ຣົຖເສັຍຫລັກຕົກເຫວ ທາງເລກ 13 ເໜືອ ເສັຍຊີວິດຄາທີ່ 1 ຄົນ

ພອນ ພູມມີທອນ
2023.09.28
ຣົຖເສັຍຫລັກຕົກເຫວ ທາງເລກ 13 ເໜືອ ເສັຍຊີວິດຄາທີ່ 1 ຄົນ ອຸບັດຕິເຫດຣົຖໃຫຍ່ປີ້ນ ເສັ້ນທາງ ເລກທີ 13 ເໜືອ ລະຫວ່າງປາກມອງ-ອຸດົມໄຊ. ວັນທີ 27 ກັນຍາ 2023.
ຂໍຂອບໃຈ ໜ່ວຍກູ້ໄພສຸກເສີນ ອົງການກາແດງແຂວງອຸດົມໄຊ

ໃນວັນທີ 27 ກັນຍາທີ່ຜ່ານມາ ເວລາ 10:30 ນາທີ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ໄດ້ກູ້ໄພອຸບັດຕິເຫດຣົຖໃຫຍ່ ເສັຍຫລັກປີ້ນຕົກເຫວເລິກ ຢູ່ເສັ້ນທາງເລກ 13 ເໜືອ ເຂດປາກມອງ ເມືອງນໍ້າບາກ ແຂວງຫລວງພຣະບາງ ຫາ ອຸດົມໄຊ ລະຫວ່າງ ບ້ານວັງຫິນ ຫາບ້ານນໍ້າມອງ ເມືອງນໍ້າບາກ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ກ່າວວ່າ ອຸບັດຕິເຫດນັ້ນ ເກີດຈາກຖນົນໝື່ນ ຣົຖຈຶ່ງເສັຍຫລັກ ຫລຸດໂຄ້ງລົງເຫວເລິກ ໂດຍປະມານ 250 ແມ້ດ ຢູ່ບໍຣິເວນທາງໂຄ້ງ ບ້ານວັງຫິນ ຫາ ບ້ານນໍ້າມອງ.

ສ່ວນຄົນຂັບຣົຖ ໄດ້ຫລຸດອອກຈາກໂຕຣົຖ ແລະ ຕົກນໍ້າ ແລະ ເສັຍຊີວິດຄາທີ່ ເຊິ່ງສົບຂອງຜູ້ເສັຍຊີວິດ ໄດ້ຖືກນໍ້າພັດໄຫລ ໄປຕາມກະແສນໍ້າ ແລະ ໄດ້ໄປຢຸດຢູ່ໃກ້ສວນປະຊາຊົນ ຫ່າງຈາກບ່ອນຣົຖຕົກເຫວ ປະມານ 5 ກິໂລແມ້ດ.

ດັ່ງ ຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ກັນຍາ ນີ້ວ່າ:

“ຖນົນບ່ອນມັນໝື່ນ ແລ້ວເສັຍຫລັກ ລົງໄປເລີຍເຈົ້າ ເຂດນັ້ນ ພໍດີວ່າ ຝົນຕົກແລ້ວ ທາງມັນໝືນ ບໍ່ມີນໍ້າມັນມີແຕ່ຝົນຕົກ ທາງມັນອາດໝື່ນ ເພາະວ່າ ເບີ່ງຈາກຮອຍຂູດຣົຖລົງໄປ ມັນເປັນຮອຍຂູດຣົຖຫັ້ນເລີຍ ຫລັງຈາກທີ່ຣົຖລົງໄປແລ້ວ ຜູ້ເສັຍຊີວິດ ແມ່ນຫລຸດອອກຈາກຣົຖ ຕະກາຍອອກຈາກຣົຖ ແລ້ວກໍຕົກລົງນໍ້າ ກໍຊິແມ່ນເສັຍຊີວິດ ຕອນຕົກນໍ້າ ແລ້ວກໍນໍ້າຫັ້ນພັດໄຫລມາ ຢູ່ ກ້ອງສວນປະຊາຊົນ.”

ຣາຍລະອຽດ ຂອງເຫດເບື້ອງຕົ້ນ ຕາມສັນນະສູດຂອງເຈົ້າໜ້າທີ່ ຍັງລະບຸວ່າ ຣົຖຄັນທີ່ເກີດອຸບັດຕິເຫດ ໄດ້ແລ່ນມາແຕ່ນາເຕີຍ ມຸ້ງໜ້າໄປ ນະຄອນຫລວງວຽງຈັນ ແລະ ເມື່ອໜ່ວຍກູ້ໄພສຸກເສີນ ແຂວງອຸດົມໄຊ ໄດ້ອອກໄປກວດສອບ ກໍຍັງພົບວ່າ ຣົຖຄັນທີ່ເກີດເຫດນັ້ນ ເປັນຣົຖບັນທຸກຂນາດໃຫຍ່ ພາຍໃນຣົຖບັນທຸກຣົຖໃຫຍ່ ຈຳນວນ 2 ຄັນ ແລະ ຣົຖຈັກ ຈຳນວນ 2 ຄັນ.

