ເຣື້ອງທີ່ເກັບບັນທຶກໄວ້
2021-10-28
ວັນທີ 27 ຕຸລາ ມີຜູ້ຕິດໂຄວິດ-19 ເພີ່ມ 733 ຄົນ ຂະນະທີ່ແຂວງບໍ່ແກ້ວ ໂຕເລຂຜູ້ຕິດເຊື້ອ ແມ່ນສູງຂຶ້ນ ເປັນມື້ທີ 2 ແລ້ວ ແລະ ແຂວງເຊກອງ ກໍມີທ່າທີວ່າຈະຕິດເຊື້ອເພີ່ມຂຶ້ນ
2021-10-26
ມາຕການປິດບ້ານ ປິດເມືອງ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃຊ້ບໍ່ໄດ້ຜົລໃນ ປະເທດລາວ ໂດຍສະເພາະເຂດເມື່ອງໃຫຍ່ ເຊັ່ນ ນະຄອນຫຼວງວຽງຈັນ ເພາະການປ່ອຍປະລະເລີຍ ຈຶ່ງເຮັດໃຫ້ການຄວບຄຸມຕາມມາຕການ ເປັນໄປໄດ້ຍາກ ແລະ ໂຄວິດ-19 ກໍບໍ່ມີທ່າທີວ່າຈະຫຼຸດລົງ.
2021-10-25
ພົບນັກໂທດ 165 ຄົນ ຢູ່ແຂວງຫຼວງພຣະບາງ ຕິດໂຄວິດ-19 ຂະນະທີ່ ຜູ້ທີ່ຕິດໂຄວິດ-19 ໃນຊຸມຊົນ ກໍຍັງສືບຕໍ່ສູງຢູ່
2021-10-22
ໂຄວິດ-19 ໄດ້ຣະບາດຫຼາຍ ແມ່ນແຕ່ພຣະສົງ ແລະສາມເນນ ໂດຍສະເພາະ ວັດເພັງ ໂພໄຊຍະຣາມ ທີ່ມີສາມເນນ ຕິດເຊື້ອໂຄວິດ-19 ເກືອບເຄິ່ງນຶ່ງ ຂອງພຣະພິກຂຸສົງ ທີ່ຈຳພັນສາຢູ່ວັດນີ້.
2021-10-21
ເພື່ອປ້ອງກັນການຣະບາດ ຂອງເຊື້ອໂຄວິດ-19, ທາງການລາວ ໄດ້ອອກແຈ້ງການ ງົດຈັດງານບຸນອອກພັນສາເຂັດຂາດ, ຍົກເວັ້ນພຣະສົງ ພາຍໃນວັດແຕ່ລະແຫ່ງ ຍັງສາມາດທຳ ພິທີສັງຄະກັມໄດ້ ແຕ່ຕ້ອງປະຕິບັດຕາມມາຕການ.
2021-10-20
ທາງການລາວ ສັ່ງປິດດ່ານສາກົລ ລາວ-ວຽດ ເມືອງສະມ້ວຍ ເນື່ອງຈາກພົບວ່າ ເຈົ້າໜ້າຕິດເຊື້ອໂຄວິດ-19 ເຮັດໃຫ້ກະທົບການຄ້າຂາຍ ບໍ່ສະເພາະແຕ່ບໍຣິເວນ ດ່ານເທົ່ານັ້ນ ແຕ່ຍັງກວມເອົາ ເຂດເທສບານເມືອງນຳດ້ວຍ.
2021-10-20
ພົບເດັກນ້ອຍ ແລະແມ່ຍິງລາວ ໂດຍສະເພາະແມ່ຍິງຊົນເຜົ່າ ໃນຫຼາຍແຂວງໃນທົ່ວປະເທດລາວ ຍັງປະເຊີນກັບການຂາດສານອາຫານ ເນື່ອງຈາກວ່າ ຂາດໂອກາດເຂົ້າເຖິງ ການສຶກສາ, ໂຄງຮ່າງພື້ນຖານ ແລະ ບໍ່ມີທີດິນທຳກິນແບບຖາວອນ.
2021-10-18
ການຂຍາຍໄລຍະ ລ໊ອກດາວ ເພືື່ອປ້ອງກັນ ການແພ່ຣະບາດຂອງເຊື້ອ ໂຄວິດ-19 ນັ້ນ ອີກທາງນຶ່ງ ມັນໄດ້ສົ່ງຜົລກະທົບ ໃນການດຳເນີນຊີວິດປະຈຳວັນ, ປະຊາຊົນຜູ້ຫາເຊົ້າກິນຄ່ຳ ບໍ່ມີບ່ອນເຮັດວຽກ, ຜູ້ຄ້າ ຂາຍບໍ່ມີຄົນຊື້ ຫຼືຊື້ໜ້ອຍລົງ ເປັນຕົ້ນ.
