ຜູ້ຕ້ອງຫາ ປຸ້ນຮ້ານຄຳພໍໃຈ ຢູ່ນະຄອນຫຼວງວຽງຈັນ ເສັຍຊີວິດປິສນາ

ຈຳປາທອງ
2023.06.13
ຜູ້ຕ້ອງຫາ ປຸ້ນຮ້ານຄຳພໍໃຈ ຢູ່ນະຄອນຫຼວງວຽງຈັນ ເສັຍຊີວິດປິສນາ ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ຍັງມິດງຽບກ່ຽວກັບ ກໍຣະນີ ສື່ສັງຄົມອອນລາຍນ໌ ຈໍານວນນຶ່ງ ເປັນຕົ້ນ Laos News ເປີດເຜີຍວ່າ ທ້າວ ສີລະສອນ ຄໍາສຸກສະຫວັດ ຫລື ອາກົງ ອາຍຸ 27 ປີ ຜູ້ປຸ້ນຮ້ານຄໍາ ເສັຍຊີວິດໃນລະຫວ່າງການສືບສວນ ສອບສວນ ຂອງຕໍາຣວດ. ລັກສະນະການເສັຍຊີວິດແມ່ນຄ້າຍກັບ ການຜູກຄໍຕາຍ, ເປັນການເສັຍຊີວິດ ແບບໜ້າສົງສັຍ. ກ່ຽວກັບເຣື່ອງທີ່ວ່ານີ້ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ເວົ້າວ່າ ບໍ່ໄດ້ຮັບຜິດຊອບ ຄະດີດັ່ງກ່າວ, ບໍ່ມີຣາຍງານມາ ແລະວ່າ ເຣື່ອງການຖແລງຂ່າວ ເປັນຄວາມຮັບຜິດຊອບ ຂອງກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໂດຍກົງ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວຕໍ່ວິທຍຸ ເຊັຽ ເສຣີ ໃນມື້ວັນທີ 13 ມິຖຸນານີ້ວ່າ:

“ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ເປັນຜູ້ອັນນີ້ ສືບສວນສອບສວນ ເພາະວ່າເພິ່ນຍັງບໍ່ໄດ້ຣາຍງານຜົລ ມາຢູ່ນ່າ. ການຖແລງອັນນີ້ ເຮົາບໍ່ຮູ້ນໍາເດີ ເພິ່ນຊິມອບໃຫ້ພາກສ່ວນໃດ.”

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້  ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ສືບສວນ ສອບສວນ ກອງບັນຊາການ ປກສ ນະຄອນຫລວງວຍງຈັນ ແຕ່ບໍ່ສາ ມາດຕິດຕໍ່ໄດ້. ກ່ຽວກັບເຣື່ອງດັ່ງກ່າວ ອະດີດເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ເມື່ອຜູ້ຕ້ອງຫາ ເສັຍຊີວິດ ໃນລະຫວ່າງການດໍາເນີນຄະດີ ຫລື ການສືບສວນ ສອບສວນ ຂອງເຈົ້າໜ້າທີ່ຕໍາຣວດ ຈະເຮັດໃຫ້ຄະດີຄວາມ ຂອງຜູ້ກ່ຽວສິ້ນສຸດ ທັງໝົດ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຕາມລະບຽບຫລັກການ ວຽກງານສືບສວນສອບສວນ ຂອງປະເທດລາວແລ້ວ ມັນເກີດມີເສັຽຊີວິດ ເນາະ ກະແປວ່າ ໂມຄະແລ້ວໄດ໋ ໂຈະການດໍາເນີນເລີຍ ບໍ່ມີການສືບຕໍ່ ຜູ້ກ່ຽວເສັຽຊີວິດແລ້ວ ກະໂຈະການ ດໍາເນີນ.”

ທ່ານກ່າວຕື່ມວ່າ ເຖິງຄະດີຄວາມ ຂອງຜູ້ຕ້ອງຫາ ຈະສິ້ນສຸດລົງແລ້ວ ແຕ່ສາເຫດການເສັຍຊີວິດ ຂອງຜູ້ຕ້ອງຫາ ກໍຕ້ອງ ໄດ້ຮັບການສັນລະສູດ ຈາກແພດ-ໝໍ ຜູ້ຊ່ຽວຊານ ເພື່ອວິເຄາະ ຫາສາເຫດທີ່ແທ້ຈິງ ຂອງການເສັຍຊີວິດນັ້ນ ວ່າເສັຍຊີວິດ ຍ້ອນສາເຫດໃດແທ້ ແລະຍິ່ງເປັນຄະດີ ທີ່ສັງຄົມໃຫ້ຄວາມສົນໃຈຫລາຍ ກໍບໍ່ຄວນຈະມິດງຽບ.

“ສາເຫດເສັຽຊີວິດ ແບບໃດ ເຮົາຕ້ອງເອົາຊາກສົບ ໄປສັນນະສູດ ລະອຽດຫັ້ນແຫລະ ເພື່ອຊີ້ແຈງໃຫ້ສື່ມວນຊົນ ຮັບຊາບ ກ່ຽວກັບການເສັຽຊີວິດ ຂອງຜູ້ກ່ຽວ ພິສູດຫລັກຖານກ່ອນ ຕ້ອງໄດ້ມາຊີ້ແຈງໝົດ ເພື່ອໃຫ້ສັງຄົມໄດ້ຮັບຮູ້ນໍາວ່າ ສາເຫດມັນຕາຍຍ້ອນຫຍັງ.”

