ເສັ້ນທາງເປັນຂີ້ຝຸ່ນຫຼາຍ ຊາວບ້ານ ຢູ່ເມືອງໜອງບົກ ໄດ້ຮັບຄວາມເດືອດຮ້ອນ
2023.06.02

ປະຊາຊົນ ບ້ານດົງຂວາງ, ບ້ານດົງບູນ, ບ້ານນາຄໍາ ແລະ ບ້ານໂນນຈິິກ ເມືອງໜອງ ບົກ ແຂວງຄໍາມ່ວນ ຍັງປະສົບບັນຫາຖນົນຂີ້ຝຸ່ນ ຍ້ອນຣົຖບັນທຸກບໍຣິສັດ ຊີໂນອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ທີ່ເຂົ້າມາສ້າງໂຮງງານ ແລ່ນຜ່ານຫຼາຍ.
ຊາວບ້ານ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ມິຖຸນາ ວ່າ:
“ຖນົນເປັນຂີ້ຝຸ່ນຫັ້ນແຫຼະ ເປັນຂີ້ຝຸ່ນຫຼາຍ ດຽວນີ້ຣົຖຈີນ ເຂົາແລ່ນຕລອດ ຂີ້ຝຸ່ນຍັງຫຼາຍ ຂື້ນຣົຖຈັກໄປຕ້ອງໃສ່ໝວກກັນນອກໃສ່ຫຍັງ ຂີ້ຝຸ່ນເຕັມໝົດແລະ ບໍ່ເຫັນຮອດຫົນທາງພຸ້ນລະ ສ້ອມແປງຢູ່ ແຕ່ວ່າ ຝຸ່ນຕລອດ ເພາະວ່າ ຣົຖ 10 ລໍ້ ເຂົາວິ້ງຕລອດ ເປັນຝຸ່ນຕລອດ ຊ້ວງແລ້ງໆ ບໍ່ມີລົມສົ່ງຝຸ່ນນະ ບໍ່ເຫັນທາງເລີຍແຫຼະ.”
ຖນົນເສັ້ນນີ້ ເປັນຖນົນດິນແດງທີ່ຊາວບ້ານ ແລະ ບໍຣິສັດສັນຈອນເປັນປະຈໍາ ໂດຍຣົຖບັນທຸກຂອງບໍຣິສັດຈະຂົນຊາຍ ແລະ ອຸປະກອນຕ່າງໆ ເພື່ອເຂົ້າໃນພື້ນທີ່ ບໍລະເວນບ້ານນາຄໍາເຊິ່ງເປັນທີ່ຕັ້ງຂອງບໍຣິເວນຂຸດແຮ່.
ຂາວບ້ານຢູ່ບ້ານດົງຂວາງ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ກ່າວວ່າ:
“ຖນົນລູກລັງ ແຕ່ພໍໄປໄດ້ມາໄດ້ ຊາວບ້ານເຂົາກໍທຽວກັນຢູ່ ໄປນາຄໍານັ້ນ ເປັນຂີ້ຝຸ່ນເນະາ ຣົຖຈີນແລ່ນຫຼາຍ ຣົຖໃຫຍ່ມັນແລ່ນຫຼາຍ ແຕ່ລະມື້ ແກ່ຫີນແກ່ຊາຍ ແກ່ອຸປະກອນເຄື່ອງ ເຂົ້າເຮັດງານຫັ້ນລະ.”
ຣົຖບັນທຸກຈະແລ່ນຜ່ານ ເສັ້ນທາງທີ່ເຊື່ອມກັນ ຕັ້ງແຕ່ເທດສະບານໜອງບົກ ໄປທາງເມືອງເຊບັ້ງໄຟ ລວມໄລຍະທາງ ປະມານ 18 ກິໂລແມັດ ແຕ່ທາງທີ່ໃຊ້ຫຼາຍ ເພື່ອໄປໂຮງງານນັ້ນ ໄລຍະທາງ 8 ກິໂລແມັດ ແລ່ນຜ່ານ 4 ເຂດບ້ານທີ່ກ່າວ.