2021-10-16
ຊ່ວງເຮືອ ຖືວ່າເປັນບຸນປະເພນີ ຄູ່ກັບຊາດລາວມາດົນນານ ແຕ່ດ້ວຍເຫດຜົລການຣະບາດ ຂອງເຊື້ອໂຄວິດ-19, ກິຈກັມຫຼາຍຢ່າງຈຶ່ງຖືກຍົກເລີກ ແນວໃດກໍ່ຕາມ ຮີດຄອງປະເພນີບາງຢ່າງທີ່ບໍ່ສ່ຽງຕໍ່ການແຜ່ເຊື້ອ ອາຈຖືກຜ່ອນຜັນໃຫ້ຈັດໄດ້.
2021-10-15
ມາເຖິງປັດຈຸບັນນີ້ ເຊື້ອໂຄວິດ-19 ຖືວ່າເປັນມະຫັນຕະພັຍທີ່ ຄືບຄານ ເຂົ້າໄປທຸກສະຖານທີ ບໍ່ເວັ້ນແມ່ນແຕ່ໃນຄຸກ ແລະ ນັກໂທດທີ່ໄດ້ຮັບເຊື້ອ ຈະບໍ່ໄດ້ຮັບອະນາຍາດໃຫ້ໄປ ປິ່ນປົວນອກສະຖານທີ່ເດັດຂາດ ເພາະວ່ານັກໂທດເຫຼົ່ານັ້ນອາຈຖືໂອກາດຫຼົບໜີ.
2021-10-15
ມາຕການລ໊ອກດາວ ໄດ້ສ້າງຄວາມລຳບາກ ໃນການດຳເນີນຊີວິດ ໃຫ້ແກ່ປະຊາຊົນທຸກລະດັບ ເຊັ່ນການໃຊ້ຊີວິດປະຈຳວັນ ຂອງຄົນທີ່ຢູ່ໃນເມືອງໃຫຍ່ ແລະ ຊົນນະບົດ; ຍິ່ງໄປກວ່ານັ້ນ ຍັງມີຜົລກະທົບຕໍ່ພາກທຸຣະກິຈທຸກຂແນງ ເຮັດໃຫ້ການຈັດການ ທຸກຢ່າງຢຸດລົງ ເໝືອນວ່າປະເທດເປັນອັມພາດ.
2021-10-14
ເຊື້ອໂຄວິດ-19 ແຜ່ລາມໄປຍັງ ເຂດຄຸມຂັງນັກໂທດ ແລະ ພຣະສົງ, ສາມເນນ ໃນແຂວງຫຼວງພຣະບາງ, ຂນະທີ່ ທາງການເຕືອນ ຢ່າຫຼົງເຊື່ອໂຄສະນາ ຢາປິ່ນປົວໂຄວິດ-19 ທາງສື່ສັງຄົມອອນລາຍນ໌ (Social Media).
2021-10-12
ໂຄວິດ-19 ຣະບາດໜັກ ໃນຫຼາຍແຂວງຂອງລາວ ໂດຍສະເພາະ ແຂວງຫຼວງພຣະບາງ ແລະ ແຂວງ ຄຳມ່ວນ. ດ້ວຍເຫດນີ້ ທາງການແຂວງ ຈຶ່ງໄດ້ເຂັ້ມງວດ ມາຕການ ປ້ອງກັນ. ຖ້າຜູ້ຕິດເຊື້ອເພີ່ມຫຼາຍ ທາງການລາວ ການຕຽມເງືອນໄຂ ໃຫ້ປິ່ນປົວ ຢູ່ເຮືອນ.
2021-10-11
ທາງການຜ່ອນຄາຍ ມາດຕການ ລ໊ອກດາວ ໂດຍຍົກເລີກ ການຕັ້ງດ່ານ ກວດກາ ຕາມຖນົນຫົນທາງ ໃນເຂດ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ແຕ່ກໍຍັງຄຸມ ເຂັ້ມງວດ ໃນເຂດພື້ນທີ່ ສີແດງ ທີ່ມີ ການຣະບາດຫຼາຍ.
2021-10-10
ເຖິງແມ່ນວ່າ ທາງການຈະອອກ ມາຕການ ລ໊ອກດາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດ ແຕ່ກໍ່ມີ ໄວໜຸ່ມ ຈຳນວນນຶ່ງ ທີ່ຖືເບົາ ຕໍ່ຄຳສັ່ງ ແລະ ຝ່າຝືນ, ທ້າທາຍ ອຳນາດຣັຖ ເສບຢາເສບຕິດ ແລະ ພົກພາ ອາວຸດປືນ.