ທະນາຍຄວາມ ທ່ານນຶ່ງ ຊຶ່ງເປັນທີ່ປຶກສາ ດ້ານກົດໝາຍ ເພື່ອຄວາມຍຸຕິທັມ ໃນລາວກ່າວວ່າ ປັດຈຸບັນ ຍັງບໍ່ສາມາດຢືນຢັນໄດ້ ເທື່ອວ່່າ ຜູ້ຕ້ອງຫາຄົນດັ່ງກ່າວ ເສັຍຊີວິດແທ້ ຫລືບໍ່ ເນື່ອງຈາກຍັງບໍ່ມີຂໍ້ມູນ ຫລັກຖານ ຫລືການຖແລງຂ່າວ ຈາກກອງບັນຊາການ ປກສ ນະຄອນຫລວງວຽງຈັນ ອອກມາເທື່ອ. ທ່ານກ່າວຕື່ມວ່າ ຫາກຜູ້ຕ້ອງຫາ ເສັຍຊີວິດ ກະທັນຫັນ ຫລື ເສັຍຊີວິດແບບຜິດປົກກະຕິ ກໍຈະຕ້ອງມີການພິສູດ ຫາສາເຫດ ຂອງການເສັຍຊີວິດ ນັ້ນ ຢ່າງລະອຽດ ເພື່ອຄວາມຍຸຕິທັມ ຂອງຜູ້ເສັຍຊີວິດ ແລະຄອບຄົວ; ຫາກພົບວ່າ ເຈົ້າໜ້າທີ່ມີສ່ວນກ່ຽວຂ້ອງ ໃນການທໍາຮ້າຍຮ່າງກາຍ ຜູ້ກ່ຽວຈົນເສັຍຊີວິດ ກໍຕ້ອງເປີດເຜີຍຂໍ້ມູນ ໃຫ້ສັງຄົມຮູ້.

ດັ່ງທີ່ທ່ານກ່າວວ່າ:

“ບໍ່ວ່າຜູ້ຕ້ອງຫາ ຫລື ນັກໂທດ ອິຫຍັງຕ່າງໆ ກໍຣະນີເກີດ ມີການເສັຽຊີວິດ ເຈົ້າໜ້າທີ່ ຫລື ວ່າພາກສ່ວນທີ່ກ່ຽວຂ້ອງ ແນ່ນອນກະຕ້ອງໄດ້ເປີດເຜີຍ ຂໍ້ມູນເຣື່ອງສາເຫດ ການຕາຍ.”

ອີງຕາມກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາ ມາດຕຣາ 12 ກ່ຽວກັບການບໍ່ໃຫ້ລະເມີດສິດ ແລະເສຣີພາບຂອງພົລເມືອງ ໃນຕອນນຶ່ງລະບຸວ່າ ບໍ່ອະນຸຍາດ ໃຫ້ບັງຄັບ, ນາບຂູ່, ທຸບຕີ ຫລື ທໍຣະມານ ຜູ້ຖືກສົງສັຍ, ຜູ້ຕ້ອງຫາ ຫລື ຈໍາເລີຍໃນເວລາ ດໍາເນີນຄະດີ.

ທ້າວ ສີລະສອນ ຄໍາສຸກສະຫວັດ ອາຍຸ 27 ປີ ຜູ້ຕ້ອງຫາ ທີ່ໄດ້ເສັຍຊີວິດ ໄປນັ້ນເປັນຄົນລາວ ທີ່ປຸ້ນຮ້ານຄໍາ “ພໍໃຈ ສາຂານະຄອນຫລວງວຽງຈັນ ເມື່ອວັນທີ 8 ມິຖຸນາ 2023 ແລ້ວຫຼົບໜີຂ້າມໄປຝັ່ງໄທຍ ແລະຖືກຕໍາຣວດໄທຍຈັບໄດ້ ໃນມື້ຕໍ່ມາ ຄືໃນມື້ວັນທີ 9 ມິຖຸນາ ຢູ່ແຂວງຂອນແກ່ນ. ພາຍຫລັງທີ່ຜູ້ກ່ຽວໄດ້ຖືກຈັບແລ້ວ ຕໍາຣວດໄທຍ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຕໍາຣວດລາວໃຫ້ມາຮັບເອົາ ຢູ່ດ່ານສາກົລ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 1.

ຫລັງຈາກນັ້ນ ເຈົ້າໜ້າທີ່ກອງບັນຊາການ ຕໍາຣວດ ປກສ ນະຄອນຄອນຫລວງວຽງຈັນ ກໍໄດ້ນໍາຕົວຜູ້ຕ້ອງຫາໄປສອບສວນ ໂດຍມີການຕົບໜ້າ ຜູ້ຕ້ອງຫາຢ່າງແຮງ ຕາມທີ່ເຫັນໃນເຟສບຸກ ຊຶ່ງເປັນການກະທໍາ ທີ່ຜິດຈັນຍາບັນ ແລະກົດໝາຍ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.