ໝໍ ຖືກຟ້ອງຍ້ອນຄົນເຈັບ ເສັຽຊີວິດ

ຈໍາປາທອງ
2018.08.03
F-khounkham ນາງ ຄຸນຄາມ ສຸລິຍະວົງ ອາຍຸ 41 ປີ ໄດ້ເສັຽຊີວິດ ໃນເວລາທີ່ເກີດລູກ ຢູ່ໂຮງໝໍ ແຂວງສະຫວັນນະເຂດ ໃນວັນທີ 9 ພຶສຈິກາ
Citizen journalist

ໃນກໍຣະນີ ນາງ ຄຸນຄາມ ສຸລິຍະວົງ ອາຍຸ 41 ປີ ຢູ່ບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ເສັຍຊີວິດ ຢູ່ໂຮງໝໍໍແຂວງສວັນນະເຂດ ເວລາປະມານ 8 ໃນຕອນເຊົ້າ ວັນທີ 9 ພຶສຈິກາ 2017 ຫລັງຈາກ ເຈັບທ້ອງເກີດລູກ ເປັນເວລາຫຼາຍ ຊົ່ວໂມງ.

ຄວາມຄືບໜ້າຫລ້າສຸດກໍຄື ທ່ານ ໝໍ ຜູ້ທີ່ຮັບຜິດຊອບ ຢູ່ຫ້ອງເກີດລູກ ໃນວັນດັ່ງກ່າວ ກໍຖືກຍາດພີ່ນ້ອງ ຂອງຜູ້ເສັຍຊີວິດສັ່ງຟ້ອງ ແລະ ຕອນນີ້ ກຳລັງຢູ່ໃນຂັ້ນການເນີນຄະດີ, ດັ່ງ ຮອງອໍານວຍການໂຮງໝໍ ແຂວງສະຫວັນນະເຂດ ກ່າວໃນຕໍ່ເອເຊັຍເສຣີ ມື້ວັນທີ 3 ສິງຫາ ວ່າ:

"ແມ່ເຈັບທ້ອງ ກຽມເກີດລູກແລ້ວ, ແມ່ ຕາຍກ່ອນ ຕາຍເວລາອັນກຽມເຈັບທ້ອງ ລະຍະສອງຂອງການ ກຽມເກີດລູກຫັ້ນ ແມ່ເສັຽຊີວິດ ແລະຕໍ່ມາ ແລ້ວໝໍຜູ້ນັ້ນ ເປັນຜູ້ຍາມມື້ນັ້ນ ແລະຖືກກັກຂັງ ຖືກໃຊ້ຣະບຽບວິນັຍ ແລະກໍຖືກດໍາເນີນ ທາງດ້ານກົດໝາຍ ແລະກໍຖືກປັບໃໝ ຂັ້ນແພງ."

ເຈົ້າໜ້າທີ່ອົງການອັຍການ ແລະເຈົ້າໜ້າທີ່ປ້ອງກັນຄວາມສງົບ ໄດ້ມີການຮວບຮວມຂໍ້ມູນ ນັບແຕ່ເດືອນກໍຣະກະດາ ທີ່ຜ່ານມາ. ດັ່ງຫົວໜ້າ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 3 ກໍຣະກະດາ ວ່າ:

"ທາງອັຍການທາງປກສ ເພິ່ນກໍຍັງຮວບຮວມ ໃນຂໍ້ມູນແມ່ນຫຍັງ ຕ່າງໆເພື່ອສອບສວນຄືນ ເພາະເພິ່ນມີແຕ່ມາເກັບກໍາຂໍ້ມູນ ອີງຕາມການ ຟ້ອງຮ້ອງຂອງຜູ້ຖືກເສັຽ ເຂົາຟ້ອງຮ້ອງແລ້ວ ທາງແຂວງກໍໄດ້ຈັດຕັ້ງ ຄນະກັມການ ລົງໄປເອົາຂໍ້ມູນຄວາມເປັນຈິງ ມັນແນວໃດ ດຽວນີ້ ມັນກໍຍັງບໍ່ຮູ້ວ່າຂໍ້ມູນ ທີ່ໄດ້ມາແລ້ວ ທາງຄນະອັຍການ ໄດ້ຄົ້ນຄວ້າກັນແນວໃດ ພວກເຮົາບໍ່ຮູ້ນໍາ ເຈົ້າໜ້າທີ່ ຕົວນັ້ນເນາະ ຄິດວ່າຄືສິ ບໍ່ດົນເນາະ ຄິດວ່າຄືສິໄດ້ຕັດສິນ ກັນແລ້ວ."

ທ່ານກ່າວຕື່ມອີກວ່າ ເມື່ອປີ 2017 ເກີດກໍຣະນີແບບດຽວກັນນີ້ ປະມານ 8-9 ກໍຣະນີ ຂນະທີ່ແພດ ແລະໝໍ ກໍພຍາຍາມເຮັດໃຫ້ການ ເສັຍຊີວິດ ຂອງແມ່ຍິງ ເກີດລູກຫລຸດຜ່ອນລົງ.

ອີງຕາມຂໍ້ມູນຈາກຍາດພີ່ນ້ອງຂອງຜູ້ເສັຍຊີວິດ, ນາງ ຄຸນຄາມ ເລີ້ມມີອາການເຈັບທ້ອງ ໃນເວລາປະ ມານ 21 ໂມງ ຂອງວັນທີ 8 ພຶສຈິກາ ປີ 2017 ແລະ ຈົນຮອດເວລາ 3 ໂມງເຊົ້າ ຂອງວັນທີ 9 ພຶສຈິກາ ນາງ ຄຸນຄາມ ໄດ້ຮ້ອງຂໍໃຫ້ ທ່ານໝໍ ຜ່າຕັດອອກ ຍ້ອນວ່າລາວ ເຈັບຫຼາຍ, ແຕ່ ທ່ານໝໍ ກໍບອກວ່າ ອອກທັມມະຊາດ ໄດ້ຢູ່.

ຈົນກະທັງເວລາປະມານ ໃນເວລາປະມານ 8 ໂມງເຊົ້າຂອງວັນທີ 9 ພຶສຈິກາ ທ່ານໝໍ ຈຶ່ງຕັດສິນໃຈຜ່າຕັດອອກ ແຕ່ຄົນເຈັບເສັຍຊີວິດ ພ້ອມດ້ວຍລູກໃນທ້ອງ ໃນຂນະທີ່ ກຳລັງຖືກນຳໂຕເຂົ້າໄປຫ້ອງຜ່າຕັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.