ຊາວບ້ານນາຄໍາ ໄດ້ກ່າວວ່າ:
“ມັນຊິອອກທາງເຊບັ້ງໄຟແດ່ ຣົຖຈີນ ແລ້ວກໍມັນຊິອອກໜອງບົກ ແດ່ຫັ້ນນ່າ ກະປະມານ 18 ກິໂລແມັດ ກໍໂຕສະເພາະທີ່ໃຊ້ມາກກວ່າແລ້ວ ແມ່ນຢູ່ໃນປະທານ 8 ກິໂລ ທາງເຂົ້າມາໂຮງງານຫັ້ນນ່າ 8 ກະໂລ ຫາ ໂນນຈິກ ເພາະວ່າ ມັນເປັນອຸໂມງເນາະຢູ່ໜອງຈິກຫັ້ນ.”
ຊາວບ້ານກ່າວຄືກັນວ່າ ທີ່ຜ່ານມາ ທາງບໍຣິສັດ ໄດ້ເຮັດການສ້ອມແປງທາງ ໂດຍເອົາດິນຜາ ຫຼື ດິນທີ່ບໍຣິສັດຣະເບີດຕາມພູເປັນກ້ອນໆ ມາປູກໃສ່ຖນົນຢູ່ ແຕ່ກໍຍັງມີຂີ້ຝຸ່ນໄງ່ ຍ້ອນວ່າ ຣົຖໃຫຍ່ແລ່ນຜ່ານທຸກມື້ ແລະ ເພື່ອແກ້ບັນຫາຂີ້ຝຸ່ນໄງ່ ບໍຣິສັດ ກໍຫົດນໍ້າໃສ່ຖົນຢູ່ ແຕ່ກໍໄດ້ຢຸດຫົດນໍ້າມາແລ້ວປະມານ 1 ເດືອນ ຍ້ອນນໍ້າບໍ່ພຽງພໍ ເພາະແຫ້ງແລ້ງຫຼາຍ.
ເສັ້ນທາງດັ່ງກ່າວ ມີແຜນການປູຢາງ ໃນເດືອນ ພຶສຈິກາ ຂອງປີ 2023 ຍ້ອນເປັນຊ້ວງ ທີ່ບໍຣິສັດ ຄາດການວ່າ ຈະມີລາຍຮັບ ແລະ ກໍາໄລ ແລ້ວ ໂດຍຈະປູຢາງ 8 ກິໂລແມັດ ເທົ່ານັ້ນ.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າ:
“ເດືອນ 11, 2023 ເຂົາຈະເຣີ່ມລົງຢາງ ມັນເປັນງົບຂອງບໍຣິສັດ ງົບຂອງຣັຖບານ ແບ່ງສ່ວນ ອອກມາຈາກພາສີລາຍຮັບ ບໍ່ ມີແຕ່ 7-8 ໂລນີ້ ແຫຼະ ທີ່ຂະເຈົ້າປູ ສະເພາະໂຮງງານມາເຖິງນີ້ແຫຼະ ທີ່ຈໍາເປັນ.”
ວິທຍຸ ເອເຊັຽ ເສຣີ ໄດ້ພະຍາມຕິດຕໍ່ໄປຍັງບໍ່ຣິສັດ ຊິໂນອາກຣີໂປຕາສ ຈໍາກັດ ແລະ ຜແນກໂຍທາທິການ ແລະ ຂົນສົ່ງ ເມືອງໜອງບົກ ເພື່ອສອບຖາມຂໍ້ມູນເພີ່ມເຕີມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ໃນປີ 2022 ທີ່ຜ່ານມາ ບໍຣິສັດ ຊິໂນ-ອາກຣີໂປຕາສ ຈຳກັດ ໄດ້ເຮັດໂຄງການຂຸດຄົ້ນ ແຮ່ເກືອໂປຕາສ ຫຼື ເກືອກາລີ ຢູ່ເມືອງໜອງບົກ ແຂວງຄຳມ່ວນ ແລະ ໄດ້ບຸກເບີກທີ່ດິນ ທຳການກະສິກັມ ຂອງຊາວບ້ານ ເປັນຕົ້ນ ບ້ານ ດົງບູນ, ບ້ານາຄຳ, ບ້ານນາຫຼຸບ, ບ້ານປ່າຕິ້ວ ແລະ ບ້ານຊຽງຫວາ, ແຕ່ ບໍຣິສັດດັ່ງກ່າວ ພັດຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານບໍ່ເໝາະສົມ ແລະ ບາງຄອບຄົວ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ.