ແຂວງຫົວພັນ ຍັງຫາສາເຫດ ທີ່ເຮັດໃຫ້ປາຕາຍ ບໍ່ໄດ້ເທື່ອ

ເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍຣະນີ ປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນປາ.
ອຸ່ນແກ້ວ
2023.06.02
ແຂວງຫົວພັນ ຍັງຫາສາເຫດ ທີ່ເຮັດໃຫ້ປາຕາຍ ບໍ່ໄດ້ເທື່ອ ນີ້ເປັນພຽງຮູບປະກອບຂ່າວ ເຊິ່ງແມ່ນເຫດການທີ່ຊາວບ້ານ ເກັບປາຕາຍ ຈຳນວນຫຼາຍ ຢູ່ແຂວງນຶ່ງທາງພາກເໜືອນ ຂອງລາວ ເມື່ອປີ 2021 ທີ່ຜ່ານ. ສ່ວນເຫດການປາຕາຍ ຈຳນວນຫຼາຍ ຢູ່ສາຍນ້ໍາຊໍາ ເຂດເມືອງຊໍາໃຕ້ ໃກ້ກັບຈຸດກໍ່ສ້າງ ເຂື່ອນໄຟຟ້ານ້ຳຊໍາ 3 ນັ້ນ ຍັງຢູ່ລະຫວ່າງການກວດສອບ ຂອງເຈົ້າໜ້າທີ່ ທາງການລາວ.
ນັກຂ່າວ ພົລເມືອງ

ທາງການແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍລະນີປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນໂຕປາ. ປັດຈຸບັນ ທາງການແຂວງ ໄດ້ປະກາດຫ້າມຊາວບ້ານ ຢູ່ເມືອງຊໍາໃຕ້, ເມືອງວຽງໄຊ, ເມືອງຫົວເມືອງ ແລະ ເມືອງແອດ ຈັບປາ (ໃນແຫຼ່ງນ້ຳດັ່ງກ່າວ) ມາກິນ.

ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 2 ມິຖຸນາ ວ່າ:

“ເພີ່ນກະຍັງຊອກຫາສາເຫດຢູ່ວ່າ ມັນເປັນຍ້ອນຫຍັງ ເພິ່ນກໍາລັງວັດແທກ ຄຸນນະພາບນໍ້າຫັ້ນ 3-4 ເມືອງ ວຽກງໄຊ ກັບເມືອງຊໍາໃຕ້ ມັນມີທາງເມືອງຫົວເມືອງ ແດ່.​”

ທ່ານ ກ່າວຕື່ມອີກວ່າ ສໍາລັບເຂື່ອນໄຟຟ້ານໍ້າສິມ ທີ່ຖືວ່າ ເປັນຕົ້ນເຫດຂອງປາຕາຍ ຍ້ອນການລ້າງອຸໂມງ ຫຼື ມີສານເຄມີຮົວໄຫຼນັ້ນ ແມ່ນເປັນເຂື່ອນຂນາດນ້ອຍ ພຽງ 8 ເມກະວັດ ເຊິ່ງໄດ້ຮັບການພັທນາ ໂດຍ ກຸ່ມບໍຣິສັດ ພົງຊັບທະວີ ຈໍາກັດ. ປັດຈຸບັນ ກໍ່ສ້າງຄືບໜ້າໄປຫຼາຍກວ່າ 95% ແລ້ວ ມີກໍານົດສ້າງສໍາເລັດ ແລະ ຂາຍໄຟຟ້າໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ໃນປີ 2024 ນີ້.

