ປະຊາຊົນ 4 ແຂວງ ຍັງທຸກຍາກ ຂາດເຂົ້າກິນ ຈຳນວນຫຼາຍ
2023.06.14

ປະຊາຊົນຢູ່ 4 ແຂວງຂອງລາວຄື ແຂວງຫຼວງນໍ້າທາ, ສາຣະວັນ, ອຸດົມໄຊ ແລະ ເຊກອງ ຍັງທຸກຍາກພ້ອມທັງຍັງຂາດເຂີນ ເຂົ້າກິນເປັນຈຳນວນຫຼາຍ. ສະເພາະ ຢູ່ແຂວງຫຼວງນໍ້າທາ ປະຊາຊົນຢູ່ເມືອງນາແລ, ເມືອງລອງ ແລະ ເມືອງວຽງພູູຄາ ຫຼຸດຜ່ອນການຖາງປ່າເຮັດໄຮ່ ຕາມນະໂຍບາຍ ຂອງທາງການແລ້ວ, ແຕ່ຈຳນວນໜຶ່ງ ພາກັນໄປຮັບຈ້າງປາດຢາງ ເພື່ອເອົາເງິນມາຊື້ເຂົ້າກິນ ແຕ່ກໍບໍ່ກຸ້ມກິນ ຍ້ອນລາຄາເຂົ້າ ໃນປີນີ້ແພງຂຶ້ນເຄິ່ງໜຶ່ງ ຈາກປີຜ່ານມາ ແຕ່ຄ່າປາດຢາງຊໍ່າເກົ່າ ບໍ່ມີການຂຶ້ນລາຄາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ມິຖຸນາ ນີ້ວ່າ:
“ປະຊາຊົນສ່ວນໃຫຍ່ ທີ່ເຄີຍເຮັດໄຮ່ ເຂົາເຈົ້າກໍບໍ່ເຮັດກໍມີແລ້ວ ເຂົາກໍປາດຢາງເພື່ອໄດ້ເງິນມາຊື້ເຂົ້າເນາະ ແຕ່ວ່າລາເຂົ້າມັນຈະຂຶ້ນສູງຫຼາຍເນາະ ປີ້ນີ້ເນາະທຽບໃສ່ປີກາຍນີ້ ມັນກໍຂຶ້ນເກືອບເຄິ່ງໜຶ່ງ ກໍເຮັດໃຫ້ປະຊາຊົນ ກໍບໍ່ມີຄວາມສາມາດຊື້ເຂົ້າ ແລ້ວກໍຈຳນວນໜຶ່ງ ກໍຍັງອຶດຫີວຢູ່ຫັ້ນ ກໍຍັງບໍ່ພຽງພໍວ່າຊັ້ນສາ ເພາະປີຜ່ານມານີ້ເຂົ້າທັມມະດາ ເຂົ້າພໍກິນໄດ້ນີ້ລະດັບ 7-8 ພັນກີບ ເຂົ້າທີ່ຄຸນນະພາບສູງ ຢູ່ໃນລະດັບບໍ່ເກິນ 12 ພັນກີບສາແລ້ວປີນີ້ ມັນກໍຮອດ 18 ພັນກີບເນາະ ແລ້ວມັນກໍຂຶ້ນເກືອບເທົ່າໂຕ ອຶດກໍບໍ່ເຖິງຂັ້ນອຶດແທ້ ອືດວ່າດອກແຕ່ວ່າ ເຂົາເຈົ້າກໍບໍ່ພຽງພໍຫັ້ນແຫຼະ ບາງຄັ້ງຕ້ອງໄດ້ຢືມ ໄດ້ຫຍັງກິນ ຫັ້ນແຫຼະ.”
