢູ່ແຂວງສວັນນະເຂດ ກວດພົບທະຫານ 30 ຄົນ ຢູ່ໃນຄ້າຍ ທີ່ບ້ານຈະເຣີນສຸກ ເມືອງ ອຸທຸມພອນ ຕິດ ໂຄວິດ-19 ໃນຂະນະທີ່ ມີຜູ້ຕິດເຊື້ອ ໃນຊຸມຊົນ 50 ຄົນ ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະ ສະເພາະກິດ ປ້ອງກັນ ໂຄວິດ-19, ກ່າວໃນ ພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 29 ກັນຍານີ້ວ່າ:
“ແຂວງ ສວັນນະເຂດ ມີຜູ້ຕິດເຊື້ອ ໃນຊຸມຊົນ 50 ຄົນ, ໃນນັ້ນແມ່ນ ຈາກຄ້າຍທະຫານ 644 ບ້ານຈະເລີນສຸກ ເມືອງ ອຸທຸມພອນນັ້ນ 30 ຄົນ.”
ຢູ່ແຂວງຄໍາມ່ວນ ໃນແຕ່ລະມື້ ກໍມີຄົນຕິດເຊື້ອ ໃນຊຸມຊົນຫຼາຍ ແລະ ມື້ນີ້ ມີຜູ້ຕິດເຊື້ອ ໃນຊຸມຊົນ 141 ຄົນ. ໃນນັ້ນສ່ວນໃຫຍ່ ຕິດຢູ່ໃນ ໂຮງງານ ລາວໄຄ່ຫຽວນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ນໍາຄົນງານລາວ ຜູ້ທີ່ໄດ້ ສັມຜັດໃກ້ຊິດ ໄປກັກຕົວ ຢູ່ສູນ ທີ່ທາງການຈັດໄວ້, ສ່ວນຄົນງານຈີນ ໃຫ້ກັກຕົວ ຢູ່ໃນໂຮງງານ ແລະ ຍັງສືບຕໍ່ ປິດບ້ານ-ປິດເມືອງ, ດັ່ງເຈົ້າໜ້າທີ່ ແຂວງ ຄໍາມ່ວນ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກັນຍານີ້ວ່າ:
“141 ຄົນນີ້ ແມ່ນຕິດຢູ່ ບໍຣິສັດ ລາວໄຄ່ຫຽວນ ຫຼາຍ ສໍາລັບຄົນລາວເຮົາ ອອກມາຢູ່ສູນ ໃສ່ສູນກັກກັນ ໄວ້ແລ້ວ ສວນຄົນຈີນ ຍັງກັກຢູ່ໂຮງງານ ຍັງລ໊ອກດາວ ຄືເກົ່າ.”
ສໍາລັບຢູ່ ແຂວງຫຼວງພຣະບາງ ທາງການເມືອງເງິນ ກໍໄດ້ໃຫ້ ປິດບ້ານ-ປິດເມືອງ 14 ມື້ ຄື ຕັ້ງແຕ່ ວັນທີ 28 ກັນຍາ ຮອດວັນທີ 12 ຕຸລາ 2021, ບໍ່ໃຫ້ຄົນ ເຂົ້າ-ອອກ ເດັດຂາດ ຍ້ອນກວດພົບ ປະຊາຊົນ ທີ່ໄປຢ້ຽມຢາມ ຍາດພີ່ນ້ອງ ຢູ່ເມືອງໃກ້ຄຽງ ຕິດໂຄວິດ-19 ແລະ ຄົນທີ່ໄດ້ສັມຜັດ ໃກ້ຊິດ ຢູ່ໃນຕລາດ ຫຼາຍຄົນ ຖືກເຈົ້າໜ້າທີ່ ນໍາໄປ ກັກຕົວ ຕາມລະບຽບ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງເງິນ ທ່ານນຶ່ງເວົ້າວ່າ:
“ແມ່ນລະ ລ໊ອກດາວ 14 ວັນ, ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ ມີຜູ້ຕິດເຊື້ອ ແລ້ວດຽວນີ້ ເພາະວ່າ ລາວໄປຢາມພີ່ນ້ອງ ຢູ່ເມືອງ ທີ່ໃກ້ຄຽງ ລາວຂາຍເຄື່ອງ ຢູ່ຕລາດຊຸມຊົນນ່າ ຜູ້ທີ່ສັມຜັດນັ້ນ ຫຼາຍໆ ພວກຂ້ອຍໄດ້ເອົາເຂົ້າສູນ ໝົດແລ້ວ ເພື່ອຈະກວດວິເຄາະ.”
