ຊາວບ້ານ ເມືອງໜອງແຮດ 3 ພໍ່, ແມ່, ລູກ ຖືກຄາຕກັມ ຢູ່ໄຮ່

ຈຳປາທອງ
2023.06.09
ຊາວບ້ານ ເມືອງໜອງແຮດ 3 ພໍ່, ແມ່, ລູກ ຖືກຄາຕກັມ ຢູ່ໄຮ່ ແຜນທີ່ ເມືອງໜອງແຮດ ແຂວງຊຽງຂວາງ ບ່ອນທີ່ມີເຫດການ ຄາຕກັມຊາວບ້ານ ທີ່ໄປນອນເຝົ້າໄຮ.
ຮູບພາບ: OpenStreetMap contributors/Datawrapper

ຄົນຮ້າຍຄາຕກັມ ຄອບຄົວນຶ່ງມີ ພໍ່, ແມ່ ແລະ ລູກຊາຍນ້ອຍ 5 ເດືອນເສັຍຊີວິດ ຢູ່ຖຽງໄຮ່ໃນມື້ວັນທີ 4 ມິຖຸນານີ້ ໃນຂະນະທີນອນເຝົ້າໄຮ່ ຢູ່ບ້ານຫ້ວຍເດື່ອ ເມືອງໜອງແຮດ ແຂວງຊຽງຂວາງ, ສ່ວນລູກສາວ ອາຍຸ 13 ປີ ທີ່ລອດຊີວິດໄດ້ ຕື່ນມາເຫັນເຫດການ ໄດ້ແລ່ນໜີເຂົ້າປ່າ ແລ້ວກັບຄືນມາບ່ອນເກີດເຫດ, ໂທຣະສັບຫາແມ່ເຖົ້າ ໃຫ້ມາຊ່ອຍ. ຜູ້ເປັນລູກສາວ ເລົ່າໃຫ້ເຈົ້າໜ້າທີ່ຟັງວ່າ ກ່ອນເກີດເຫດ ຄົນຮ້າຍມາຫາພໍ່ ທີ່ນອນຢູ່ໃນຖຽງໄຮ່, ແຕ່ພໍ່ບໍ່ຕື່ນ, ຄົນຮ້າຍຈຶ່ງໄດ້ເອົາມີດ ງັດປະຕູເຂົ້າມາ ແລະຂ້າແມ່ ກ່ອນຈະໃຊ້ປືນຍິງພໍ່ ແລະນ້ອງຊາຍ ຈົນເສັຍຊີວິດ.

ກ່ຽວກັບເຫດການ ຄາຕກັມທີ່ວ່ານີ້ ປະຊາຊົນຢູ່ບ້ານໜອງຂຽວ ເມືອງໜອງແຮດ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 7 ມິຖຸນາວ່າ ຄອບຄົວຂອງຜູ້ຕາຍນັ້ນ ຢູ່ບ້ານໜອງຂຽວນີ້, ສ່ວນຄົນຮ້າຍແມ່ນຢູ່ບ້ານຫ້ວຍເດື່ອ, ຕິດຢາບ້າ, ແຕ່ໃນຕອນນີ້ຍັງບໍ່ຮູ້ສາເຫດ ຄັກແນ່ວ່າ ເປັນຍ້ອນຫຍັງ ຈຶ່ງມີການຄາຕກັມກັນຂຶ້ນ, ຮູ້ແຕ່ວ່າຄົນຮ້າຍ ແລະຜູ້ຖືກຂ້າ ກິນເຫລົານໍາກັນຢູ່ໄຮ່ ແລ້ວເວົ້າບໍ່ຖືກກັນ.

“ຜູ້ຕາຍຫັ້ນປະຊາຊົນ ຢູ່ບ້ານໜອງຂຽວ ແລ້ວເພິ່ນໄປເຮັດໄຮ່ ທໍາການຜລິດຢູ່ບ້ານຫ້ວຍເດື່ອ ແລ້ວໄປນອນໄຮ່ ພໍດີໄປນອນໄຮ່ ຜູ້ນີ້ເອົາເຫລົ້າໄປ ແລ້ວກິນເຫລົ້າ, ກິນເຫລົ້ານໍາກັນ ແລ້ວກໍເວົ້າກັນບໍ່ຖືກ ເວົ້າເຣື່ອງຫຍັງກໍບໍ່ຮູ້ ແຕ່ວ່າໄປອາລະວາດກັນ ຢູ່ໄຮ່ ແລ້ວຂ້າກັນຢູ່ຫັ້ນຕາຍ, ຜູ້ກ່ຽວມາຮອດນີ້ ກໍຍັງສູບຢາ ຢາບ້າຢູ່ຫັ້ນນະ.

ທ່ານເວົ້າຕື່ມວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ ປກສ ເມືອງ ໄດ້ໄປສັນລະສູດ ສະຖານທີ່ເກີດເຫດ, ສືບສວນ, ສອບສວນ ແລະພະຍາຍາມຊອກຫາຕົວຄົນຮ້າຍ. ແຕ່ປະ ຊາຊົນເວົ້າວ່າ ຄົນຮ້າຍຍິງໂຕຕາຍຢູ່ໃນປ່າ ຫ່າງຈາກບ່ອນເກີດເຫດປະມານ 2 ກິໂລແມັດ.