ປັດຈຸບັນ ປະຊາຊົນຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ນິຍົມປູກມັນຕົ້ນ ເຊິ່ງມັນຕົ້ນເປັນພືດ ທີ່ປູກແລ້ວທຳລາຍໜ້າດິນ ປູກດົນໆໄປ ຜົລຜລິດບໍ່ໄດ້ເຕັມເມັດເຕັມໜ່ວຍ ແລ້ວລາຍໄດ້ຂອງປະຊາຊົນ ບໍ່ຄົງທີ່ ຈຶ່ງເຮັດໃຫ້ບໍ່ມີເງິນຊື້ເຂົ້າກິນ ຢ່າງພຽງພໍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງສາຣະວັນ ກ່າວໃນມື້ດຽວກັນວ່າ:
“ໂຕມັນຕົ້ນມັນກໍພຽງ ແບບຊົ່ວຄາວເຮົາປູກໄປຫຼາຍປີ ມັນກໍເກີດແບບບໍ່ງາມນ່າ ປີທໍາອິກເອີກໍໄດ້ຢູ່ ປີ 2 ມັນກໍເຮັດໃຫ້ດິນເຮົາ ມັນເສື່ອມໂຊມ ໄປຄັນເຮົາຊື້ເຂົ້າກິນ ມັນບໍ່ຄຸ້ມນ່າວ່າຊັ້ນສາ ຫຼາຍຄົນຍັງອຶດເຂົ້າເຣື່ອງເຂົ້າກິນນີ້ແຫຼະ ສະນັ້ນເຂົ້ານີ້ແຫຼະ ມັນຍັງຂາດຫຼາຍ ຕາມເບິ່ງລົງແຕ່ລະບ້ານຫັ້ນນ່າ ກັບລາຍຮັບເຂົາເຈົ້ານີ້ ກໍຍັງບໍ່ທັນສູງຫັ້ນແຫຼະ ຫາກິນແບບທ້ອງຖິ່ນຄັນຊິເວົ້າ.”
ສ່ວນວ່າການຜລິດ ເຂົ້າກິນ ຢູ່ບ້ານແມວ ເມືອງສະໝ້ວຍ ແຂວງສາຣະວັນ ກໍບໍ່ກຸ້ມກິນຍ້ອນພວກເຂົາເຈົ້າ ຈະນິຍົມເຮັດໄຮ່ ແຕ່ດິນບໍ່ອຸດົມສົມບູນ ປະກອບກັບເຂົາເຈົ້າ ປະເຊີນກັບດິນຟ້າອາກາດ ບໍ່ດີ ຈຶ່ງເຮັດໃຫ້ມີເຂົ້າບໍ່ກຸ້ມກິນ ເຖິງແມ່ນວ່າ ປ່ຽນເອົາແນວອື່ນໄປຂາຍ ກໍຍັງມີເງິນຊື້ເຂົ້າບໍ່ກຸ້ມກິນ ຢູ່ດີ. ອີງຕາມຖານຂໍ້ມູນປີຜ່ານມາ ປະມານເດືອນມົກກະຣາ ຫາ ເດືອນສິງຫາ ຈະເປັນເດືອນທີ່ປະຊາຊົນ ຂາດເຂົ້າກິນຫຼາຍ ຍ້ອນບໍ່ທັນໄດ້ເຂົ້າໃໝ່ເທື່ອ.
ດັ່ງປະຊາຊົນ ຢູ່ບ້ານແມວ ເມືອງສະໝ້ວຍ ກ່າວໃນມື້ດຽວກັນວ່າ:
“ເປັນຕົ້ນແມ່ນການຜລິດເຂົ້າເນາະ ຕາມອັດຕຣາຄິດໄລ່ກັນ ກໍກຸ້ມກິນແຕ່ 3-4 ເດືອນ 5 ເດືອນ 6 ເດືອນສູງສຸດ ເປັນດິນກໍເປັນດິນບໍ່ງາມຫັ້ນແຫຼະ ມັນກໍຖືພັຍແຫ້ງແລ້ງ ຈັ່ງຊິຄືມັນກໍບໍ່ຕົກຕາມຣະດູການ ຕລອດຝົນຫັ້ນນ່າ ບ່ອນມີນາກໍໄຄແດ່ບ່ອນເຂົາເຈົ້າ ເຮັດນາຫັ້ນນ່າ ບ່ອນບໍ່ມີນາ ມັນກໍເຮັດໄຮ່ ຕລອດມັນກໍບໍ່ງາມຫັ້ນແຫຼະ ເຂົ້າຂາຍແນວອື່ນ ຂາຍມັນ ຂາຍຫຍັງ ພໍໄດ້ຊື້ເຂົ້າ ແຕ່ບໍ່ພໍກິນໝົດ ປີດອກ.”
