ນ້ຳປະປາ ນະຄອນຫຼວງ ແນະນຳປະຊາຊົນ ໃຫ້ໃຊ້ນ້ຳຢ່າງປະຢັດ

ພອນ ພູມມີທອນ
2023.05.30
ນ້ຳປະປາ ນະຄອນຫຼວງ ແນະນຳປະຊາຊົນ ໃຫ້ໃຊ້ນ້ຳຢ່າງປະຢັດ ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງ, ບ້ານໂພນເຄັງ ວັນທີ່ 30 ມິຖຸນາ 2022.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ອອກແຈ້ງການ ເລຂທີ 0551/ນປນຄ ລົງວັນທີ 19 ພຶສພາ 2023 ແນະນຳໃຫ້ປະຊາຊົນ ໃຊ້ນ້ຳປະປາຢ່າງປະຢັດ ແລະ ໃຫ້ມີຖັງໂຕ່ງນ້ຳໄວ້ໃຊ້ ໃນຍາມນ້ຳບໍ່ມາ ຫລື ມາຄ່ອຍ. ແຈ້ງການນັ້ນ ມີເນື້ອໃນອີກວ່າ ແຮງດັນນ້ຳປະປາ ຄ່ອຍ ແລະ ແຮງ ບໍ່ພຽງພໍສຳລັບປ້ຳນ້ຳ ຍ້ອນກະແສໄຟຟ້າ ຂັດຂ້ອງ ຈາກສະພາບອາກາດຮ້ອນ ຜິດປົກກະຕິ ສົມທົບກັບ ຟ້າຝົນລົມແຮງ ບາງໄລຍະ ເຮັດໃຫ້ການແລ່ນປ້ຳນ້ຳ ຂັດຂ້ອງເປັນບາງເທື່ອ, ຈຶ່ງແຈ້ງໃຫ້ຜູ້ໃຊ້ນ້ຳ ກະກຽມໂຕ່ງນ້ຳໄວ້ ເພື່ອໃຊ້ ຈົນກວ່າແຮງດັນນ້ຳ ຈະກັບມາເປັນປົກກະຕິ. ກ່ຽວກັບເຣື່ອງນີ້ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງຊາວບ້ານຜູ້ນຶ່ງ ຢູ່ບ້ານໂພນສົມບູນ ເມືອງສິໂຄດຕະບອງ ເຊິ່ງບໍ່ປະສົງອອກຊື່ ເວົ້າວ່າ ຢູ່ໃນຂົງເຂດບ້ານຂອງລາວ ມີບັນຫາກ່ຽວກັບນ້ຳປະປາ ໄຫຼເປັນບາງໄລຍະ ມາປະມານ 1-2 ເດືອນແລ້ວ ເຊິ່ງກໍ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຕ້ອງໄດ້ໂຕ່ງນ້ຳໄວ້ໃຊ້ ໃນເວລານ້ຳປະປາບໍ່ມາ, ແລະ ຖ້າພາກສ່ວນກ່ຽວຂ້ອງ ບໍ່ແກ້ໄຂບັນຫານ້ຳປະປາດັ່ງກ່າວ ໂຕເຂົາ ອາດຈະຕ້ອງໄດ້ເຈາະນ້ຳບາດານ ໃຊ້ແທນນ້ຳປະປາ.

ດັ່ງທີ່ລາວ ກ່າວໃນມື້ວັນທີ 29 ພຶສພາ 2023 ນີ້ວ່າ:

ມັນບໍ່ໄຫຼ ມາແຕ່ບາງໄລຍະ ມາແຕ່ກາງຄືນ, ເປັນມາດົນແລ້ວ ເຂົ້າເດືອນສອງແມ່ນຕ້ອງໄດ້ໂຕ່ງຖັງນ້ຳ, ຖ້າເປັນແນວນີ້ຕລອດ ຕໍ່ໜ້າກໍ່ຊິເຈາະນ້ຳບາດານ, ແຈ້ງແລ້ວນ່າເຂົາມາທິດນີ້ ຫາກໍ່ບອກເຂົາເຈົ້າບໍ່ໄຫຼແຮງ.”

