ອອກລູກຢູ່ເຂດຫ່າງໄກ ຍັງມີ ຄວາມສ່ຽງ
2020.07.27

ແມ່ຍິງລາວ ຢູ່ເຂດຫ່າງໄກ ຫຼາຍແຂວງ ຍັງເສັຍຊີວິດໃນເວລາອອກລູກ ຍ້ອນໂຮງໝໍເມືອງ ບໍ່ມີເລືອດພຽງພໍ ແລະ ທິມແພດຜ່າຕັດໜ້ອຍ ເຮັດໃຫ້ພວກແມ່ຍິງອອກລູກ ເລືອດຕົກ ແລະ ເສັຍຊີວິດໃນເວລາຕໍ່ມາ. ຣະຫວ່າງເດືອນມົກກະຣາ ຫາ ເດືອນມິຖຸນາ 2020 ນີ້ ຢູ່ແຂວງ ອຸດົມໄຊ ແມ່ຍິງຢູ່ເຂດຫ່າງໄກ ເສັຍຊີວິດໃນເວລາອອກລູກ 9 ຄົນ ຊຶ່ງເມື່ອປີກາຍ ເສັຍຊີວິດ 3 ຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້:
"6 ເດືອນນີ້ກໍຖືວ່າຢາກສູງດຽວນີ້ 9 ຄົນເຂົາຕົກເລືອດ ຖືວ່າເລືອດບໍ່ພຽງພໍກໍຕາຍ ແລ້ວກໍເວົ້າເຣຶ່ອງງົບປະມານ ຄືເມືອງຮຸນມີຫ້ອງຜ່າຕັດ ໄດ້ແຕ່ເຂົາເຈົ້າທິມງານ ບໍ່ຄົບສເນີຂຶ້ນແຂວງ ໄປກະບໍ່ມີງົບປະມານ ຫັ້ນນະ ຄືວ່າມັນເປັນຫລາຍແລ້ວນະ ເຮົາຊ່ອຍບໍ່ໄດ້ແລ້ວນະ.”
ຍານາງ ກ່າວຕື່ມວ່າ ຄອບຄົວຂອງແມ່ຍິງຖືພາ ໄດ້ຢືມເງິນພີ່ນ້ອງຊອກຫາເຊົ່າຣົດໄປໂຮງໝໍເມືອງ ທີ່ຢູ່ໄກເຖິງ 90 ກິໂລແມັດ, ເສັ້ນທາງ ຕາມພູດອຍ, ເມື່ອມາເຖິງໂຮງໝໍເມືອງ ພັດບໍ່ມີທິມແພດ ຜ່າຕັດຊ່ອຍເອົາລູກອອກໄດ້ ເຮັດໃຫ້ນາງເສັຽຊີວິດ.
ແລະ ຢູ່ແຂວງສວັນນະເຂດ ກໍຄືກັນ ແມ່ຍິງຢູ່ເຂດຫ່າງໄກ ກໍເສັຍຊີວິດໃນເວລາອອກລູກ ເມື່ອ ຕົ້ນປີນີ້ 4 ຄົນ ຍ້ອນຂາດເລືອດ ເພາະ ທະນາຄານ ເລືອດ ຢູ່ໂຮງໝໍແຂວງ ບໍ່ມີພຽງພໍ ແລະ ຄອບຄົວຂອງພວກເຂົາເຈົ້າ ບໍ່ມີເງິນຊື້ເລືອດ ໃນຣາຄາຖົງນຶ່ງ 5 ແສນກີບ, ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວວ່າ:
”ຍ້ອນ ຍ້ອນອັນແມ່ນີ້ນະ ທີ່ຂາດເລືອດ ແລ້ວສະພາບເສຖກິດຄອບຄົວ ຂອງເຂົາເຈົ້າບໍ່ມີເງິນ ຄືເຂົາມາແລ້ວ ໃສ່ເລືອດໄດ້ແຕ່ຖົງດຽວ ຖົງທີສອງພັດ ບໍ່ມີເງິນໃຫ້ ແລ້ວ ທະນາຄານເລືຶດ ພວກເຮົາກໍຂາດບາດນີ້ ສິໄປຫານໍາຜູ້ອື່ນມັນແພງເດ ຫາບໍ່ໄດ້ ກໍພາເຮັດໃຫ້ແມ່ຕາຍ ເວລາເກີດ.”
ທ່ານກ່າວຕື່ມວ່າ ເມື່ອປີກາຍ ຢູ່ແຂວງສວັນນະເຂດ ແມ່ຍິງຢູ່ເຂດຫ່າງໄກ ເສັຍຊີວິດໃນເວລາອອກລູກ 19 ຄົນ. ໃນນັ້ນຈໍານວນນຶ່ງລູກ ປອດພັຍ ແລະຈໍານວນນຶ່ງ ເສັຍຊີວິດໄປພ້ອມ ກັບຜູ້ເປັນແມ່ ຍ້ອນຂາດເລືອດ.