“ເອີ ເຂົາກໍລົງແລ້ວ ເຂົາໄປເບິ່ງແລ້ວເວລາຕາຍ ໄປກວດກາເບິ່ງຕົວຈິງແລ້ວ ແລ້ວກໍເອົາຜູ້ທີ່ຕາຍ 3 ຄົນຫັ້ນມາທໍາຕາມພິທີແລ້ວ ເຂົາໄປສືບສວນ ສອບສວນ ຈະນໍາຕົວຜູ້ກ່ຽວໄປ, ແຕ່ປະຊາຊົນຣາຍງານວ່າ ເພິ່ນຕາຍຢູ່ຫັ້ນ ແລ້ວໄປເບິ່ງເພິ່ນກໍຕາຍແທ້ຫັ້ນນະ, ເພິ່ນກໍເອົາປືາແກັບ ປືນລ່າເນື້ອຫັ້ນຂ້າເພິ່ນ (ເອງ) ເພິ່ນກໍຕາຍຫັ້ນນ່າ.

ມາເຖິງປັດຈຸບັນ ຄະດີດັ່ງກ່າວ ກໍຍັງຢູ່ໃນລະຫວ່າງການສືບສວນ ສອບສວນ, ຍັງບໍ່ທັນໄດ້ສລຸບສໍານວນຄະດີເທື່ອ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງ ໜອງແຮດທ່ານນຶ່ງ.

“ຍັງຢູ່ຂັ້ນຕອນຂອງເຈົ້າໜ້າທີ່ນະເຈົ້າ ຄະດີຍັງບໍ່ປິດ ພຽງແຕ່ວ່າຍັງຢູ່ຂັ້ນຕອນການສືບສວນ ສອບສວນຂອງເຈົ້າໜ້າທີ່ ຍັງສລຸບສໍານວນຄະດີ ເພື່ອຄວາມຍຸຕິທໍາແກ່ 2 ຝ່າຍ.

ຊາວບ້ານໜອງຂຽວອີກຜູ້ນຶ່ງ ກໍເວົ້າວ່າ ລູກສາວທີ່ລອດຊີວິດ ກັບນ້ອງສາວອີກຜູ້ນຶ່ງ ອາຍຸປະມານ 6-7 ປີ ໄປຢູ່ກັບຍ່າ ທີ່ບ້ານໜອງຂຽວ.

“ຍັງມີຍ່າແດ່ ຢູ່ນໍາຍ່າແດ່ ແມ່ຍ່າຂະເຈົ້າຢູ່ບ້ານໜອງຂຽວ ນ້າ ອາແດ່ ຂະເຈົ້າຫລາຍຄົນ ສະເພາະລູກຜູ້ຕາຍ ຍັງອີກຜູ້ນຶ່ງ ລູກສາວ 2 ຄົນນີ້ ຜູ້ນຶ່ງປະມານ 6-7 ປີ, ຜູ້ນຶ່ງ 13 ປີນີ້ມາຢູ່ນໍາກັບຍ່າ.

ຊາວບ້ານ ຢູ່ເມືອງໜອງແຮດຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີວ່າ ເຫດການຄາຕກໍາຄັ້ງນີ້ ເຮັດໃຫ້ປະຊາຊົນ ໃນເມືອງນີ້ມີຄວາມຢ້ານກົວ ຍ້ອນວ່າເມືອງນີ້ເປັນເມືອງສງົບ ບໍ່ເຄີຍມີເຫດການແບບນີ້ເກີດຂຶ້ນ.

“ເປັນຕາຢ້ານຢູ່ແຫລະ ຜ່ານມາມັນບໍ່ມີເຫດຢ່າງນີ້ເກີດຂຶ້ນຈັກເທື່ອ ເປັນເມືອງທີ່ສງົບເດ ທຸກຄົນທີ່ໄປໄຮ່ ໄປສວນ ເຂົາກໍລະວັງໂຕ.

ເຫດການຄາຕກໍາດັ່ງກ່າວ ເປັນທີ່ເວົ້າກັນເຖິງຫລາຍໃນສັງຄົມອອນລາຍນ໌, ຫລາຍຄົນໄດ້ສແດງຄວາມເສັຍໃຈ ນໍາຄອບຄົວທີ່ເຄາະຮ້າຍ ຍ້ອນສົງສານຜູ້ເສັຍຊີວິດ ແລະລູກສາວທີ່ເປັນຄົນກໍາພອຍ, ຕ້ອງໄດ້ໃຊ້ຊີວິດ ໂດຍບໍ່ມີພໍ່ແມ່ເບິ່ງແຍງ ຊ່ອຍເຫລືອ. ເວົ້າເຖິງເຫດການຄາຕກັມ ເມື່ອກ່ອນໜ້ານີ້ກໍເກີດຂຶ້ນຢູ່ເສັ້ນທາງແຄມທົ່ງນາ ລະຫວ່າງບ້ານເມືອງແອດ ຫາບ້ານແກ່ວແຮ່ ເມືອງແອດ ແຂວງຫົວພັນ, ມີຜູ້ເສັຍຊີວິດ 3 ຄົນ ແລະພົບຂອງກາງໃນສະຖານທີ່ ເກີດເຫດ ຄືຣົຖຈັກ 2 ຄັນ, ເຮໂຣອິນ 5 ແທ່ງ, ຄ້າຍຄືຢາໄອ 3 ແຟັກ, ປືນສັ້ນ 1 ກະບອກ, ກະສອບລູກປືນ 5 ອັນ ແລະ ມີດ 2 ດວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.