ທາງດ້ານ ຊາວບ້ານ ນາງນຶ່ງ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ເວົ້າວ່າ ຢູ່ໃນເຂດທີ່ນາງຢູ່ ກໍ່ມີບັນຫານ້ຳປະປາໄຫຼເປັນບາງໄລຍະ ເຊັ່ນດຽວກັນ ໂດຍນ້ຳຈະມາແຕ່ໄລຍະ ຕອນສວຍ ແລະ ຕອນເດິກ ຂອງວັນຣັຖການ ສ່ວນ ວັນເສົາ ແລະ ວັນອາທິດ ນ້ຳບໍ່ໄຫຼເລີຍ ນາງຈຶ່ງຈຳເປັນຕ້ອງໄດ້ໂຕ່ງນ້ຳໄວ້ໃຊ້.

ດັ່ງນາງໄດ້ກ່າວອີກວ່າ:

ນ້ຳບໍ່ມາຊ່ວງຕອນເຊົ້າກັບຕອນແລງ ນ້ຳບໍ່ມາ ມາແຕ່ຕອນສວຍໆ ຕອນເດິກກໍຈຶ່ງມາອີກນ່າແມ່ນຕ້ອງໄດ້ໂຕ່ງໄວ້ຄັນວັນເສົາວັນທິດນີ້ ບໍ່ມາເລີຍ, ສະເພາະ ຢູ່ບ່ອນສະເພາະບ່ອນທີ່ເຮົາຢູ່ຫັ້ນ ມັນເປັນດົນແລ້ວເຈົ້າ, ແຖວໂຮງໝໍ 150 ຕຽງ.”

ຊາວບ້ານນາງນີ້ ກ່າວຕື່ມວ່າ ນາງໄດ້ໄປຕິດຕໍ່ສອບຖາມ ເຣື່ອງບັນຫານ້ຳປະປາບໍ່ໄຫຼ ນຳຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນແລ້ວ ແຕ່ກໍ່ໄດ້ຄຳຕອບຄືເກົ່າວ່າ ຍ້ອນຣະບົບໄຟຟ້າ ແລະ ເຄື່ອງປ້ຳນ້ຳມີບັນຫາ ເຮັດໃຫ້ນ້ຳໄຫຼຄ່ອຍ.

ເພິ່ນກໍ່ບອກວ່າ ໄຟຟ້າມັນມີບັນຫາ ຫຼືບໍ່ກະ ເຄື່ອງປ້ຳນ້ຳມັນມີບັນຫາ ຫຍັງປະມານນີ້ແຫຼະ, ເພິ່ນກໍ່ຕອບວ່າເປັນແນວນີ້.”

ຊາວບ້ານ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ລະບາຍຄວາມຮູ້ສຶກ ກ່ຽວກັບແຈ້ງການຂອງຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ.

ດັ່ງກ່າວ ຢູ່ໃນສື່ສັງຄົມອ໋ອນລາຍນ໌ວ່າ

(ບົດອ່ານ) “ບໍ່ມີທາງອອກເລີຍບໍ່, ມື້ນີ້ນ້ຳຊິລ້າງຫ້ອງນ້ຳກະບໍ່ມີ ອັນໂຕ່ງໄວ້ກະໝົດແລ້ວ, ໂທໄປຫາແລ້ວ ມີແຕ່ວ່າບໍ່ເປັນແຕ່ເຮືອນເຈົ້າ ເປັນໝົດ 3 ເມືອງໄຊທານີຈັນທະບູຣີໄຊເສດຖາ ຢາກສເນີໃຫ້ກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບ ກັບ ຣັຖວິສາຫະກິຈນ້ຳປະປາ ນະຄອນຫຼວງ, ບໍ່ມີແຜນແກ້ໄຂ ໄລຍະສັ້ນ ໄລຍະຍາວ ແນວໃດບໍ່? ກອງປະຊຸມສະພາແຕ່ລະສມັຍ ກໍ່ຄືໄດ້ຍິນເພິ່ນທ້ວງຢູ່.”

ຕໍ່ກັບບັນຫາດັງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນນາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ໃຫ້ຂໍ້ມູນວ່າ ປັດຈຸບັນ, ທາງຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ກຳລັງເລັ່ງແກ້ໄຂບັນຫາດັ່ງກ່າວຢູ່.

ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ:

ພວມແກ້ໄຂເລັ່ງດ່ວນໃຫ້ຢູ່ເດີເຈົ້າ, ບາງເຂດ ກະມາປົກກະຕິແລ້ວນ່າອ້າຍ ແຖວເຂດຈັນທະບູຣີນີ້ ກະອັນນັ້ນຢູ່ແລ້ວ ເບື້ອງໂພນສວ່າງ ແຕ່ວ່າດຽວນີ້ ກະບໍ່ຄ່ອຍເຫັນລູກຄ້າ ໂທມາລະໄດ໋, ນອກຈາກວ່າຢູ່ແຖວປາກທ້າງບໍ່ ຍັງມີບາງຄັ້ງຄາວຢູ່ເຈົ້າ.”

ນອກຈາກບັນຫານ້ຳໄຫຼຄ່ອຍ ຍ້ອນເຄື່ອງຈັກທຳງານບໍ່ປົກກະຕິແລ້ວ, ຣັຖວິສາຫະກິຈນ້ຳປະປາ ນະຄອນຫຼວງວຽງຈັນ ຍັງມີການຕໍ່ທໍ່ນ້ຳໃໝ່ໃນຫຼາຍຈຸດ ເຊິ່ງຈະເຮັດໃຫ້ນ້ຳ ບໍ່ມາ ຫລື ໄຫຼຄ່ອຍ ເປັນຕົ້ນ ໃນວັນທີ 29 ພຶສພາ 2023 ນີ້ ເວລາ 09.00-16.00 ໂມງ ມີການຕໍ່ທໍ່ໃໝ່ ເພື່ອຂຍາຍລະບົບນ້ຳປະປາ ຢູ່ຮ່ອມຂ້າງຫ້ອງການ ສາຂານ້ຳປະປາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນເຊິ່ງທາງຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃຫ້ຊາວບ້ານ ບ້ານສອງຂົວກາງແສນ ແລະ ບ້ານແຈ້ງສະຫວ່າງ ກະກຽມໂຕ່ງນ້ຳໄວ້ໃຊ້ລ່ວງໜ້າແລ້ວ.

ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ຂອງຜແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ພາຍຫຼັງທີ່ຣັຖບານ ໄດ້ໂອນກິຈະການ ຣັຖວິສາຫະກິຈ ນ້ຳປະປາ ໃຫ້ອຳນາດການປົກຄອງທ້ອງຖິ່ນ ແຕ່ລະແຂວງເປັນຜູ້ເບິ່ງແຍງ ມາແຕ່ປີ 1998, ເຖິງແມ່ນວ່າ ການໃຫ້ທ້ອງຖິ່ນເຂົ້າມາຄຸ້ມຄອງ ວຽກງານນ້ຳປະປາ ຈະຖືວ່າເປັນເຣື່ອງທີ່ດີ, ແຕ່ວ່າທີ່ຜ່ານມາການຄຸ້ມຄອງຣັຖວິສາຫະກິຈນ້ຳປະປາ ຂອງອຳນາດການປົກຄອງທ້ອງຖິ່ນ ກໍຍັງປະສົບກັບບັນຫາ ຕໍ່ເນື່ອງ ຕົວຢ່າງ ຣັຖວິສາຫະກິຈນ້ຳປະປາແຂວງຈຳປາສັກ ມີບັນຫາບໍ່ຈ່າຍເງິນເດືອນພະນັກງານ ເປັນໄລຍະຫຼາຍກວ່າ 10 ເດືອນແລະ ຣັຖວິສາຫະກິຈ ນ້ຳປະປາ ແຂວງເຊກອງ ກໍບໍ່ມີງົບປະມານພຽງພໍ ທີ່ຈະຂຍາຍຣະບົບນ້ຳປະປາ ໄປສູ່ຫລາຍໆບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.