ຄວາມຄືບໜ້າ ເຮືອລັກລອບຂົນ ຄົນງານລາວ ຂ້າມນ້ຳຂອງ ກັບຄືນບ້ານ ຫຼົ້ມ

ຈຳປາທອງ
2023.06.09
ຄວາມຄືບໜ້າ ເຮືອລັກລອບຂົນ ຄົນງານລາວ ຂ້າມນ້ຳຂອງ ກັບຄືນບ້ານ ຫຼົ້ມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ກຳລັງມ້ຽນຊາກສົບ ຜູ້ເສັຍຊີວິດ ຈາກເຫດການເຮືອຫລົ້ມ ເມື່ອວັນທີ 6 ມິຖຸນາ ທີ່ຜ່ານມາ ບັນຈຸໃສ່ໂລງ.
ຂໍຂອບໃຈ ຮູບພາບຈາກເພຈ ມູນນິທິຊ່ວຍເຫຼືອ ຜູ້ປະສົບໄພ ແຂວງຄຳມ່ວນ

ເຫດການ ເຮືອລັກຂົນສົ່ງຄົນງານລາວ ຫລົ້ມຢູ່ແມ່ນໍ້າຂອງ ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ ແລະນະຄອນພະນົມຂອງໄທ ເມື່ອວັນທີ 6 ມິຖຸນານີ້ ມີຜູ້ເສັຍຊີວິດ 3 ຄົນ ເປັນຄົນໃນຄອບຄົວດຽວກັນ ຄືພໍ່, ແມ່ ແລະລູກອາຍຸ 5 ປີ. ໃນນັ້ນ 2 ສົບ ຖືກພົບຢູ່ແຄມຂອງຝັ່ງໄທຍ ແລະອີກ 1 ສົບພົບຢູ່ແຄມຂອງຝັ່ງລາວ. ທາງຍາດພີ່ນ້ອງຂອງຜູ້ເສັຍຊີວິດ ໄດ້ນໍາທັງ 3 ສົບນັ້ນໄປທໍາພິທີ ຊາປະນະກິຈ ຢູ່ບ້ານເກີດ ທີ່ເມືອງໜອງບົກ ແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ອາສາສມັກກູ້ພັຍ ແຂວງຄໍາມ່ວນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ມີຖຸນານີ້.

“ແມ່ນພົບໝົດແລ້ວ ສົບໝົດນີ້ ເພິ່ນເອົາໄປໄວ້ເຮືອນແລ້ວ ເພິ່ນຊາປະນະກິຈໄປແລ້ວ ມື້ວານນີ້ແມ່ນແລ້ວ.”

ເຈົ້າໜ້າທີ່ ເມືອງໜອງບົກ ນາງນຶ່ງ ເວົ້າເຖິງທັງ 3 ຄົນ ທີ່ເສັຍຊີວິດ ຈາກເຫດເຮືອຫລົ້ມນັ້ນວ່າ ໄດ້ມີການທໍາພິທີ ຊາປະນະກິຈ ໄປແລ້ວ ໃນມື້ວັນທີ 8 ມິຖຸນານີ້. ສ່ວນຄົນງານທີ່ເຫລືອອີກ 5​ ຄົນ, ຄົນຂັບເຮືອ 1 ຄົນ ແລະ ອີກ 1 ຄົນ ທີ່ເປັນເດັກນ້ອຍ, ລູກຂອງຄົນງານນັ້ນ ຍັງຢູ່ໃນລະຫວ່າງການສອບສວນຢູ່ກອງບັນຊາການ ປກສ ແຂວງຄໍາມ່ວນຢູ່, ຍັງບໍ່ທັນຮູ້ກ່ຽວກັບຄວາມຄືບໜ້າ ຂອງການສອບສວນນັ້ນເທື່ອ.

“ເອົາກັບບ້ານພຸ້ນແລ້ວ ບ້ານເພິ່ນຫັ້ນຢູ່ບ້ານນາຫລັກ ເມືອງໜອງບົກ ຜູ້ລອດຊີວິດ ກະເພິ່ນຢູ່ທາງແຂວງ ຜູ້ລອດຊີວິດຫັ້ນ ໜ້າຈະບໍ່ມີເອກະສານ ແລະເພິ່ນບໍ່ຜ່ານດ່ານ ຕິເບາະ.”

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອຂໍຮູ້ເຣື່ອງຄວາມຄືບໜ້າ ຂອງການສືບສວນ-ສອບສວນ ກໍຣະນີດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ຮັບຜິດຊອບ ຍັງບໍ່ສາມາດທີ່ຈະໃຫ້ຂໍ້ມູນໄດ້ເທື່ອ, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມແຂວງຄໍາມ່ວນທ່ານນຶ່ງ ກໍໄດ້ເວົ້າວ່າ ເຈົ້າໜ້າທີ່ຕໍາຣວດຂອງແຂວງ ກໍາລັງສືບສວນ ແລະສອບສວນ ຄົນງານລາວ ແລະຄົນຂັບເຮືອນັ້ນຢູ່, ແລະຍັງບໍ່ທັນໄດ້ເປີດເຜີຍ ເຖິງຄວາມຄືບໜ້າ ໃຫ້ທາງຜແນກຂອງພວກທ່ານຊາບເທື່ອ, ດັ່ງນັ້ນຈຶ່ງຍັງບໍ່ທັນຮູ້ຂໍ້ມູນ ລະອຽດຄັກແນ່ເທື່ອ.

“ໄທເຮົາ ຍັງບໍ່ໄດ້ຮັບຂໍ້ມູນລະອຽດ ພາກສ່ວນເຈົ້າໜ້າທີ່ ເພິ່ນນ່າເປັນຄົນສືບສວນ-ສອບສວນ ມີບັດ ມີເບີ ບໍ່ ເຣື່ອງຂ້າມນີ້ ແມ່ນຂ້າມບໍ່ຖືກຕ້ອງແລ້ວ ບໍ່ໄດ້ໄປຮ່ວມໃນຂະບວນການ ຂອງເຂົາເຈົ້າວ່າ ເຂົາເຈົ້າມີພາສປອດບໍ່ ມີບັດແຮງງານຫຍັງຖືກຕ້ອງ ຕາມລະບຽບບໍ່.”

ຊາວລາວ ທີ່ເຮັດທຸຣະກິຈ ຢູ່ໃກ້ແຄມຂອງນາງນຶ່ງ ຢູ່ເມືອງທ່າແຂກ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ມິຖຸນານີ້ວ່າ ຢາກໃຫ້ເຫດການດັ່ງກ່າວ ເປັນບົດຮຽນໃຫ້ແກ່ຄົນງານລາວ ອີກຫລາຍໆຄົນ ທີ່ມີແນວຄິດລັກລອບຂີ່ເຮືອ ຂ້າມແມ່ນໍ້າຂອງ ທັງຈາກຝັ່ງລາວໄປໄທຍ ຫລືຈາກຝັ່ງໄທຍມາລາວ ເພາະວ່າ ເມື່ອເກີດອຸບັດຕິເຫດຂຶ້ນມາແລ້ວ ກໍມີແຕ່ຄວາມສູນເສັຍ ແລະຖືກດໍາເນີນຄະດີ.

“ມັນກາປາສຈາກບໍ່ໄດ້ ກະບໍ່ເຂົ້າໃຈວ່າເປັນຫຍັງ ເຂົາເຈົ້າຕ້ອງລັກລອບລັກຂ້າມ ຢ້ານແມ່ນເຮືອນ້ອຍ ເພິ່ນລໍາລຽງກັນຫລາຍຄົນ ແລ້ວມັນກະຕ້ອງແບບນີ້ໂລດແຫລ້ວ.”