ສໍາລັບ ເຣື່ອງການເສັຽຊີວິດ ຍ້ອນໂຄວິດ-19 ຄນະສະເພາະກິດ ປ້ອງກັນ ໂຄວິດ-19 ຣາຍງານວ່າ ມີຜູ້ເສັຽຊີວິດ ເພິ່ມອີກ 1 ຄົນ ໃນມື້ວັນທີ 28 ກັນຍານີ້, ເປັນແມ່ຍິງ ອາຍຸ 57 ປີ ຢູ່ບ້ານໂພນໂຮງ ແຂວງວຽງຈັນ ຄືເປັນຄົນທີ 17 ທີ່ ເສັຽຊີວິດຢູ່ລາວ. ຜູ້ເສັຽຊີວິດມີໂຣກ ປະຈໍາຕົວ ຄື ເປັນເບົາຫວານ.
ຈາກຜົລຂອງ ການກວດວິເຄາະ ຫາເຊື້ອ ໂຄວິດ-19 7,075 ຄົນ ໃນມື້ ວັນທີ 28 ກັນຍາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ ຕື່ມອີກ 547 ຄົນ. ໃນນັ້ນຕິດເຊື້ອໃນຊຸມຊົນ 535 ຄົນ ແລະ ນໍາເຂົ້າ 12 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 23,488 ຄົນ ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວໃນມື້ ວັນທີ 29 ກັນຍານີ້ວ່າ:
“ໂຕຢ່າງ ມາກວດທັງໝົດ 7,075 ໂຕຢ່າງ ຊຶ່ງໃນນັ້ນກວດພົບ ຜູ້ຕິດເຊື້ອໃໝ່ເຖິງ 547 ຄົນ ຕິດເຊື້ອຢູ່ໃນຊຸມຊົນ 535 ຄົນ ແລະເສັຽຊີວິດ ສະສົມ ໃນປະເທດ ແມ່ນ 17 ຄົນ ໃນຈໍານວນ 17 ຄົນແມ່ນເສັຽຊີວິດໃໝ່ ມື້ວານນີ້ 1.”
ໃນຈໍານວນ 535 ຄົນ ທີ່ຕິດເຊື້ອ ໃນຊຸມຊົນໃໝ່ນັ້ນ ຢູ່ ນະຄອນຫຼວງວຽງຈັນ ຕິດ 173 ຄົນ, ແຂວງ ຄໍາມ່ວນ 141 ຄົນ, ຈໍາປາສັກ 61 ຄົນ, ສວັນນະເຂດ 50 ຄົນ, ຫຼວງ ພຣະບາງ 49 ຄົນ, ວຽງຈັນ 19 ຄົນ, ສາຣະວັນ 15 ຄົນ, ບໍ່ແກ້ວ 11 ຄົນ, ບໍລິຄໍາໄຊ 6 ຄົນ, ໄຊສົມບູນ 4 ຄົນ, ເຊກອງ 2 ຄົນ, ອັດຕະປື 2 ຄົນ, ຫຼວງນໍ້າທາ ແລະ ຊຽງຂວາງ ແຂວງລະ 1 ຄົນ.
ໃນຈໍານວນ ຜູ້ນໍາເຂົ້າ 12 ຄົນ ນັ້ນຢູ່ແຂວງຈໍາປາສັກ 5 ຄົນ, ສວັນນະເຂດ 3 ຄົນ, ສາຣະວັນ 3 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.
ຢູ່ ນະຄອນຫຼວງວຽງຈັນ ກວດພົບຜູ້ຕິດເຊື້ອ ຢູ່ຫຼາຍໂຮງງານ ແລະ ໃນຕລາດ ທົ່ງຂັນຄໍາ 35 ຄົນ. ທາງການ ໄດ້ສັ່ງໃຫ້ປິດຕລາດ ຊົ່ວຄາວ ແລະ ໃຫ້ຊາວຄ້າຂາຍ ໃນຕລາດນັ້ນ ຕິດຕາມ ອາການຕົນເອງ ຢູ່ບ້ານ, ບໍ່ໃຫ້ໄປຂາຍເຄື່ອງ ຢູ່ຕລາດອື່ນ.
ອິງຕາມ ການຣາຍງານ ຂອງຄນະສະເພາະກິດ ປ້ອງກັນ ໂຄວິດ-19 ໃນມື້ ວັນທີ 29 ກັນຍາ 2021 ນີ້, ມາເຖິງ ປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 573,459 ຄົນ, ມີຜູ້ຕິດເຊື້ຶອສະສົມ 23,488 ຄົນ, ປິ່ນປົວຫາຍແລ້ວ 18,705 ຄົນ, ກໍາລັງປິ່ນປົວ 4,766 ຄົນ ແລະ ເສັຽຊີວິດ 17 ຄົນ.