ເຣື້ອງທີ່ເກັບບັນທຶກໄວ້
2023-06-26
ການປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເຈົ້າໜ້າທີ່ຕໍາຣວດ ໂດຍສະເພາະ ແຂວງທີ່ຕິດກັບຊາຍແດນ ເຊັ່ນ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ ແລະແຂວງຈໍາປາສັກ ທີ່ຜ່ານມາ ຍັງພົບຂໍ້ຫຍຸ້ງຍາກ ແລະອຸປະສັກຫຼາຍຢ່າງ.
2023-06-23
ຊາວບ້້ານຢູ່ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຮັບຜົລກະທົບຈາກກິ່ນເໝັນ ຂອງຢາງພາຣາ ແລະ ສວນກ້ວຍຈີນ. ມີຫຼາຍບ້ານໄດ້ຮັບຜົລກະທົບ ໃນນັ້ນ ບ້ານໂພນມ່ວງ ແລະ ບ້ານໜອງຫລວງ ໄດ້ຮັບຜົລກະທົບແຮງ ໂດຍສະເພາະ ພໍ່ຄ້າຄົນກາງ ທີ່ເປີດບ່ອນຮັບຊີ້ຢາງພາຣາ.
2023-06-23
ແພດອາສາສະມັກ ແລະ ບຸກຄະລາກອນທາງການແພດ ທີ່ເຮັດວຽກປະຈຳ ຢູ່ສຸຂສາລາ, ໂຮງໝໍນ້ອຍ ແລະ ໂຮງໝໍເມືອງ ຫຼື ໂຮງໝໍແຂວງ ໄດ້ໂຕເລຂຣັຖກອນພຽງ 12 ຄົນ ຂະນະທີ່ສ່ວນເຫຼືອອີກ 300 ກ່ວາຄົນ ຍັງຄົງລໍຖ້າໂຕເລຂຣັຖກອນ ເຮັດໃຫ້ເກີດບັນຫາ ບຸກຄະລາກອນ ບໍ່ພຽງພໍ.
2023-06-16
ປະຊາຊົນ 33% ຂອງແຂວງເຊກອງ ກຳລັງປະເຊີນກັບ ການຂາດແຄນອາຫານ ເນື່ອງຈາຫຼາຍປັດໄຈ ໂດຍສະເພາະ ຊາວບ້ານ ບໍ່ມີທີ່ດິນທຳກິນ ແລະພັຍທັມມະຊາຕ ເຊິ່ງທີ່ຜ່ານມາແຂວງເຊກອງ ໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ເພື່ອສົ່ງເສີມໃຫ້ຊາວບ້ານ ສາມາດມີສະບຽງອາຫານ.
2023-06-15
ປະເທດລາວ ຍັງຂາດເລືອດ ເພື່ອຊ່ອຍເຫລືອຄົນເຈັບທີ່ຕ້ອງການເລືອດ ເນື່ອງຈາກ ມີຜູ້ມາບໍຣິຈາກເລືອດຫລຸດໜ້ອຍລົງ ຂະນະທີ່ທົ່ວປະເທດ ມີຄົນເຈັບ ຕ້ອງການເລືອດຫລາຍຂຶ້ນ ໃຈແຕ່ລະປີ ແລະ ອີກບັນຫາສຳຄັນນຶ່ງ ຄືຂາດເຂີນງົບປະມານ ໃນການສນັບສນູນ ເຂົ້າໃນການຂົນຂວາຍ ການບໍຣິຈາກເລືອດ.
2023-06-14
ປະຊາຊົນຢູ່ 4 ແຂວງ ຍັງຂາດເຂີນເຂົ້າກິນ ເຊິ່ງບາງແຂວງ ເປັນຍ້ອນຖືກຜົລກະທົບ ຈາກນ້ຳຖ້ວມ ແລະ ບາງສ່ວນ ກໍເປັນຍ້ອນ ບໍ່ມີດິນຜລິດກະສິກັມ ຫຼັງຈາກເຊົາເຮັດໄຮ່ເລືອຍລອຍ ຕາມນະໂຍບາຍ ຂອງທາງການ, ຊຶ່ງໄດ້ພຽງແຕ່ຮັບຈ້າງເຮັດວຽກ ຢູ່ຕາມສວນຢາງພາຣາ ແຕ່ຄ່າຈ້າງໜ້ອຍ ແລະ ລາຄາເຂົ້າແພງ ຈຶ່ງເຮັດໃຫ້ຂາດເຂົ້າກິນ.
2023-06-13
ທ້າວ ສີລະສອນ ຄໍາສຸກສະຫວັດ ຜູ້ປຸ້ນຮ້ານຄໍາພໍໃຈ ສາຂານະຄອນຫລວງວຽງຈັນ ເສັຍຊີວິດແບບໜ້າສົງສັຍໃນລະຫວ່າງທີ່ຕໍາຣວດລາວ ຄວບຄຸມໂຕ ເຊິ່ງມີການເຜີຍແຜ່ ຕາມສື່ສັງຄົມອອນລາຍນ໌, ແຕ່ຕໍາຣວດ ນະຄອນຫລວງວຽງຈັນ ຍັງບໍ່ມີຖແລງການໃນ ເຣື່ອງດັ່ງກ່າວ.