ເຈົ້າໜ້າທີ່ ອາສາສມັກກູ້ພັຍ ຢູ່ແຂວງນະຄອນພະນົມ ເວົ້າວ່າ ເຮືອທີ່ລັກຂົນສົ່ງຄົນງານລາວ ລໍານັ້ນ ອາດແມ່ນເຮືອ ຂົນສົ່ງຂ້າມແມ່ນໍ້າຂອງ ທັມມະດາ ກັນເອງ ຊຶ່ງບໍ່ເໝາະທີ່ຈະໃຊ້ຂົນຫລາຍຄົນ, ບໍ່ແມ່ນເຮືອໂດຍສານ ທີ່ມີເສື້ອຊູຊີບ ດັ່ງນັ້ນຈຶ່ງມີໂອກາດສູງ ທີ່ຈະເຮັດໃຫ້ເກີດອຸບັດຕິເຫດ ເຮືອຫລົ້ມ ແລະກໍຢາກໃຫ້ເຫດການດັ່ງກ່າວ ເປັນບົດຮຽນ ສໍາລັບຫລາຍຄົນ.

ທ່ານກ່າວວ່າ:

“ໜ້າຈະບໍ່ແມ່ນເຮືອໂດຍສານ ຄິດວ່າໜ້າຈະເປັນເຮືອແບບ ຂົນສົ່ງຂ້າມກັນເອງ ຫລາຍກວ່າ, ບໍ່ແມ່ນເຮືອໂດຍສານທົ່ວໄປ ຄັນເປັນເຮືອໂດຍສານທົ່ວໄປ ກໍຈະມີເສື້ອຊູຊີບ ແລະເປັນເຮືອ ທີ່ມີມາຕຖານ ຄວາມປອດພັຍ ພໍສົມຄວນ.”

ຄົນງານລາວ ທີ່ໄດ້ຕິດຕໍ່ໃຫ້ເຮືອ ຈາກຝັ່ງແຂວງຄໍາມ່ວນ ມາຮັບຢູ່ນະຄອນພະນົມ, ເມື່ອທັງໝົດ 9 ຄົນເຂົ້າເຮືອ ເຮືອກໍແລ່ນອອກຈາກຝັ່ງໄດ້ປະມານ 10-20 ແມັດ ເຮືອລໍານັ້ນກໍຫລົ້ມ, ຄົນຢູ່ໃນເຮືອພະຍາຍາມລອຍນໍ້າໄປຝັ່ງລາວ, ແຕ່ມີ 3 ຄົນລອຍນໍ້າບໍ່ຮອດຝັ່ງ ແລະຈົມນໍ້າເສັຍຊີວິດ. ໃນຈໍານວນທັງໝົດ 9 ຄົນນັ້ນ ເປັນຄົນງານ 7 ຄົນ ແລະເດັກນ້ອຍ 2 ຄົນ.

ເຫດການເຮືອຫລົ້ມນັ້ນ ເກີດຂຶ້ນໃນເວລາປະມານ 7 ໂມງແລງ ຂອງມື້ວັນທີ 6 ມິຖຸນານີ້. ສ່ວນສາເຫດທີ່ແທ້ຈິງ ຂອງເຮືອຫລົ້ມນັ້ນ ຍັງບໍ່ທັນຮູ້ຄັກແນ່ວ່າ ເກີດຍ້ອນຫຍັງກັນແທ້ ແລະຍັງບໍ່ຮູ້ວ່າ ຄົນງານລາວ ທີ່ລັກຂີ່ເຮືອ ກັບໄປແຂວງຄໍາມ່ວນນັ້ນ ແມ່ນໄປເຮັດວຽກຢູ່ປະເທດໄທຍ ໄດ້ຈັກປີແລ້ວ ແລະສາເຫດທີ່ລັກຂີ່ເຮືອ ກັບລາວນັ້ນ ແມ່ນມາຢ້ຽມຢາມບ້ານ ຫລື ວ່າໝົດສັນຍາເຮັດວຽກ ຢູ່ໄທຍ ແລ້ວກໍຍັງບໍ່ຮູ້. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.