ດັ່ງ ເຈົ້າໜ້າທີ່ ໜວ່ຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ຜູ້ດຽວກັບຂ້າງເທິງ ກ່າວວ່າ:

“ຄົນຕ່າງຣົຖ ມີຣົຖໃຫຍ່ 2 ຄັນ ແລະ ຣົຖຈັກ 2 ຄັນ ຂົນຈາກນາເຕີຍ ກຳລັງຈະມຸ້ງໜ້າໄປນະຄອນຫລວງ ເລກ 13 ເໜືອ ເຂດນັ້ນແມ່ນເຂດ ແຂວງຫລວງພຣະບາງແລ້ວ ແຕ່ວ່າ ກ່ອນຫລວງພຣະບາງ ຈະມາຮອດນັ້ນ ມັນນ່າຈະໄກ ເພິ່ນເລີຍປະສານຫາອຸດົມໄຊ ເພາະວ່າ ມັນເປັນເຂດເຂົ້າມາ ອັນໃກ້ໆ ຊິເຂົ້າເຂດອຸດົມໄຊແລ້ວ.”

ຍານາງກ່າວຕື່ມວ່າ ປະຊາຊົນຜູ້ເຫັນເຫດການ ກໍບອກກັບໜ່ວຍກູ້ໄພວ່າ ຣົຖບັນທຸກຂນາດໃຫຍ່ ຄັນທີ່ປະສົບອຸບັດຕິເຫດ ແມ່ນ ຣົຖຂອງບໍຣິສັດ ຂົນສົ່ງ ໄອເດີຍ ປ້າຍຣົຖແມ່ນ ກຳແພງນະຄອນ ບຄ 1977.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ຂອງບໍຣິສັດຂົນສົ່ງ ໄອເດັຍ ຈຳນວນ 2 ຄົນ ເພື່ອສອບຖາມ ກ່ຽວກັບ ການຊ່ວຍເຫລືອຜູ້ເສັຍຊີວິດ ທາງເຈົ້າໜ້າທີ່ຂອງບໍຣິສັດດັ່ງກ່າວ ກໍຍັງບໍ່ຮັບຮູ້ຣາຍລະອຽດ ດັ່ງກ່າວເທື່ອ ພ້ອມຍືນຍັນວ່າ ບໍຣິສັດຂົນສົ່ງ ໄອເດັຍ ມີບໍຣິການຂົນສົ່ງ ເຄື່ອງໄປຕາມແຂວງຕ່າງໆ ແທ້ ເທົ່ານັ້ນ.

ຂະນະທີ່ ເຈົ້າໜ້າທີ່ ບໍຣິສັດເອກກະຊົນ ດ້ານການປະກັນໄພ ແລະ ປະກັນຊີວິດ ກ່າວວ່າ ໃນກໍຣະນີທີ່ຄົນຂັບຣົຖ ເສັຍຊີວິດ ແຕ່ຣົຖຄັນດັ່ງກ່າວ ເປັນຂອງບໍຣິສັດ ໂດຍທີ່ ບໍຣິສັດຈະຈ່າຍ ຄ່າເສັຽຫາຍໃຫ້ທັງຣົຖ ແລະ ຄົນ ກໍຕໍ່ເມື່ອຣົຖຄັນດັ່ງກ່າວ ຫລື ຄົນຂັບຣົຖ ບຸກຄົນດັ່ງກ່າວ ເຮັດປະກັນໄພຣົຖຊັ້ນນຶ່ງ ນຳບໍຣິສັດ.

ດັ່ງ ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ຄັນປະກັນໄພຣົຖເນາະ ຄັນເກີດອຸບັດຕິເຫດ ຄົນບໍ່ເສັຍຊີວິດ ແຕ່ເຮົາກໍແປງຣົຖໃຫ້ປົວຕາມອາການ ແລ້ວກໍປົວວົງເງິນທີ່ເອົາຊື້ປະກັນ, ຄັນເປັນຣົຖຂອງເຮົາເອງ ຖ້າເຮົາຖືກ ຖ້າເສັຍຊີວິດກໍຈ່າຍ ຕາມວົງເງິນທີ່ເສັຍຊີວິດເລີຍ ຖ້າສົມມຸດວ່າ ເປັນຣົຖບໍຣິສັດນີ້ ແລ້ວຄົນເປເປັນຄົນຂັບຣົຖຊື່ໆ ນີ້ຖ້າເສັຍຊີວິດ ຄັນປະກັນຊັ້ນນຶ່ງ ກໍນ່າຈະຄຸ້ມຄອງ ທັງຄົນຣົຖ.”