2023-06-12
ຜູ້ທີ່ຢູ່ໃນເຂດຊົນນະບົດ ຍັງມີສຸຂພາບ ແລະຊີວິດການເປັນຢູ່ ບໍ່ດີເທົ່າທີ່ຄວນ ເຊິ່ງກໍຍາກທີ່ຈະໃຫ້ບັນລຸເປົ້າໝາຍ ການພັທນາແບບຍືນຍົງ ຕາມເປົ້າໝາຍທີ່ 3 ຄືໃຫ້ປະຊາຊົນລາວ ມີສຸຂທີ່ດີ ແລະ ຊີວິດການເປັນຢູ່ທີ່ດີ ພາຍໃນປີ 2030.
2023-06-09
ຄອບຄົວຊາວໄຮ່ 3 ຄົນ ຖືກຄາຕກັມ ໃນຂະນະທີ່ໄປເຝົ້າໄຮ່ ຢູ່ບ້ານຫ້ວຍເດື່ອ ເມືອງໜອງແຮດ ແຂວງຊຽງຂວາງ ແລະ ຍັງມີລູກອີກ 2 ຄົນ ທີ່ລອດຊີວິດ, ສ່ວນສາເຫດ ການຄາຕກັມ ຍັງຢູ່ໃນລະຫວ່າງ ການສືບສວນ, ສອບສວນ ຂອງເຈົ້າໜ້າທີ່.
2023-06-09
ເຮືອທີ່ຄົນງານ 7 ຄົນ ລວມທັງເດັກນ້ອຍ 2 ຄົນ ໃຊ້ຂີ່ຂ້າມນ້ຳຂອງ ໄດ້ຫລົ້ມຢູ່ນ້ຳຂອງ ລະຫວ່າງ ແຂວງນະຄອນພະນົມ ຂອງໄທຍ ແລະເມືອງທ່າແຂກ ແຂວງຄໍາມ່ວນ, ເຮັດໃຫ້ມີຜູ້ເສັຍຊີວິດ 3 ຄົນ, ແຕ່ມາເຖິງຂະນະນີ້ ຍັງບໍ່ທັນຮູ້ລາຍລະອຽດ ຂອງສາເຫດ ທີ່ເຮັດໃຫ້ເຮືອລຳດັ່ງກ່າວ ຫຼົ້ມເທື່ອ.
2023-06-08
ແຂວງຜົ້ງສາລີ ແລະ ແຂວງຫົວພັນ ໄດ້ຮັບການສນັບສນູນ ຈາກອົງການ ສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະອາຊຍາກັມ ຫຼື UNODC ໃນໂຄງການປູກພືດ ທົດແທນຝິ່ນ ມີງົບປະມານບໍ່ພຽງພໍ ຈຶ່ງເຮັດໃຫ້ຊາວບ້ານ ຈຳນວນນຶ່ງ ກັບຄືນໄປປູກຝິ່ນ.
2023-06-02
ປະຊາຊົນ ບ້ານດົງຂວາງ, ບ້ານດົງບູນ, ບ້ານນາຄໍາ ແລະ ບ້ານໂນນຈິິກ ເມືອງໜອງ ບົກ ແຂວງຄໍາມ່ວນ ຍັງປະສົບບັນຫາຖນົນເປັນຂີ້ຝຸ່ນ ຍ້ອນຣົຖບັນທຸກ ຂອງບໍຣິສັດ ຊີໂນອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ທີ່ເຂົ້າມາສ້າງໂຮງງານ ແລ່ນຜ່ານຫຼາຍ.
2023-06-02
ເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍຣະນີ ປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນປາ.
2023-05-31
ໃນປີນີ້ ມີຜູ້ເປັນໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ສະສົມແລ້ວ 2,979 ຄົນ ແລະ ມີຜູ້ຕິດເຊື້ອໃໝ່ 108 ຄົນ, ແຕ່ຍັງບໍ່ມີຣາຍງານ ຜູ້ເສັຍຊີວິດ ອີງຕາມຂໍ້ມູນ ສູນຂ່າວສານ ການແພດ ສຸຂສຶກສາ ກະຊວງສາທາຣະນະສຸຂ ຂະນະທີ່ການປ້ອງກັນ ຍັງເປັນໄປຕາມຫຼັກການ ພື້ນຖານ 5 ປ.
2023-05-30
ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ແນະນຳໃຫ້ປະຊາຊົນ ໃຊ້ນ້ຳປະປາຢ່າງປະຢັດ ແລະ ໃຫ້ມີຖັງໂຕ່ງນ້ຳໄວ້ໃຊ້ ໃນຍາມນ້ຳບໍ່ມາ ຫລື ມາຄ່ອຍ ໂດຍ ທາງນ້ຳປະປາ ນະຄອນຫຼວງໃຫ້ເຫດຜົລວ່າ ແຮງດັນນ້ຳປະປາຄ່ອຍ ຍ້ອນກະແສໄຟຟ້າ ຂັດຂ້ອງ ຈາກສະພາບອາກາດຮ້ອນ ຜິດປົກກະຕິ.