ຈຳນວນ ຜູ້ເປັນໄຂ້ເລືອດອອກ ມີແນວໂນ້ມ ເພີ່ມຫຼາຍຂຶ້ນເລື້ອຍໆ
2023.05.31
ສູນຂ່າວສານ ການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ຣາຍງານວ່າ ມາຮອດວັນທີ 30 ພຶສພາ 2023 ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼືໄຂ້ເລືອດອອກ ສະສົມແລ້ວ 2,979 ຄົນ ມີຜູ້ຕິດເຊື້ອໃໝ່ 108 ຄົນ ແຕ່ຍັງບໍ່ມີຜູ້ເສັຍຊີວິດ ໂດຍໂຕເລຂຜູ້ຕິດເຊື້ອ ມີແນວໂນ້ມຈະຫຼາຍຂຶ້ນ ໃນຊ່ວງໄລຍະເດືອນກໍຣະກະດາ ຍ້ອນປະເທດລາວ ເຂົ້າສູ່ຣະດູຝົນຢ່າງເປັນທາງການແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜແນກສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 31 ພຶສພາ ນີ້ວ່າ:
“ປັດຈຸບັນນີ້ ກໍມີຫຼາຍແລ້ວ ມັນຈະສູງສຸດ ຢູ່ໃນເດືອນ ກໍຣະກະດາ ຂຶ້ນເມືອ ໝາຍວ່າ ລະຫວ່າງເດືອນ 7 ຫາເດືອນ 9 ຈະມີເຄສຫຼາຍ.”
ຢູ່ແຂວງອຸດົມໄຊ ມີຜູ້ຕິດເຊື້ອສະສົມແລ້ວ 526 ຄົນ ແລະເພີ່ມຂຶ້ນທຸກມື້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ແມ່ນແລ້ວ ກໍຣະນີ ຊິເພີ່ມຂຶ້ນທຸກມື້ ອັ້ນນີ້ ເຮົາກໍບໍ່ຮູ້ວ່າ ຊິຫຼຸດລົງເມື່ອໃດ ຖ້າເຮົາເຮັດການຄວບຄຸມໄດ້ດີ ກໍຣະນີອື່ນກໍຫຼຸດລົງ ວຽກງານຄວບຄຸມ ກ່ຽວກັບພະຫານະນໍາເຊື້ອ ທໍາລາຍຍຸງລາວຕຸ໊ກແກ ຖ້າໄດ້ໂຕນີ້ ມັນກໍການເຈັບມັນກໍຈະຫຼຸດລົງ.”
ຢູ່ເມືອງໄຊ ແຂວງອຸດົມໄຊ ຕອນນີ້ ມີຜູ້ເປັນໄຂ້ຍຸງລາຍສະສົມ 82 ຄົນ ສ່ວນຫຼາຍ ຢູ່ໃນເຂດບ້ານທີ່ເປັນຊຸມຊົນໃຫຍ່ ແລະໜາແໜ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ:
“ສະສົມ ມາຮອດມື້ນີ້ເນາະ 82 ກໍຣະນີ ເຂດບ້ານທີ່ມີກໍຣະນີຫຼາຍ ດຽວນີ້ລະດັນນຶ່ງ ກໍແມ່ນບ້ານດອນແກ້ວ ກັບບ້ານຫ້ວຍຂຸມ ສ່ວນຫຼາຍ ພົລເມືອງຫຼາຍ ແລ້ວກໍມີຫ້າງຮ້ານຫັ້ນນ່່າ ບ້ານແອອັດໜ້ອຍນຶ່ງ ບ້ານໃຫຍ່ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງການໄດ້ລົງກວດກາ ແລະເຝົ້າລະວັງໄຂ້ຍຸງລາຍ ຢ່າງຕໍ່ເນື່ອງຕລອດປີ ຍ້ອນໄຂ້ຍຸງລາຍ ສາມາດເກີດຂຶ້ນ ໄດ້ທຸກຣະດູ ແຕ່ໃນຣະດູຝົນ ທີ່ຈະມີການຣະບາດໜັກ ກໍລົງກວດກາ ແລະໂຄສະນາ ເຖິງຫຼັການ 5 ປ ເຊິ່ງເປັນວຽກງານພື້ນຖານ ໃນການປ້ອງກັນໄຂ້ຍຸງລາຍ ໃຫ້ປະຊາຊົນຮັບຮູ້.