ສ່ວນແກ່ງລິດ ແມ່ນຕັ້ງຢູ່ໃນລໍານໍ້າແອດ ເມືອງແອດ ມີລັກສະນະເປັນອ່າງເກັບນໍ້າ ເພື່ອເຮັດຊົນລະປະທານ ເຊິ່ງບໍ່ແມ່ນເຂື່ອນໄຟຟ້າ ແຕ່ຢ່າງໃດ. ເຈົ້າໜ້າທີ່ຜູ້ດຽວກັນນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄົນລະອັນ ໂຕນໍ້າສິມນີ້ ມີຂນາດນ້ອຍ 8 ເມກະວັດ ຈາກເທສບານເມືອງວຽງໄຊໄປນີ້ ກະປະມານ 20 ກິໂລແມັດ ນີ້, ແກ່ງລິດ ກະແມ່ນບ່ອນທ່ອງທ່ຽວ ຊື່ໆ ຢູ່ນໍ້າແອດພຸ້ນ ເປັນອ່າງຊົນລະປະທານເອົານໍ້າມາໃສ່ນາ ໃສ່ຫຍັງ.”

ສໍາລັບ ຈຸດທີ່ພົບເຫັນປາຕາຍ ມີທັງໝົດ 4 ຈຸດ ຄື ລໍານໍ້າແອດ ເມືອງແອດ, ສໍານໍ້າສິມ ເມືອງວຽງໄຊ, ລໍານໍ້າຊໍາ ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ເຊິ່ງແຕ່ລະຈຸດ ກໍມີການສັນນິຖານ ເຖິງສາເຫດຂອງປາຕາຍ ແຕກຕ່າງກັນໄປ ເນື່ອງຈາກ ບາງພື້ນທີ່ພົບເຫັນປາຕາຍ ກໍບໍ່ມີເຂື່ອນໄຟຟ້າ.​

ຊາວບ້ານເຂົ້າໃຈວ່າ ສາເຫດປາຕາຍ ຢູ່ລໍານໍ້າສິມ ເມືອງວຽງໄຊ ຍ້ອນໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າສິມ ທີ່ມີການລ້າງອຸໂມງ ເຊິ່ງມີສານເຄມີ ຮົ່ວໄຫຼ ຈົນເຮັດໃຫ້ປາຕາຍ, ແຕ່ ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງລໍຖ້າ ຜົລການວິເຄາະ ຄຸນນະພາບນໍ້າ ແລະ ການປົນເປື້ອນສານເຄມີ ໃນໂຕປາກ່ອນ ຈຶ່ງຈະສາມາດສລຸບໄດ້້.​

ສ່ວນລໍານໍ້າແອດ ຢູ່ເມືອງແອດ ແລະ ລໍານໍ້າຊໍາ ຢູ່ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ຊາວບ້ານເຂົ້າໃຈວ່າ ເກີດຈາກໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ທີ່ຢູ່ລະຫວ່າງການກໍ່ສ້າງ ຫຼື ເກີດຈາກສະເພາະຂອງດິນຟ້າອາກາດ ເພາະໄລຍະນີ້ ອາກາດຮ້ອນ ຮຸນແຮງ ເຮັດໃຫ້ປະຣິມານນໍ້າ ໃນລໍານໍ້າມີໜ້ອຍ ແລະ ແຫ້ງແລ້ງໜັກຫຼາຍ ເພາະບາງຈຸດ ບໍ່ມີການກໍ່ສ້າງເຂື່ອນໄຟຟ້າ ກໍຍັງພົບເຫັນປາຕາຍຄືກັນ.

ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນ ວ່າ:

“ຈະມີນໍ້າຊໍາ 3, ນໍ້າສິມ ແລະ ນໍ້າແອດກະຕາຍຄືກັນ ແຕ່ກະບໍ່ມີເຂື່ອນ ກະບໍ່ແນ່ໃຈ ເພາະວ່າ ປັດຈຸບັນນີ້ ອຸນະພູມ ຢູ່ຫົວພັນນີ້ ຂ້ອນຂ້າງສູງຜິດປົກຕິ ແລະ ນໍ້າກະແຫ່ງຫຼາຍ ເພິ່ນຍັງຕ້ອງວິເຄາະ, ວິໃຈວ່າ ມັນຕາຍຍ້ອນຫຍັງ.​”