ສໍາລັບຢູ່ແຂວງຊຽງຂວາງ ເມື່ອຕົ້ນປີນີ້ ກໍມີແມ່ຍິງ ຢູ່ເຂດຫ່າງໄກ ເສັຍຊີວິດເວລາກີດຮູດລູກປະມານ 5 ຄົນ ຍ້ອນສາຍແຮ່ຄ້າງ ທິມແພດ ຊ່ອຍເລືອດບໍ່ທັນ ແລະແມ່ຍິງເກີດລູກ ສ່ວນໃຫຍ່ ອາຍຸ ບໍ່ທັນເຖິງ 18 ປີ ເຮັດໃຫ້ການເກີດລູກ ມີຄວາມສ່ຽງຕໍ່ຊີວິດ ຂອງຜູ້ເປັນແມ່, ດັ່ງ ເຈົ້າໜ້າທີ ທີ່ກ່ຽວຂ້ອງແຂວງຊຽງຂວາງ ກ່າວວ່າ:
"ກາງປີນີ້ຖືວ່າໄດ້ 5 ຄົນ ຢູ່ຊຽງຂວາງ ຕາມໄທເຮົາເຮັດການສອບສວນເນາະ ການຂາດເລືອດຖືວ່າແຮ່ຄ້າງ ມັນມາບໍ່ທັນ ມາຮອດແລ້ວ ເຮົາເອົາເລືອດ ສນອງບໍ່ທັນ ອັນທີສອງມາ ລະແມ່ນເຂົາເຈົ້າ ສ້າງຄອບຄົວ ອາຍຸໜ້ອຍ ຖືວ່າອາຍຸບໍ່ຮອດ 18 ປີ ກໍມີຄວາມສ່ຽງຕໍ່ການ ເສັຽຊີວິດຫັ້ນ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ສະພາກາແດງ ແຂວງຊຽງຂວາງ ກ່າວວ່າສະພາກາແດງທົ່ວປະເທດ ບໍ່ສາມາດລົງເຄື່ອນໄຫວ ຮັບບໍຣິຈາກ ເລືອດຈາກປະຊາຊົນໄດ້ ຍ້ອນທາງການ ສັ່ງປິດການເຂົ້າ-ອອກ ຣະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ໃນໄລຍະ ໂຄວິດ-19 ຣະບາດນັ້ນ ເຮັດໃຫ້ເລືອດ ທີ່ຈະສນອງໃຫ້ທະນາຄານເລືອດ ແຕ່ລະແຂວງ ບໍ່ພຽງພໍ:
”ອາດຈະເປັນສະພາບລວມ ຂອງປະເທດເຮົາ ກໍວ່າແມ່ນ ຫລືວ່າຂອງໂລກກໍແມ່ນ ຍ້ອນເຮົາອອກເຄື່ອນໄຫວ ຮັບບໍຣິຈາກເລືອດ ບໍ່ໄດ້ ຍ້ອນວ່າສະພາບການຣະບາດຫັ້ນ ແລະ ກໍອີກ ຢ່າງນຶ່ງ ພາກສ່ວນທີ່ເຂົາເຈົ້າ ເຄີຍບໍຣິຈາກຜ່ານມາ ບໍຣິຈາກຢູ່ສູນນີ້ ເຂົາເຈົ້າກະບໍ່ໄດ້ມາ ກໍວ່າອັນດຽວກັນນັ້ນແຫລະ ເຮັດໃຫ້ເລືອດນີ້ ບໍ່ພຽງພໍ.”
ທ່ານກ່າວຕື່ມອີກວ່າ ໂຮງໝໍແຕ່ລະແຂວງ ພຍາຍາມຣະດົມທິມແພດ ແລະພະນັກງານຫ້ອງການ ມາບໍຣິຈາກເລືອດ ຊ່ອຍຊີວິດຄົນເຈັບ ໃນກໍຣະນີຈໍາເປັນທີ່ສຸດ ເຖິງປານນັ້ນບາງກໍຣະນີ ເລືອດ ກໍຍັງບໍ່ພຽງພໍຕາມ ຄວາມຕ້ອງການ.
ແຕ່ສໍາລັບຢູ່ແຂວງເຊກອງ ແມ່ຍິງຢູ່ເຂດຫ່າງໄກ ເສັຍຊີວິດຍ້ອນອອກລູກ ຫລຸດລົງ ຄືໃນຕົ້ນປີນີ້ ບໍ່ມີຜູ້ໃດເສັຍຊີວິດ ຍ້ອນທາງແຂວງ ສົ່ງທິມແພດ ໄປເຮັດວຽກສົ່ງເສີມ ສຸຂພາບຂອງແມ່ ແລະເດັກ ໃນບ້ານທີ່ມີຄວາມສ່ຽງ ເປັນປະຈໍາ ເພື່ອໃຫ້ແມ່ຖືພາ ມາຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍ ຕາມເວລາທີ່ແພດນັດໝາຍ. ແຕ່ເມື່ອປີກາຍ ເສັຍຊີວິດ 2 ຄົນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງເຊກອງ ກ່າວວ່າ:
"ພວກເຮົາໄດ້ແບ່ງທິມງານ ບ້ານໃດເມືອງໃດ ທີ່ມີຄວາມສຸ່ມສ່ຽງຫຼາຍເນາະ ແກ່ການຕາຍຂອງຂອງແມ່ແລະເດັກ ພວກເຮົາໄດ້ແຕ່ງຕັ້ງກັນ ລົງທຸກໆ 3 ເດືອນ ຫລືວ່າທຸກໆເດືອນ”
ອີງຕາມຂ່າວວຽງຈັນທາມສ ວັນທີ 25 ກໍຣະກະດາ ນີ້ກະຊວງສາທາຣະນະສຸຂ ເວົ້າວ່າອັດຕຣາການຕາຍ ຂອງແມ່ຢູ່ປະເທດລາວ ໄດ້ຫຼຸດລົງ ເລື້ອຍໆຖ້າທຽບໃສ່ຫຼາຍປະເທດ ໃນໂລກ. ແຕ່ກໍຍັງເຫັນວ່າຢູ່ໃນອັດຕຣາສູງຢູ່ ຄືມີຜູ້ເສັຍຊີວິດຍ້ອນ ອອກລູກ ໃນແຕ່ລະມື້ ມີຫລາຍກວ່າ 1 ຄົນ ແລະ 30 ຄົນ ໃນເຂດຫ່າງໄກ ມີຄວາມສ່ຽງຕໍ່ການເສັຍຊີວິດ ໃນເວລາ ອອກລູກ.