ດັ່ງທ່ານກ່າວຕື່ມວ່າ:
“ເຮົາເອົາໂຕຂໍ້ມູນ ສຸຂສຶກສາ ວຽກງານ 5 ປ ລົງໄປຢູ່ບ້ານຫັ້ນນ່າ ແນະນໍາກັບຄອບຄົວຫັ້ນແຫຼະ ໃຫ້ປະຕິບັດ 5 ປ ກັບອະນາໄມຄວາມສະອາດ ຕາມສານຖານທີ່ ບ້ານຂອງເຂົາເຈົ້າ 5 ປ ແມ່ນຄອບຄົວເປັນຜູ້ເຮັດ ປະຕິບັດຫັ້ນແຫຼະ ແມ່ນແລ້ວ ເປັນພື້ນຖານໃນການປະຕິບັດວຽກງານຄວາມສະອາດເຮົານີ້ແຫຼະ ວຽກປ້ອງກັນໄຂ້ຍຸງລາຍເຮົາ.”
ຫຼັກການປ້ອງກັນ ແລະປາບປາມ ໄຂ້ຍຸງລາຍ ຫຼື 5 ປ ປະກອບໄປດ້ວຍ:
- ປິດ ຄືປິດພາຊະນະທີ່ເກັບນໍ້າໃນເຮືອນ ແລະນອກເຮືອນ ເພື່ອບໍ່ໃຫ້ຍຸງໄຂ່ໃສ່.
- ປ່ຽນ ຄືປ່ຽນນໍ້າ ໃນພາຊະນະ ທີ່ປິດບໍ່ໄດ້.
- ປ່ອຍ ຄືປ່ອຍປາຫາງນົກຍຸງ ເພື່ອໃຫ້ກິນໜອນນໍ້າ.
- ປັບປຸງ ຄືປັບປຸງສະພາບແວດລ້ອມ ບໍ່ໃຫ້ມີນໍ້າຂັງ.
- ປະຕິບັດ ຄືປະຕິບັດ ເປັນປະຈໍາທຸກໆ 3-5 ມື້ ຫຼື ທຸກອາທິດ.
ຂະນະທີ່ ແຂວງຄໍາມ່ວນ ເຊິ່ງມີຜູ້ຕິດເຊື້ອແລ້ວ 492 ຄົນ ກໍເຣີ່ມເຫັນຜູ້ປ່ວຍພຍາດໄຂ້ຍຸງລາຍ ຫຼາຍຂຶ້ນ ສ່ວນຫຼາຍມີອາການໄຂ້ ໂຕຮ້ອນ ຖ້າອາການໜັກ ອາດມີເລືອດອອກດັງ ນໍາ, ໂດຍຜູ້ປ່ວຍມີທັງເດັກນ້ອຍ ແລະຜູ້ໃຫຍ່.
ດັ່ງເຈົ້າໜ້າທີ່ຢູ່ໂຮງໝໍ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ:
“ເຄສຍຸງລາຍຫຼາຍ ມັນມີມາຕລອດ ບາງເທື່ອກໍ 4 ຄົນ ບາງເທື່ອກໍ 10 ປາຍຄົນ ເດືອນ 4 ເດືອນ 5 ນີ້ແຫຼະ ມັນຈະຫຼາຍ ສ່ວນຫຼາຍ ມີໄຂ້ຮ້ອນຕລອດ ມາໂຮງໝໍ ເຄສໂຕໜັກ ມັນຈະບໍ່ຫຼາຍປານໃດຫັ້ນນ່າ ມີຜູ້ໜັກໆ ມື້ທີ່ 6 ທີ່ 7 ມັນຈະເຢັນເນາະ ອັນນ່າມີເລືອດດັງອອກ.”
ທ່ານກ່າວຕື່ມວ່າ ໂຮງໝໍແຂວງຄໍາມ່ວນ ໄດ້ສົ່ງເຈົ້າໜ້າທີ່ການແພດ ໄປຝຶກອົບຮົມ ກ່ຽວກັບໄຂ້ເລືອດອອກ ອີກເທື່ອນຶ່ງແລ້ວ ເພື່ອກຽມຮັບມື ກັບຈໍານວນຄົນເປັນໄຂ້ຍຸງລາຍ ທີ່ຈະເພີ່ມຂຶ້ນ ໃນອະນາຄົດອັນໃກ້ໆນີ້, ອີງຕາມຂໍ້ມູນຫຼ້າສຸດ ຈາກສູນຂ່າວສານ ການແພດ ສຸຂສຶກສາ ຢູ່ແຂວງອຸດົມໄຊ ມີຜູ້ຕິດເຊື້ອຫຼາຍທີ່ສຸດ ຮອງລົງມາ ແມ່ນແຂວງຄໍາມ່ວນ ແລະຄອນຫຼວງວຽງຈັນ ທີ່ມີຜູ້ຕິດເຊື້ອແລ້ວ 299 ຄົນ.