ກ່ຽວກັບເຣື່ອງນີ້ ​ຊາວບ້ານ ຢູ່ເມືອງແອດ ກໍຍັງບໍ່ຮູ້ເຖິງສາເຫດຢ່າງແທ້ຈິງ ວ່າເປັນຍ້ອນຫຍັງ. ຊາວບ້ານຢູ່ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄັນວ່າ ຕາມເຂົາມາກວດກາ ເຂົາວ່າ ເຂົາລອງນໍ້າ ເຂົາເຮັດເຂື່ອນ ຢູ່ທາງເມືອງວຽງໄຊ ເຈາະອຸໂມງ ເບາະ ເຂົາໃສ່ຊິມັງ ເຂົາພົ້ນຢາເບາະ ຫຼື ແນວໃດ ອອກມາແລ້ວ ມັນມີແຕ່ປາຕາຍ ນັບຕັ້ງແຕ່ນັ້ນ ແຕ່ວ່າ ໄຫຼອອກ ມາປ່ອງໃສ່ນໍ້າຊໍາ.”

ທາງການເມືອງຊໍາໃຕ້ ແລະ ເມືອງວຽງໄຊ ແລະ ເມືອງອື່ນໆ ໄດ້ປະກາດຫ້າມຊາວບ້ານ ບໍ່ໃຫ້ຈັບປາຢູ່ແມ່ນໍ້າມາກິນ ຈົນກວ່າຈະມີຜົລການວິເຄາະ ອອກມາຢ່າງເປັນທາງການ. ຊາວບ້ານເມືອງຊໍາໃຕ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:

“ບໍ່ ປະຊາຊົນ ບໍ່ໄດ້ຫາປາແລ້ວເດີ ເຂົາໃຫ້ໂຈະການຫາປາລຽບນໍ້າຊໍານີ້ ​ບໍ່ໃຫ້ບ້ານໃດ ທີ່ຢູ່ລຽງຫັ້ນ ບໍ່ໃຫ້ຫາ.”

ກ່ຽວກັບເຣື່ອງນີ້ ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນກໍໄດ້ຮຽກຮ້ອງໃຫ້ ບໍຣິສັດຕ່າງໆ ທີ່ລົງທຶນກໍ່ສ້າງ ໂຄງການຕ່າງໆ ໃນຂອບເຂດແຂວງຫົວພັນ ລວມເຖິງໂຄງການເຂືື່ອນ ໄຟຟ້ານໍ້າສິມ ໃຫ້ມີຄວາມຮັບຜິດຊອບ ຕໍ່ມາຕການປົກປັກຮັກສາ ສິ່ງແວດລ້ອມ ຍ້ອນວ່າ ເມື່ອເກີດບັນຫາຂຶ້ນມາແລ້ວ ກໍກາຍເປັນຜົລກະທົບ ໄລຍະຍາວໃຫ້ແກ່ປະຊາຊົນ.​

ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຢາກໃຫ້ຣັຖບານຊ່ວຍເບິ່ງຄືນຕື່ມ ເພາະວ່າ ຣັຖບານ ເປັນຜູ້ຄຸ້ມຄອງໂຄງການຕ່າງໆ ໂດຍກົງ ເຊິ່ງທາງຂັ້ນແຂວງ ແລະ ຂັ້ນເມືອງ ບໍ່ສາມາດເຂົ້າເຖິງໄດ້ ແລະ ເຮັດໄດ້ແຕ່ເຂົ້າໄປແກ້ໄຂເທົ່ານັ້ນ. ຜແນກ ຢາກໃຫ້ຣັຖບານມີການເອົາໃຈໃສ່ ແລະ ລົງໂທດຕໍ່ບໍຣິສັດ ທີ່ຝ່າຝືນກົດລະບຽບ ທາງດ້ານສິ່ງແວດລ້ອມ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.