ແຂວງອຸດົມໄຊ ປະຊາຊົນ ກໍຂາດເຂີນເຂົ້າໄວ້ກິນ ຄືກັນປີທີ່ຜ່ານມາ ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມອີກທັງໃນປີນີ້ ແຂວງອຸດົມໄຊ ຕ້ອງໄດ້ນຳເຂົ້າ ເຂົ້າສານຈາກຕ່າງແຂວງ ຫຼືຕ່າງປະເທດ ຍ້ອນທົ່ວແຂວງມີເຂົ້າບໍ່ພຽງພໍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງອຸດົມໄຊ ກ່າວໃນມື້ດຽວກັນວ່າ:
“ໂດຍປົກກະຕິກໍຂາດເຂົ້າຢູ່ ຈຳນວນນຶ່ງ ມັນກໍທົ່ວແຂວງຫັ້ນແຫຼະ ເພາະວ່າດຽວນີ້ ມາເບິ່ງໃສ່ເນື້ອທີ່ນາ ການຜລິດເຂົ້າຫັ້ນນ່າ ມັນກໍບໍ່ພຽງພໍ ມັນກໍແມ່ນນໍາເຂົ້າ ຈາກຕ່າງແຂວງ ຈາກຕ່າງປະເທດ ຈຳນວນໜຶ່ງມັນຂຶ້ນນຳ ແຕ່ລະປີວ່າ ຝົນຟ້າ ດິນຟ້າ ເປັນແນວໃດ ພໍດີປີກາຍຖືກຜົລກະທົບ ຈາກນໍ້າຖ້ວມຫັ້ນເດ້ ຢູ່ເມືອງນາໝໍ້, ເມືອງຫຼາ ເຮັດໃຫ້ເນື້ອທີ່ນາ ເຮົາເສັຍຫາຍ ບໍ່ສາມາດຜລິດເຂົ້າໄດ້ ຈຳນວນໜຶ່ງກໍເລີຍເຮັດໃຫ້ຂາດເຂົ້າ.”
ຫຼ້າສຸດ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ຮັບເຂົ້າສານ (ຈ້າວ) 900 ຕັນ (ໂຕນ) ຈາກອົງການ ອາຫານໂລກ ແຫ່ງສະຫະປະຊາຊາຕ ປະຈຳລາວ ເພື່ອຈັດສົ່ງໃຫ້ ພໍ່-ແມ່ ປະຊາຊົນ 100,000 ປາຍຄົນ ຢູ່ 16 ເມືອງ ໃນ 4 ແຂວງ ຄື ແຂວງອຸດົມໄຊ, ຫຼວງນໍ້າທາ, ເຊກອງ ແລະ ສາຣະວັນ ໃນເດືອນກໍຣະກະດາ ຫາ ເດືອນກັນຍາ 2023 ນີ້, ເຊິ່ງກໍານົດວ່າ ແຕ່ລະຄົນທີ່ອາສັຍຢູ່ພາຍໃນ ພື້ນທີ່ເປົ້າໝາຍ ຈະໄດ້ຮັບເຂົ້າສານ ຈໍານວນ 8.4 ກິໂລກຣາມ ເພື່ອຊ່ອຍຫຼຸດຜ່ອນ ການຂາດອາຫານ ແກ່ຄອບຄົວທຸກຍາກ ໂດຍສະເພາະ ໃນຣະດູຝົນ ແລະ ຣະດູຂາດແຄນອາຫານ. ອີງຕາມທ່ານ ລີປາວ ຢາງ, ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ ກ່າວໃນກອງປະຊຸມ ໂຄງການຊ່ອຍເຫຼືອປະຊາຊົນ ທີ່ພົບບັນຫາ ການຄໍ້າປະກັນ ສະບຽງອາຫານ ທີ່ສາງກະຊວງແຮງງານ ແລະສວັດດິການສັງຄົມ ໃນວັນທີ 9 ມິຖຸນາ 2023.