ພາຍຫລັງ ໜ່ວຍກູ້ໄພທຳການຫໍ່ສົບແລ້ວ ກໍໄດ້ປະສານຫາຄອບຄົວ ຍາດພີ່ນ້ອງ ແລ້ວໄດ້ນຳສົ່ງສົບ ຂອງຜູ້ເສັຽຊີວິດກັບບ້ານ ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕາມຈຸດປະສົງຂອງຄອບຄົວ ເພື່ອເຮັດພິທີ ທາງສາສນາຕໍ່ໄປ ແລະ ໜວ່ຍກູ້ໄພ ບໍ່ໄດ້ຮູ້ລາຍລະອຽດ ກ່ຽວກັບ ການຊ່ວຍເຫລືອ ພນັກງານຂັບຣົຖ ຂອງບໍ່ຣິສັດຂົນສົ່ງ ທີ່ເສັຍຊີວິດ ໃນເທື່ອນີ້ຕື່ມ ແຕ່ຢ່າງໃດ.  

ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາປະຊາຊົນລາວ ທີ່ປະກອບອາຊີບ ຮັບຈ້າງເປັນຄົນຂັບຣົຖ ຈຳນວນນຶ່ງ ກໍໄດ້ຂໍ້ມູນວ່າ ຄົນຂັບຣົຖຮັບຈ້າງ ຈຳນວນນຶ່ງ ບໍ່ໄດ້ມີປະກັນໄພຊີວິດ ແລະ ປະກັນອຸບັດຕິເຫດຣົຖ ບາງຄົນບໍ່ມີຮອດໃບຂັບຂີ່ຣົຖ.

ຂະນະດຽວກັນ ພວກເຂົາເຈົ້າກໍເວົ້າ ໄປໃນທິດທາງດຽວກັນວ່າ ເສັ້ນທາງເລກ 13 ເໜືອ ເຂດປາກມອງ ຫາ ແຂວງອຸດົມໄຊ ເປັນເສັ້ນທາງ ທີ່ຕ້ອງໃຊ້ ຄວາມລະມັດລະວັງ ໃນການຂັບຂີ່ຣົຖເປັນພິເສດ ໂດຍສະເພາະ ຍາມຝົນ ຍາມໜາວ ຈະມີນໍ້າໝອກ ແລະ ຖນົນໝື່ນ ທີ່ຈະພາໃຫ້ສ່ຽງອັນຕຣາຍໄດ້ ບວກກັບ ເສັ້ນທາງດັ່ງກ່າວ ເປັນທາງພູ ທາງໂຄ້ງ ທາງຊັນ ທາງເຈື່ອນຫລາຍ ແລະ ແຮ່ງຣົຖແກ່ເຄື່ອງໜັກ ການຄວບຄຸມຣົຖໄປຕາມທິດທາງ ທີ່ເຮົາຕ້ອງການກໍຍາກໄປດ້ວຍ.

ດັ່ງ ໂຊເຟິຣ໌ຂັບຣົຖຮັບຈ້າງ ກ່າວໃນມື້ດຽວກັນນີ້ວ່າ:

“ເຄີຍເຂົ້າໄປສົ່ງຣົຖເທື່ອນຶ່ງ ເວລາເອົາລົງຫັ້ນແຫລະ ຄັນຝົນຕົກໜ້ອຍນຶ່ງ ທາງໝື່ນກໍ ເອົາລົງຍາກຫັ້ນແຫລະ ຣົຖແກ່ໜັກ ກໍຍາກສົມຄວນແຫລະ ທາງເຈື່ອນຕລອດເດ້ ທາງນໍ້າໝອກ ແລ້ວມັນໜາວ ເປັນນໍ້າໝອກທາງໝື່ນ.”

ຂະນະທີ່ ສະພາບໂຕຈິງ ຢູ່ທາງພາກເໜືອຂອງລາວ ມີລັກສະນະພູມິປະເທດ ເປັນພູ ໂດຍສະເພາະ ໄລຍະໜ້າຝົນ ອຸບັດຕິເຫດບົນທ້ອງຖນົນ ຈະເກີດຂຶ້ນເຣື່ອຍໆ ທັງສື່ຣາຍງານ ແລະ ສື່ບໍ່ຣາຍງານ.

ດັ່ງ ຊາວບ້ານ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ໄລຍະໜ້າຝົນນີ້ ກໍມີອຸບັດຕິເຫດຫລາຍຢູ່ເຈົ້າ ເພາະວ່າ ທາງເໜືອຂອງເຮົາ ມັນເປັນທາງພູ ທາງຄອຍຊັນ ອຸບັດຕິເຫດ ກໍເກີດຂຶ້ນເຣື່ອຍໆ ຢູ່ ທາງປູຍາງ ແມ່ນ ມັນດີ ແຕ່ວ່າມັນເປັນທາງຄອຍຊັນ ແລ້ວອາຈກຝົນຕົກ ແລ້ວອາຈໝື່ນ ເສັຍຫລັກ.”

ນອກຈາກນີ້ ແຂວງທີ່ເກີດອຸບັດຕິເຫດ ໃນປີ 2022 ທີ່ຜ່ານມາ ຫລາຍກວ່າໝູ່ ແມ່ນ ແຂວງຈຳປາສັກ ຮອງລົງມາ ແຂວງສວັນນະເຂດ, ແຂວງຫລວງພຣະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ຕາມລຳດັບ. ອີງຕາມການຣາຍງານຂອງ ສະຖານີວິທຍຸ ຊາວໝຸ່ມສິນໄຊຍຸກໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.